ຊາວ​ເຜົ່າ​ຈຳ ຢູ່​ແຂວງ​ນິງ​ທ້ວນ ພັດ​ທ​ະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ

(VOVWORLD) -  ປະຈຸບັນ, ການທ່ອງທ່ຽວເຂດຊຸມຊົນ ບໍ່ແມ່ນສິ່ງທີ່ແປກປະຫຼາດກັບບັນດາທ້ອງຖິ່ນທີ່ມີຊາວເຜົ່າຈຳ ດຳລົງຊີວິດເປັນສ່ວນຫຼາຍຢູ່ແຂວງນິງທ້ວນ. ມາແຫ່ງນີ້ ແຂກທ່ອງທ່ຽວຈະໄດ້ດຳລົງຊີວິດພ້ອມກັບຊາວທ້ອງຖິ່ນ, ໄດ້ພັກຢູ່ບັນດາເຮືອນມູນເຊື້ອ ແລະ ເຂົ້າຮ່ວມການດຳເນີນຊີວິດປະຈຳວັນໄປພ້ອມກັບ ປຊຊ.
ຊາວ​ເຜົ່າ​ຈຳ ຢູ່​ແຂວງ​ນິງ​ທ້ວນ ພັດ​ທ​ະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ - ảnh 1

 ນາງສາວຈຳໃນໂນນຊາຍ ນາມເກືອງ (ພາບ: VOV)

   ບ້ານຈຳຕວັນຕູ, ຕາແສງອານຫາຍ, ເມືອງນິງເຟືອກ ເປັນທີ່ຮູ້ຈັກຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍ ດ້ວຍການບໍລິການທີ່ເປັນເອກະລັກສະເພາະ ແລະ ສະຖານທີ່ທ່ອງທ່ຽວທີ່ສວຍງາມ, ມີຊື່ສຽງໃນທົ່ວປະເທດຄື: ໂນນຊາຍ ນາມເກືອງ. ບ້ານຈຳຕວັນຕູ ມີປະຊາຊົນດຳລົງຢູ່ກ່ວາ 500 ຄອບຄົວດ້ວຍອາຊີບຕົ້ນຕໍແມ່ນປູກຝັງ ແລະລ້ຽງສັດ. ຖ້າມາທ່ອງທ່ຽວຢູ່ທີ່ນີ້, ແຂກທ່ອງທ່ຽວຈະສາມາດເຂົ້າຮ່ວມລາຍການສະແດງສິລະປະ, ດຳລົງຊີວິດໄປພ້ອມກັບຊາວທ້ອງຖິ່ນຄື: ປູກຜັກປອດສານພິດ, ເອົາອາຫານໃຫ້ແບ້, ໃຫ້ແກະກິນ… ແລະ ຍັງໄດ້ເບິ່ງ, ຊື່ນຊົມ ແລະ ເຈືອຈານເຂົ້າກັບທຳມະຊາດທີ່ປອດໂປ່ງ. ນອກຈາກນັ້ນ ກໍ່ຍັງຈະສາມາດຖ່າຍຮູບສິລະປະຢູ່ໂນນຊາຍ ນາມເກືອງ ອີກດ້ວຍ.

   ເອື້ອຍວູ້ທິເຮືອງ, ສະມາຊິກສະໂມສອນຖ່າຍຮູບສິລະປະ ຢູມຸກຮ່າໂນ້ຍ ແບ່ງປັນວ່າ: ນີ້ແມ່ນຄັ້ງທີ 2 ທີ່ເອື້ອຍກັບມາແຫ່ງນີ້, ທິວທັດທຳມະຊາດສວຍງາມ ພ້ອມດ້ວຍຮູບພາບນາງສາວຊົນເຜົ່າຈຳ ໃນຊຸດເສື້ອຍາວທີ່ເປັນມູນເຊື້ອ, ການໄປປູກຜັກ, ລ້ຽງຝູງແບ້, ຝູງແກະ…ຍັງດຶງດູດໃຈເອື້ອຍຄືຕອນມາຄັ້ງທຳອິດ:

   ຮູບພາບໂນນພູສວຍງາມທີ່ສຸດ, ຮູບພາບຂອງນາງສາວຊົນເຜົາຈຳ ຍ່າງເທິງຊາຍໄດ້ສ້າງເປັນບັນດາຮູບພາບທ່ອງທ່ຽວທີ່ດຶງດູດໃຈທີ່ສຸດ. ພວກຂ້າພະເຈົ້າຢາກຖ່າຍຮູບເອົາ ເພື່ອແນະນຳ, ໂຄສະນາຄວາມງາມຂອງແຂວງນິງທ້ວນ ໃຫ້ຫຼາຍຄົນໄດ້ຮູ້ຈັກ ແລະຮັບຊົມ.

