ຊາວກະສິກອນແຂວງ ດົ່ງທາບ ສົ່ງຜະລິດຕະພັນກະເສດອອກຕ່າງປະເທດ


(vovworld) - ປະຈຸ​ບັນ, ​ແຂວງ ດົ່ງ​ທາ​ບມີ​ໝາກ​ໄມ້​ແຊບ 2 ປະ​ເພດ ນັ້ນ​ແມ່ນ​ໝາກມ່ວງ ຢູ່​ເມືອງກາວ​ແຫຼ​ງ ​ແລະ ໝາກລ​ຳ​ໄຍຢູ່ ​ເມືອງ ​ເຈົາ​ແທ່ງ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ. ​ເກົາຫຼີ, ຈີນ ​ແລະ ນິວຊີ​ແລນ. ໝາກມ່ວງ ທີ່​ສົ່ງ​ໄປ​ຍັງ​ຕະຫຼາດ​ຕ່າງປະ​ເທດ​ແມ່ນ ໝາກມ່ວງ ຮ່ວາ​ໂລກ, ໝາກມ່ວງ ກາດຈູ, ສ່ວນ​ໝາກລ​ຳ​​ໃຍ​ໄດ້​ສົ່ງ​ໄປ​ຕ່າງປະ​ເທດ​ແມ່ນ​ໝາກ​ລຳ​ໄຍ Idor. ​ເລື່ອງ​ບັນດາ​ປະ​ເພດ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດຂອງ​ແຂວງ ມີໜ້າ​ໃນ​ບັນດາ​ຮ້າຍ​ຊັບ​ພະ​ສິນຄ້າ​ຕ່າງປະ​ເທດ​ແມ່ນ​ກຳລັງ​ໜູນ​ອັນ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ແຂວງ ດົ່ງ​ທາ​ບ ສະໜິດ​ຕິດ​ພັນ​ກັບ​​ເຮືອນ​ສວນ ​ແລະ ສ້າງ​ເຄື່ອງໝາຍ​ການ​ຄ້າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແທງ​ຕູ່​ງ.

ຊາວກະສິກອນແຂວງ ດົ່ງທາບ ສົ່ງຜະລິດຕະພັນກະເສດອອກຕ່າງປະເທດ - ảnh 1
ໝາກ​ລຳ​​ໃຍ Idor
(ພາບປະກອບຈາກ ອີນເຕີເນັດ)

