ຈຽງຊົມ: ບໍລິການທ່ອງທ່ຽວວົງຄະນາຍາດໄດ້ເຮັດໃຫ້ໂສມຫນ້າຊົນນະບົດໃຫມ່ມີການປ່ຽນແປງ

(VOVWORLD) -ນັບແຕ່ປີ 2015, ຕາແສງ ຈຽງຊົມ ແມ່ນຕາແສງທຳອິດຂອງນະຄອນ ເຊີນລາ ແລະ ແຂວງ ເຊີນລາ ບັນລຸມາດຖານຊົນນະບົດໃຫມ່. ພາຍຫລັງ 3 ປີບັນລຸມາດຖານຊົນນະບົດໃຫມ່, ຕາແສງ ຈຽງຊົມປະຈຸບັນ ໄດ້ມີໂສມຫນ້າໃຫມ່ ດ້ວຍບັນດາໝູ່ບ້ານຂຽວ ສະອາດ ແລະ ສວຍງາມ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ. ປະຈຸບັນ ຕາແສງ ຈຽງຊົມ ພວມຍູ້ແຮງຮູບແບບເສດຖະກິດໃຫມ່ ນັ້ນແມ່ນພັດທະນາການທ່ອງທ່ຽວວົງຄະນາຍາດ. ຜ່ານນັ້ນ ໄດ້ຊ່ວຍໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ, ພ້ອມທັງ ສືບຕໍ່ຮັກສາ ແລະ ພັດທະນາບັນດາມາດຖານກໍ່ສ້າງຊົນນະບົດໃຫມ່ແຫ່ງຊາດ.

ຈຽງຊົມ: ບໍລິການທ່ອງທ່ຽວວົງຄະນາຍາດໄດ້ເຮັດໃຫ້ໂສມຫນ້າຊົນນະບົດໃຫມ່ມີການປ່ຽນແປງ - ảnh 1 ປະຈຸບັນ ຕາແສງ ຈຽງຊົມ ພວມຍູ້ແຮງຮູບແບບເສດຖະກິດໃຫມ່ 

ຕາແສງ ຈຽງຊົມ ຫ່າງຈາກນະຄອນ ເຊີນລາ ພຽງ 3 ກິໂລແມັດ, ນີ້ແມ່ນບ່ອນດຳລົງຊີວິດຂອງ 6 ຊົນເຜົ່າອ້າຍນ້ອງ, ໃນນັ້ນ ສ່ວນຫລາຍແມ່ນເຜົ່າຜູ້ໄທ ກວມເອົາປະມານ 90%. ຜ່ານໄລຍະຫລາຍປີ, ຍ້ອນປະຊາຊົນທ້ອງຖິ່ນດຳລົງຊີວິດດ້ວຍອາຊີບປູກຝັງ ແລະ ລ້ຽງສັດເປັນຕົ້ນ ສະນັ້ນ ໄດ້ສ້າງເປັນບັນດາທົ່ງນາກວ້າງໃຫຍ່ ຂຽວສົດງົດງາມຢູ່ເປີ້ນພູ ພ້ອມກັບສີສັນວັດທະນະທຳຊົນເຜົ່າທີ່ມີມາແຕ່ດົນນານ ແລະ ປະຊາຊົນບັນດາເຜົ່າລ້ວນແຕ່ແມ່ນຜູ້ຮັກແພງແຂກຄົນ, ມີຄວາມເປີດອົກເປີດໃຈ ໄດ້ສ້າງເງື່ອນໄຂດີທີ່ສຸດເພື່ອເຮັດບໍລິການທ່ອງທ່ຽວວົງຄະນາຍາດ. ທ່ານ ແລ່ວວັນເຫືອງ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຈຽງຊົມ ນະຄອນ ເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ໃນໄລຍະຈະມາເຖິງ ອຳນາດການປົກຄອງຕາແສງ ຈຽງຊົມ ຍັງຄົງສືບຕໍ່ຂົນຂວາຍ, ໂຄສະນາພິເສດບໍ່ສະເພາະບ້ານ ຫຸ້ມ ເທົ່ານັ້ນ ຫາກຍັງໂຄສະນາໄປເຖິງບ້ານ ພຽງງົ່ວ, ບ້ານຕົງ, ບ້ານ ຕົງນ້ອຍ ອີກດ້ວຍ ເພື່ອສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງບັນດາບ້ານດັ່ງກ່າວ. ບັນຫາທີ 2 ແມ່ນຟື້ນຟູຄືນບັນດາຂະແຫນງອາຊີບທີ່ເປັນມູນເຊື້ອຄື: ອາຊີບຈັກສານ, ຕ່ຳແຜ່ນແພພື້ນເມືອງ, ບັນດາງານບຸນປະເພນີ ຄື ຟ້ອນແຊ່ວ, ບັນດາປະເພດກິລາພື້ນເມືອງຂອງຊາວຊົນເຜົ່າ ເພື່ອເຮັດແນວໃດບໍ່ຖືກສູນຫາຍ ແລະ ຖືນີ້ແມ່ນຄວາມສາມາດບົ່ມຊ້ອນເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມທ້ອງຖິ່ນນັບມື້ນັບຫລາຍ.”

