ຊາວ​ຊົນ​ເຜົ່າ ບາ​ນາ ຢູ່ ແຂວງ ກອນ​ຕູມ ຕັ້ງ​ຫ​ນ້າກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່

(VOVWORLD) -ພາຍຫລັງ 10 ປີມານະພະຍາຍາມກໍ່ສ້າງຊົນນະບົດໃຫມ່, ໂສມຫນ້າ ຕາແສງ ດັກເຣີວາ ນະຄອນ ກອນຕູມ ແຂວງ ກອນຕູມ ແມ່ນສະຖານທີ່ມີຊາວເຜົ່າ ບານາ ດຳລົງຊີວິດເປັນຈຳນວນຫລວງຫລາຍ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ. ເສັ້ນທາງຄົມມະນາຄົມຫລາຍສາຍໄດ້ຮັບການປູດ້ວຍເບຕົງ ຫລື ປູຢາງ. ມີຫລາຍກິດຈະກຳສະຫວັດດີການຄື: ສຸກສາລາ, ໂຮງຮຽນ, ຫໍປະຊຸມບ້ານ, ຕະຫລາດ; ບັນດາກິດຈະກຳຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນຄື: ເຮືອນຢູ່, ເຮືອນຮ້ານ, ເຮືອນຣົງ ໄດ້ຮັບການກໍ່ສ້າງໃຫມ່ ຫລື ບູລະນະສ້ອມແປງໃຫ້ສວຍງາມ. ສວນກາເຟ, ຕົ້ນ Litsea, ສາລີ, ມັນຕົ້ນ... ທີ່ກວ້າງໃຫຍ່ ກໍ່ພວມເຕີບໂຕຂຽວດີ.

ດັກເຣີວາ ນະຄອນ ກອນຕູມ ແມ່ນຕາແສງ ມີຊາວເຜົ່າສ່ວນຫນ້ອຍ ບານາ ດຳລົງຊີວິດເປັນຈຳນວນຫລວງຫລາຍ. ທົ່ວຕາແສງ ມີ 5 ຄຸ້ມບ້ານ ດ້ວຍ 860 ຄອບຄົວ, ມີຊາວເຜົ່າບານາ ກວ່າ 2.600 ຄົນດຳລົງຊີວິດ. ຊຸມປີກ່ອນນີ້ ຊີວິດການເປັນຢູ່ຂອງປະຊາຊົນ ສ່ວນຫລາຍແມ່ນອີງໃສ່ການປູກ ເຂົ້າ, ສາລີ, ມັນຕົ້ນ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດບໍ່ສູງ, ອັດຕາຄອບຄົວທຸກຍາກແມ່ນຢູ່ໃນລະດັບສູງ. ເຖິງຢ່າງໃດກໍຕາມ ໂສມຫນ້າຊົນນະບົດກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນໃນຕາແສງ ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດເທື່ອລະກ້າວ ນັບແຕ່ເມື່ອ ທ້ອງຖິ່ນນີ້ ເລີ່ມຕົ້ນຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃຫມ່.

ຊາວ​ຊົນ​ເຜົ່າ ບາ​ນາ ຢູ່ ແຂວງ ກອນ​ຕູມ ຕັ້ງ​ຫ​ນ້າກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ - ảnh 1ມີເສັ້ນທາງຫລາຍສາຍໄດ້ຮັບການປູເບຕົງຢ່າງສະອາດງາມຕາ

ຢູ່ບ້ານ ກອນເຢີຢຣີ ຕັ້ງຢູ່ແຄມຂົວ Kon Klor ຊື່ງແມ່ນຂົວຍາວ ແລະ ງາມທີ່ສຸດຢູ່ເຂດໄຕງວຽນ ມີເສັ້ນທາງຫລາຍສາຍໄດ້ຮັບການປູເບຕົງຢ່າງສະອາດງາມຕາ. ນັບມື້ນັບມີສວນກາເຟ, ຕົ້ນໄມ້ກິນໝາກ ແລະ ຟາມລ້ຽງສັດຫລາຍແຫ່ງ ເຊິ່ງໄດ້ນຳມາເຊິ່ງປະສິດທິຜົນສູງ. ທ່ານ ອາໝີມ ເຊິ່ງເປັນຄົນໃນໝູ່ບ້ານໃຫ້ຮູ້ວ່າ: ໂດຍປະຕິບັດໂຄງການກໍ່ສ້າງຊົນນະບົດໃຫມ່, ບ້ານ ກອນເຢີຢຣີ ປະຈຸບັນ ມີຫລາຍຄອບຄົວເຮັດເສດຖະກິດໄດ້ດີ ແຕ່ລະປີສ້າງລາຍຮັບຜົນກຳໄລແຕ່ 150 - 180 ລ້ານດົ່ງ ຈາກການປູກຝັງ ຫລື ລ້ຽງສັດ, ຮັບປະກັນຊີວິດການເປັນຢູ່ ແລະ ຍັງເກັບທ້ອນເພື່ອກໍ່ສ້າງເຮືອນຢູ່ ແລະ ສົ່ງລູກໄປໂຮງຮຽນອີກດ້ວຍ. ທ່ານ ອາໝີມ ແບ່ງປັນວ່າ:

“ກໍ່ສ້າງຊົນນະບົດໃຫມ່ ເສດຖະກິດຈຶ່ງພັດທະນາ ແລະ ນຳມາເຊິ່ງລາຍຮັບດີ. ໂດຍຍາດແຍ່ງບັນດາແຫລ່ງທຶນກູ້ຢຶມບຸລິມະສິດ, ຄອບຄົວຂ້າພະເຈົ້າໄດ້ລົງທຶນການປູກກາເຟ, ລ້ຽງງົວ, ໝູ ເພື່ອພັດທະນາເສດຖະກິດ. ຈາກບັນດາແຫລ່ງລາຍຮັບຊຶ່ງຄອບຄົວສ້າງມາໄດ້ນັ້ນ ກໍ່ຫມູນເອົາມາລົງທຶນຄືນໃຫມ່ເພື່ອໃຫ້ພັດທະນາກວ່າເກົ່າ ແລະ ຄ່ອຍໆນຳຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ. ຫລັງຈາກນັ້ນ ກໍ່ສ້າງເຮືອນຢູ່, ຊື້ລົດ, ສົ່ງລູກໄປໂຮງຮຽນ. ນອກຈາກນັ້ນ ຄອບຄົວຂ້າພະເຈົ້າຍັງຫນູນຊ່ວຍບັນດາຄອບຄົວທຸກຍາກອື່ນນຳອີກ. ໂຄງການກໍ່ສ້າງຊົນນະບົດໃຫມ່ນັ້ນແມ່ນເພື່ອໃຫ້ພວກເຮົາພ້ອມກັນພັດທະນາ.”

ບ້ານ ກອນເກີຕູ ຕາແສງ ດັກເຣີວາ ກໍ່ມີການປ່ຽນແປງຢ່າງແຮງ ນັບແຕ່ເມື່ອຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃຫມ່. ປ້າ ອີມາຍ ຢູ່ ບ້ານ ກອນເກີຕູໃຫ້ຮູ້ວ່າ: ເມື່ອທຽບໃສ່ກ່ອນນີ້ ເລື່ອງໄປມາຈາກບ້ານອອກສູ່ໃຈກາງຕາແສງ ປະຈຸບັນ ໃຊ້ເວລາຫນ້ອຍກວ່າ ຍ້ອນເສັ້ນທາງໄດ້ປູເບຕົງກວ້າງ ແລະ ຖາວອນ. ລົດຂົນສົ່ງຜະລິດຕະພັນກະເສດໄປຈຳຫນ່າຍ ຫລື ສົ່ງນັກຮຽນໄປໂຮງຮຽນ ລ້ວນແຕ່ມີຄວາມວ່ອງໄວ ແລະ ສະດວກ. ປ້າ ອີມາຍ ເວົ້າວ່າ:

 “ຄອບຄົວຂ້າພະເຈົ້າໄດ້ມອບດິນນັບບໆຕາແມັດເພື່ອປະກອບສ່ວນກໍ່ສ້າງເສັ້ນທາງຄົມມະນາຄົມຢູ່ໃນຄຸ້ມບ້ານ. ນີ້ແມ່ນແຜນນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດ ສະນັ້ນ ພວກເຮົາຕ້ອງປະຕິບັດ, ກໍ່ສ້າງຊົນນະບົດໃຫມ່. ມີເສັ້ນທາງໄປມາຢ່າງສະດວກສະບາຍແລ້ວ ລູກຫລານນ້ອຍໄປຮຽນກໍ່ສະດວກກວ່າ. ເສດຖະກິດຂອງພໍ່ແມ່ປະຊາຊົນໃນບ້ານມີຄວາມພັດທະນາກວ່າເກົ່າ” 