        ທ່ານ ​ໂຮ່ວັນ​ເຊີນ, ຊາວ​ກະສິກອນ​ປູກ​ສະ​ເພາະ​ຕົ້ນ​ລຳ​​ໃຍຢູ່ ຕາ​ແສງ ອານ​ເຍີນ, ​ເມືອງ ​ເຈົາ​ແທ່ງ, ບ່ອນ​ທີ່ໄດ້​ຮັບ​ຂະໜານ​ນາມ​ວ່າ “ລາຊະ​ອານາຈັກ” ​ແຫ່ງ​ໝາກ​ລຳ​ໃຍ, ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ 2, 3 ປີ, ​ເລື່ອງ​ສົ່ງຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ​ສ່ົງອອກ​​ ​ຕະຫຼາດ​ຕ່າງປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ແຕ່​ຮອດ​ຈຸດ​ເວລາ​ນີ້, ຜະລິດ​ຕະພັນ​ກະ​ເສດຂອງ​ແຂວງ ດົ່ງ​ທາ​ບ ​ໄດ້​ມີ​​ເຄື່ອງ​ໝາຍ​ການ​ຄ້າ ​ແລະ ມີໜ້າ​ຢູ່​ຕະຫຼາດ​ທີ່​ມີ​ຄວາມ​ຕ້ອງການ​ດ້ານ​ຄຸນ​ນະພາ​ບສູງ​ຫຼາຍ​ແຫ່ງ. ໝາກ​ລຳ​​ໃຍ Idor 150 ​ໂຕນ ຢູ່​ເຈົາ​ແທ່ງ ຫາ​ກໍ່​ໄດ້​ສົ່ງ​ໄປ​ຍັງ​ຕະຫຼາດ ອາ​ເມ​ລິ​ກາ. ທ່ານ ​ໂຮ່ວັນ​ເຊີນ ​ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນ​ໃຫ້​ບັນ​ລຸ​ມາດຕະຖານ​ສົ່ງ​ອອກຢ່າງ​ພຽງພໍ​ນັ້ນ, ຊາວ​ກະສິກອນ​ຕ້ອງ​ຜະລິດ​ຖືກ​ຕາມ​ມາ​ດຖານ VietGap, GlobalGAP. ກົມ​ປົກ​ປ້ອງ​ພືດ ​ແລະ ອົງການ​ກວດກາ​ສັດ ​ແລະ ພືດ ອາ​ເມ​ລິ​ກາ ​ໄດ້​ສະໜອງລະຫັດ​ເຂດ​ປູກ​ຕົ້ນ​ໄມ້​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ສົ່ງ​ອອກ​​ໄປ​ຍັງຕະຫຼາດ ອາ​ເມ​ລິ​ກາ​ ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່ 17 ຄອບຄົວ​ປູກ​ໝາກ​ລຳ​​ໃຍ​ດ້ວຍ​ເນື້ອ​ທີ່​ປະມານ 30 ​ເຮັກຕາ​ຢູ່​ເມືອງ ​ເຈົາ​ແທ່ງ. ພາຍຫຼັງ​ຫຼາຍ​ປີ​ທີ່​ຊອກ​ຫາສົ້ນ​ອອກ​ໃຫ້​ແກ່​ໝາກ​ໄມ້, ປະຈຸ​ບັນ ຕົ້ນລຳ​​ໃຍ​ໄດ້​ນຳ​ມ​າ​ເຊິ່ງລາຍ​ຮັບ​ທີ​ດີ​ໃຫ​້ຊາວ​ກະສິກ​ອນຢູ່​ແຂວງ ດົ່ງ​ທາ​ບ. ທ່ານ ​ເຈືອງ​ວັນ​​ໂຣ່ຍ, ຜູ້ອຳນວຍການ​ສະຫະກອນ ໝາກ​ລຳ​​ໃຍ ​ເຈົາ​ແທ່ງ, ​ແຂວງ ດົ່ງ​ທາ​ບ, ​ແບ່ງປັນ​ວ່າ:

        “ຢູ່​ທີ່​ນີ້, ຂ້າພະ​ເຈົ້າ​ກໍ່​ຂົນຂວາຍ​ຊາວ​ກະສິກອນ​ພະຍາຍາມ​ປູກ​ໝາກ​ໄມ້​ຕາມ​ມາດຕະຖານ VietGap ຕາມ​ຮູບ​ແບບ​ຂອງ ອາ​ເມ​ລິ​ກາ, ​ໄລຍະ​ຜ່ານ​ມາ, ພໍ່​ແມ່​ປະຊາຊົນ​ປະຕິບັດ​ຄື​​ແນວ​ນັ້ນ​ແມ່ນ​ດີ​ຫຼາຍ”

        ມາ​ຮອດ​ປະຈຸ​ບັນ, ຜ່ານ​ບັນດາ​ວິ​ສາ​ຫະກິດ​ຢູ່ ນະຄອນ ​ໂຮ່ຈີ​ມິນ, ບັນດາ​ສະມາຊິກ​ຂອງ​ສະຫະກອນໝາກ​ລຳ​​ໃຍ ​ເຈົາ​ແທ່ງ ​ໄດ້​ສະໜອງໝາກ​ລຳ​ໃຍ​ກ່ວາ 300 ​ໂຕນ​ໄປ​ຕະຫຼາດ ອາ​ເມ​ລິ​ກາ, ​ໄລ​່ສະ​ເລ່ຍ​ແຕ່ລະ​ອາທິດ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກໝາກ​ລຳ​ໃຍ 10 ​ໂຕນ. ທ່ານ ຟານ​ກິມຊາ, ຮອງ​ຫົວໜ້າ​ການ​ພະ​ແນ​ກອຸດສາຫະກຳ - ການ​ຄ້າ​ແຂວງ ດົ່ງ​ທາ​ບ, ຕີ​ລາຄາ​ວ່າ:

        “​​ເມື່ອ​ຕະຫຼາດ ອາ​ເມລິ​ກາ ຮັບຮອງ​ໝາກ​ລຳ​​ໃຍ​ຂອງ​ພວກ​ເຮົາ​ແລ້ວ, ​ບັນດາ​ຕະຫຼາດ​ທີ່​ມີ​ຄວາມ​ຕ້ອງການ​ດ້ານ​ຄຸນ​ນະພາ​ບສູງ​ອື່ນໆ​ ກໍ່ຈະ​ນຳ​ເຂົ້າໝາກລຳ​​ໃຍ​ຂອງ​ພວກ​ເຮົາ​.”

