ຍົກ​ສູງ​ລະ​ດັບ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ ເຊີນ​ລາ

(VOVWORLD) - ການພັດທະນາກາເຟພິເສດ, ກາເຟມີຄຸນນະພາບສູງ, ຍົກສູງລະດັບເຄື່ອງໝາຍການຄ້າ ແລະ ຄອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຢູ່ພາຍໃນ ແລະ ສາກົນເທື່ອລະກ້າວ….ແມ່ນບັນດາການກຳນົດທິດຕົ້ນຕໍ ໂດຍແຂວງ ເຊີນລາ ໄດ້ກຳນົດ ແນໃສ່ປະກອບສ່ວນຍົກສູງຄຸນຄ່າຂອງຕົ້ນກາເຟ ກ່ວາອີກ ຊື່ງແມ່ນໜຶ່ງໃນບັນດາຊະນິດຕົ້ນໄມ້ຕົ້ນຕໍຂອງທ້ອງຖິ່ນ.
ຍົກ​ສູງ​ລະ​ດັບ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ ເຊີນ​ລາ - ảnh 1

 ການເຟເຊີນລາ ໄດ້ປູກຫຼາຍແມ່ນຢູ່ເມືອງ ມາຍເຊີນ, ທ້ວນເຈົາ ແລະ ນະຄອນ ເຊີນລາ (ພາບ: VOV)

 
 

ກາເຟເຊີນລາ ໄດ້ປູກຫຼາຍແມ່ນຢູ່ເມືອງ ມາຍເຊີນ, ທ້ວນເຈົາ ແລະ ນະຄອນ ເຊີນລາ. ຜ່ານການເວລາ, ຕົ້ນກາເຟເຊີນລາ ກໍ່ຢັງຢືນໄດ້ເຄື່ອງໝາຍການຄ້າ ແລະ ມີຄຸນຄ່າດ້ານເສດຖະກິດສູງ.

     ຄອບຄົວອ້າຍ ເລື່ອງວັນຈູງ, ບ້ານເຕື່ອງຈູງ, ຕາແສງຈ່ຽງຈູງ, ເມືອງມາຍເຊີນ, ແຂວງເຊີນລາ ມີເນື້ອທີ່ປູກກາເຟ 1.2 ເຮັກຕາ, ຄາດວ່າ, ປີນີ້, ຄອບຄົວອ້າຍເກັບກ່ຽວໝາກກາເຟໄດ້ກ່ວາ 20 ໂຕນ, ດ້ວຍລາຄາຂາຍໝາກກາເຟສົດຄືໃນປະຈຸບັນແມ່ນແຕ່ 7-8000 ດົ່ງ/ໂລ, ອ້າຍຈະໄດ້ຮັບເງິນຈຳນວນກ່ວາ 150 ລ້ານດົ່ງ. ອ້າຍ ເລື່ອງວັນຈູງ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າ ໄດ້ຍົກຍ້າຍມາຢູ່ນີ້ນັບແຕ່ປີ 2016, ລັດໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຈັດສັນດິນໃຫ້ຜູ້ 1 ປະມານ 3000 ມ2. ຍ້ອນຄຸນຄ່າເສດຖະກິດຂອງຕົ້ນກາເຟສູງ, ປຊຊ ກໍ່ມີລາຍຮັບເປັນປົກກະຕິ. ມີບາງຄອບຄົວເກັບກ່ຽວກາເຟໄດ້ແຕ່ 20-30ໂຕນ/ປີ.

