ຊາວກະສິກອນ ແຂວງ ກອນຕູມ ລົງທົ່ງປູກຢາສະໝູນໄພ

(VOVWORLD) -ເມືອງ Kon Plong ຊື່ງແມ່ນທ້ອງຖິ່ນມີຄວາມສູງກວ່າ 1000 ແມັດ ເມື່ອທຽບໃສ່ຫນ້ານ້ຳທະເລ, ແມ່ນເຂດດິນທີ່ເໝາະສົມເພື່ອປູກຕົ້ນຢາສະຫມູນໄພຫລາຍປະເພດ ແລະ ໄດ້ຮັບການກຳນົດຈາກແຂວງ ກອນຕູມວ່າແມ່ນຫນຶ່ງໃນບັນດາເຂດຈຸດສຸມພັດທະນາຕົ້ນຢາສະໝູນໄພ. ດ້ວຍຄວາມສາມາດບົ່ມຊ້ອນໃຫຍ່ຫລວງກ່ຽວກັບການພັດທະນາຕົ້ນຢາສະໝູນໄພ, ນັບແຕ່ຊຸມມື້ຕົ້ນລະດູບານໃຫມ່, ມີຫລາຍຫົວຫນ່ວຍ, ວິສາຫະກິດ ແລະ ພໍ່ແມ່ປະຊາຊົນຊາວກະສິກອນຢູ່ທີ່ນີ້ ໄດ້ລົງທົ່ງເພື່ອປະຕິບັດແຜນການຜະລິດປີ 2018. 

ຊາວກະສິກອນ ແຂວງ ກອນຕູມ ລົງທົ່ງປູກຢາສະໝູນໄພ - ảnh 1ປະຊາຊົນຢູ່ ຕາແສງ ມັງແກ໋ງ, ເມືອງ  Kon Plông ປູກຕົ້ນຢາສະຫມູນໄພ

ພາບ:baokontum.vn

ໃນຊຸມມື້ຕົ້ນປີ 2018, ຢູ່ ໃຈກາງເມືອງ Kon Plong, ສະຖາບັນຄົ້ນຄ້ວາການອະນຸລັກຮັກສາ ແລະ ພັດທະນາຢາສະໝູນໄພ ໄຊງ່ອນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວ. ດ້ວຍຄາດໝາຍອະນຸລັກຮັກສາ ແລະ ພັດທະນາຕົ້ນຢາສະຫມູນໄພ, ນັບແຕ່ຊຸມມື້ຕົ້ນລະດູບານໃຫມ່, ສະຖາບັນດັ່ງກ່າວໄດ້ຜັນຂະຫຍາຍກໍ່ສ້າງສູນແນວພັນຕົ້ນຢາສະຫມູນໄພເພື່ອເລືອກເອົາບັນດາປະເພດຢາສະຫມູນໄພທີ່ຫາຍາກໃນເຂດ ໄຕງວຽນ. ທ່ານ ໂດ໋ຮ່ວາງຫາຍ, ປະທານສະພາສ້າງຕັ້ງສະຖາບັນຄົ້ນຄ້ວາອະນຸລັກຮັກສາ ແລະ ພັດທະນາຕົ້ນຢາສະຫມູນໄພ ໄຊງ່ອນ ໃຫ້ຮູ້ວ່າ: ຫນຶ່ງໃນບັນດາຄາດໝາຍຂອງສະຖາບັນ ແມ່ນ ກໍ່ສ້າງໃຫ້ໄດ້ທະນາຄານແນວພັນປູກເພື່ອອະນຸລັກຮັກສາແຫລ່ງ gen ແລະ ສະຫນອງໃຫ້ປະຊາຊົນພັດທະນາເຂດວັດຖຸດິບ.

