ຊາວກະສິກອນເຂດຊາຍແດນ ຫ້ວຍລວງ,ແຂວງລາຍເຈົາຫລຸດພົ້ນຄວາມທຸກຍາກຍ້ອນການປູກຕົ້ນກ້ວຍ

(vovworld) - 2, 3 ປີ​ມໍ່ໆ​ມາ​ນີ້, ຍ້ອນ​ການ​ປູກ​ໝາກກ້ວຍ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຢູ່​ຫຼາຍ​ຕາ​ແສງ​ເຂດ​ຊາຍ​ແດນ​ເມືອງ ຟອງ​ໂຖ, ​ແຂວງ​ລາຍ​ເຈົາ ​ໄດ້​ເປັນ​ປົກກະຕິ ​ແລະ ພັດທະ​ນາ​ກ່ວາ. ​ໃນ​ນັ້ນ, ຕ​າ​ແສງ ຫ້ວຍ​ລວງ ນຳ​ໜ້າ​ໃນ​ການ​ຫັນ​ຕົ້ນ​ກ້ວຍ​​​ເປັນ​ສິນຄ້າ, ຊ່ວຍ​ຫຼາຍ​ຄອບຄົວ​ສ້າງ​ຄວາມ​ຮັ່ງມີ​ຍ້ອນ​ການ​ປູກຕົ້ນ​​ກ້ວຍ. ບົດ​ຂຽນ “ຊາວ​ກະ​ສິ​ກອນ​ເຂດ​ຊາຍ​ແດນ ຫ້ວຍ​ລວງ,​ແຂວງ​ລາຍ​ເຈົາຫລຸດ​ພົ້ນ​ຄວາມທຸກ​ຍາກ​ຍ້ອນ​ການ​ປູກ​ຕົ້ນກ້ວຍ” ຂອງ ຄັກ​ກຽນ, ນັກ​ຂ່າວ VOV.
ຊາວກະສິກອນເຂດຊາຍແດນ ຫ້ວຍລວງ,ແຂວງລາຍເຈົາຫລຸດພົ້ນຄວາມທຸກຍາກຍ້ອນການປູກຕົ້ນກ້ວຍ - ảnh 1
ພາບປະກອບ

        ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ໄປ​ຍັງ​ໃຈກາງຕາ​ແສງ ຫ​້ວຍລວງ, ​ໃນ​ເຂດ​​ເນີນ​ພູ​​​​ຫົວ​ໂລ້ນ​ເມືອ​ກ່ອ​ນນີ້, ປະຈຸ​ບັນ​ໄດ້​ກາຍ​ເປັນ​ສວນ​ຕົ້ນກ້ວຍທີ່ຂຽວ​ອຸ່ມ​ທຸ່ມ. ອ້າຍ ​ເຕິ​ນຈິງ​ຟູ່, ຊາວ​ກະ​ສິກ​ອນຢູ່​ບ້ານ​ໂຟ​ໂຕ, ຕາ​ແສງ​ຫວ້ຍລວງ, ​ໃຫ້​ຮູ້​ວ່າ: ຄອບຄົວ​ຂອງ​ອ້າຍມີສະມາຊິກ 6 ຄົນ, ​ກ່ອນ​ນີ້ 2, 3 ປີ​ແມ່ນຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫຼັງ​​ປູກ​ຕົ້ນ​ກ້ວຍ​ໃນ​ເນື້ອ​ທີ່​ດິນ​ກ່ວາ 1 ​ເຮັກຕາ ຊີວິດ​ການ​ເປັນ​ຢູ່​ຂອງຄອບຄົວ​ຂອງ​ອ້າຍ​ ໄດ​້ເປັນ​ປົກກະຕິ​ກ່ວາ, ຍ້ອນ​​ເຫດ​ນັ້ນ​ລູກ​ເຕົ້າ​ຈຶ່ງ​ມີ​ເງື່ອນ​ໄຂ​ກິນ​ຢູ່ ​ແລະ ຮໍ່າຮຽນ.