ຍົກ​ສູງ​ລະ​ດັບ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ ເຊີນ​ລາ - ảnh 2

ການເຟເຊີນລາ ໃນລະດູການເກັບກ່ຽວ (ພາບ: VOV)

    ບໍ່ພຽງແຕ່ມີບັນດາຄອບຄົວປູກຕົ້ນກາເຟເທົ່ານັ້ນ, ໃນບໍລິເວັນແຂວງເຊີນລາ, ກໍ່ຍັງໄດ້ສ້າງຕັ້ງເຄືອຂ່າຍບັນດາສະຫະກອນ, ວິສາຫະກິດພ້ອມກັນຮັກສາ, ພັດທະນາ ແລະ ຍົກສູງຄຸນນະພາບຜະລິດຜະລິດຕະພັນກາເຟອີກດ້ວຍ. ທ່ານ ຫງວຽນຊັວນທາວ, ປະທານສະຫະກອນກາເຟ ບິກທາວ ເຊີນລາ ໃຫ້ຮູ້ວ່າ:

    ກາເຟແນວພັນໃໝ່ (ຄືກາເຟ arabica ຫຼືກາເຟຊາ) ທີ່ໄດ້ຮັບການຄົ້ນຄ້ວາ ແມ່ນຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານພະຍາດໄດ້. ໂດຍເຫັນໄດ້ຄວາມຕ້ອງການຢູ່ພາຍໃນປະເທດ ຕະຫຼອດຮອດຕະຫຼາດເອີລົບ ກໍ່ລ້ວນແຕ່ນິຍົມກາເຟພິເສດ, ນັບແຕ່ປີ 2018, ທາງສະຫະກອນ ໄດ້ເຊີນບັນດານັກຊ່ຽວຊານຕ່າງປະເທດ ມາຝຶກອົບຮົມໃຫ້ບັນດາສະມາຊິກສະຫະກອນ; ນຳໃຊ້ວີທີປຸງແຕ່ງກາເຟນ້ຳເຜີ້ງທີ່ບໍ່ນຳໃຊ້ນ້ຳ, ເປືອກແມ່ນເຮັດຊາເພື່ອສົ່ງອອກ, ນຳມາເຊິ່ງລົດຊາດພິເສດສະເພາະຂອງກາເຟເຊີນລາ ແລະ ຄຸນຄ່າສູງກ່ວາ, ເປັນມິດກັບສິ່ງແວດລ້ອມ.

    ບໍລິສັດຫຸ້ນສ່ວນກາເຟ ຟຸກຊິງ ເຊີນລາ ກໍ່ແມ່ນໜຶ່ງໃນບັນດາຫົວໜ່ວຍຜະລິດກາເຟມີຄຸນນະພາບສູງ ຈາກກາເຟ Arabica ຂອງເຊີນລາ. ສະເລ່ຍແຕ່ລະປີ, ບໍລິສັດນີ້ໄດ້ເກັບຊື້ ແລະ ປຸງແຕ່ງໝາກກາເຟສົດໄດ້ປະມານ 20.000 ໂຕນ. ທ່ານ ຫວຸ້ງອກຮູຍ, ພະນັກງານຮັບຜິດຊອບເຂດວັດຖຸດິບຂອງບໍລິສັດ ໃຫ້ຮູ້ວ່າ:

    ບໍລິສັດ ໄດ້ຜະລິດກາເຟ Blue ເຊີນລາ ຊື່ງແມ່ນກາເຟມີຄຸນນະພາບສູງ. ສະນັ້ນ, ວັດຖຸດິບແມ່ນສຳຄັນທີ່ສຸດ. ນັບແຕ່ປີ 2018, ທາງບໍລິສັດ ໄດ້ສຸມໃສ່ພັດທະນາເຂດວັດຖຸດິບ; ປະຕິບັດບັນດາລາຍການຮ່ວມສຳພັນກັບຊາວກະສິກອນ ເພື່ອສ້າງເຂດວັດຖຸດິບໃຫ້ໄດ້; ໃຫ້ຄຳປຶກສາ, ພັດທະນາ, ຝຶກອົບຮົມເຕັກນິກການປູກຝັງໃຫ້ແກ່ຊາວກະສິກອນ…

