ຄວາມອີ່ມໜຳສຳລານຢູ່ເຂດປູກຕົ້ນແຄະໃນແຂວງອຽນບ໋າຍ

(vovworld) - ​ໃນ​ຊຸມ​ປີ​ຕົ້ນ​ສະ​ຕະ​ວັດ​ທີ 70, ມີຫຼາຍ​ທ້ອງ​ຖິ່ນ​ຢູ່​ເມືອງ ວັນ​ອຽ​ນ, ແຂວງ ອຽນ​ບ໋າຍ, ໄດ້​ປຸກ​ລະ​ດົມ​​ຮູບ​ແບບ​ການ​ປູກ​​ຕົ້ນ​ແຄະ​ຢ່າງ​ກ້​ວາງ​ຂວາງ. ​ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ຕົ້​ນ​ແຄະ​ໄດ້​ກາຍ​ເປັນ​ຕົ້​ນ​ໄມ້​ຕົ້ນ​ຕໍ​ຂອງ​ທ້ອງ​ຖິ່ນ, ສະ​ໜິດ​ຕິດພັນ ແລະ ນຳ​ມາ​ເຊິ່ງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກ່​ວາ​ໃຫ້​ແກ່​ນັບ​ພັນ​ຄອ​ບ​ຄົວ, ພິ​ເສດ​ແມ່​ນ​ບັນ​ດາ​ຄອບ​ຄົວ​ຊາວ​ເຜົ່າ​ຢ້າວ. ບົດ​ຂຽນ “ຄວາມ​ອີ່ມ​ໜຳ​ສຳ​ລານ​ຢູ່​ເຂດ​ປູ​ກ​ຕົ້ນ​ແຄະ​ໃນ​ແຂວງ​ອຽນ​ບ໋າຍ” ຂອງ ດິ່ງ​ຕ໋​ວນ, ນັກ​ຂ່າວ VOV.

ຄວາມອີ່ມໜຳສຳລານຢູ່ເຂດປູກຕົ້ນແຄະໃນແຂວງອຽນບ໋າຍ - ảnh 1
ເປືອກ​ແຄະ​ວັນ​ອຽນ


        ຄອບ​ຄົວ​ທ່ານ ຈ້ຽວ​ຕ໋ຽ​ນ​ບ໋າວ, ຢູ່​ບ້ານ ເຄ​ເລີ້, ຕາ​ແສງ ຫວຽນ​ເຊີນ ມີ​ເນື້ອ​ທີ່​ດິນ​ປູກ​​ຕົ້ນແຄະ​ປະ​ມານ 20 ເຮັກ​ຕາ. ເມື່ອ​ລູກ​ເຕົ້າ​ສ້າງ​ຄອບ​ຄົວ, ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ ຢ້າວ​ແລ້ວ, ທ່ານ ບ໋າ​ວ ກໍ່ແບ່ງ​​ດິນໃຫ້​ລູກ​ຂອງ​ຕົນ​​ຜູ້​ລະ​ແຕ່ 2 – 3 ເຮັກ​ຕາ​ເພື່ອ​ເປັນ​ທຶນ. ປະ​ຈຸ​ບັນ, ຜົວ​ເມຍ​ຂອງ​ທ່ານ ບ໋າວ ຍັງ​ມ​ີ​ເນື້ອ​ທີ່​ປູກ​ຕົ້ນ​ແຄະ​ກ່​ວາ 5 ເຮັກ​ຕາ. ບໍ່​ພຽງ​ແຕ່​ບົວ​ລະ​ບັດ​ຮັກ​ສາ ແລະ ເກັບ​ກ່ຽວ​​ເປືອກແຄະ​ເທົ່າ​ນັ້ນ, ຄອບ​ຄົວ​ທ່ານ ບ໋າວ​ ຍັງ​ເປັນ​​ຕົວ​ແທນ​ຈຳ​ໜ່າຍ​ເປືອກ​ແຄະ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ບ້ານ, ​ຕາ​ແສງ​ອີກ​ດ້ວຍ. ລາ​ຄາ​​ເປືອກແຄະ ແລະ ຕະຫຼາດ​ຈຳ​ໜ່າຍ​ເປັນ​ປົກ​ກະ​ຕິ ດັ່ງ​ນັ້ນ ໃນ​ຊຸມ​ປີມໍ່ໆ​ມານີ້, ປີ​ໃດ​ຄອບ​ຄົວ​ຂອງ​ທ່ານ​​ສ້າງ​ລາຍ​ຮັບ​ໄດ້ເກືອບ 200 ລ້ານ​ດົ່ງ. ທ່ານ ຈ້ຽວ​ຕ໋ຽ​ນ​ບ໋າວ, ໃຫ້​ຮູ້​ວ່າ:

        “ຕົ້ນ​ແຄະ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສ​ູງ ດັ່ງ​ນັ້ນ​​ຈຶ່ງສ້າງ​​ເປັນຂະ​ບວນ​ການ​ທຸກ​ຄອບ​ຄົວ, ທຸກຄົນ​ລ້ວນ​ແຕ່​ປູກ​ແຄະ. ຕົ້ນ​ແຄະ​ໄດ້​ສະ​ໜິດ​ຕິດ​ພັນ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ດັ​່ງນັ້ນ​​ຈຶ່ງບໍ່​ສາ​ມາດ​ປະ​ລະ​ໄດ້, ພາ​ຍຫຼັງ​ເກັບ​ກ່ຽວ​ເປືອກ​ແຄະ​ແລ້ວ​ເຂົາ​ເຈົ້າກໍ່​ສືບ​ຕໍ່​ປູກ​ຕື່ມ​ອີກ. ປູກ​ຕົ້ນ​ແຄະ​ມີ​ລາຍ​ຮັບ​ດີ​ດັ່ງ​ນັ້ນ​ພໍ່​ແມ່​ປະ​ຊາ​ຊົນ​ຈຶ່ງ​ມີ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ”

        ປ້າ ດັ້ງ​ກິມ​ແທງ ຢູ່​ບ້ານ 1, ຕາ​ແສງ ດ້າຍ​ເຊີນ, ເມືອງວັນ​ອຽນ, ໄດ້​ແບ່ງ​ປັນ​ວ່າ:

        “ກ່ອນນີ້, ຄອ​ບ​ຄົວ​ຂ້າ​ພະ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ມີ​ແຕ່​ເຮັດ​ນາ, ນັບ​ແຕ່​ເມື່ອ​ຫັນ​​ມາ​ປູກ​ຕົ້ນ​ແຄະ​ນັ້ນ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ປູກ​ຕົ້ນ​ແຄະ​ໄດ້​ໃນ​ເນື້ອ​ທີ່ 5, 6 ເຮັກ​ຕາ. ​ເມື່ອ​ຕົ້ນ​ແຄະ​​ມີ​ອາ​ຍຸໄດ້ 5, 6 ປີ ຈຶ່ງ​ຄ່ອຍໆ​ເກັບ​​ກ່ຽວ, ຈາກນັ້ນ ເສດ​ຖະ​ກິດ​ຄອບ​ຄົວ​ກໍ່​​ຄ່ອຍດີ​ຂຶ້ນ, ​ມີ​ເງິນຊື້​ເຄື່ອງ​ຂອງ​ໃນ​ຄອບ​ຄົວ, ​ມີ​ດິນລ້ຽງ​ລູກ​​ໄດ້ຮ່ຳ​​ໄດ້ຮຽນ​ແລ້ວ, ຊື້​ພາ​ຫະ​ນະ​ໄປ​ມາອີກ.”

