ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫລຸດ​ພົ້​ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຍ້ອນ​​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຜົນ​ລະ​ປູກ

(VOVWORLD) -ມະຕິຂອງຄະນະບໍລິຫານງານອົງຄະນະພັກເມືອງລັກ, ແຂວງດັກລັກ ກ່ຽວກັບການຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ ໄລຍະ 2021-2025, ພາຍຫຼັງໄດ້ປະຕິບັດມາເປັນເວລາ 1 ປີ, ໄດ້ສ້າງກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ເປີດທິດທາງ ໃຫ້ແກ່ຊາວເຜົ່າສ່ວນໜ້ອຍຢູ່ເຂດປະສົບກັບຄວາມຫຍຸ້ງຍາກນີ້ ຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫລຸດ​ພົ້​ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຍ້ອນ​​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຜົນ​ລະ​ປູກ - ảnh 1

 ຟາມປູກຕົ້ນໝາກໝີ້ແນວພັນໄທຂອງຄອບຄົວອ້າຍຫງວຽນດິງທິນຢູ່ແຂວງດັກລັກ (ພາບ: danviet.vn )

   ຈຸດພົ້ນເດັ່ນຂອງມະຕິເລກທີ 05 ຂອງອົງຄະນະພັກເມືອງລັກ, ແຂວງດັກລັກ ແມ່ນລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ ນັບແຕ່ຂັ້ນເມືອງຕະຫຼອດຮອດຂັ້ນບ້ານ. ພະນັກງານ, ສະມາຊິກພັກຕ້ອງເຂົ້າຮ່ວມ ເປັນແບບຢ່າງກ່ອນ, ດ້ວຍຈິດໃຈຄວາມຮັບຜິດຊອບ “ຢູ່ໃກ້ກັບ ປຊຊ, ເພື່ອ ປຊຊ, ເອົາໃຈໃສ່ເບິ່ງແຍງ ປຊຊ”. ບໍ່ນຳໃຊ້ແຫຼ່ງງົບປະມານ, ທົ່ວເມືອງໄດ້ລະດົມການປະກອບສ່ວນຂອງພະນັກງານ, ສະມາຊິກພັກ; ບັນດາອົງການ, ຫົວໜ່ວຍ, ວິສາຫະກິດແຮກສ່ຽວກັບບ້ານຂອງຊາວເຜົ່າສ່ວນໜ້ອຍ ໄດ້ປະກອບເງິນຊື້ເບ້ຍໄມ້ ນັບແສນເບ້ຍ ເພື່ອມອບໃຫ້ຄອບຄົວທີ່ທຸກຍາກ; ແນະນຳເຕັກນິກການປູກ, ບົວລະບັດຮັກສາ. ໃນການປະຕິບັດປີທຳອິດນັ້ນ, ເມືອງລັກ ກໍ່ມີບາດກ້າວບຸກທະລຸໃນການຫັນປ່ຽນຜົນລະປູກ, ດິນຫວ່າງເປົ່າໄດ້ປົກຄຸມໄປດ້ວຍສີຂຽວຂອງຕົ້ນໄມ້ຊະນິດຕ່າງໆ.

  ປະຈຸບັນ,  ຢູ່ບ້ານເຢີຕູ, ຕາແສງບວນຈຽດ, ເມືອງລັກ, ແຂວງດັກລັກ, ຢູ່ເຂດແດນແຫ້ງກະແດ້ງ, ໂນນພູເປົ່າຫວ່າງ ໄດ້ປົກຄຸມໄປດ້ວຍສີຂຽວ ຍ້ອນທຸກຄອບຄົວໄດ້ຮັບເບ້ຍໄມ້, ໄດ້ຮັບການແນະນຳເຕັກນິກໃນການບົວລະບັດຮັກສາທີ່ເໝາະສົມ. ອ້າຍ Y Jony Byă,   ຢູ່ບ້ານເຢີຕູ, ຕາແສງບວນຈຽດ, ເມືອງລັກ, ມີຄວາມພາກພູມໃຈຍ້ອນໄດ້ປູກຕົ້ນໝາກໝີ້ນັບສິບຕົ້ນໃສ່ເນື້ອທີ່ດິນ 4 ໄຫຼ່ ກ່ອນຈະຮອດລະດູຝົນ:

ຄອບຄົວຂ້າພະເຈົ້າໄດ້ຂອບໃຈເມືອງ ທີ່ໄດ້ມອບເບ້ຍໄມ້ກິນໝາກໃຫ້ ເພື່ອຫັນປ່ຽນຜົນລະປູກໃນເຂດໄຮ່ຂອງຄອບຄົວຕົນຕາມຮູບແບບປູກສະຫຼັບກັນ. ຄອບຄົວຂ້າພະເຈົ້າຈະພະຍາຍາມບົວລະບັດຕົ້ນໄມ້ກິນໝາກ ເພື່ອຈະພັດທະນາເສດຖະກິດ, ຈາກນັ້ນກໍ່ຄ່ອຍໆຫລຸດພົ້ນອອກຈາກຄວາມທຸກຍາກ.

ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫລຸດ​ພົ້​ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຍ້ອນ​​ຫັນ​ປ່ຽນ​ໂຄງ​ປະ​ກອບ​ຜົນ​ລະ​ປູກ - ảnh 2

 ສວນຕົ້ນໝາກມ່ວງຂອງຄອບຄົວທ່ານຫງວຽນມີ້ບິນຢູ່ແຂວງດັກລັກ (ພາບ: easup.daklak.gov.vn)

   ຢູ່ຕາແສງ Yang Tao, ເມືອງລັກ, ສວນໝາກໝີ້ ແນວພັນຂອງໄທ ທີ່ໄດ້ປູກສະຫຼັບໃສ່ກັບຜົນລະປູກປະເພດຕ່າງໆ ຂອງທ່ານ Y Gham Triết, ຢູ່ເມືອງ Phốk ກໍ່ຂະຫຍາຍຕົວດີ ພາຍຫຼັງປູກມາໄດ້ໄລຍະໜຶ່ງ. ທ່ານ Y Gham Triết ໃຫ້ຮູ້ວ່າ: ພະນັກງານເມືອງ, ຕາແສງ ໄດ້ມອບເບ້ຍໄມ້ໃຫ້ນັບສິບເບ້ຍ ແລະ ໄດ້ມາຮອດສວນເພື່ອແນະນຳວິທີປູກ ແລະ ບົວລະບັດ, ສະນັ້ນ, ຕົ້ນໄມ້ກໍ່ພັດທະນາດີ. ໂດຍໄດ້ເຂົ້າໃຈກ່ຽວກັບຄວາມໝາຍຂອງການຫັນປ່ຽນຜົນລະປູກທີ່ເໝາະສົມນັ້ນ, ຄາດວ່າ ໃນລະດູຝົນປີນີ້, ທ່ານ Y Gham Triết ຈະປູກຕົ້ນໄມ້ໃຫ້ທົ່ວເຂດສວນເປົ່າຫວ່າງ ທີ່ໄດ້ປະມາຫຼາຍປີ. ທ່ານ Y Gham Triết ແບ່ງປັນວ່າ:

  ທາງຕາແສງໄດ້ມອບຕົ້ນໄມ້ໃຫ້ຄອບຄົວຂ້າພະເຈົ້າ. ຂໍຂອບໃຈລັດທີ່ໃຫ້ການຊ່ວຍເຫຼືອ. ຍ້ອນມີເບ້ຍໄມ້ເຫຼົ່ານີ້, ຄອບຄົວຂ້າພະເຈົ້າ ຈຶ່ງໄດ້ປູກໃສ່ສວນຕື່ມ. ປີນີ້ກໍ່ສາມາດເກັບກ່ຽວໝາກໄມ້ຊະນິດຕ່າງໆໄດ້ແລ້ວ ເພື່ອພັດທະນາເສດຖະກິດ, ເພີ່ມລາຍຮັບໃຫ້ແກ່ຄອບຄົວ.