   ພາຍຫຼັງພັດທະນາຕົ້ນກາເຟມາເປັນເວລາກ່ວາ 30 ປີ,  ປະຈຸບັນ, ເຊີນລາ ແມ່ນທ້ອງຖິ່ນມີເນື້ອທີ່ປູກກາເຟຫຼາຍກ່ວາໝູ່ ຢູ່ພາກເໜືອຫວຽດນາມ, ປະມານ 17.000 ເຮັກຕາ ແລະ ປະລິມານການຜະລິດກາເຟເມັດປະມານ 30.000 ໂຕນ/ປີ. ພິເສດ, ແຕ່ປີ 2017 ເປັນຕົ້ນມາ, ທາງກົມຊັບສິນທາງປັນຍາ ໄດ້ສະໜອງໃບຢັ້ງຢືນທີ່ຕັ້ງພູມສາດ  “ກາເຟເຊີນລາ” ໃຫ້ແກ່ບັນດາຜະລິດຕະພັນ: ການເຟສົດ, ກາເຟເມັດຂົ້ວແລ້ວ, ກາເຟບົດ; ມີຜະລິດຕະພັນກາເຟ 1 ບັນລຸມາດຖານ OCOP 5 ດາວລະດັບຊາດປີ 2021; ກາຍເປັນບັນດາຜະລິດຕະພັນພິເສດຂອງເຂດພາກ, ໄດ້ຮັບການຕີລາຄາສູງຈາກຕະຫຼາດພາຍໃນ ແລະ ຕ່າງປະເທດ.

  ໄປພ້ອມກັບການພັດທະນາແບບຍືນຍົງຂອງຕົ້ນກາເຟ, ແຂວງເຊີນລາ ໄດ້ ແລະ ພວມມີບັນດາການກຳນົດທິດ, ເປົ້າໝາຍ ແລະ ມາດຕະການຍຸດທະສາດ ເພື່ອຍົກສູງລະດັບເຄື່ອງໝາຍການຄ້າ, ຍົກສູງຄຸນຄ່າຂອງຕົ້ນກາເຟກ່ວາອີກ. ທ່ານຫງວຽນແທັງກົງ, ຮອງປະທານຄະນະກຳມະການ ປຊຊ ແຂວງ ເຊີນລາ ໃຫ້ຮູ້ວ່າ:

   ທາງແຂວງໄດ້ສຸມໃສ່ກວດກາ, ຕີລາຄາເນື້ອທີ່ປູກຕົ້ນກາເຟຄືນໃໝ່, ຈາກນັ້ນໄດ້ປູກຕົ້ນກາເຟ ດ້ວຍແນວພັນໃໝ່ຕື່ມອີກ, ພິເສດແມ່ນສຸມໃສ່ນຳໃຊ້ແນວພັນກາເຟໃຫ້ໃຫ້ຜະລິດຕະພັນມີຄຸນນະພາບສູງ ແລະ ກາເຟພິເສດຂອງເຊີນລາ. ພ້ອມທັງສຸມໃສ່ການຜະລິດ, ປຸງແຕ່ງ, ຈຳໜ່າຍ ແລະ ມີອັດຕາສ່ວນການສົ່ງອອກກາເຟໃນບໍລິເວັນແຂວງ, ຢູ່ພາຍໃນປະເທດ ແລະ ໃນໂລກເປັນປົກກະຕິ, ຮ່ວມສຳພັນເຂດປູກ ກັບບັນດາໂຮງງານປຸງແຕ່ງ, ຄອບຄົວຊາວກະສິກອນ, ສະຫະກອນຮ່ວມສຳພັນເຊັນສັນຍາການປູກ ແລະ ບົວລະບັດຕາມມາດຕະຖານ.

  ຈາກ “ພາລະກຳ” ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປະຈຸບັນ, ຕົ້ນກາເຟ ໄດ້ກາຍເປັນຕົ້ນໄມ້ອຸດສາຫະກຳຕົ້ນຕໍຂອງແຂວງ ເຊີນລາ. ຫຼາຍຜະລິດຕະພັນກາເຟພິເສດ, ກາເຟຄຸນນະພາບສູງ ສາມາດພິຊິດຕະຫຼາດທີ່ຮຽກຮ້ອງຄຸນນະພາບສູງໄດ້ເທື່ອລະກ້າວ, ປະກອບສວ່ນຢືນຢັນຮູບພາບ, ເຄື່ອງໝາຍການຄ້າ ກາເຟ ຫວຽດນາມ ໃນແຜນທີ່ກາເຟຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