        “ຄອບຄົວ​ຂ້າພະ​ເຈົ້າ​ຫາ​ກໍ່​ປູກ​ກ້ວຍ​ໄດ້ 2 ປີ​ມາ​ນີ້ ​ແລະ ປະຈຸ​ບັນ, ອາທິດ​ໜຶ່ງ​ເກັບ​ກ່ຽວ​ກ້ວຍ​ຂາຍໄດ້ກ່ວາ​ໜຶ່ງ​ລ້ານ​ດົ່ງ. ປະຈຸ​ບັນ, ຄອບຄົວ​ຂ້າພະ​ເຈົ້າ ປູກ​ທັງ​ສາລີ ​ແລະ ກ້ວຍ ດັ່ງ​ນັ້ນ​ກໍ່ພໍຢູ່​ພໍ​ກິນ. ​ປະຈຸ​ບັນ, ​ໃນ​ບ້ານ​ທຸກ​ຄົນ​ລ້ວນ​ແຕ່ປູກ​ກ​້ວຍ, ສ່ວນ​ສາລີ​ປູກ​ບໍ່​ຫຼາຍ​. ປູກ​ຕົ້ນ​ຫຍັງ​ມີ​ລາຍ​ຮັບ​ສູງ ພໍ່​ແມ່​ປະຊາຊົນ​ກໍ່​ປູກ​ຕົ້ນ​ນັ້ນ ”

        ສຳລັບ​ຄອບຄົວ​ອ້າຍ ຢ່າງ​ຝູລີ​ນ ຢູ່​ບ້ານ ລາ​ເວີນ, ຕາ​ແສງ ຫ້ວຍ​ລວງ ​​ເລີ່​ມປູກ​ຕົ້ນກ້ວຍ​ກ່ອນ​ນີ້​ກ່ວາ 3 ປີ. ພາຍຫຼັງ​ການ​ປູກ​ທົດ​ລອງ, ​ເຫັນ​ວ່າ​ຕົ້ນ​ກ້ວຍ​ມີ​ລາຍ​ຮັບ​ຫຼາຍ​ກ່ວາ ຄອບຄົວ​ອ້າຍ​ກໍ່​ຫັນ​ມາປູກ​ຕົ້ນກ້ວຍ​​​ໃນ​ເນື້ອທີ່​ປູກ​ສາລີ ​ແລະ ມັນ​ຕົ້ນ​ກ່ອນ​ນີ້. ຕໍ່​ມາ, ຍ້ອນ​ໄດ້​ຮັບເງິນ​ຈາກ​ການຂາຍ​ໝາກກ້ວຍ, ຄອບຄົວ​ອ້າຍ​ບໍ່​ພຽງ​ແຕ່​ມີ​ລາຍ​ຮັບ​ເປັນ​ປົກກະຕິ​ເທ່ົາ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ດ້ານ​ແນວ​ພັນ​ປູກ​​ ເພື່ອ​ຂະຫຍາຍ​ເນື້ອ​ທີ່ອີກ​ດ້ວຍ. ອ້າ​ຍ ຢ່າງ​ຝູລີ່​ນ, ​ແບ່ງປັນ​ວ່າ:

        “​ປະຈຸ​ບັນ, ໃນ​ບ້ານ​ຂ້າພະ​ເຈົ້າ ​ແລະ ທົ່ວ​ຕາ​ແສງ​ຫວ້ຍລວງ​ ປະຊາຊົນ​​ໄດ້ສຸມ​ໃສ່​ປູກ​ຕົ້ນກ້ວຍ, ​ເພາະ​ມີ​ລາຍ​ຮັບ​ສູງ​ກວ່າ​ປູກ​ສາລີ ​ແລະ ມັນ​ຕົ້ນ. ສາຍ​ເຫດ​ທີ່​ປະຊາຊົນ​ປູກ​ຫຼາຍ​ແມ່ນ​ຍ້ອນ​ຕົ້ນ​ກ້ວຍ​ເໝາະ​ສົມ​ກັບ​ທີ່ດິນ​ເນີນ​ພູ​ຢູ່​ທີ່​ນີ້ ​ແລະ ພັດທະນາ​ດີກ​ວ່າ​ຕົ້ນ​ໄມ້​ທີ່​ປູກ​ກ່ອນ​ນີ້. ປະຈຸ​ບັນ​ໃນ​ບ້ານ​ຂ້າພະ​ເຈົ້າ, ​ເຮືອນ​ປູກ​ກ້ວຍໜ້ອຍ​ສຸດ​ແມ່ນປະມານ 1.000 ຕົ້ນ,​ເຮ​ືອນປູກ​ຫຼາຍສຸດ​ແມ່ນ 2.000-3.000ຕົ້ນ  ”.