   ບ້ານຈຳຫີ້ວດຶກ, ຕາແສງເຟືອກຫິ້ວ, ເມືອງນິງເຟືອກ, ແຂວງນິງທ້ວນ ແມ່ນອູ່ວັດທະນະທຳຂອງຊົນເຜົ່າຈຳ. ຊາວເຜົ່າຈຳ ຢູ່ທີ່ນີ້ ໄດ້ເກັບຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ ຄື: ບັນດາງານບຸນ, ຮີດຄອງປະເພນີ, ການເຫຼື້ອມໃສຂອງຊົນເຜົ່າຕົນ. ຄຽງຄູ່ກັນນັ້ນ, ຢູ່ທີ່ນີ້ ກໍ່ໄດ້ເຕົ້າໂຮມນັກສິລະປະກອນຜະລິດເຄື່ອງດົນຕີພື້ນເມືອງຫຼາຍທ່ານຄື: ກອງກີນັງ, ປາຣານິງ ແລະ ແຄນ ຊາຣານາຍ. ໃນໂອກາດງານບຸນຂອງຊາວເຜົ່າຈຳ ຫຼືບັນດາວັນບຸນ, ບຸນເຕັດໄດ້ດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນັບແສນຄົນມາຮັບຊົມ, ຄົ້ນຄ້ວາ ແລະ ຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ. ໂດຍໄດ້ເສີມຂະຫຍາຍທ່າແຮງທີ່ມີຢູ່ແລ້ວ, ຊາວເຜົ່າຈຳ ຫຼາຍຄອບຄົວ ໄດ້ຂຸດຄົ້ນທ່າໄດ້ປຽບຂອງທ້ອງຖິ່ນ ເພື່ອພັດທະນາການບໍລິການທ່ອງທ່ຽວຄື: ສ້າງບັນດາລາຍການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ແລະ ເຮືອກພັກ homestay ເພື່ອດຶງດູດແຂກທ່ອງທ່ຽວ. ມາຮອດປະຈຸບັນ, ບ້ານຈຳ ໃນບໍລິເວນແຂວງກ່ວາ 20 ແຫ່ງໄດ້ສ້າງເປັນເຂດພັກທ່ອງທ່ຽວ, ທ່ອງທ່ຽວນິເວດ, ທ່ອງທ່ຽວຈິດວິນຍານ…. ແຕ່ 4-5 ແຫ່ງ ຊື່ງໄດ້ດຶງດູດແຂກທ່ອງທ່ຽວນັບພັນຄົນ ແລະ ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. ເອື້ອຍຫງວຽນທິລານ, ແຂກທ່ອງທ່ຽວມາແຕ່ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

    ເມື່ອມາຟານຣາງ ໝູ່ຂອງຂ້າພະເຈົ້າໄດ້ພາໄປພັກຢູ່ກັບຄອບຄົວຊາວເຜົ່າຈຳ, ເຫັນວ່າມີຄວາມແປກປະຫຼາດໃຈ ຍ້ອນວ່າ ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ພົບປະ ແລະ ໄດ້ຢູ່ຮ່ວມກັບຊາວເຜົ່າຈຳ. ຂ້າພະເຈົ້າໄດ້ເຫັນປະຈັກຕາການປູກຜັກ, ລ້ຽງສັດເປັນຄືແນວໃດ, ມີຄວາມຫຍຸ້ງຍາກຫຍັງແດ່, ໄດ້ໄປອາບແດດ, ເກັບຜັກອ່ອນ…ມີຄວາມຮູ້ສຶກແປກປະຫຼາດ.

   ເອື້ອຍເຈົາທິຖຸ່ຍເວິນ, ຜູ້ນຳທ່ຽວຂອງບ້ານຕັວນຕູ, ທັງເປັນນາງແບບຖ່າຍຮູບສິລະປະໃຫ້ແກ່ບັນດາຄະນະນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢູ່ທ້ອງຖິ່ນ ໃຫ້ຮູ້ວ່າ: ແຕ່ລະເດືອນ, ເອື້ອຍໄດ້ຕ້ອນຮັບເກືອບ 10 ຄະນະນັກທ່ອງທ່ຽວ, ແຕ່ລະຄະນະມີນັກທ່ອງທ່ຽວແຕ່ 8-10 ຄົນ. ໃນລາຍການທ່ອງທ່ຽວໃຊ້ເວລາປະມານ 2-3 ຊົ່ວໂມງເພື່ອໄປຢ້ຽມຊົມ, ປູກຜັກ, ເບິ່ງຝູງແກະ ແລະ ຖ່າຍຮູບເປັນທີ່ລະນຶກຢູ່ໂນນຊາຍ, ເອື້ອຍເວິນ ໄດ້ເງິນຄ່າແຮງງານແມ່ນ 3-4 ແສນດົ່ງ/ຊົ່ວໂມງໜຶ່ງ. ເອື້ອຍເວິນ ໃຫ້ຮູ້ວ່າ:

   ເມື່ອເຮັດອັນໃດແຂກທ່ອງທ່ຽວມັກອັນນັ້ນເລີຍ. ການຖ່າຍຮູບກໍ່ມີລັກສະນະພິເສດສະເພາະ, ເຮົາຕ້ອງຂຸດຄົ້ນວັດທະນະທຳໃຫ້ໄດ້, ຕົວຢ່າງຄື: ຮີດຄອງປະເພນີຕ່າງໆຂອງຊາວເຜົ່າຈຳ. ຂ້າພະເຈົ້າເຫັນວ່າ ເຮັດອາຊີບນີ້ຕ້ອງມີຄວາມເມົາມົວຫຼົງໄຫຼ ແລະ ກໍ່ສາມາດສ້າງລາຍໄດ້ມາຮັບໃຊ້ຄອບຄົວ.

ຊາວ​ເຜົ່າ​ຈຳ ຢູ່​ແຂວງ​ນິງ​ທ້ວນ ພັດ​ທ​ະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ - ảnh 2

 ເຮືອນພື້ນເມືອງຂອງວຊາວເຜົ່າຈຳ ຢູ່  Khánh ly Farmstay (ພາບ: VOV)

    Khánh Ly Farmstay ຂອງຄອບຄົວເອື້ອຍ ດ່າງທິຊາລີ ທີ່ຫາກໍ່ໄດ້ກໍ່ສ້້າງມາໄດ້ 2 ປີນີ້ ໄດ້ດຶງດູດແຂກທ່ອງທ່ຽວຫຼາຍຄົນ ຍ້ອນມີບັນຍາກາດເຢັນສະບາຍໃນເຮືອນມູນເຊື້ອຂອງຊາວເຜົ່າຈຳ ແລະ ບັນດາເຍື່ອງອາຫານຈຳ ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດຂອງເຂດພາກ… ເອື້ອຍ ຊາລີ ແບ່ງປັນວ່າ:

   ແຂກມານີ້ຢາກກິນແຕ່ເຍື່ອງອາຫານພື້ນເມືອງ ຂອງຊາວເຜົ່າຈຳ, ມັກທິວທັດທຳມະຊາດເຢັນສະບາຍ, ມັກກິນອາຫານປຸງແຕ່ງໃນເຮືອນເທົ່ານັ້ນ, ບໍ່ມັກອອກໄປກິນຢູ່ນອກ. ຂ້າພະເຈົ້າກໍ່ພາເຂົາເຈົ້າໄປທ່ອງທ່ຽວ, ຖ້າບໍ່ໄດ້ຮັບຜົນສະທ້ອນຈາກໂລກລະບາດນັ້ນ, ສະຖານທີ່ທ່ອງທ່ຽວແຫ່

ງຕ່າງຂອງຊາວເຜົ່າຈຳ ຈະພັດທະນາແຮງກ່ວານີ້ຕື່ມອີກ.

   ດ້ວຍທ່າອ່ຽງແຂກທ່ອງທ່ຽວມີຄວາມຕ້ອງການຊອກຫາບັນດາຄຸນຄ່າທຳມະຊາດ ຕິດພັນກັບສີສັນວັດທະນະທຳທ້ອງຖິ່ນຄືນໃໝ່ນັ້ນ, ໃນອະນາຄົດໃກ້ໆນີ້, ເຊື່ອໝັ້ນວ່າ, ການທ່ອງທ່ຽວເຂດຊຸມຊົນຊາວເຜົ່າຈຳ ຈະພັດທະນາຢ່າງແຮງ, ສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ ປຊຊໄດ້ຫຼາຍພໍສົມຄວນ ໂດຍ ຜ່ານການບໍລິການຮັບໃຊ້ແຂກທ່ອງທ່ຽວ, ຟື້ນຟູ ແລະ ຜະລິດບັນດາຜະລິດຕະພັນຫັດຖະກຳສິລະປະພື້ນເມືອງ, ອາຫານພິເສດຂອງທ້ອງຖິ່ນ. ການທ່ອງທ່ຽວເຂດຊຸມຊົນ ໄດ້ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນຮູບຮ່າງ ແລະ ບໍ່ເປັນຮູບຮ່າງ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ ແລະ ສິ່ງແວດລ້ອມສັງຄົມຢູ່ທ້ອງຖິ່ນ./.


ຕອບກັບ

ຂ່າວ/ບົດ​ອື່ນ