        ໃນ​ຊຸມ​ປີ​ຜ່ານ​ມາ, ເມືອງ ວັນ​ອຽນ ຍາມ​ໃດ​ກໍ່​ກຳ​ນົດ​ຕົ້ນ​ແຄະ​ເປັນ​ຕົ້ນ​ໄມ້​​ປູກ​ປະ​ເພດຕົ້ນ​ຕໍ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ບັນ​ດາ​ຕາ​ແສງ​ຄື: ດ້າຍ​ເຊີນ, ຫວຽນ​ເຊີນ, ໝໍ​ວ່າງ, ຊວນ​ເຕີ່ມ, ເຈົາ​ເກ​໋ວ​ຫ້າ, ຟ​ອງ​ຢູ້​ຫ້າ, ຟອງ​ຢູ້​ເທື້ອງ ແລະ ເຕີນ​ເຮີບ ແມ່ນ​ບັນ​ດາ​ເຂດ​ປູກ​ຕົ້ນ​ແຄະ​ຈຸດ​ສຸມ​ຂອງ​ເມືອງ. ເພື່ອ​ໜູນ​ຊ່ວຍ​ຜູ້​ປູກ​ຕົ້ນ​ແຄະ​ຮັກ​ສາ​ເນື້ອ​ທີ່​ປູກ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ເມືອງ ວັນ​ອຽນ ໄດ້​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ກ່ຽວ​ກັບ​ດ້ານ​ແນວ​ພັນ, ສົມ​ທົບ​ກັບ​ບາງ​ໂຄງ​ການ, ​ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຂຸດ​ຄົ້ນ ແລະ ບົວ​ລະ​ບັດ​ຮັກ​ສາ​ຕົ້ນ​ແຄະ. ພິ​ເສດ, ໃນ​ແຜນ​ການ​ປູກ​ປ່າ​ແຕ່​ລະ​ປີຂອງ​ເມືອງ, ເນື້ອ​ທີ່​ປູກ​ຕົ້ນ​ແຄະ​ຍາມ​ໃດ​ກໍ່​ກວມ​ກ່​ວາ 80%. ທ່ານ ຮ່​ວາງ​ວັນ​ມີງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ດ້າຍ​ເຊີນ, ເມືອງວັນ​ອຽນ, ໃຫ້​ຮູ້​ວ່າ:

        “ອຳ​ນາ​ດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ປຸກ​ລະ​ດົມ​ທົ່ວ​ປວງ​ຊົນ​ປູກ​ຕົ້ນ​ແຄະ. ຢູ່​ຕາ​ແສງ ດ້າຍ​ເຊີນ ຂອງພວກ​ຂ້າ​ພະ​ເຈົ້າ, ຊົນ​ເຜົ່າ​ຢ້າວ​ກວມ​ກ່​ວາ 70%. ກ່ອນນີ້, ​ ມີກ່​ວາ 50%  ຄອບ​ຄົວ​ໃນ​ຕາ​ແສງປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ, ມາ​ຮອ​ດ​ປະ​ຈຸ​ບັນ, ຈຳ​ນວນ​ຄອບ​ຄົວປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​​ນັ້ນໄດ້​ຫລຸດ​ລົງຫຼາຍ​ຍ້ອນ​ການ​ປູກ​ຕົ້ນ​ແຄະ. ປະ​ຈຸ​ບັນ, ​100% ຄອບ​ຄົວຢູ່​ຕາ​ແສງ ດ້າຍ​ເຊີນ ​ລ້ວນ​ແຕ່ປູກ​ຕົ້ນ​ແຄະ.”