        ຫຼາຍ​ປີ​ມາ​ນີ້, ​ເຂດ ​”ຕະຫຼາດ​ໝາກກ້ວຍ” ຂອງ​ຕາ​ແສງ​ ຍາມ​ໃດ​ກໍ່​ເຕົ້າ​ໂຮມ​ຄົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຍ້ອນ​ມີ​ກ້ວຍ​ຫຼາຍ​ ດັ່ງ​ນັ້ນ, ມື້​ໃດ​ພໍ່ຄ້າ​ແມ່​ຄ້າ​ຊາວ​ຂາຍກໍ່ມີໜ້າ​ຢູ່​ຕະຫຼາດ​ນັ້ນແຕ່​ຮູ່ງ​ເຊົ້າ​ເພື່ອ​ເກັບຊື້​ໝາກກ້ວຍ. ​​ໃນ​ໂອກາດ​ນີ້, ໝາກກ້ວຍ​ພວມ​ມີ​ລາຄາສູງ​ພໍ​ສົມຄວນ, ໝາກກ້ວຍ​ແຕ່​ລະ​ກິ​ໂລກຼາມ ມີ​ລາຄາ​ສະ​ເລ່ຍປະມານ 10 ພັນ​ດົ່ງ. ​ເອື້ອຍ​ຟານ​ທິຮວາ ​ແມ່​ຄ້າ​ທີ່​ເຄີຍ​ຊື້​ໝາກກ້ວຍ​ຢູ່ ​”ຕະຫຼາດ​ໝາກກ້ວຍ” ຫ້ວຍ​ລວງ ​ໃຫ້​ຮູ້​ວ່າ: ​ໝາກກ້ວຍຈໍາໜ່າຍຢູ່​ທີ່​ນີ້​ເປັນ​ປົກກະຕິ​ພໍ​ສົມຄວນ, ດັ່ງ​ນັ້ນ, ມື້​ໃດ​ຜົວ​ເມຍ​ຂອງ​ເອື້ອຍ​ກໍ່​ມາ​ຊື້​ໝາກກ້ວຍ​ 2-3 ​ໂຕ່ນ​ ​​ເພື່ອ​ຂາຍ​ໃຫ້​ພໍ່ຄ້າ​ຊາວ​ຂາຍຕ່າງ​ປະ​ເທດ.

        “ ປະຈຸ​ບັນ ປະຊາຊົນ​ຢູ່​ທີ່​ນີ້ ລ້ວນ​ແຕ່​ປູກ​ຕົ້ນກ້ວຍ ​ແລະ ມື້​ໃດ​ກໍ່​ໄດ້​ນຳ​​ເອົາໝາກກ້ວຍມາ​​ຂາຍ​ໃຫ້​ບັນດາ​ພໍ່ຄ້າ​ຊາວ​ຂາຍ. ລາຄາ​ໝາກກ້ວຍ​ກໍ່​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຜະລິດ​ຕະພັນ​ກະ​ເສດ​ອື່ນ​ຫຼາຍ​ປະ​ເພດ ສະ​ນັ້ນ​ປະຊາຊົນ​ຫາລາຍ​ຮັບ​ສູງ​ພໍ​ສົມຄວນ ”
ຊາວກະສິກອນເຂດຊາຍແດນ ຫ້ວຍລວງ,ແຂວງລາຍເຈົາຫລຸດພົ້ນຄວາມທຸກຍາກຍ້ອນການປູກຕົ້ນກ້ວຍ - ảnh 2
ພາບປະກອບ

