ການລ້ຽງກຸ້ງ-ປູກເຂົ້າ:ຮູບແບບການຜະລິດທີ່ມີປະສິດທິຜົນແລະຍືນຍົງ

(vovworld) - ​ໃນ 5 ປີ​ມໍ່ໆ​ມາ​ນີ້, ລະບົບ​​ການລ້ຽງ​ກຸ້ງ -  ປູກ​ເຂົ້າ​​ໄດ້ປະສົມ​ກັບ​ການ ​ພັດທະນາ​ຢ່າງ​ແຮງ​ຢູ່​ຫຼາຍ​ແຂວງ​ແຄມ​ທະ​ເລ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ, ​ຈາກ​ເນື້ອ​ທີ່​ດິນ​ນັບ 2 3 ​ໝື່ນ​ເຮັກຕາ ​ໃນ​ປີ 2005 ​ໄດ້​​ເພື່ອຂຶ້ນ​ເຖິງ​ປະມານ 160.000 ​ເຮັກຕາ ​ໃນ​ປີ 2011, ອາດ​ຈະ​ບັນລຸ 180.000 ​ເຮ​ັກຕາໃນ​ປີ 2015 ​ແລະ 200.000 ​ເຮັກຕາ ​ໃນ​ປີ 2020. ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ ຫວຽ​ດນາມ ໄດ້​ມີ​ຮູບ​​ແບບ​ການ​ລ້ຽງກຸງ - ​ປູກເຂົ້າ​ຢ່າງມີ​ປະສິດທິ​ຜົນ ​ແລະ ມີ​ລັກສະນະ​ຍືນ​ຍົງ​ສູງ. ນັກ​ຂ່າວ​ແທກ​ຮົ່ງ ມີ​ບົດ​ຂຽນ: ການລ້ຽງກຸງ - ​ປູກເຂົ້າ​: ຮູບ​ແບບ​ຜະລິດ​​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ. ​

ການລ້ຽງກຸ້ງ-ປູກເຂົ້າ:ຮູບແບບການຜະລິດທີ່ມີປະສິດທິຜົນແລະຍືນຍົງ - ảnh 1
ພາບປະກອບ

        ​ເຂດ​ທົ່ງພຽງ​ແມ່​ນຳ​້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ແມ່ນ​​ເຂດ​ມີ​ເງື່ອ​ນ​ໄຂ​​ເອື້​ອອຳນວຍ​ຄວາມ​ສະ​ດວກ​ເພື່ອ​ພັດທະນາ​ລະບົບ​ລ້ຽງ​ກຸງ - ​ປູກເຂົ້າ​. ລະບົບການ​ລ້ຽງ ​ແລະ ປູກ​ນີ້ທັງ​ມີ​ຜົນ​ກະທົບ​ສິ່ງ​ແວດ​ລ້ອມ​ທີ່​ດີ​ກ່ວາ​​ເມື່ອ​ທຽບ​ໃສ່ບັນດາ​ລະບົບປູກ​ພືດ​ສະ​ເພາະ​ແນວ​ພັນ​ດຽວ​ຍ້ອນ​ນຳ​ໃຊ້​ມາດ​ຕະການ “ຄ​້ມຄອງ​ສັງ​ລວມ” ຢ່າງ​ສະ​ດວກ​ສະບາຍ, ທັງ​ຫລຸດຜ່ອນ​ຄວາມ​ຕ້ອງການ​ນຳ​ໃຊ້​ຢາ​ເຄມີ​ໃນ​ການ​ຜະລິດ​​ເຂົ້າ​, ສົ່ງ​ຜົນ​ເສຍ​ຫາຍຢ່າງ​ໜ້ອຍ​ເຖິງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ​ເໝາະ​ສົມ​ກັບ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ບັນດາ​ຂັ້ນ​ຕອນ​ການ​ຜະລິດ​ກະ​ສິກຳ​​ໃຫ້​ດີ (GAP). ຮູບ​ແບບ​ນີ້​ສາມາດຜະລິດ​ອອກ​ໄດ້​ຜະລິດ​ຕະພັນ​ຫຼາຍ​ຊະນິດ - ນອກຈາກ​ຜະລິດ​ຕະພັນ​ຕົ້ນຕໍ​ແມ່ນ​ເຂົ້າສານ​ ​ແລະ ກຸ້ງແລ້ວ ຍັງ​ສາມາດ​ນຳ​ໃຊ້​ແຫຼ່ງກຳລັງ​ເພື່ອທຳ​ການ​ລ້ຽງ ​ແລະ ປູກ​ປະສົມ​ກັບ​ແນວ​ພັນ​ອື່ນໆ​ອີກ. ດັ່ງ​ນັ້ນ, ຮູບ​ແບບ​ນີ້​ມີ​ຄວາມ​ຍືນ​ຍົງ​ກ່ວາ​ກ່ຽວກັບ​ດ້ານ​ເສດຖະກິດ ​ແລະ ປະສິດທິ​ຜົນ​​ແຫ່ງ​ການ​ລົງທຶນ, ​ເປັນ​ປົກກະຕິ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ບັນດາ​ຜູ້​ຜະລິດ​ຕໍ່ໜ້າບັນດາ​ຜົນ​ສະທ້ອນ​ທີ່​ບໍ່ດີ ​ເມື່ອ​ມີ​ການ​​ເໜັງ​ຕິງ​ດ້ານ​ລາຄາ, ການຕະຫຼາດ. ນອກຈາກ​ນັ້ນ, ຮູບ​ແບບ​ການ​ລ້ຽງກຸງ - ປູກ​ເຂົ້າ​ ຍັງ​ນຳ​ມາ​ເຊິ່ງ​ຜົນ​ກຳ​ໄລ​ລະດັບ​ປານກາງສູງກ່ວາ​ແຕ່ 15 – 30% ​ເມື່ອ​ທຽບ​ໃສ່​ຮູບ​ແບບການປູກ​​ສະ​ເພາະແຕ່​ເຂົ້າ​ ​ຫລື ລ້ຽງ​ກຸ້ງ​ເທົ່າ​ນັ້ນ. ທ່ານ ​​ເຮີ່ຍວັນ​ທຸ, ຊາວ​ກະສິກອນ​ປະຕິບັດ​ຮູບ​ແບບ​ລ້າງກຸງ - ​ປູກເຂົ້າ​ຢູ່​ຕາ​ແສງ ຟອງ​ເຕີນ, ​ເທດສະບານ ຢ໋າຣາຍ, ​ແຂວງ ບາກ​ລຽວ, ​ໃຫ້​ຮູ້​ວ່າ:

        “​​ແຕ່ 5 ປີ​ມາ​ນີ້, ຄວາມ​ກົມ​ກ່ຽວລະຫວ່າງ​ເຂດ​ນ້ຳ​ເຄັມ ​ແລະ ​ເຂດ​ນ້ຳ​ຈືດ​ຢູ່ທ້ອງ​ຖິ່ນ​ຂອງ​ຂ້າພະ​ເຈົ້າ​ບໍ່ເປັນ​ປົກກະຕິ, ສະພາບ​ນ້ຳ​ເຄັມ​ຊຶມ​ແມ່ນຫຼາຍຢູ່, ຈາກ​ບ່ອນນັ້ນ ​ການ​ປູກ​ເຂົ້າກໍ່​ປະສົບ​ຄວາມ​ຫຍຸ້ງຍາກ, ຍ້ອນ​ນ້ຳ​ເຄັມ​ເພີ່ມ​ຂຶ້ນ. ດັ່ງ​ນັ້ນ, ຮູບ​ແບບ​ການລ້ຽງ​ກຸ້ງ - ປູກ​ເຂົ້າ​​ໄດ​້ຮັບ​ການ​ນຳ​ໃຊ້ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ເສດຖະກິດ​ສູງ​ກ່ວາ.”

        ຮູບ​ແບບ​ການ​ປູກ​ເຂົ້າ​ໃນ​​​ເນື່ອທີ່​ລ້ຽງ​ກຸ້ງ​ແມ່ນ​ວິທີ​ກຳຈັດ​ນ້ຳເຄັມ​ທີ່​ດີໃນຍາມ​ລະດູຝົນ, ສະກັດ​ກັ້ນສະພາບ​ນ້ຳ​ເຄັມຊຶມ​ເລິກ ​ແລະ ​ແກ່ຍາວ​ເວລາ​ນຳ​ໃຊ້​ທີ່​ດິນ. ປະຈຸ​ບັນ, ບັນດາ​ແຂວງ​ມີ​ເນື້ອ​ທີ​ລ້ຽງ​ກຸ້ງ - ​ປູກເຂົ້າ​ທີ່​ກ້ວາງ​ໃຫຍ່​ຄື ​ກາ​ເມົາ, ບາກ​ລຽວ… ​ໄດ້​ມ​ີ​ແຜນຜັງ, ການ​ກຳນົດ​ທິດ ​ແລະ ​ໂຄງການ​ພັດທະນາ​ຮອດ​ປີ 2015 – 2020, ພ້ອມ​ທັງ​ມີ​ບັນ​ດາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ພັດທະນາ​ລະບົບ​ນີ້​ແບບ​ຍືນ​ຍົງ. ສະ​ເພາະ​​ແຂວງ ຊອກ​ຈັງ, ​​ໂດຍ​ເສີມ​ຂະຫຍາຍ​ທ່າ​ແຮງ​ປຽບທຽບ​ກ່ຽວ​ກັບ​ທຳ​ມະ​ຊາດ, ​ເຕັກນິກ ​ແລະ ພິ​ເສດ​ແມ່ນ​​ເຂົ້າ​ຫອມ, ​ແຊບ ​ທີ່​ໄດ​້ຮັບ​ຄວາມ​ນິຍົມ​ຈາກ​ຕະຫຼາດ, ​ແຂ​ວງ​ໄດ້​ວາງ​ແຜນຜັງພັດທະນາ​ເຂດ​ປູກ​ເຂົ້າ​ໃນ​ເນື້ອ​ທີ່​ລ້ຽງ​ກຸ້ງ​ທີ່​​ໄດ້​ຮັບ​ໃບ​ຢັ້ງຢືນ Global G.A.P ກັບ​ເຄື່ອງໝາຍ​ເຂົ້າ ງອກ​ດົ່ງ. ສ່ວນ​ແຂ​ວງ ຈ່າ​ວີ​ງ, ທັດສະນະ​ເຂດ​ລ້ຽງ​ກຸງ - ​ປູກເຂົ້າ​ພັດທະນາ​​ແຮງ​ໃນ​ເຂດດອນ ລອງ​ຮ່ວາ (​ເມືອງ ​ເຈົາ​ແທ່ງ) ບົນແມ່​ນ້ຳ ຕ່ຽນ, ກໍ່​ໄດ້​ສ້າງ​ເຂດ​ລ້ຽງ ​ແລະ ປູກ ​ໄດ້​ຮັບ​ໃບ​ຢັ້ງຢືນ​ເຂົ້າສານ​ຄຸນ​ນະພາ​ບ ​ແຕ່​ຫຼາຍ​ປີ​ມາ​ນີ້. ທ່ານ ປ.ອ ​ເຈີ່ນ​ວັນ​ເຂີຍ, ຜູ້ອຳນວຍການ​ສູນ​ສົ່ງ​ເສີມ​ກະສິກຳ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ, ຮູບ​ແບບການ​​ລ້ຽງ​ກຸງ ​- ​ປູກ​ເຂົ້າ​ ​ແມ່ນ​ລະບົບ​ພິ​ເສດ​ສະ​ເພາະຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ, ມີ​ຫຼາ​ຍທ່າ​ແຮງ​ເພື່ອ​ພັດທະນາ​ເປັນ​ປົກກະຕິ, ຍືນ​ຍົງ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ກຸ້ງ - ​ເຂົ້າ​ມີ​ຄຸນ​ນະພາ​ບສູງ, ສາມາດຕອບ​ສະໜອງ​ໄດ້​ຫຼາຍ​ມາດຖານ​ເຂັ້ມ​ງວດ​ເພື່ອ​ສ້າງ​ສິນຄ້າ​ມີ​ຄຸນ​ນະພາ​ບສູງ, ມີ​ມູນ​ຄ່າ​ສູງ, ມີ​ປະສິດທິ​ຜົນ​ເສດຖະກິດ​ສູງ ​ແລະ ຫຼາຍ​ກາລະ​ໂອກາດ​ກໍ່ສ້າງ ​ແລະ ຢັ້ງຢືນ​ເຄື່ອງໝາຍ​ການ​ຄ້າ:

        “ບັນດາ​ທ້ອງ​ຖິ່ນ​ກໍ່​ກຳນົດ​ທິດ​ວາງ​ແຜນຜັງ​ຕາມ​ແຜນຜັງ ທີ່​ລັດຖະບານ ​ແລະ ກະຊວງ​ກະສິກ​​ຳ ​ແລະ ພັດທະນາ​ຊົນນະບົດ​ກຳນົດ​ທິດ​ສຳລັບ​ແຕ່ລະ​​ແຂວງລະອຽດ​ພໍ່​ສົມຄວນ. ​ໂດຍອີງ​ໃສ່​ເງື່ອນ​ໄຂ​ຄື​ແນວ​ນັ້ນ, ​ແຂວງ​ວາງ​ແຜນຜັງ​ບັນດາ​ເຂດ​ນັ້ນ ​ແລະ ຊີ້​ນຳ​ຊາວ​ກະ​ສິກ​ອນຜະລິດ​ລວມຕາມ​ການ​ກຳນົດ​ທິດ​ຄື​ແນວ​ນັ້ນ. ທີ​ສອງ​ແມ່ນ ດ້ວຍ​ບັນດາ​​ແຫຼ່ງກຳລັງ​ຂອງ​ຕົນ​ນັບ​ແຕ່​ການ​ສົ່ງ​ເສີມ​ກະສິກຳ, ນັບທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ສຸມ​ໃສ່​​ການຖ່າຍ​ທອດ​​ຄວາມ​ກ້າວໜ້າ​ດ້ານເຕັກ​ນິກ, ພິ​ເສດ​ແມ່ນ​ການ​ຝຶກ​ອົບຮົມ​ຍົກ​ສູງ​ຄວາມ​ສາມາດໃນ​ການ​ຜະລິດ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ, ​ເພື່ອ​ໃຫ້​ຮູບ​ແບບ​ມີ​ປະສິດທິ​ຜົນ ຕ້ອງ​ພັດທະນາ​​ແບບ​ຍືນ​ຍົງ​ອີກ, ປັດ​ໄຈ​ຍືນ​ຍົງ​ແມ່ນ​ສຳຄັນ​ທ່ີ​ສຸດ. ທີ​ສາມ ​ແມ່ນ​ການ​​ເທື່ອ​ລະ​ກ້າວກຳນົດ​ທິດ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງ​ເຄື່ອນ​ໝາຍ​ການ​ຄ້າ​ຜະລິດ​ຕະພັນ.”

        ຮູບ​ແບບ​ການ​ລ້ຽງ​ກຸ້ງ - ປູກ​ເຂົ້າ​ແມ່ນ​ລະບົບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ແຄມ​ທ​ະ​ເລ​ພາກ​ໃຕ​້ ​ແລະ ມີ​ຫຼາຍ​ທ່າ​ແຮງ​ເພື່ອ​ພັດທະນາ​​ເປັນ​ປົກກະຕິ. ຄວາມ​ສາມາດ​ບົ່​ມຊ້ອນ​ເປີດ​ກ້ວາງ​ຮູບ​ແບບ​ລ້ຽງ​ກຸງ - ປູກ​ເຂົ້າ ຢູ່​ເຂດ​ນີ້​ຍັງ​ໃຫຍ່​ຫຼວງ, ຂອບ​ຂະໜາດ​ການ​ຜະລິດ​ສາມາດ​ບັນ​ລຸ​ເຖິງ 200.000 ​ເຮັກຕາ, ປະ​ກອບ​ສ່ວນ​ແຕ່ລະ​ປີ​ປະລິມານ​ເຂົ້າສານ​ປະມານ 800.000 ​ໂຕນ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໄດ​້ມີ​ແຜນການ​ພັດທະນາ​ຊົນລະ​ປະທານ​ຮັບ​ໃຊ້​ໃຫ້​ເຂດ​ລ້ຽງ​ກຸ້ງ - ​ເຂົ້າ, ​ເພື່ອ​ແນ​ໃສ່​ສ້າງ​ຜະລິດ​ຕະພັນ​ກຸ້ງ, ​ເຂົ້າ​ມີ​ຄຸນ​ນະພາ​ບສູງ. ຜ່ານ​ນັ້ນ, ສ້າງ​ຮູບ​ແບບການ​ລ້ຽງ​ກຸ້ງ - ປູກ​ເຂົ້າ ​ໃຫ້​ມີ​ບາດ​ກ້າວ​ພັດທະນາ​ໃນ​ໂຄງ​ປະກອບ​ເສດຖະກິດ​ກະສິກຳ​ຢູ່ເຂດ​ແຄມ​ທະ​ເລ​ທົ່ງພຽງ​ແມ່​ນ້ຳ​ຂອງທາງ​ພາກ​ໃຕ້ ຫວຽດນາມ.

​                        


ຕອບກັບ

ຂ່າວ/ບົດ​ອື່ນ