        ປະ​ຈຸ​ບັນ, ວັນ​ອຽນ ແມ່ນ​ທ້ອງ​ຖິ່ນ​ມີ​ເຂດ​ປູກ​ຕົ້ນ​ແຄະ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ເນື້ອ​ທີ​່ດິນ​ກ່​ວາ 40.000 ເຮັກ​ຕາ, ກວມ 70% ປະ​ລິ​ມານ​​ການ​ຜະ​ລິດຂອງ​ທົ່ວ​ແຂວງ ອຽນ​ບ໋າຍ, ແຕ່​ລະ​ປີ​​ສ້າງ​ລາຍ​ຮັບ​ໄດ້​ກ່​ວາ 400 ຕື້​ດົ່ງ​ໃຫ້​ແກ່​ຊາວ​ກະ​ສິ​ກອນ. ປີ 2011, ກົມ​ຊັບ​ສິນ​ທາງ​ປັນ​ຍາ - ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ໄດ້​ສະ​ໜອງ​ໃບ​ຢັ້ງ​ຢືນ​ອາ​ລັກ​ຂາ​ແນະ​ນຳ​ດ້ານ​ພູມ​ສາດ, ເປັນ​ພື້ນ​ຖານ​ເພື່ອ​ເສີມ​ຂະ​ຫຍາຍ​ມູນ​ຄ່າ​ຂອງ​ຕົ້ນ​ແຄະ​ຢູ່​ທີ່ນີ້. ທ່ານ ຫວູ​ກວາງ​ຫາຍ, ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ ເມືອງ ວັນ​ອຽນ, ແຂວງ ອຽນ​ບ໋າຍ, ໃຫ້​ຮູ້​ວ່າ: ດ້ວຍ​ບັນ​ດ​ທ່າ​ແຮງ ແລະ ຄວາມ​ເໝາະ​ສົມ, ຕົ້ນ​ແຄະ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ກຳ​ນົດ​ເປັນ​ຕົ້​ນ​ໄມ້​​ປະ​ເພດຕົ້ນ​ຕໍ​ຂອງ​ທ້ອງ​ຖິ່ນ:

        “ຕົ້ນ​ແຄະ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​​ດ້ານເສ​ດ​ຖະ​ກິດ​ສູງ. ພວກ​ຂ້າ​ພະ​ເຈົ້າ​ພວມ​ສືບ​ຕໍ່​ເປີດກວາງ​ເນື້ອ​ທີ່, ບົນ​ພື້​ນ​ຖານນັ້ນ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​​ເປຶອກແຄະ ວັນ​ອຽນ, ຮັກ​ສາ​ການ​ແນະ​ນຳ​ດ້ານ​ພູມ​ສາດ​​ຂອງ​ເປືອກແຄະ ວັນ​ອຽນ. ທີ່​ໜຶ່ງ​ແມ່ນ​ຜ​ະ​ລິດ​ເປື​ອກ​ແຄະ​​ທີ່ມີ​ເຄື່ອງ​ໝ​າຍ​ການ​ຄ້າ, ທີ​ສອງ​ແມ່ນ​ຜະ​ລິດຫົວ​ນ້ຳ​ຫອມ​ເປືອກແຄະ ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ, ທີ​ສາມ​ແມ່ນຜະ​ລິດ​​ໄມ້​ອັດ, ໄມ້​ແປ້ນ​ຢູ່​ທ້ອງ​ຖິ່ນກໍ່​ຄື​ສົ່ງ​ອອກ.”

        ​ຕົ້ນ​ແຄະ​ນັບ​ມື້​ນັບ​ຂຽວ​ອ​່ມ​ທຸ່ມໃນ​ເຂດ​ພູ​ພຽງ ວັນ​ອຽນ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຄວາມ​ຮັ່ງ​ມີ, ພ້ອມ​ທັງ​ປົກ​ຄຸມ​ເຂດ​ໂນນ​ພູ​ຫົວ​ໂລ້​ນ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບອີກ​ດ້ວຍ. ແຕ່​ປີ 2015 ມາ​ຮອດ​ປະ​ຈຸ​ບັນ, ງານ​ບຸນເປືອກ​ແຄະ​ວັນ​ອຽນ ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື​ດັ່ງ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ແນະ​ນຳ​ເຂດ​ດິນ​ແດນ, ປະ​ຊາ​ຊົນ ວັນ​ອຽນ ເຖິງ​ເພື່ອນ​ມິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        


ຕອບກັບ

ຂ່າວ/ບົດ​ອື່ນ