ບ້ານຫຸ້ມ, ຕາແສງ ຈຽງຊົມ ນະຄອນ ເຊີນລາ ແຂວງ ເຊີນລາ ກ່ອນນີ້ ກໍ່ແມ່ນບ້ານປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນເຮັດເສດຖະກິດຈາກການປູກສາລີ ແລະ ປູກເຂົ້າເປັນຕົ້ນ, ສະນັ້ນ ລຳບາກກາກກຳຫລາຍ ແລະ ການເກັບກ່ຽວກໍ່ບໍ່ໄດ້ຮັບຜົນດີ. ມາຮອດປີ 2012, ດ້ວຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວກ່ຽວກັບພູມີສັນຖານ, ອາກາດປອດໂປ່ງ… ບ້ານຫຸ້ມ ໄດ້ຮັບການເລືອກເຟັ້ນຈາກຕາແສງ ຈຽງຊົມ ເປັນບ້ານທ່ອງທ່ຽວວົງຄະນາຍາດຂອງຕາແສງ. ຍ້ອນເຮັດວຽກງານໂຄສະນາເປັນຢ່າງດີ, ແລະ ລະດົມທັງລະບົບການເມືອງ, ປະຊາຊົນເຂົ້າຮ່ວມ, ສະນັ້ນ ເສດຖະກິດຂອງບ້ານມີການຫັນປ່ຽນຢ່າງຕັ້ງຫນ້າ, ລາຍຮັບ ແລະ ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນປີນີ້ສູງກວ່າປີກອ່ນ, ຮອດປີ 2017 ລາຍຮັບສະເລ່ຍແມ່ນບັນລຸ 2,5 ລ້ານດົງ/ຄົນ/ເດືອນ.

ພົ້ນເດັ່ນຄືຄອບຄົວຂອງ ທ່ານ ກວ່າງວັນຟອງ, ແມ່ນຄອບຄົວຫນຶ່ງໃນບ້ານຫຸ້ມ ໄດ້ມີຄວາມກ້າກັ່ນຫັນທິດມາເຮັດບໍລິການທ່ອງທ່ຽວວົງຄະນາຍາດ. ປີ 2017, ນະຄອນ ເຊີນລາ ໄດ້ຫນູນຊ່ວຍໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍຕ່ຳ ແລະ ລົງທຶນບັນດາອຸປະກອນທີ່ຈຳເປັນຕື່ມອີກ, ຄອບຄົວຂອງທ່ານ ກວ່າງວັນຟອງ ໄດ້ລົງທຶນ, ສ້ອມແປງເຮືອນຮ້ານທີ່ມີຢູ່ແລ້ວ, ຫັນປ່ຽນເນື້ອທີ່ເຮັດກະສິກຳທີ່ບໍ່ໄດ້ຮັບຜົນດີມາປູກຕົ້ນໄມ້ກິນໝາກ ຮັບໃຊ້ແຂກທ່ອງທ່ຽວ. ສະເພາະປີຜ່ານມາ, ຈຳນວນນັກທ່ອງທ່ຽວມາພັກອາໄສຢູ່ຄອບຄົວທ່ານໄດ້ເພີ່ມຂຶ້ນສູງ, ນຳມາເຊິ່ງລາຍຮັບເກືອບ 100 ລ້ານດົງ. ທ່ານ ກວ່າງວັນຟອງ, ເຈົ້າຂອງ Homestay ລອງຈາງ ຢູ່ ບ້ານຫຸ້ມ ຕາແສງ ຈຽງຊົມ ໃຫ້ຮູ້ວ່າ: ເຮັດບໍລິການ ທ່ອງທ່ຽວວົງຄະນາຍາດ ບໍ່ຫຍຸ້ງຍາກຄືເຮັດໄຮ່ໄຖນາ ຫາກນຳມາເຊິ່ງລາຍຮັບສູງກວ່າ. ນອກນັ້ນ ເຮັດບໍລິການທ່ອງທ່ຽວ ເຮືອນຊານບ້ານຊ່ອງຍາມໃດກໍ່ສະອາດ, ຜ່ານນັ້ນ ປະກອບສ່ວນຮັກສາມາດຖານກ່ຽວກັບສິ່ງແວດລ້ອມໃນປະມວນມາດຖານຊົນນະບົດໃຫມ່.

