ການຮ່ວມສຳພັນລະຫວ່າງລັດ - ນັກທຸລະກິດ - ຊາວກະສີກອນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງທ້ວນ

(vovworld) - ໂດຍ​ປະ​ຕິ​ບັດຍຸດ​ທະ​ສາດ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃໝ່​ຂອງ​ລັດ​ຖະ​ບານ, ມີຫຼາຍ​ໂຄງ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ເພື່ອ​ຄົນ​ທຸກ​ຍາກ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢ່າງກວ້າງ​ຂວາງ ແລະ ເສີມ​ຂະ​ຫ​ຍາຍ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ທ້ອງ​ຖີ່ນ, ໃນ​ນັ້ນ​ມີ​ໂຄງ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ. ບົດ​ຂຽນ “ປະ​ສິດ​ທິ​ຜົນ​ຈາກໂຄງ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນຢູ່​ແຂວງ​ນິງ​ທ້ວນ” ຂອງວັນ​ແກງ, ຈະ​ສ່ອງ​ແສງ​ບັນ​ດາ​ປະ​ສິດ​ທິ​ຜົນ ເຊິ່ງ​ໂຄງ​ການ​ໄດ້​ນຳ​ມາ​ໃຫ້​ຊາວ​ກະ​ສີ​ກອນ​ຢູ່​ທີ່ນີ້.

ການຮ່ວມສຳພັນລະຫວ່າງລັດ - ນັກທຸລະກິດ - ຊາວກະສີກອນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງທ້ວນ - ảnh 1

ນິງທ້ວນໃນປະຈຸບັນ

(ພາບ: ອິນເຕີແນດ)

        ໂຄງ​ການ​ໜູນ​ຊ່ວຍການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​ຢູ່​ແຂວງ​ນິງ​ທ້ວນ (ທາງ​ທິດ​ໃຕ້​ຂອງ​ພາກ​ກາງ) ໂດຍກອງ​ທຶນ​ພັດ​ທະ​ນາ​ກະ​ສີ​ກຳ​ສາ​ກົນ (FAD) ອຸ​ປະ​ຖຳ​ ມີ​ຍອດ​ຈຳ​ນວນ​ທຶນກວ່າ 334 ຕື້​ດົ່ງ. ຄາດ​ໝາຍຂອງ​ໂຄງ​ການ ​ແມ່ນ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​​ການ​ດຳ​ລົງ​ຊີ​ວິດ​ຂອງບັນ​ດາ​ຄອບ​ຄົວ​ຊາວ​ກະ​ສີ​ກອນ​, ພິ​ເສດ​ແມ່ນ​ຢູ່ເຂດ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ໝັ້ງ​ຄົງ. ໂຄງ​ການ​ສຸມ​ໃສ່ລົງ​ທຶນ​​ເພີ່ມ​ຄວາມ​ສາ​ມາດ​ດ້ານລະ​ບຽບ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ; ພັດ​ທະ​ນາ​​ຄຸນ​ຄ່າຕ່າງໆ​ເພື່ອ​ຄົນ​ທຸກ​ຍາກ; ກໍ່​ສ້າງ ແລະ ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂັ້ນ​ຕາ​ແສງ​ຕາມ​ທິດ​ຕະຫຼາດ.

        ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ປະ​ສານ​ງານ​​ໂຄງ​ການ​ໜູນ​ຊ່ວຍ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​ແຂວງ​ນິງ​ທ້ວນ ໄດ້​ຜັນ​ຂະ​ຫ​ຍາຍການ​ພັດ​ທະ​ນາ​ຄຸນ​ຄ່າ​ຕ່າງໆເພື່ອ​ຄົນ​ທຸກ​ຍາກຢ່າງ​ທັນ​ການ. ນັບ​ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ປະ​ສານ​ງານ​​ໂຄງ​ການ​ໜູນ​ຊ່ວຍ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​ແຂວງ​ນິງ​ທ້ວນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ ຈັດຊຸດ​​ອົບ​ຮົມ​ກ່ຽວ​ກັບ​ອະ​ນາ​ໄມ​ສັດ​ຕາ​ວະ​ແພດ, ຄວາມ​ປອດ​ໄພ​ດ້ານ​ທັນ​ຍາ​ຫານ, ເຕັກ​ນິກ​ບົວ​ລະ​​ບັດ​ຕົ້ນ​ໄມ້, ສັດ​ລ້ຽງ​ຕາມ 6 ຄຸນ​ຄ່າ​ທີ່​ໄດ້​ຮັບ​ການ​ເລືອກ​ເຝັ້ນ​ 100 ກວ່າ​ຊຸດໃຫ້​ແກ່ 3000 ກວ່າ​ຄອບ​ຄົວ​ໃນ​ເຂດ​ປະ​ຕິ​ບັດ​ໂຄງ​ການ. ປ້າ ບໍ​ທິ​ລຽນ, ຊົນ​ເຜົ່າ​ຢາ​ລາຍ, ຢູ່​ຕາ​ແສງ​ເຟືອກ​ທ້າຍ, ເມືອງ​ນິງ​ເຟືອກ, ແຂວງ​ນິງ​ທ້ວນ, ໃຫ້​ຮູ້​ວ່າ:

        “ກ່ອນນີ້​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ລ້ຽງ​ສັດ, ລ້ຽງ​ງົວ, ແຕ່​ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວິ​ທີ​ລ້ຽງ​ງົວ​ເມື່ອ​ເປັນພະ​ຍາດ. ຫວັງ​ວ່າ​ຈະ​ໄດ້​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມຫຼາຍກວ່າ​ອີກ​ເພື່ອ​ລ້ຽງ​ງົວ​ຄື​ແນວ​ໃດ​ໃຫ້​ເກີດງົວ​ນ້ອຍ​ຫຼາຍ​ກວ່າ”.

