ການປ່ຽນແປງໃໝ່ຢູ່ເຂດບ້ານນາ ເບັ໋ນແຈ ເມື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່

(VOVWORLD) -ເບັ໋ນແຈ ແມ່ນທ້ອງຖີ່ນ “ເກາະໝາກພ້າວຂຽວສາມແຫ່ງ“, ດ້ວຍລະບົບແມ່ນ້ຳລຳເຊທີ່ນ່ອງແນ່ງ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຢູ່. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍທິດນຳທີ່ວ່າ: “ທັງລັດ ແລະ ປະຊາຊົນພ້ອມກັນເຮັດ“, ອຳນາດການປົກຄອງ ແລະ  ແລະ ປະຊາຊົນທ້ອງຖີ່ນໄດ້ຕັ້ງໜ້າປະຕິບັດໂຄງການແຫ່ງຊາດກໍ່ສ້າງຊົນນະບົດໃໝ່; ຜ່ານນັ້ນເຂດບ້ານນາແຫ່ງນີ້ຈຶ່ງມີການປ່ຽນແປງຢ່າງຈະແຈ້ງ.

ການປ່ຽນແປງໃໝ່ຢູ່ເຂດບ້ານນາ ເບັ໋ນແຈ ເມື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1 ປະຊາຊົນຢູ່ ເບັນແຈ ປູກຕົ້ນໝາກກ້ຽງໃຫຍ່

(ພາບ: Nhật Trường/VOV)

ບັນດາເສັ້ນທາງລະຫວ່າງບ້ານ, ຕາແສງໄດ້ຮັບການປູເບຕົງຢ່າງຮາບພຽງ, ກວ້າງຂວາງ, ເສັ້ນທາງໃນໝູ່ບ້ານສະອາດສວຍງາມ, ການແລກປ່ຽນການຄ້າພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ… ຂະບວນການຊົນນະບົດໃໝ່ໄດ້ສ້າງຄວາມເຕີບໂຕໃຫ້ແກ່ເຂດບ້ານນາຢູ່ ເບັ໋ນແຈ. ໂດຍໄດ້ຮັບການລົງທຶນຈາກງົບປະມານສູນກາງ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງອຳນາດການປົກຄອງ ແລະ ປະຊາຊົນ, ມາຮອດປັດຈຸບັນ, ເບັ໋ນແຈ ມີ 21/147 ຕາແສງໄດ້ຮັບການຮັບຮອງວ່າເປັນຕາແສງຊົນນະບົດໃໝ່ຕາມ 19 ມາດຖານທີ່ໄດ້ກຳນົດ. ນຳໜ້າໃນຂະບວນການກໍ່ສ້າງຊົນນະບົດໃໝ່, ແມ່ນສະມາຄົມນັກຮົບເກົ່າຂອງແຂວງ. ໄລ່ສະເພາະ 2 ປີຜ່ານມາ, ສະມາຄົມນັກຮົບເກົ່າທຸກຂັ້ນໃນແຂວງ ຂົນຂວາຍການບໍລິຈາກເງິນສົດໄດ້ 12 ຕື້ກວ່າດົ່ງ, ກໍ່ສ້າງຂົວ 164 ແຫ່ງ, ປະກອບແຮງງານ 22 ພັນກວ່າວັນ, ບໍລິຈາກທີ່ດິນໄດ້ 65 ພັນກວ່າຕາແມັດ ເພື່ອກໍ່ສ້າງບັນດາກິດຈະກຳສະຫວັດດີການຢູ່ທ້ອງຖີ່ນ. ທ່ານ ຫງວຽນວັນລຶກ, ປະທານສະມາຄົມ ອະດີດນັກຮົບເກົ່າ ຕາແສງ ເຊີນຮ່ວາ, ເມືອງ ເຈົາແທ່ງ, ແບ່ງປັນວ່າ:

ໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ ນອກຈາກທິດຊີ້ນຳຂອງເມືອງແລ້ວ, ສະມາຄົມນັກຮົບເກົ່າຂັ້ນຮາກຖານກໍ່ເຮັດວຽກງານນີ້ດີທີ່ສຸດ. ໂດຍລະອຽດແມ່ນເມື່ອກໍ່ສ້າງທາງ, ສະມາຊິກສະມາຄົມນັກຮົບເກົ່າໄດ້ບໍລິຈາກທີ່ດິນ ແລະ ເຂົ້າຮ່ວມການປະກອບສ່ວນຕາມຄວາມຕ້ອງການ. ບັນດາຄອບຄົວໄດ້ບໍລິຈາກເງິນດ້ວຍຄວາມຕື່ນຕົວ, ສະໝັກໃຈ, ທຸກຄົນລ້ວນແຕ່ເຂົ້າຮ່ວມການບໍລິຈາກ. ນອກຈາກບໍລິຈາກເງິນແລ້ວ, ເຂົາເຈົ້າຍັງປະກອບແຮງງານອີກ. ສະມາຊິກສະມາຄົມນັກຮົບເກົ່າຕາແສງ ເຊີນຮ່ວາ ໄດ້ເຮັດວຽກງານນີ້ດີທີ່ສຸດ“

ເມື່ອທຽບໃສ່ບັນດາທ້ອງຖີ່ນໃນເຂດທົ່ງພຽງແມ່ນ້ຳຂອງ, ເບັ໋ນແຈ ປະສົບກັບຄວາມຫຍຸ້ງຍາກຫຼາຍໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຄື: ການກໍ່ສ້າງທາງຄົມມະນາຄົມໃນເຂດຊົນນະບົດ, ການລົບລ້າງຂົວໄມ້ທີ່ໄດ້ຊຸດໂຊມ; ສະພາບການມົນລະພິດສິ່ງແວດລ້ອມຈາກການລ້ຽງສັດຕາມຮູບແບບເກົ່າ… ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນທ້ອງຖີ່ນທັງເຮັດ, ທັງຖອດຖອນບົດຮຽນແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ. ທ່ານ ເຢືອງວັນເຈືອງ, ຮອງປະທານຄະນະກຳມະການປະຊະຊົນເມືອງ ຢົ່ງຈົມ, ໃຫ້ຮູ້ວ່າ:

ມີບາງແຫ່ງລະດັບທຶນສົມທົບຂອງປະຊາຊົນຍັງຕຳ່ຢູ່, ວິທີການແກ້ໄຂແມ່ນພວກເຮົາຕ້ອງສືບຕໍ່ໂຄສະນາ, ຂົນຂວາຍເພື່ອເຮັດໃຫ້ພໍ່ແມ່ປະຊາຊົນເຫັນໄດ້ວ່າຕົນເອງແມ່ນເຈົ້າຂອງໃນການກໍ່ສ້າງຊົນນະບົດໃໝ່. ການກໍ່ສ້າງພື້ນຖານໂຄງລ່າງແມ່ນເພື່ອຮັບໃຊ້ໃຫ້ແກ່ເຂົາເຈົ້າ; ປະຊາຊົນພ້ອມກັບລັດປະກອບທຶນກໍ່ສ້າງໂຄງລ່າງຊົນນະບົດ. ຮູບແບບລ້ຽງງົວແມ່ນມີປະສິດທິຜົນທີ່ສຸດ ແຕ່ພັດກໍ່ມົນລະພິດເຖິງສິ່ງແວດລ້ອມ. ທ້ອງຖີ່ນພະຍາຍາມຂົນຂວາຍພໍ່ແມ່ປະຊາຊົນກໍ່ສ້າງຂຸມ biogas ເພື່ອໝູນໃຊ້ອາຈົມຢູ່ແຄມທາງກໍ່ຄືຢູ່ເຂດຊຸມຊົນ“.

ການປ່ຽນແປງໃໝ່ຢູ່ເຂດບ້ານນາ ເບັ໋ນແຈ ເມື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 2 ຮູບແບບປູກຕົ້ນໄມ້ປະດັບຢູ່ແຂວງ ເບັນແຈ

(ພາບ: Nhật Trường/VOV)

ໂຄງການກໍ່ສ້າງຊົນນະບົດໃໝ່, ເຮັດໃຫ້ໂສມໜ້າເຂດຊົນນະບົດ ເບັ໋ນແຈ ມີການປ່ຽນແປງຢ່າງຈະແຈ້ງ. ໄຟຟ້າ, ທາງ, ໂຮງຮຽນ, ສຸກສາລາໄດ້ຮັບການລົງທຶນຍົກລະດັບ, ຕອບສະໜອງຄວາມຕ້ອງການໄປມາ, ຂົນສົ່ງສິນຄ້າ ແລະ ແລກປ່ຽນການຄ້າຂອງປະຊາຊົນ. ຈາກນັ້ນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກໍ່ຄ່ອຍໆໄດ້ຮັບການຍົກສູງຂຶ້ນ. ມາຮອດປັດຈຸບັນ, ລາຍຮັບສະເລ່ຍໃສ່ຫົວຄົນຢູ່ເຂດຊົນນະບົດແຂວງ ເບັ໋ນແຈ ໄດ້ເພີ່ມຂຶ້ນເຖິງ 32 ລ້ານດົ່ງ/ປີ, ເພີ່ມ 18 ລ້ານດົ່ງເມື່ອທຽບໃສ່ໄລຍະບໍ່ທັນມີໂຄງການກໍ່ສ້າງຊົນນະບົດໃໝ່; ອັດຕາຄອບຄົວທຸກຍາກກໍ່ຫຼຸດລົງເຫຼືອພຽງ 10%.

