ຄວາມປະທັບໃຈໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ບ້ານເລິມດົງ ຢູ່ ຮ່າຢາງ

(VOVWORLD) -ໃນໄລຍະຜ່ານມາ ດ້ວຍຈຸດໝາຍອະນຸລັກຮັກສາວັດທະນະທຳບັນດາເຜົ່າຢູ່ບໍລິເວນ, ແຂວງ ຮ່າຢາງໄດ້ຂະຫຍາຍຫລາຍໝູ່ບ້ານທ່ອງທ່ຽວວົງຄະນາຍາດ, ໃນນັ້ນ ມີໝູ່ບ້ານວັດທະນະທຳວົງຄະນາຍາດຊາວເຜົ່າໄຕ ຢູ່ ບ້ານ ເລິມດົງ ຕາແສງ ເຟືອງທ້ຽນ, ນະຄອນ ຮ່າຢາງ. ນີ້ບໍ່ພຽງແຕ່ແມ່ນບ່ອນຕ້ອນຮັບ ແລະ ແມ່ນບ່ອນພັກອາໄສໃຫ້ນັກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດມາຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າອີກດ້ວຍ.

ບ້ານເລິມດົງ ຢູ່ ຕາແສງ ເຟືອງທ້ຽນ ຕັ້ງຢູ່ທາງທິດໃຕ້ຂອງນະຄອນ ຮ່າຢາງ ແມ່ນແຫ່ງດຳລົງຊີວິດຂອງຊາວເຜົ່າໄຕ. ບັນດາເຮືອນຮ້ານຢູ່ທີ່ນີ້ແມ່ນຕັ້ງສະຫລັບສັບຊ້ອນລະຫວ່າງທົ່ງນາ, ຮົ່ມໄມ້ທີ່ມີອາຍຸຫຼາຍປີຂຽວເຢັນສະບາຍ.

ຍ່າງຕາມເສັ້ນທາງເບຕົງເຂົ້າໄປໃຈກາງຕາແສງ, ຢູ່ທາງໄກ ນັກທ່ອງທ່ຽວສາມາດໄດ້ຍິນສຽງຂັບຮ້ອງພ້ອມກັບບັນດາທຳນອງຂັບແທນທີ່ມ່ວນອ່ອນຊອນຂອງປະຊາຊົນບັນດາເຜົ່າຢູ່ທີ່ນີ້. ສຳລັບປະຊາຊົນຊາວເຜົ່າໄຕ, ບັນດາທຳນອງຂັບແທນແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ສະນັ້ນ ແຕ່ລະບ້ານລ້ວນແຕ່ມີສະໂມສອນຂັບແທນ ທັງເປັນການອະນຸລັກຮັກສາ ທັງຖ່າຍທອດໃຫ້ລຸ້ນຫນຸ່ມ ແລະ ເພື່ອແນະນຳໃຫ້ນັກທ່ອງທ່ຽວຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ທ່ານ ຫງວຽນທາຍຮອັກ ຢູ່ ບ້ານເລິມດົງ ໃຫ້ຮູ້ວ່າ:

        “ທຳນອງຂັບແທນ, ພິນຕີງແມ່ນສິ່ງທີ່ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈທີ່ສຸດ. ກ່ອນນີ້ ຂ້າພະເຈົ້າກໍ່ໄດ້ຮຽນຂັບແທນຈາກພໍ່ເຖົ້າ. ປະຈຸບັນ ຂ້າພະເຈົ້າແມ່ນຫົວຫນ້າສະໂມສອນຂັບແທນພິນຕີງເຕົ້າໂຮມຜູ້ອາຍຸສູງໄດ້ 16 ຄົນເຂົ້າຮ່ວມ. ນອກນັ້ນ ຂ້າພະເຈົ້າຍັງແນະນຳໃຫ້ຊາວຫນຸ່ມ, ແມ່ຍິງລຸ້ນຕ່າງໆເຂົ້າຮ່ວມອີກດ້ວຍ.”

ປີ 2014, ບ້ານເລິມດົງ ເລີ່ມຕົ້ນການກໍ່ສ້າງໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ. ວຽກທຳອິດ ພໍ່ແມ່ປະຊາຊົນໄດ້ກໍ່ສ້າງເສັ້ນທາງເບຕົງ ຈາກທາງຫລວງຮອດຫໍວັດທະນະທຳ ແລະ ເສັ້ນທາງນ້ອຍໄປເຖິງບັນດາຄອບຄົວ. ຕໍ່ມາແມ່ນຮັກສາບັນດາເຮືອນຮ້ານພື້ນເມືອງ, ຮີດຄອງປະເພນີ ແລະ ບັນດາທຳນອງເພງພື້ນເມືອງ. ພາຍຫລັງເກືອບ 3 ປີແຫ່ງການກໍ່ສ້າງ ຕົ້ນເດືອນຕຸລາປີ 2017 ບ້ານເລິມດົງ ໄດ້ຮັບຮອງເປັນໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດຈາກ ແຂວງ ຮ່າຢາງ. ຕາມທ່ານ ມາຍແທງນາມ, ພະນັກງານຢູ່ບ້ານເລິມດົງໃຫ້ຮູ້ວ່າ: ນັບແຕ່ເມື່ອໄດ້ຮັບການຮັບຮອງແມ່ນໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ມາຮອດປະຈຸບັນ ຈຳນວນແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ມາຢ້ຽມຢາມນັບມື້ນັບເພີ່ມຂຶ້ນ.