“ນັບແຕ່ເມື່ອເຮັດບໍລິການທ່ອງທ່ຽວວົງຄະນາຍາດ ລາຍຮັບຂອງຄອບຄົວແມ່ນສູງກວ່າ, ກອ່ນນີ້ແມ່ນຫຍຸ້ງຍາກຫລາຍ ແຕ່ປະຈຸບັນ ເຮັດບໍລິການທ່ອງທ່ຽວ Homestay ໄດ້ນຳມາເຊິ່ງລາຍຮັບຫລາຍພໍສົມຄວນ ເມື່ອທຽບໃສ່ການເຮັດໄຮ່ໄຖນາ ເຮັດໃຫ້ ຊີວິດການເປັນຢູ່ຂອງຄອບຄົວມີຄວາມອີ່ມໜຳສຳລານສົມບູນພູນສຸກກວ່າ.”

ຈຽງຊົມ: ບໍລິການທ່ອງທ່ຽວວົງຄະນາຍາດໄດ້ເຮັດໃຫ້ໂສມຫນ້າຊົນນະບົດໃຫມ່ມີການປ່ຽນແປງ - ảnh 2 ຮູບແບບ  Homestay ຢູ່ ຕາແສງ ຈຽງຊົມ ພວມໄດ້ຮັບການຍູ້ແຮງ

        ຄອບຄົວເອື້ອຍແລ່ວມີງເຈົາ ຢູ່ບ້ານຫຸ້ມເຊັ່ນດຽວກັນ ກໍ່ມີຄວາມກ້າກັ່ນໃນການເຮັດບໍລິການວົງຄະນາຍາດມາເປັນເວລາຫລາຍປີແລ້ວ.  ຮອດປີ 2017 ນະຄອນ ເຊີນລາ ໄດ້ຫນູນຊ່ວຍລົງທຶນໃຫ້ຄອບຄົວຕື່ມອີກ ສະນັ້ນ Homestay ມີງເຈົາ ຂອງເອື້ອຍ ມີຄວາມສວຍງາມກວ່າ, ສະອາດເປັນລະບຽບຮຽບຮ້ອຍກວ່າຫລາຍ ເມື່ອທຽບໃສ່ກ່ອນນີ້. ຈາກນັ້ນ ນັກທ່ອງທ່ຽວກໍ່ມາພັກອາໄສຢູ່ Homestay ຂອງເອື້ອຍຫລາຍກວ່າ.

        “ຄອບຄົວຂ້າພະເຈົ້າໄດ້ກຳນົດທິດໃນໄລຍະຈະມາເຖິງຢາກກໍ່ສ້າງບ້ານທ່ອງທ່ຽວວົງຄະນາຍາດ, ຈະຂົນຂວາຍພໍ່ແມ່ປະຊາຊົນປູກຕົ້ນໄມ້ຂຽວ ແລະ ດອກໄມ້ໃນແຈ່ບ້ານຂອງຕົນ. ນອກນັ້ນ ຄອບຄົວຂ້າພະເຈົ້າຈະປະກອບສ່ວນຫລາຍກວ່າອີກ ແລະ ກໍ່ສ້າງເຂດທ່ອງທ່ຽວວົງຄະນາຍາດຂອງຕົນໃຫ້ໃຫຍ່ໂຕສວຍງາມກວ່າເພື່ອຕ້ອນຮັບນັກທ່ອງທ່ຽວມາພັກອາໄສ.”

ການເຄື່ອນໄຫວວົງຄະນາຍາດໄດ້ຊຸກຍູ້ຊີວິດດ້ານວັດທະນະທຳ, ດ້ານຈິດໃຈຂອງປະຊາຊົນຢູ່ຕາແສງ ຈຽງຊົມຢ່າງແຮງກວ່າ. ດ້ວຍຄວາມປິຕິຊົມຊື່ນຕໍ່ບັນດາການປ່ຽນແປງຂອງບ້ານ, ຊາວບ້ານຈຽງຊົມ ພວມສືບຕໍ່ພ້ອມກັນສາມັກຄີສ້າງຊີວິດໃຫມ່, ສວຍງາມກວ່າ, ຮັ່ງມີເຂັ້ມແຂງກວ່າ, ສົມເປັນຕາແສງທຳອິດຂອງແຂວງເຂດພູດອຍເຊີນລາ ບັນລຸມາດຖານຊົນນະບົດໃຫມ່. /.

ຕອບກັບ

ຂ່າວ/ບົດ​ອື່ນ