ທ່ານ ດວ່ານວັນເຮົ້າ ປະທານ ຕາແສງ ດັກເຣີວາ ໃຫ້ຮູ້ວ່າ: ໂດຍເຫັນໄດ້ບັນດາຄວາມຫຍຸ້ງຍາກ ຊື່ງທ້ອງຖິ່ນປະສົບ, ອຳນາດການປົກຄອງ ດັກເຣີວາ ໄດ້ເປັນເຈົ້າການໃນການກໍ່ສ້າງບັນດາມະຕິ, ແຜນການ, ວາງອອກບັນດາມາດຖານລະອຽດ ໃນແຕ່ລະປີເພື່ອປະຕິບັດການກໍ່ສ້າງຊົນນະບົດໃຫມ່. ຈາກນັ້ນ ເຜີຍແຜ່, ໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນວັນນະຮ່ວມແຮງຮ່ວມໃຈປະຕິບັດ.

ນັບແຕ່ປີ 2011 ມາຮອດປະຈຸບັນ, ຍອດງົບປະມານກໍ່ສ້າງຊົນນະບົດໃຫມ່ ຂອງຕາແສງ ແມ່ນປະມານ 100 ຕື້ດົ່ງ, ໃນນັ້ນ ປະຊາຊົນປະກອບສ່ວນເກືອບ 59 ຕື້ດົ່ງ, ປະມານ 60% ງົບປະມານ. ໃນຕາແສງ ດັກເຣີວາ ມີເສັ້ນທາງຄົມມະນາຄົມຍາວປະມານ 35 ກິໂລແມັດ ໄດ້ຮັບການປູເບຕົງ ປູຢາງ ແລະ ມີຕາຫນ່າງໄຟຟ້າລົງໄປເຖິງຕາແສງແລ້ວ, ລາຍຮັບສະເລ່ຍໃສ່ຫົວຄົນປີ 2020 ແມ່ນ ເກືອບ 40 ລ້ານດົງ/ຄົນ. ຄາດວ່າ ໃນປີ 2021 ນີ້ ຕາແສງ ຈະບັນລຸຫລາຍມາດຖານກໍ່ສ້າງຊົນນະບົດໃຫມ່ຕື່ມອີກ ແລະ ຈະກໍ່ສ້າງຊົນນະບົດໃຫມ່ໃຫ້ສຳເລັດໃນຕົ້ນປີ 2023.

  “ຕາແສງ ບັນລຸໄດ້ 12/19 ມາດຖານ. ໃນປີ 2021 ພວກຂ້າພະເຈົ້າຈະປະຕິບັດສຳເລັດຕື່ມ 3 ມາດຖານກ່ຽວກັບການກໍ່ສ້າງຄົມມະນາຄົມ, ຈັດຕັ້ງການຜະລິດ ແລະ ສິ່ງແວດລ້ອມ. ແຜນການຊຸມປີຕໍ່ໄປ ພວກຂ້າພະເຈົ້າໄດ້ຂຶ້ນແຜນ ແລະ ຜັນຂະຫຍາຍສູ່ປະຊາຊົນ ແລະ ບັນດາພະແນກ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ສືບຕໍ່ປະຕິບັດບັນດາມາດຖານຕໍ່ໄປ. ຮອດຕົ້ນປີ 2023  ພວກຂ້າພະເຈົ້າຈະບັນລຸມາດຖານຊົນນະບົດໃຫມ່”

ຕາແສງ ດັກເຣີວາ ພວມຜັນປ່ຽນເພື່ອຕ້ອນຮັບລະດູບານໃຫມ່ທີ່ເຕັມໄປດ້ວຍຄວາມອີ່ມໜຳສຳລານສົມບູນພູນສຸກ. ເສັ້ນທາງສາຍຕ່າງໆໃນບ້ານສະອາດສວຍງາມໃນລະບານໃຫມ່, ໄຟສະຫວ່າງໄດ້ມາຮອດແຕ່ລະຄຸ້ມບ້ານ. ພໍ່ແມ່ປະຊາຊົນຊາວເຜົ່າ ບານາ ໃນຕາແສງ ປີນີ້ ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມມ່ວນກວ່າ ເມື່ອໝາກຜົນການກໍ່ສ້າງຊົນນະບົດໃຫມ່ໃນຊຸມປີຜ່ານມາໄດ້ແຕກດອກອອກຜົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