   ທ່ານ ຫງວຽນວັນຮວຽນ, ເລຂາອົງຄະນະພັກຕາແສງ Yang Tao, ເມືອງລັກ ໃຫ້ຮູ້ວ່າ: ທົ່ວຕາແສງໄດ້ສະໜອງເບ້ຍໄມ້ກິນໝາກ ກ່ວາ 7000 ເບ້ຍ ໃຫ້ຄອບຄົວທຸກຍາກ 1473 ຄອບຄົວ, ລວມມີ ເບ້ຍໝາກໝີ້ ແນວພັນໄທ, ເບ້ຍໝາກພ້າວ, ເບ້ຍ ໝາກຂຽບ. ພ້ອມກັນນັ້ນ, ທ້ອງຖິ່ນຍັງໄດ້ສ້າງ 22 ຮູບແບບການປູກຕົ້ນໝາກໝີ້ ຢູ່ 11 ບ້ານຂອງຕາແສງ ເພື່ອໃຫ້ ປຊຊ ຮ່ຳຮຽນຕາມ; ສືບຕໍ່ຂົນຂວາຍບັນດາຫົວໜ່ວຍແຮກສ່ຽວ, ບັນດາຜູ້ມີໃຈບຸນໃຈກຸສົນ ຊື້ແນວພັນປູກ ເພື່ອໜູນຊ່ວຍ ປຊຊ:

   ພວກຂ້າພະເຈົ້າໄດ້ສຳຫຼວດໃນເນື້ອທີ່ດິນທັງໝົດຢູ່ບໍລິເວນ ທີ່ກ່ອນນີ້ ປຊຊ ບໍ່ໄດ້ປົວແປງ. ກ່ອນອື່ນໝົດແມ່ນຮຽກຮ້ອງໃຫ້ ປຊຊ ປົວແປງ, ປັບປຸງສວນຂອງຕົນ ເພື່ອກະກຽມການຫັນປ່ຽນຜົນລະປູກ, ສັດລ້ຽງ ຕາມມະຕິເລກທີ 05. ພາຍຫຼັງຈັດການໂຄສະນາເຜີຍແຜ່, ພວກຂ້າພະເຈົ້າໄດ້ຂົນຂວາຍການປະກອບສ່ວນຈາກບັນດາອົງການຈັດຕັ້ງ, ວິສາຫະກິດ, ກໍ່ຄືພະນັກງານ, ສະມາຊິກພັກໃນບໍລິເວນ. ສຳລັບຕາແສງ ກໍ່ຂົນຂວາຍ ການປະກອບສ່ວນໄດ້ ຈຳນວນເງິນ 10 ລ້ານດົ່ງ ເພື່ອຊື້ເບ້ຍໝາກໝີ້ແນວພັນຂອງໄທ ແນໃສ່ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ ປຊຊ ໃນໄລຍະຈະມາເຖິງ.

   ເມືອງລັກ ແມ່ນເມືອງມີຄອບຄົວທຸກຍາກຢືນອັນດັບທີ 2 ຂອງແຂວງດັກລັກ ດ້ວຍອັດຕາສ່ວນກ່ວາ 27%. ໃນນັ້ນ, ຢູ່ 90 ບ້ານຊາວຊົນເຜົ່າສ່ວນໜ້ອຍ, ອັດຕາສ່ວນຄອບຄົວທຸກຍາກຍັງເຫຼືອພຽງ  60%. ໃນຫຼາຍປີຜ່ານມາ, ຊາວຊົນເຜົ່າສ່ວນໜ້ອຍໄດ້ປະດິນເປົ່າຫວ່າງເປັນສ່ວນຫຼາຍ ໄດ້ເຮັດໃຫ້ວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ປະສົບກັບຄວາມຫຍຸ້ງຍາກ.