ການຮ່ວມສຳພັນລະຫວ່າງລັດ - ນັກທຸລະກິດ - ຊາວກະສີກອນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງທ້ວນ - ảnh 2

ປະຊາຊົນຊົນເຜົ່າໃນແຂວງໄດ້ຮັບການອົບຮົມກ່ຽວກັບວິທີການຽງສັດ

(ພາບ: ອິນເຕີແນດ)

        ຜ່ານໂຄງ​ການໜູນ​ຊ່ວຍການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​, ບໍ່​ພຽງ​ແຕ່​ຊາວ​ເຜົ່າ​ຢາ​ລາຍ​ ເທົ່າ​ນັ້ນ, ຫາກ​ຊາວ​ເຜົ່າ​ຈຳ ​ຢູ່​ນິງ​ທ້ວນ ໄດ້ມີ​ເງື່ອນ​ໄຂ​ຊົມ​ໃຊ້​​ຜົນປະ​ໂຫຍດ​ຈາກ​ໂຄງ​ການນີ້, ພິ​ເສດ​ແມ່ນ​ຄອບ​ຄົວ​ທີ່​ທຸກ​ຍາກ. ທ່ານ​ຮ໋ານ​ເຕິ໋ນ​ຢູຍ, ຊົນ​ເຜົ່າ​ຈຳ, ຫົວ​ໜ້າ​ຄະ​ນະ​ພັດ​ທະ​ນາ​ຕາ​ແສງ​ເຟືອກທ໋າຍ, ເມືອງ​ນິງ​ເຟືອກ, ແຂວງ​ນິງ​ທ້ວນ, ໃຫ້​ຮູ້​ວ່າ:

“ໂຄງ​ການ​ໄດ້​ລົງ​ທຶນ​ເປີດ 3 ຊຸດ​​ອົບ​ຮົມແນະ​ນຳກ່ຽວ​ກັບ​ຮູບ​ແບບ​ລ້ຽງ​ງົວ, ໝູ, ແບ້, ແກະ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ອົບ​ຮົມ​ນີ້ ພໍ່​ແມ່​ປະ​ຊາ​ຊົນ​ໄດ້​​ຮູ້​ໝູນ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກເຂົ້າ​ໃນ​ການ​ຜະ​ລິດ, ລ້ຽງ​ສັດ, ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ຄ່າໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ຈາກ​ນັ້ນ​ຊ່ວຍ​ເຂົາ​ເຈົ້າ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ, ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ”.

ການຮ່ວມສຳພັນລະຫວ່າງລັດ - ນັກທຸລະກິດ - ຊາວກະສີກອນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງທ້ວນ - ảnh 3

ປະຊາຊົນຊົນເຜົ່າໃນແຂວງໄດ້ຮັບການອົບຮົມກ່ຽວກັບວິທີການປູກຝັງ

(ພາບ: ອິນເຕີແນດ)

ຄະ​ນະ​ປະ​ສານງານ​ໂຄງ​ການ​ໜູ​ນ​ຊ່ວຍ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນແຂວງ​ນິງ​ທ້ວນ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຢ່າງ​ແໜ້ນ​ແຟ້ນ, ປະ​ກອບ​ສ່ວນ​ຊ່ວຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ​ຕ່າງໆສຳ​ຜັດ​ກັບ​ວິ​ທີການ, ສ້າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ. ມ​າ​ຮອດ​ປະ​ຈຸ​ບັນ, ມີ 27 ຕາ​ແສງ​ໃນ​ເຂດ​ປະ​ຕິ​ບັດ​ໂຄງ​ການ ໄດ້​ສ້າງ​ສຳ​ເລັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມຕາມ​ທິດ​ຕະຫຼາດ​ໂດຍ​ພື້ນ​ຖານ​ແລ້ວ. ທ່ານ​ ທຽນ​ຍ່ານ, ຮອງ​ຫົວ​ໜ້າ​ຄະ​ນະ​ໜູນ​ຊ່ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ກະ​ສີ​ກຳ​ນິງ​ເຟືອກ, ແຂວງ​ນິງ​ທ້ວນ, ໃຫ້​ຮູ້​ວ່າ:

“ຜ່ານ​ແຜນ​ການ​ທີ່​ໄດ້​ວາງ​ອອກ, ພວກເຮົາ​ກໍ່ກຳ​ໄດ້​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ, ຈາກ​ນັ້ນ​​ຂະ​ແໜງ​ການ​ທຸກ​ຂັ້ນຈະສັງ​ລວມ ແລະ ສ້າງເງື່ອນ​ໄຂ​ຊ່ວຍ​ເຫຼືອ, ພິ​ເສດ​ແມ່ນ​ສຳ​ລັບຄອບ​ຄົວ​ທຸກ​ຍາກ, ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ແມ່​ຍິງ. ຜ່ານ​ແຜນ​ການ​ນັ້ນ, ທາງ​ຕາ​ແສງ​ຈະ​ຜັນ​ຂະ​ຫ​ຍາຍ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ທ້ອງ​ຖີ່ນ, ສ້າງ​ສົ້ນ​ອອກຜະ​ລິດ​ຕະ​ພັນ​ກະ​ເສດ​​ເປັນ​ປົກ​ກະ​ຕິໃຫ້ແກ່​ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຍາກ.”

​ປະ​ຈຸ​ບັນ​, ຄະ​ນະ​ປະ​ສານງານ​ໂຄງ​ການ​ໜູນ​ຊ່ວຍການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນແຂວງ​ນິງ​ທ້ວນ ພວມ​ສຸມ​ໃສ່​ຍູ້​ແຮງວຽກ​ງານ​ບຳ​ລຸງ​ສ້າງ, ອົບ​ຮົມ, ຍົກ​ສູງ​ຄວາມ​ສາ​ມາດ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ​ປະ​ຕິ​ບັດ​ໂຄງ​ການ​ຢູ່​ຕາ​ແສງ​; ສົມ​ທົບ​ກັບ​ບັນ​ດາ​ຂະ​ແໜງ​ທີ່​ກ່ຽວ​ຂ້ອງ​ໃນ​ແຂວງ​ຜັນ​ຂະ​ຫ​ຍາຍ​ການ​ເຮັດ​ປື້ມ​ຄູ່​ມື ​ແນະ​ນຳ, ໜູນ​ຊ່ວຍ​ສະ​ຫະ​ກອນ​ພັດ​ທະ​ນາ​ກະ​ສີ​ກຳ, ສ້າງ​ບັນ​ດາ​ໜ່ວຍ, ກຸ່ມ​ທີ່​ມີ​ຄວາມ​ນິ​ຍົມ​ດຽວ​ກັນ. ທ່ານ ​ຫວໍ​ທ້າຍ​ຕ໋ວນ, ຮອງ​ຫົວ​ໜ້າ​ອຳ​ນວຍ​ການ​ຄະ​ນະ​ປະ​ສານງານໂຄງ​ໜູນ​ຊ່ວຍ​ການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​ແຂວງ​ນິງ​ທ້ວນ, ໃຫ້​ຮູ້​ວ່າ:

“ໂຄງການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນ​ແຂວງ​ນິງ​ທ້ວນ ຈະ​ສຸມ​ໃສ່​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ເພື່ອໃຫ້​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ຕາ​ແສງ​ຮູ້​ຄາດໝາຍ, ໜ້າ​ທີ່ ແລະ ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ, ທີ​ສອງ​ແມ່ນ​ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ, ສະ​ເໜີ​ຂອງ​ຄະ​ນະ​ປະ​ສານ​ງານໂຄງ​ການ, ກໍ່​ຄື​ບົດ​ບາດ​ປະ​ສານ​ງານ​, ໜູນ​ຊ່ວຍຂອງ​ບັນ​ດາ​ຫົວ​ໜ່ວຍ​ເປັນ​ເຈົ້າ​ພາບ, ບັນ​ດາ​ຫົວ​ໜ່ວຍ​ປະ​ຕິ​ບັດ ເພື່ອ​ຜັນ​ຂະ​ຫ​ຍາ​ຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ໂຄງ​ການ, ຮັບ​ປະ​ກັນ​ຕາມ​ຄວາມ​ຄືບ​ໜ້າ, ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ຂອງ​ໂຄງ​ການ”.

ໂດຍ​ເສີມ​ຂະ​ຫ​ຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ໃນ​ແຂວງ​ຈະ​ເອົາ​ໃຈ​ໃສ່ ແລະ ຜັນ​ຂະ​ຫ​ຍາຍການ​ປະ​ຕິ​ບັດ​ໂຄງ​ການ​ໜູນ​ຊ່ວຍການຮ່ວມ​ສຳ​ພັນ​ລະ​ຫວ່າງ​ລັດ - ນັກ​ທຸ​ລະ​ກິດ - ຊາວ​ກະ​ສີ​ກອນຢູ່​ແຂວງ​ນິງ​ທ້ວນ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ປັບ​ປຸງ​ສິ່ງ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ຄຸນ​ນະ​ພາບ, ຄວາມ​ສາ​ມາດ​ສຳ​ຜັດ​ກັບ​ການ​ບໍ​ລິ​ການ​ດ້ານ​ເຕັກ​ນິກ, ການ​ເງິນ​ສຳ​ລັບ​ບັນ​ດາ​ຄອບ​ຄົວ​ຊາວ​ກະ​ສີ​ກອນ, ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສີ​ກຳ, ຊົນ​ນະ​ບົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