ການທ່ອງທ່ຽວຢູ່ ແຂວງແບິ່ງເຢືອງ ແມ່ນຕິດພັນກັບອາຊີບຫັດຖະກຳພື້ນເມືອງ

(VOVWORLD) - ນອກຈາກຈຸດວັດທະນະທຳ, ປະຫວັດສາດອັນຍາວນານແລ້ວ, ບິ່ງເຢືອງ ຍັງມີອາຊີບຫັດຖະກຳພື້ນເມືອງຄື: ເຄື່ອງປັ້ນດິນເຜົາ, ເຄື່ອງເຄືອບສີຂັດມັນ, ແກະສະຫຼັກໄມ້, ຜະລິດເຄື່ອງຈັກສານດ້ວຍບັນດາເຄື່ອງໝາຍທີ່ມີຊື່ສຽງຄື: ເຄື່ອງປັ້ນດິນເຜົາ ລາຍທຽວ, ເຄື່ອງປັ້ນດິນເຜົາ ເຕີນເຟືອກແຄັງ, ເຄື່ອງປັ້ນດິນເຜົາ ເຊືອ, ເຄື່ອງປັ້ນດິນເຜົາຢູ່ ທ້ວນອານ,...
 
ການທ່ອງທ່ຽວຢູ່ ແຂວງແບິ່ງເຢືອງ ແມ່ນຕິດພັນກັບອາຊີບຫັດຖະກຳພື້ນເມືອງ - ảnh 1ເຄື່ອງປັ້ນດິນເຜົາແມ່ນຜະລິດຕະພັນຊື່ສຽງຂອງແຂວງ
(ພາບ:congluan.vn)

ໃນຊຸມປີມໍ່ໆມານີ້, ບັນດາຮາກຖານຜະລິດຢູ່ບິ່ງເຢືອງມີຄວາມຂະຍັນຂັນເຄື່ອນຕໍ່ກັບການປ່ຽນແປງການອອກແບບ, ນຳໃຊ້ເຕັກໂນໂລຊີຫັນເປັນດິຈີຕອນ ແລະ ຕິດພັນບັນດາການເຄື່ອນໄຫວຂອງໝູ່ບ້ານຫັດຖະກຳກັບການເຄື່ອນໄຫວທ່ອງທ່ຽວ, ເພື່ອແນໃສ່ອະນຸລັກຮັກສາ ແລະພັດທະນາໝູ່ບ້ານຫັດຖະກຳພື້ນເມືອງ ແລະພັດທະນາເສດຖະກິດທ້ອງຖິ່ນ.

ເພື່ອຮັກສາ ແລະພັດທະນາອາຊີບຫັດຖະກຳພື້ນເມືອງ, ໝູ່ບ້ານຫັດຖະກຳບິ່ງເຢືອງໄດ້ລົງທຶນຜະລິດຕາມທິດເຄິ່ງອັດຕະໂນມັດຫຼື ແບບອັດຕະໂນມັດຄົບວົງຈອນຕາມເຕັກໂນໂລຊີ 4.0, ພ້ອມກັນນັ້ນກໍ່ຫັນທິດຕິດພັນບັນດາການເຄື່ອນໄຫວຂອງໝູ່ບ້ານກັບການເຄື່ອນໄຫວທ່ອງທ່ຽວຢູ່ບໍລິເວນແຂວງ.

       ປ່ຽນແປງເພື່ອປັບຕົວໃຫ້ເໝາະສົມ

ຕົວແບບຂອງຂະບວນການລົງທຶນປ່ຽນແປງໃຫມ່ເຕັກໂນໂລຊີຢູ່ໝູ່ບ້ານຫັດຖະກຳບິ່ງເຢືອງນັ້ນແມ່ນບັນດາບໍລິສັດເຄື່ອງປັ້ນດິນເຜົາຄື: ມິງລອງ 1, ເກື່ອງຟາດ, ເຟືອກຫວູລອງ. ທ່ານຫຼີງອກແບກ, ຜູ້ອຳນວຍການໃຫຍ່ບໍລິສັດເຄື່ອງປັ້ນດິນເຜົາເກື່ອງຟາດຈຳກັດ, ປະທານສະມາຄົມເຄື່ອງປັ້ນດິນເຜົາບິ່ງເຢືອງ ໃຫ້ຮູ້ວ່າ:

 “ເຄື່ອງປັ້ນດິນເຜົາບິ່ງເຢືອງໄດ້ຜະລິດແມ່ພິມແລະສີເຄືອບສໍາລັບຜະລິດຕະພັນພາຍໃນ. ປັດຈຸບັນ, ໄດ້ຍູ້ແຮງການຜະລິດເພື່ອຂາຍຢູ່ຕະຫຼາດພາຍໃນ. ຂ້າພະເຈົ້າຫວັງວ່າປີນີ້, ການຂາຍສິນຄ້າຢູ່ພາຍໃນປະເທດຈະຂາຍໄດ້ຫຼາຍກວ່າເກົ່າ. ຖ້າພັດຕະຄານ, ຮ້ານອາຫານ, ຮ້ານຄ້າໃຊ້ຫຼາຍ, ພວກຂ້າພະເຈົ້າກໍ່ຈະຈຳຫນ່າຍໄດ້ຫລາຍກວ່າ".

ຍ້ອນມີການຫັນວິທີການແນະນຳຜະລິດຕະພັນເປັນຫລາຍຮູບແບບຈາກແບບໂດຍກົງເຖິງອອນລາຍໃນສື່ສັງຄົມ, ການຄ້າເອເລັກໂຕນິກ, ບັນດາຜະລິດຕະພັນຂອງບໍລິສັດແທ່ງລົກ, ຢູ່ຕາແສງເຕີນເຟືອກແຄງ, ເທດສະບານເຕີນອວຽນແຂວງບິ່ງເຢືອງກໍ່ສາມາດຈຳຫນ່າຍໄດ້ຫລາຍ.ທ່ານຫງວຽນແທ່ງລົກ, ຮອງຜູ້ອຳນວຍການບໍລິສັດເຄື່ອງຫວາຍແທ່ງລົກຈຳກັດ, ໃຫ້ຮູ້ວ່າ:

 “ປະລິມານສິນຄ້າຂາຍຢູ່ໃນເວັບໄຊເອເລັກໂຕຣນິກແມ່ນມີຄວາມເປັນປົກກະຕິຫຼາຍ. ປະຈຸບັນ, ພວມສົ່ງອອກໄປຍັງອົສະຕາລີ, ຍີ່ປຸ່ນແລະບາງປະເທດເອີລົບ. ເຖິງວ່າສະພາບການໂລກພວມສັບສົນບາງແຫ່ງເກີດສົງຄາມ, ແຕ່ບາງປະເທດຍັງຊື້ຜະລິດຕະພັນເພາະວ່າມັນເປັນມິດກັບສິ່ງແວດລ້ອມ, ດັ່ງນັ້ນຊາວເອີຣົບມັກຫຼາຍ. ເຂົາເຈົ້າໃຊ້ຜະລິດຕະພັນໃນເວລາ 1 ປີ, ແລ້ວຖິ້ມມັນໄປໃຊ້ອັນໃໝ່, ດັ່ງນັ້ນພວກຂ້າພະເຈົ້າກໍຍັງສົ່ງອອກຢ່າງຕໍ່ເນື່ອງ