        ປະຊາຊົນຢູ່​ຕາ​ແສງ ຫ້ວຍ​ລວງ ​ໄດ້​ນຳຕົ້ນ​ກ້ວຍ​ມາ​ປູກ​ເປັນ​ຈຳນວນ​ຫຼາຍ​ ແຕ່​ປີ 2009, ມາ​ຮອດ​ປະຈຸ​ບັນ​ເນື້ອ​ທີ່​ປູກ​ກ້ວຍ​ແມ່ນ​ປະມານ 750 ​ເຮັກຕາ. ​ຍ້ອນ​​ມີ​ມູນ​ຄ່າ​ເສດຖະກິດ​ສູງ ດັ່ງ​ນັ້ນ, ​ຕົ້ນ​ກ້ວຍໄດ້​ຮັບ​ການ​ຂະ​ຫຍາ​ຍຢ່າງ​ກວ້າງຂວາງ ​ແລະ ກາຍ​ເປັນ​ຜະລິດ​ຕະພັນ​ສິນຄ້າ​ ​ແລະ ​ເປັນລາຍ​ຮັບ​ຕົ້ນຕໍ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ. ທ່ານ ລີ໋ອາ​ແຮ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຫ້ວຍ​ລວງ, ​ເມື​ອງ ຟອງ​ຖູ​ຍ ​ໃຫ້​ຮູ້​ວ່າ: ຕົ້ນ​ກ້ວຍ ​ໄດ້​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຫລຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ​ຈາກກ່ວາ 70% ​ໃນ​ປີ 2010 ລົງ​ເຫຼືອ​ພຽງ 15% ​ໃນ​ປີ 2015. ຕົ້ນ​ກ້ວຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະເໝາະ​ສົມ​​ໃນ​ການ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ຫຼາຍ​ຄອບຄົວ​ຢູ່​ທີ່​ນີ້​ບືນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ​ຢ່າງ​ວ່ອງ​ໄວ. ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຫຼາຍ ຈາກ​ລາຍ​ຮັບ​ສະ​ເລ່ຍ​​ໃສ່​ຫົວ​ຄົນ​ກ່ວາ 5 ລ້ານ​ດົ່ງ/ປີ ຂອງ 5 ປີກ​່ອນ, ມາ​ຮອດ​ປະ​ຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ.

        “​ກ່ອນ​ນີ້, ​ໄຮ່​ສາລີ​​ໃຫ້ສະມັດ​ຕະພາບ​ຕ່ຳ ດັ່ງ​ນັ້ນ​​ປະຊາຊົນ​ມາ​ປູກ​ຕົ້ນ​ກ້ວຍ​ ເພື່ອ​​ມີສະມັດ​ຕະພາບ​ສູງ​ກ່ວາ. ​ສະ​ເລ່ຍແຕ່ລະ​ປີ, ​​ໃນ​ເນື້ອ​ທີ່​ດິນ​ປູກ​ກ້ວຍ 1 ​ເຮັກຕາ​ ປະຊາຊົນ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 150 ລ້ານ​ດົ່ງ. ປະຈຸ​ບັນ, ປະຊາຊົນ​ໄດ້​ປ່ຽນ​ແປງ​ໂຄງ​ປະກອບ​ຜົນລະປູກ, ຕົ້ນ​ກ້ວຍ​ມີ​ລາຄາ​ສູງ​ກ່ວາ ດັ່ງ​ນັ້ນ​ຊີວິດ​ການ​ເປັນ​ຢູ່ຂອງ​ເຂົາ​ເຈົ້າຈຶ່ງ​ມີ​ການ​ປ່ຽນ​ແປງ​ຫຼາຍ​ທີ່​ສຸດ. ​ໃນ​ຮອບ​ເວລາ 3 ປີມາ​ນີ້, ປະຊາຊົນ​ຊື້​ລົດ​​ໂອ​ໂຕ​ໄດ້​ຫຼາຍ​ຄັນ​ທີ່​ສຸດ.”

        ຕົ້ນ​ກ້ວຍ​ບໍ່​ພຽງ​ແຕ່​ຢັ້ງຢືນ​ໄດ້​ປະສິ​ດທິຜົນ​ໃນ​ເຂດ​ເນີນ​ພູ​ຫ້ວຍ​ລວງເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ແຜ່ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ​ຢູ່​ເຂດ​ຊາຍ​ແດນ​ອື່ນ​ຄື: ບ້ານ​ລາງ, ມາລີ​ຟໍ, ມາລີ​ຈ໋າຍ. ​ຊາວ​ຊົນ​ເຜົ່າຢູ່​ບັນດາ​ທ້ອງ​ຖິ່ນ​ໄດ້​ນຳ​ເອົາ​ຕົ້ນ​ກ້ວຍ​ມາ​ປູກ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຖື​ນີ້​​ແມ່ນ​ຕົ້ນ​​ປາຍ​ແຫຼມ​ໃນ​ການ​ລົບ​ລ້າງຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມ​ຮັ່ງມີ​.


ຂ່າວ/ບົດ​ອື່ນ