        “ຢາກດຶງດູດນັກທ່ອງທ່ຽວ ກ່ອນອື່ນໝົດ ແມ່ນກ່ຽວກັບຮີດຄອງປະເພນີ ຍາມໃດກໍ່ຕ້ອງຮັກສາ ເສີມຂະຫຍາຍ. ເມື່ອນັກທ່ອງທ່ຽວພັກອາໄສຢູ່ທີ່ນີ້ ພວກຂ້າພະເຈົ້າມີກອງສິລະປະກອນເພື່ອສະແດງໃຫ້ເຂົາເຈົ້າຊົມ. ນັກທ່ອງທ່ຽວມານີ້ສ່ວນຫລາຍແມ່ນມັກທີ່ສຸດ. ນອກນັ້ນ ນັກທ່ອງທ່ຽວຍັງໄດ້ເຂົ້າຮ່ວມການດຳເນີນຊີວິດປະຈຳວັນກັບຊາວບ້ານເລິມດົງອີກດ້ວຍ.”

ບ້ານເລິມດົງ ມີກວ່າ 200 ຄອບຄົວ, ໃນນັ້ນ ມີ 14 ຄອບຄົວຈົດທະບຽນເຮັດບໍລິການທ່ອງທ່ຽວວົງຄະນາຍາດ, 10 ຄອບຄົວມີແຂກມາພັກອາໄສເປັນປະຈຳ. ທ່ານ ດາມດຶກສຽມ ຊື່ງແມ່ນຜູ້ເຮັດບໍລິການທ່ອງທ່ຽວວົງຄະນາຍາດໃຫ້ຮູ້ວ່າ: ຄອບຄົວຂອງທ່ານ ໄດ້ລົງທຶນດ້ວຍມູນຄ່າກວ່າ 1 ຕື້ດົງ ເພື່ອສ້ອມແປງເຮືອນຮ້ານ, ຊື້ວັດຖຸເຄື່ອງຂອງຮັບໃຊ້ນັກທ່ອງທ່ຽວ. ທ່ານແບ່ງປັນວ່າ ບ້ານເລິມດົງ ມີທິວທັດທຳມະຊາດສວຍງາມ ອາກາດປອດໂປ່ງ, ສະຫງົບງຽບ ສະນັ້ນ ນັກທ່ອງທ່ຽວສາກົນມັກມາພັກຜ່ອນ ແລະ ຊອກຮູ້ຈຸດວັດທະນະທຳຂອງຊາວເຜົ່າໄຕຢູ່ບ້ານນີ້.

ຄວາມປະທັບໃຈໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດ ບ້ານເລິມດົງ ຢູ່ ຮ່າຢາງ - ảnh 1 ແຂກທ່ອງທ່ຽວຢ້ຽມຊົມຮ້ານວາງຂາຍສິນຄ້າຢູ່ບ້ານເລິມດົງ, ແຂວງຮ່າຢາງ

(ພາບ:baohagiang.vn)

ເລື່ອງກໍ່ສ້າງໝູ່ບ້ານວັດທະນະທຳທ່ອງທ່ຽວວົງຄະນາຍາດເຜົ່າໄຕ ຢູ່ ບ້ານເລິມດົງ ໄດ້ຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດເປັນປົກກະຕິ, ໝັ້ນຄົງ. ທ່ານ ດາມກວກໂຮ່ຍ, ນາຍບ້ານ ເລິມດົງ ໃຫ້ຮູ້ວ່າ: ພໍ່ແມ່ພີ່ນ້ອງເຮັດບໍລິການທ່ອງທ່ຽວ ຍາມໃດກໍ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມທຳມະຊາດ ແລະ ອະນຸລັກຮັກສາເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ.

        “ນັບແຕ່ເມື່ອສ້າງຕັ້ງໝູ່ບ້ານວັດທະນະທຳມາຮອດປະຈຸບັນ, ພໍ່ແມ່ປະຊາຊົນໃນບ້ານໄດ້ແນະນຳ, ໂຄສະນາພາບພົດບ້ານເກີດເມືອງນອນໃຫ້ນັກທ່ອງທ່ຽວຕ່າງປະເທດ ແລະ ພາຍໃນປະເທດ  ແລະ ພາເຂົາເຈົ້າໄປຢ້ຽມຊົມທັດສະນີຍະພາບບາງແຫ່ງ. ປະຈຸບັນ ຊາວບ້ານພວມສ້າງບັນດາມໍລະດົກຂອງຊາວເຜົ່າໄຕ. ນັກທ່ອງທ່ຽວຕ່າງປະເທດມານີ້ເຂົາເຈົ້າຢາກຄົ້ນຫາ ແລະ ຢາກໄດ້ເຂົ້າຮ່ວມການດຳເນີນຊີວິດປະຈຳວັນຄື: ດຳນາ, ໄຖນາ… ພ້ອມກັບຊາວບ້ານ”

ດ້ວຍບັນດາເຮືອນຮ້ານມຸງດ້ວຍໃບໝາກຄໍ້ຫລັງອີງໃສ່ພູ, ບ້ານເລິມດົງ ປຽບເຫມືອນບ້ານທີ່ຕັ້ງຢູ່ທ່າມກາງເຂດພູຜາປ່າໄມ້ ໄຕບັກ. ມາຢ້ຽມຢາມ ຮ່າຢາງ ບ້ານເລິມດົງ ແມ່ນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ຍ້ອນຄວາມສວຍສົດງົດງາມຂອງທິວທັດທຳມະຊາດ ແລະ ຄວາມໃກ້ຊິດສະຫນິດສະຫນົມຂອງປະຊາຊົນຢູ່ທີ່ນີ້ໄດ້ເຮັດໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມແລ້ວຢາກກັບຄືນມາອີກຄັ້ງໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