         ຕິດພັນການເຄື່ອນໄຫວຂອງໝູ່ບ້ານຫັດຖະກຳກັບການເຄື່ອນໄຫວທ່ອງທ່ຽວ

ໜຶ່ງໃນບັນດາວິທີການແກ້ໄຂຂອງແຂວງບິ່ງເຢືອງເພື່ອຮັກສາແລະພັດທະນາໝູ່ບ້ານຫັດຖະກຳພື້ນເມືອງແບບຍືນຍົງແມ່ນການຕິດພັດໝູ່ບ້ານຫັດຖະກຳກັບການທ່ອງທ່ຽວ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວທີ່ຖືກຕ້ອງ, ບໍ່ພຽງແຕ່ເປີດກວ້າງຕະຫຼາດ, ເປີດກາລະໂອກາດຫຼາຍຢ່າງເພື່ອຊຸກຍູ້ການຜະລິດຜະລິດຕະພັນຫັດຖະກຳພື້ນເມືອງຂອງໝູ່ບ້ານເທົ່ານັ້ນ, ຫາກຍັງປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຢູ່ໃນໝູ່ບ້ານຫັດຖະກຳອີກດ້ວຍ. ທ່ານດິງກົງທ້ຽວນັກສິລະປະການ (ອາຍຸ 52 ປີ) ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຫວັງວ່າໃນອະນາຄົດຈະໄດ້ຍ້າຍເຂົ້າໄປຫມູ່ບ້ານຫັດຖະກໍາເພື່ອເຮັດວຽກ. ໃນເວລານີ້, ທາງລັດ ແລະ ແຂວງຈະເຊື່ອມຕໍ່ນັກທ່ອງທ່ຽວ. ເມື່ອນັກທ່ອງທ່ຽວມາຢາມ, ເຂົາເຈົ້າເລືອກເອົາຜະລິດຕະພັນຂອງພວກເຮົາຫລາຍ, ພວກຂ້າພະເຈົ້າກໍ່ຫວັງວ່າອາຊີບຜະລິດເຄື່ອງ ແລະ ພາບສີຂັດມັນຈະພັດທະນາກວ່າ.

ການທ່ອງທ່ຽວຢູ່ ແຂວງແບິ່ງເຢືອງ ແມ່ນຕິດພັນກັບອາຊີບຫັດຖະກຳພື້ນເມືອງ - ảnh 2ພາບແຕ້ມທີ່ເປັນເອກະລັກສະເພາະຂອງແຂວງ ບິ່ງເຢືອງ
(ພາບ:congluan.vn)

ຕາມແຜນຮ່າງພັດທະນາການທ່ອງທ່ຽວແຂວງບິ່ງເຢືອງຮອດປີ 2025, ການກຳນົດທິດຮອດປີ 2030, ຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໄດ້ກຳນົດວ່າຢາກໃຫ້ການທ່ອງທ່ຽວຂອງແຂວງພັດທະນາກາຍເປັນຂະແໜງເສດຖະກິດສຳຄັນທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ. ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກຂອງແຂວງຕ້ອງແມ່ນການໄປທ່ຽວຊົມແລະເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ຫມູ່ບ້ານຫັດຖະກຳ.

ທ່ານຫງວຽນແທງຟອງ, ຮອງຫົວຫນ້າພະແນກວັດທະນະທຳ -ກິລາແລະທ່ອງທ່ຽວແຂວງບິ່ງເຢືອງໃຫ້ຮູ້ວ່າ:

        ພະແນກກໍ່ໄດ້ສະເຫນີໃຫ້ພະແນກກະສິກໍາແລະພັດທະນາຊົນນະບົດ ເພື່ອຮັບຮູ້ OCOPໃຫ້ບັນດາຜະລິດຕະພັນຫັດຖະກໍາໝູ່ບ້ານຖ້າຫາກມີເງື່ອນໄຂຄົບຖ້ວນ; ພ້ອມກັນນັ້ນກໍ່ພ້ອມກັນໂຄສະນາຢູ່ງານວາງສະແດງຕະຫລາດນັດແລະ ໃນເວັບໄຊທີ່ກ່ຽວຂ້ອງກັບການທ່ອງທ່ຽວ. ຫວັງວ່າ, ບັນດາຜະລິດຕະພັນຫັດຖະກຳພື້ນເມືອງຂອງແຂວງບິ່ງເຢືອງຈະໄດ້ຮັບການແນະນຳຢ່າງກວ້າງຂວາງເຖິງປະຊາຊົນ ແລະນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງແຂວງ.

ດ້ວຍການຫັນປ່ຽນຢ່າງຕັ້ງໜ້າ ເພື່ອປັບຕົວໃຫ້ແທດເໝາະພ້ອມກັບບັນດາມາດຕະການໜູນຊ່ວຍໃຫ້ເໝາະສົມຕິດພັນກັບບັນດາການເຄື່ອນໄຫວເສດຖະກິດ ແລະທ່ອງທ່ຽວຂອງທ້ອງຖິ່ນ, 32 ໝູ່ບ້ານຫັດຖະກຳດ້ວຍ9 ອາຊີບພື້ນເມືອງຢູ່ບິ່ງເຢືອງຈະໄດ້ຮັບການຮັກສາ ແລະພັດທະນາ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