        “ພວກຂ້າພະເຈົ້າປາດຖະຫນາຢາກຮ່ວມເດີນທາງ, ສະຫນິດຕິດພັນກັບເຂດດິນ ໄຕງວຽນ. ພວກຂ້າພະເຈົ້າເລືອກເຟັ້ນເຂດນີ້ເພື່ອເປັນບ່ອນກໍ່ສ້າງສວນອະນຸລັກຮັກສາ ແລະ ພັດທະນາຕົ້ນຢາສະຫມູນໄພເພື່ອນຳມາໃຫ້ບັນດາ gen ຫາຍາກ ຈາກປ່າສະຫງວນແຫ່ງຊາດ ຊື່ງພວກຂ້າພະເຈົ້າໄດ້ເລືອກເຟັ້ນ ແລະ ອະນຸລັກຮັກສາ. ຈາກນີ້ ພວກຂ້າພະເຈົ້າສະຫນອງໃຫ້ບັນດານິຄົມກະເສດ ແລະ ພໍ່ແມ່ປະຊາຊົນເຂດໄຕງວຽນ ຈະນຳເອົາຕົ້ນຢາສະຫມູນໄພນັ້ນມາປູກ. ພວກຂ້າພະເຈົ້າຮັບປະກັນວ່າ ຈະຊື້ຜະລິດຕະພັນທັງໝົດຊື່ງໄດ້ເຊັ່ນໃນສັນຍາກັບພໍ່ແມ່ປະຊາຊົນປູກຕົ້ນຢາສະຫມູນໄພ”.

        ຮ່ວມເດີນທາງກັບວິສາຫະກິດ ແລະ ປະຊາຊົນໃນການພັດທະນາຕົ້ນຢາສະຫມູນໄພ, ອຳນາດການປົກຄອງເມືອງ Kon Plong ໄດ້ສຳຫລວດ, ຈັດສັນທີ່ດິນໃນເນື້ອທີ່ ກວ່າ 600 ເຮັກຕາ ເພື່ອອະນຸລັກຮັກສາ, ຂຸດຄົ້ນບັນດາປະເພດຕົ້ນຢາສະຫມູນໄພຕາມທິດຍືນຍົງ ພ້ອມທັງມີມາດຕະການ ແລະ ນະໂຍບາຍລະອຽດ ຫນູນຊ່ວຍປະຊາຊົນປູກຕົ້ນຢາສະຫມູນໄພ. ສູນສົ່ງເສີມກະສິກຳ ແລະ ບໍລິການກະສິກຳ ປ່າໄມ້ ເມືອງ Kon Plong ໄດ້ມອບໃຫ້ປະຊາຊົນບັນດາຕາແສງຄື: ດັກລອງ, ມັງແກ່ງ, ເປີເອ, ມັງບຸດ ແນວພັນປູກນັບພັນໆຕົ້ນ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວເຜົ່າ ເຊີ່ດັງ, ເຮີເຣ ປູກຕົ້ນຢາສະຫມູນໄພເພື່ອພັດທະນາເສດຖະກິດຄອບຄົວ ພ້ອມກັນນັ້ນ ຍັງມອບໂອນເຕັກນິກການປູກຕົ້ນຢາສະຫມູນໄພຕາມການແນະນຳໂດຍກົງ. ເອື້ອຍ ເຈີນທິກຽວຈີງ, ພະນັກງານເຕັກນິກສູນສົ່ງເສີມກະສິກຳ ແລະ ບໍລິການກະສິກຳປ່າໄມ້ ເມືອງ Kon Plong ໃຫ້ຮູ້ວ່າ:

        “ພະນັກງານເຕັກນິກ ເມື່ອແນະນຳຮູບແບບໃດຫນຶ່ງໃຫ້ແກ່ປະຊາຊົນຕ້ອງແນະນຳໂດຍກົງແລະ ປະຕິບັດພ້ອມຕົວຢ່າງຄື ປູກຕົ້ນຢາສະຫມູນໄພຄືແນວໃດ, ໃນເນື້ອທີ່ເທົ່າໃດຈະນຳມາເຊິ່ງປະສິດທິຜົນສູງກວ່າ.”