ຊາວກະສິກອນແຂວງ ດົ່ງທາບ ສົ່ງຜະລິດຕະພັນກະເສດອອກຕ່າງປະເທດ - ảnh 2

ໝາກມ່ວງກາດຈູ

(ພາບຈາກ ອີນເຕີເນັດ)

        ນອກຈາກ​ໝາກ​ລຳ​​ໃຍ​ເມືອງ​​ເຈົາ​ແທ່ງ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ​ແລ້ວ, ​ປີຜ່ານມາ​ຍັງ​ແມ່ນ​ປີ​ທີ່​ບັນດາ​ຊາວ​ກະສິກອນ​ປູກ​ໝາກມ່ວງ​ຢູ່​ເມືອງ ກາວ​ແຫຼ​ງ ​ແລະ ນະຄອນ​ກາວ​ແຫຼ​ງບັນລຸ​ຜົນງານ​ສູງ. ຢູ່​ທີ່​ນີ້, ​ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ, ໝູນ​ໃຊ້​ຂັ້ນ​ຕອນ​ການ​ຜະລິດ​ປອດ​ສານພິດ, ປອດ​ໄພ, ຮ່ວມ​ສຳພັນ​ທຳ​ການ​ຜະລິດ​ໃນຕະຫຼອດ​ປີ​ໃຫ້​ແກ່​ໝາກມ່ວງ ກາດ​ຈູ. ບັນດາ​ຄວາມ​ມານະ​ພະຍາຍາມ​ນີ້​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຂະ​ແໜງ​ກະສິກຳ ​ແລະ ຊາວ​ກ​ະສິກ​ອນທ້ອງ​ຖິ່ນ ​ໄດ້​​ເຮັດ​ໃຫ້ໝາກມ່ວງ ກາດ​ຈູ ກາວ​ແຫຼ​ງ ຖືກສົ່ງ​ໄປ​ຕະຫຼາດ​ທີ່​ຕ້ອງກາ​ນຄຸນ​ນະພາ​ບສູງ​ຫຼາຍ​ແຫ່ງຄື: ຍີ່ປຸ່ນ, ສ. ​ເກົາຫຼີ, ​ໄຕ​ຫວັນ. ທ່ານ ຮີ່ງ​ແທງ​ບ໋າ, ຮອງ​ຜູ້​ອຳ​ນວຍ​ການ​ສະຫະກອນ​ປູກ​ໝາກມ່ວງ ໝີ​ຊວຽນ, ​ເມືອງ ກາວ​ແຫຼ​ງ, ​ແຂວງ ​ດົ່ງທາ​ບ, ​ໃຫ້​ຮູ້​ວ່າ:

        “ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ພະຍາຍາມ​ສຸ້ຊົນ​​ເພື່ອ​ມີ​ໝາກມ່ວງ​ສົ່ງ​ອອກ 70% ​ແລ້ວ, ສ່ວນ​ຍັງ​ເຫຼືອ​ແມ່ນ 30% ​​ແມ່ນຂາຍຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​. ຈາກ​ນັ້ນ, ພໍ່​ແມ່​ປະຊາຊົນ​ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃນ​ສວນ​ຂອງ​ຕົນ​ໄດ້”

