ການປ່ຽນໃໝ່ໃນບ້ານເກີດເມືອງນອນຂອງຊາວເຜົ່າແຂວງບິ່ງເຟືອກ

(vovworld) – ​​ທ້ວນ​ເລີ້​ຍ ແມ່ນ​ຕາ​ແສງ​ຢູ່​ເຂດ​ຫ່າງ​ໄກ, ຕັ້ງ​ຢູ່​ທິດ​ເໜືອ​ເມືອງ ດົ່ງ​ຟູ໋, ​ແຂວງ​ບິ່ງ​ເຟືອ​ກ, ດ້ວຍ​ຈຳນວນພົນລະ​ເມືອງ​ກວ່າ 50% ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ສົງຄາມ, ນີ້​ແມ່ນ​ເຂດ​ດິນ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ. ປະຈຸ​ບັນ, ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທີ່​ນີ້ ​ໄດ້​ສາມັກຄີ​ກັນ ​ເພື່ອກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ.

ການປ່ຽນໃໝ່ໃນບ້ານເກີດເມືອງນອນຂອງຊາວເຜົ່າແຂວງບິ່ງເຟືອກ - ảnh 1

ຊາວກະສີກອນເຂົ້າຮ່ວມການກໍ່ສ້າງເສັ້ນທາງ

(ພາບ: ອິນເຕີແນດ)

​ເມື່ອ​ກັບ​ຄືນ​ຕາ​ແສງ​ທ້ວນ​ເລີ້​ຍ ​ໃນ​ວັນ​ທ້າຍ​ເດືອນ 4, ພວກ​ເຮົາ​​ເຫັນ​ໄດ້ແຈ້ງການ​ພັດທະນາ​ຢູ່​ທີ່​ນີ້​ໃນ​ແຕ່​ລະ​ວັນ. ບັນດາ​ປ່າ​ຢາງພາລາ​ທີ່​ກວ້າງ​ໃຫຍ່​ພວມ​ຢູ່​ໃນ​ລະດູ​ການ​ເກັບ​ກ່ຽວ, ບັນດາ​ເສັ້ນທາງ​ເບ​ຕົງ​ທີ່​ສວຍ​ງາມ, ​ໂຮງຮຽນ​ຫຼັງ​ໃໝ່, ​ເຮືອນຕຶກຫຼາຍ​ຫຼັງຖືກ​ປຸກ​ສ້າງ​ຕິດ​ກັນ, ​ເຮັດ​ໃຫ້​ໂສມ​ໜ້າ​ຂອງ​ເຂດ​ດິນ​ທີ່​ທຸກ​ຍາກ​ໃນ​ເມື່ອ​ກ່ອນ​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ​ເມື່ອ​ພາ​ພວກ​ຂ້າພະ​ເຈົ້າ​ລົງ​ບ້ານ​ທ້ວນ​ເຕິ​ນ ຫ່າງ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ 10 ກວ່າ​ກມ ບົນ​ເສັ້ນທາງ​ດິນ​ແດງ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ​ນັ້ນ, ທ່ານ ຫວໍ​ຈ້ອງ​ຄາງ, ປະທານຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ໃຫ້​ຮູ້​ວ່າ. ​ໃນ​ສອງ, ສາມ​ປີ​ມາ​ນີ້, ຢາງພາລາ​ຂາຍ​ໄດ້​ດີ​ດ້ວຍ​ລາຄາ​ສູງ ​ແລະ ປະຊາຊົນ​ໄດ້​ເປັນ​ເຈົ້າ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ, ດັ່ງ​ນັ້ນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ ສະ​ຕຽງ, ​ໄຕ່, ນຸ່ງ, ຂະ​ແມ ກໍ່​ໄດ້​ດີກ​ວ່າ​​ເກົ່າ. ນັບ​ສິບ​ຄອບຄົວ​ຢູ່​ທ້ວນ​ເຕິ​ນ ​ໄດ້​ກາຍ​ເປັນ​ຄອບຄົວ​ຮັ່ງມີ, ມີ​​ເຮືອນຕຶກ​ຫຼັງ​ໃໝ່, ມີ​ລົດ​ຂົນ​ສົ່ງ ​ແລະ ລົດ​ເກັງ. ທ່ານ ຫວໍ​ຈ້ອງ​ຄາງ ​ເວົ້າ​ວ່າ:

“ມາ​ຮອດ​ປະຈຸ​ບັນ, ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ, ຈາກ​ເຮືອນ​ມຸງ​ຫຍ້າ​ຝາ​ໄມ້​ເຮ້ຍ, ປະຈຸ​ບັນ​ໄດ້​ມີ​ເຮືອນ​ປຸກ​ສ້າງ​ທີ່​ໃຫຍ່​ໂຕ ​ແລະ ມີ​ອຸປະກອນ​ທີ່​ມີຄ່າ​ອີກ. ຊາວ​ຊົນ​ເຜົ່າ​ໄດ້​ເປັນ​ເຈົ້າ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ສັດລ້ຽງ, ດັ່ງ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ“.