        ຍ້ອນມີບັນດານະໂຍບາຍສົ່ງເສີມ, ຫນູນຊ່ວຍລະອຽດ ມາຮອດປະຈຸບັນ ປະຊາຊົນເມືອງ Kon Plong ໄດ້ປູກຕົ້ນຢາສະຫມູນໄພນັບສິບໆເຮັກຕາ. ທ່ານ ຫງວຽນວັນເລີມ, ປະທານຄະນະກຳມະການ ເມືອງ Kon Plong ໃຫ້ຮູ້ວ່າ: ໃນປີ 2018 ອຳນາດການປົກຄອງທ້ອງຖິ່ນ ສືບຕໍ່ມີການຫນູນຊ່ວຍວິສາຫະກິດ ແລະ ປະຊາຊົນພັດທະນາຕົ້ນຢາສະຫມູນໄພ.

        “ອຳນາດການປົກຄອງຮ່ວມເດີນທາງກັບວິສາຫະກິດ ແລະ ສ້າງທຸກເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍ, ລະບຽບການລົງທຶນ, ບຸລິມະສິດຍົກເວັ້ນພາສີ ຕາມການກຳນົດ. ຕໍ່ຈາກນັ້ນ ແມ່ນລົງທຶນພື້ນຖານໂຄງລ່າງຊ່ວຍໃຫ້ບັນດາວິສາຫະກິດມີບາດກ້າວເດີນໝັ້ນຄົງ ແລະ ມີຄວາມອຸ່ນອ່ຽນໃຈມາລົງທຶນຢູ່ເມືອງ Kon Plong. ອຳນາດການປົກຄອງເມືອງ Kon Plong ສ້າງວິທີການກ່ຽວກັບການສ້າງເຂດຈັດສັນທີ່ດິນໃຫ້ແກ່ປະຊາຊົນ. ທີສອງແມ່ນສ້າງເຂດຈັດສັນທີ່ດິນເພື່ອອະນຸລັກຮັກສາຕົ້ນຢາສະຫມູນໄພ.”

ຊາວກະສິກອນ ແຂວງ ກອນຕູມ ລົງທົ່ງປູກຢາສະໝູນໄພ - ảnh 2 ປູກທົດລອງຕົ້ນຢາສະຫມູນໄພ

        ເພື່ອບັນລຸໄດ້ຄາດໝາຍກາຍເປັນເຂດປູກຢາສະຫມູນໄພຈຸດສຸມຂອງແຂວງ ກອນຕູມ, ນັບແຕ່ຊຸມມື້ຕົ້ນປີໃຫມ່ 2018, ພ້ອມກັບການລົງທົ່ງເປີດກວ້າງເນື້ອທີ່ປູກຕົ້ນຢາສະຫມູນໄພ, ອຳນາດການປົກຄອງເມືອງ Kon Plong ກໍ່ພວມສົ່ງເສີມການສ້າງເຄື່ອງໝາຍການຄ້າຕິດພັນກັບການປຸງແຕ່ງ, ຈຳຫນ່າຍຜະລິດຕະພັນຕາມລະບົບມູນຄ່າ ແລະ ສ້າງທົ່ງຢາສະຫມູນໄພຂະຫນາດໃຫຍ່. ພ້ອມກັນນັ້ນ ມີຫລາຍມາດຕະການກ່ຽວກັບການຈັດຕັ້ງການຜະລິດ, ບຳລຸງສ້າງ, ການຄ້າ, ປຸງແຕ່ງຜະລິດຕະພັນ…ກໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດຈາກອຳນາດການປົກຄອງທ້ອງຖິ່ນ. ນີ້ແມ່ນຈຸດເລີ່ມຕົ້ນທີ່ມີຄວາມໝາຍເພື່ອໃຫ້ຕົ້ນຢາສະຫມູນໄພຢູ່ເຂດດິນ Kon Plong ແຂວງ ກອນຕູມ ຫັນຄວາມສາມາດບົ່ມຊ້ອນມາເປັນທ່າໄດ້ປຽບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