        ດ້ວຍ​ສະຫະກອນ 2 ​ແຫ່ງ​ທີ່​ປູກ​ສະ​ເພາະ​ໝາກມ່ວງ​ນັບ​ພັນ ​ເຮັກຕາ, ​ເຄື່ອງໝາຍ​ການ​ຄ້າ​ໝາກມ່ວງ ກາດ​ຈູ ກາວ​ແຫຼ​ງ ຈະ​ບື່ນຕົວ​ຂຶ້ນໃນ​ອະ​ນາ​ຄົດ​ເມື່ອ​ທີ່​ນັບ​ມື້​ນັບ​ມີ​ຫຼາຍ​ຄົນ​ເອົາ​ໃຈ​ໃສ່, ສຳ​ຫຼວດຕະຫຼາດ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ການ​ສະໜອງ​ປະ​ເພດ​ສິນຄ້າ​ນີ້​ໄປ​ຍັງບັນດາ​ປະ​ເທດ​ໃຫຍ່. ນີ້​ກໍ່​ແມ່ນ​ແງ່​ຫວັງ​ໃຫຍ່​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ລະດູ​ການ​​ເກ​ັບກ່ຽວ​ໄດ້​ຮັບ​ຜົນດີ​ແຕ່​ຖືກ​ຕົກ​ລາຄາພັດ​ຖືກ​ຕົກ ສຳລັບ​ພໍ່​ແມ່​ປະຊາຊົນ​ຊາວ​ກະ​ສິກອນ​​ບໍ່​​ພຽງ​ແຕ່​ຢູ່​ແຂວງ ດົ່ງ​ທາ​ບ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຫຼາຍ​​ເຂດ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ທ່ານ ຫງວຽນ​ວັນ​ຈີ່, ຫົວໜ້າ​ສະຫະກອນ​ໝາກມ່ວງ ​ເຕີນ​ທ້ວນ​ໄຕ, ນະຄອນ ກາວ​ແຫຼ​ງ, ​ແຂວງ ດົ່ງ​ທາ​ບ ​ໄດ້​ແບ່ງປັນ​ວ່າ:

        “​ເປັນ​ໜ້າ​ຊື່ນ​ຊົມ​ຫຼາຍ​ໃນ​ສະພາບ​​ແຫ່ງການ​ເຊື່ອມ​ໂຍງນັ້ນ ​ໄດ້ມີ​ຫຼາຍ​ປະ​ເທດ​ມາຊື້​ໝາກມ່ວງ​ຂອງ ຫວຽດນາມ. ພິ​ເສດ​ແມ່ນ​ໝາກ​ມ່ວງ ກາວ​ແຫຼ​ງ. ສຳລັບ​ສະຫະກອນ​ໝາກມ່ວງ ​ເຕີນ​ທ້ວນ​​ໄຕ ​ແລ້ວ, ຕ້ອງ​ຂົນຂວາຍ​ພໍ່​ແມ່​ປະຊາຊົນ​ສືບ​ຕໍ່​ປະຕິບັດ​ຕາມ​ຮູບ​ແບບ​ນີ້”

        ນ​ອກຈາກ​ໝາກ​ໄມ້ 2 ປະ​ເພດ​ທີ່​ໄດ້​ສົ່ງ​ໄປ​ຂາ​ຍຢູ່​ຕ່າງ​ປະ​ເທດ, ​ແຂວງ ດົ່ງ​ທາ​ບ ຍັງ​ມີ​ໝາກ​ໄມ້ 2 ປະ​ເພດ​ທີ່​​ໄດ້​ສົ່ງ​ອອກ​ຕ່າ​ງປະ​ເທດ​ນັ້ນ​ແມ່ນ ໝາກ​ນາວ ​ແລະ ໝາກ​ມັງກອນ​ໃນ​ແດງ. ​ແຂວງ ດົ່ງ​ທາ​ບ ພວ​ມສົ່ງ​ເສີມ, ຈັດ​ຕັ້ງ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ມຸ່ງ​ໄປ​ເຖິງ​ພື້ນຖານ​ກະສິກຳ​ໝັ້ນຄົງ​ດ້ວຍ​ການ​ຜະລິດ​ໝາກ​ໄມ​້ປອດ​ສານພິດ, ຕາມ​ມາດຖານ VietGAP, GlobalGAP ​ເພື່ອ​ສົ່ງ​ອອກ. ​ໃນ​ເບື້ອງ​ຕົ້ນ, ປະຊາຊົນ​ຢູ່​ແຂວງ ດົ່ງ​ທາ​ບ ຊອກ​ໄດ້​ສົ້ນ​ອອກ​ເປັນ​ປົກກະຕິ​ໃຫ້ 2 ປະ​ເພດ​ສິນຄ້າ​ກະສິກຳ​ຕົ້ນຕໍ, ຈາກ​ນັ້ນ​ສ້າງ​ກຳລັງ​ໜູນ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ສິນຄ້າ​ຂອງ​ຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