ການປ່ຽນໃໝ່ໃນບ້ານເກີດເມືອງນອນຂອງຊາວເຜົ່າແຂວງບິ່ງເຟືອກ - ảnh 2

ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​

ເຮືອນຕຶກຫຼາຍ​ຫຼັງຖືກ​ປຸກ​ສ້າງ​ຕິດ​ກັນ

(ພາບ: ອິນເຕີແນດ)

ຕາ​ແສງ​ທ້ວນ​ເລີ້​ຍ ​ແມ່ນ​ແຫ່ງ​ດຳລົງ​ຊີວິດ​ຂອງ 15 ຊົນ​ເຜົ່າ ດ້ວຍ 2.400 ກວ່າ​ຄອບຄົວ ​ແລະ ພົນລະ​ເມືອງ​ເກືອບ 14.000 ຄົນ. ​ໂດຍ​ແມ່ນ​​ເຂດ​ທີ່​ກວ້າງ​ໃຫຍ່ ​ແລະ ການ​ບຸ​ກເບີກທີ່​ດິນຍາກ, ດັ່ງ​ນັ້ນ​ໃນ​ຊຸມ​ປີ 90 ຂອງ​ທົດ​ສະ​ວັດ​ກ່ອນ, ນີ້​ແມ່ນ​ດິນ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ ດ້ວຍ​ລະ​ເບີດ​ໝາກ​ໝີ່​ນຈາກ​ສົງຄາມຍັງ​ຕົກ​ຄ້າງ​ຫຼາຍ. ​ແຕ່​ຍ້ອນ​ມີ​ການ​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນຂະຫຍັນພຽນ​ຂອງ​ປະຊາຊົນ, ບັນດາ​ທົ່ງ​ຫຍ້າ​ໃນ​​ເມື່ອ​ກ່ອນ ​ໄດ້​ກາຍ​ເປັນ​ສວນ​ໄມ້​ທີ່​ຂຽວ​ສົດ​ງົດ​ງາມ ພວມ​​ແຕກ​ດອກອອກ​ໜໍ່. ພະນັກງານ​ກະ​ສີ​ກຳ​ເມືອງ​ດົ່ງ​ຟູ໋, ສະມາຄົມ​ຊາວ​ກະ​ສີກ​ອນຕາ​ແສງ ​ໄດ້​ຂົນຂວາຍ​ປະຊາຊົນ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ປູກຝັງ, ລ້ຽງສັດ. ບັນດາ​ຄອບຄົວ​ທີ່​ມີ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ກ່ຽວ​ກັບ​ແນວ​ພັນ, ທຶນຮອນ ​ແລະ ​ເຕັກນິກ​ການຜະລິດ ​ເພື່ອ​ພ້ອມ​ກັນ​ບືນ​ຕົວ​ຂຶ້ນ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ຍ້ອນ​ເຫດ​ນັ້ນ, ປີ​ກາຍ​ນີ້, ທົ່ວ​ຕາ​ແສງ​ມີ​ເກືອບ 50 ຄອບຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ 200 ກວ່າ​ຄອບຄົວ​ມີ​ລາຍ​ຮັບ​ແຕ່ 300 – 400 ລ້ານ​ດົ່ງ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ທົ່ວ​ຕາ​ແສງ​ບັນລຸ 15 ລ້ານ​ດົ່ງ/ປີ. ທ່ານ ​ເລ​ຢູຍຮ່ຽນ, ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຕາ​ແສງ​ທ້ວນ​ເລີ້​ຍ, ​ເມືອງ​ດົ່ງ​ຟູ໋, ​ໃຫ້​ຮູ້​ວ່າ:

“​ໃນ​ຊຸມ​ປີຜ່ານມາ, ສະມາຄົມ​ຊາວ​ກະ​ສີກ​ອນ​ໄດ້​​ໃກ້​ຊິດຕິດ​ແທດ​ກັບ​ຊາວ​ກະ​ສີກ​ອນ, ສົມທົບ​ກັບ​ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ, ບັນດາ​ນັກວິທະຍາສາດ ​ເພື່ອ​ເຝິກອົບຮົມ, ຖ່າຍທອດ​ວິທະຍາສາດ​ເຕັກນິກ​ໃຫ້​ປະຊາຊົນ​ໃນ​ຕາ​ແສງ. ຈາກ​ນັ້ນ, ປະຊາຊົນ​ມີ​ຈຶ່ງຮູ້​​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ​ແລະ ພັດທະນາ​ເສດຖະກິດ​ຄອບຄົວ. ​ເສດຖະກິດ​ຂອງ​ປະຊາຊົນ​ໃນ​ຕາ​ແສງ​ນັບ​ມື້​ນັບ​ພັດທະນາ, ອັດຕາ​ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຫຼາຍ“