   ທ່ານ ຫວໍງອກຕວຽນ, ເລຂາຄະນະພັກເມືອງລັກ ໃຫ້ຮູ້ວ່າ: ພາຍຫຼັງການຜັນຂະຫຍາຍເປັນເວລາເກືອບ 1 ປີ, ພະນັກງານ, ສະມາຊິກພັກ ໄດ້ຂົນຂວາຍ, ມອບເບ້ຍໄມ້ກິນໝາກ ກວ່າ 100.000 ເບ້ຍໃຫ້ຄອບຄົວທຸກຍາກ, ເປັນຕົ້ນແມ່ນເບ້ຍໝາກໝີ້ໄທ, ເບ້ຍໝາກຖົ່ວລຽນ, ໝາກກ້ຽງ, ໝາກພຸກ, ໝາກມ່ວງ, ໝາກສີດາ, ໝາກພ້າວ ລວມມູນຄ່າກ່ວາ 2 ຕື້ດົ່ງ. ເກືອບ 10.000 ຄອບຄົວທຸກຍາກໄດ້ຮັບເບ້ຍຕົ້ນໄມ້ກິນໝາກ ແລະ ປຊຊ ໄດ້ຫັນປ່ຽນຜົນລະປູກ, ພາກັນປູກເບ້ຍກິນໝາກ ໃສ່ເນື້ອທີ່ດິນປູກຝັງ ແລະ ດິນເປົ່າຫວ່າງ ກ່ວາ 200 ເຮັກຕາ. ທ່ານຕວຽນ ເວົ້າວ່າ:

   ມະຕິໄດ້ປະກາດໃຊ້ ກໍ່ມີປະສິດທິຜົນຢ່າງແທດຈິງ ແລະ ມີກຳລັງແຜ່ຂະຫຍາຍຢ່າງໃຫ່ຍຫຼວງ. ມາຮອດຈຸດເວລານີ້, ເມືອງລັກ ຍັງບໍ່ທັນໃຊ້ງົບປະມານ, ມາຮອດປະຈຸບັນ, ເມືອງກໍ່ໄດ້ລະດົມບັນດາຫົວໜ່ວຍແຮກສ່ຽວ ເພື່ອມອບເບ້ຍໄມ້ກິນໝາກໃຫ້ບ້ານທີ່ໄດ້ແຮກສ່ຽວນຳກັນ. ໃນໄລຍະສັ້ນໆ ຄືແຕ່ວັນທີ 5 ມີນາ ມາຮອດປະຈຸບັນ ກໍ່ມີເບ້ຍໄມ້ກິນໝາກຊະນິດຕ່າງໆ ກ່ວາ 100.000 ເບ້ຍແລ້ວ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບຂອງພັກ, ລັດທີ່ມີຕໍ່ ປຊຊ, ພິເສດແມ່ນສຳລັບຊາວຊົນເຜົ່າສ່ວນໜ້ອຍ.

   ມະຕິກ່ຽວກັບການຫັນປ່ຽນຜົນລະປູກ ສັດລ້ຽງ ຂອງຄະນະບໍລິຫານງານອົງຄະນະພັກເມືອງລັກ, ແຂວງດັກລັກ ທີ່ຜັນຂະຫຍາຍນັ້ນ ໄດ້ ແລະ ພວມໄດ້ຮັບຄວາມເຫັນດີເຫັນພ້ອມ ສະໜັບສະໜູນສູງຈາກພະນັກງານ, ສະມາຊິກພັກ ແລະ ປຊຊ. ຈາກນັ້ນໄດ້ປະກອບສ່ວນສ້າງການຫັນປ່ຽນ ໃນຄວາມນຶກຄິດ, ວິທີເຮັດຂອງ ປຊຊ ຢູ່ບ້ານຕ່າງໆ, ພ້ອມທັງຊຸກຍູ້ການຜະລິດ, ເປີດທິດທາງຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງຢູ່ທ້ອງຖິ່ນແຫ່ງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