ເບັ໋ນແຈ ສູ້ຊົນ ແຕ່ນີ້ເຖິງປີ 2020, ຈະມີ 45 ຕາແສງບັນລຸມາດຕະຖານຊົນນະໃໝ່ອີກ. ໃນປີ 2020, ເມືອງ ເຈີ້ແລກ ສູ້ຊົນບັນລຸນາມມະຍົດເປັນເມືອງຊົນນະບົດໃໝ່; ນະຄອນ ເບັ໋ນແຈ ບັນລຸນາມມະຍົດເປັນຕົວເມືອງຊົນນະບົດໃໝ່. ແຜນນະໂຍບາຍຂອງ ເບັ໋ນແຈ ແມ່ນຍົກສູງຄຸນນະພາບຕາແສງຊົນນະບົດໃໝ່, ຫາກບໍ່ແລ່ນຕາມຈຳນວນ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງບັນຫາເພີ່ມລາຍຮັບໃຫ້ປະຊາຊົນຕື່ມອີກ ໂດຍຜ່ານບັນດາລາຍການຫາເງິນລ້ຽງຊີບ. ທ່ານ ຫງວຽນຮື້ວເລິບ, ຮອງປະທານຄະນະກຳມະການ ປະຊາຊົນແຂວງ ເບັ໋ນແຈ, ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສົມທົບຫຼາຍມາດຕະການນຳກັນ; ການໂຄສະນາກໍ່ມີຄວາມໝາຍທີ່ສຸດເພື່ອໃຫ້ປະຊາຊົນເຂົ້າໃຈໄດ້ຄາດໝາຍຂອງວຽກງານຈັດຕັ້ງການກໍ່ສ້າງຊົນນະບົດໃໝ່. ຫົວຂໍ້ສຳຄັນທີ່ສຸດແມ່ນ ປະຊາຊົນຕ້ອງເປັນເຈົ້າຂອງໃນການກໍ່ສ້າງຊົນນະບົດໃໝ່; ອັນໃດລັດເຮັດ, ອັນໃດປະຊາຊົນເຮັດ ລ້ວນແຕ່ໄດ້ຮັບການຈຳແນກ ຢ່າງຈະແຈ້ງ. ກ້າວໄປເຖິງຕ້ອງເຮັດແນວໃດເພື່ອສຸມໃສ່ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ. ພວກຂ້າພະເຈົ້າຖືວ່າ, ນັ້ນແມ່ນສິ່ງສຳຄັນທີ່ສຸດ, ຕ້ອງເຮັດແນວໃດເພື່ອປ່ຽນແປງໃໝ່ໂສມໜ້າ, ລະດັບລາຍຮັບຂອງຊາວກະສິກອນ; ຕ້ອງເຮັດແນວໃດເພື່ອຫັນປ່ຽນຜົນລະປູກ, ສັດລ້ຽງເປັນສິນຄ້າ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້“.

ການກໍ່ສ້າງຊົນນະບົດໃໝ່ ແມ່ນແຜນນະໂຍບາຍໃຫຍ່ຂອງລັດ, ມີຄວາມໝາຍແທດຈິງ, ແລະ ມີລັກສະນະມະນຸດຊາດຢ່າງເລິກເຊິ່ງ. ດ້ວຍບັນດາຜົນງານທີ່ບັນລຸໄດ້ ກໍ່ຄືແຜນການທີ່ສາມາດເປັນໄປໄດ້ຂອງແຂວງ ເບັ໋ນແຈ ໃນຕໍ່ໜ້ານັ້ນ ຈະປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່, ເຮັດໃຫ້ໂສມໜ້າຊົນນະບົດນັບມື້ນັບມີການປ່ຽນແປງໃໝ່ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