ການປ່ຽນໃໝ່ໃນບ້ານເກີດເມືອງນອນຂອງຊາວເຜົ່າແຂວງບິ່ງເຟືອກ - ảnh 3

ເຝິກອົບຮົມກ່ຽວກັບການຖ່າຍທອດ​ວິທະຍາສາດ​ເຕັກນິກ​ໃຫ້ແກ່ຊາວກະສີກອນ

(ພາບ: ອິນເຕີແນດ)

ນັບ​ແຕ່​ມີ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ຕາ​ແສງ​ທ້ວນ​ເລີ້​ຍ ​ໄດ້​ຕອບ​ສະໜອງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ສະຫງວນ​ທີ່​ດິນ​ນັບ​ພັນ​ຕາລາງແມດ​ເພື່ອ​ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ. ກິດຈະກຳ​ສາຍ​ໄຟຟ້າ​ຍາວ 8 ກມ ທີ່​ສົ່ງ​ໄຟຟ້າ​ລົງ​ບ້ານ​ທ້ວນຕ໋ຽນ ດ້ວຍ​ຍອດ​ຈຳນວນ​ເງິນ 3 ຕຶ້ກວ່າ​ດົ່ງ ​ກໍ່ແມ່ນ​ເງິນ​ບໍລິ​ຈາກ​ຂອງ​ປະຊາຊົນ, ອັນ​ໄດ້​ນຳ​ເອົາ​ແສງ​ສະຫວ່າງ​ມາ​ໃຫ້​ນັບ​ຮ້ອຍ​ຄອບຄົວ. ສິ່ງ​ທີ່​ໜ້າ​ຊື່ນ​ຊົມ ນັ້ນ​ແມ່ນ​ປະຊາຊົນ​ຢູ່​ທີ່​ນີ້ ຍາມ​ໃດ​ກໍ່​ສາມັກຄີ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ພ້ອມ​ກັນ​ພັດທະນາ​ເສດຖະກິດ ​ແລະ ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ. ​ເອື້ອຍ ນົງ​ທິ​ແຮງ, ຊົນ​ເຜົ່າ​ນຸ່ງ, ຢູ່​ບ້ານ​ທ້ວນ​ເຕິ​ນ, ຕາ​ແສງ​ທ້ວນ​ເລີ້​ຍ, ​ເມືອງ​ດົ່ງ​ຟູ໋, ​ແຂວງ​ບິ່ງ​ເຟືອ​ກ, ​ໃຫ້​ຮູ້​ວ່າ:

“ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ສະຫງວນ​ທີ່​ດິນ  3 ​ໄຮ່ ​ເພື່ອ​ກໍ່ສ້າງ​ທາງ, ​ແລະ​ ສະຫງວນ 1 ​ໄຮ່ ​ເພື່ອ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ໃຫ້​ບັນດາ​ຄອບຄົວ​ອື່ນໆ​ກູ້​ຢືມ​ທຶນ 135 ລ້ານ​ດົ່ງ ​ເພື່ອປະກອບສ່ວນ​ລົບ​ລ້າງຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ ຂອງ​ທ້ອງ​ຖີ່​ນ. ​ເຮົາ​ຊ່ວຍ​ເຫຼືອ​ເພື່ອ​ໃຫ້​ທຸກ​ຄົນ​ມີ​ຄວາມ​ອິ່ມໜຳສຳລານ“.

ມາ​ຮອດ​ປະຈຸ​ບັນ, ​ເມືອງ​ດົ່ງ​ຟູ໋ ພວມ​ຂະຫຍາຍບັນດາ​ຮູບ​ແບບ​ຜະລິດ​ທີ່ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງຂອງ​ປະຊາຊົນ​ຕາ​ແສງ​ທ້ວນ​ເລີ້​ຍ ​ເຖິງ​ບັນ​ທ້ອງ​ຖີ່​ນອື່ນໆ​ຄື​ຮູບ​ແບບ​ລ້ຽງ​ໄກ່, ລ້ຽງ​​ແຂ້, ລ້ຽງ​ງູ… ມີ 10 ກວ່າ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ຢາງພາລາ, ໝາກ​ມວງຫີມພະ​ພານ ​ໄດ້​ລົງທຶນ​ພັດທະນາ​ການ​ຜະລິດ​ຢູ່​ຕາ​ແສງ​ທ້ວນ​ເລີ້​ຍ, ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ນັບ​ຮ້ອຍ​ຄົນ​ໃນ​ທ້ອງ​ຖີ່​ນ. ດ້ວຍ​ຈິດ​ໃຈ​ສາມັກ​ຄີ ​ແລະ ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ຂະຫຍັນ​ພຽນ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທີ່​ນີ້ ​ໄດ້​ສ້າງ​ເປັນ​ພະລັງ​ຊີວິດ​ໃໝ່​ຢູ່​ເຂດ​ດິນ​ປະຕິວັດ​ໃນ​ເມື່ອ​ກ່ອນ, ປະກອບສ່ວນ​ສ້າງ​ບ້ານ​ເກີດ​ເມືອງ​ນອນ​ບິ່ງ​ເຟືອ​ກ ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