ດົງຮ່າ - ຕາແສງຊົນນະບົດໃໝ່ແຫ່ງທຳອິດຂອງແຂວງຮ່າຢາງ


(vovworld) - ດົງ​ຮ່າ ​ແມ່ນ​ຕາ​ແສງ​ຢູ່​ເຂດ​ພູດ​ອຍ, ທາງ​ທິດ​ເໜືອ​ເມືອງ ກວານບ້າ, ​ແຂວງ ຮ່າ​ຢາງ. ຈາກ​ຕາ​ແສງ​ທີ່​ຫຍຸ້ງຍາກ, ຈຳກັດ​ດ້ານ​ພັດທະນາ​ເສດຖະກິດ, ສັງຄົມ, ທາງຄົມມະນາຄົມ… ​ແຕ່​ຜ່ານ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ, ດົງຮ່າ ​ໄດ້​ປະຕິບັດ​ສຳ​ເລັດ​ມາດຖານທັງ​ໝົດ ​ແລະ ກາຍ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ແຫ່ງ​ທຳ​ອິດ​ຂອງ​ແຂວງ ຮ່າ​ຢາງ.

ດົງຮ່າ - ຕາແສງຊົນນະບົດໃໝ່ແຫ່ງທຳອິດຂອງແຂວງຮ່າຢາງ - ảnh 1

ຕາແສງດົງຮ່າ ກໍ່ສ້າງທາງໃນເຂດທົ່ງນາ

(ພາບ:baohagiang.vn)

        ​ໃນ​ຊຸມ​ມື້​ນີ້, ຊາວ​ກະສິກອນ​ຕາ​ແສງ ດົງ​ຮ່າ ​ເລີ່​ມຕົ້ນ​ລະດູ​ການ​ເກັບ​ກ່ຽວ​ເຂົ້າ… ບົນ​ເສັ້ນທາງ​ເບ​ຕົງ​ລະຫວ່າງ​ບ້ານ, ກໍ່​ເຫັນລົດ​ກະບະ, ກວຽນມ້າຂົນ​ສົ່ງ​ເຂົ້າກັບ​ເມືອ​ບ້ານ​ຢ່າງວ່ອງ​ໄວ. ປີ​ນີ້​ການ​ປູກຝັງ​ໄດ້ຮັບ​ຜົນ​ດີ, ດັ່ງ​ນັ້ນ​ຜູ້​ໃດ​ກໍ່​ເບີກບານ​ມ່ວນ​ຊື່ນ. ທ່ານ ​ເຢືອງດຶກ​ທັ໋ງ, ບ້ານ ນ່າຊ່າ​ຍ, ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ມີ​ການ​ຫັນປ່ຽນ​ຜົນລະປູກ, ຄອງ​ເໝືອງສະໜອງນຳ້ຢ່າງ​ພຽງພໍ ​ແລະ ມີ​ການ​ລົງທຶນກ່ຽວ​ກັບ​ຝຸ່ນ​ ​ແລະ ​ແນວ​ພັນ​ປູກ​ຂອງ​ລັດ​ອີກ, ດັ່ງ​ນັ້ນ​ປີ​ໃດ​ການ​ປູກຝັງ​ກໍ່​ຮັບ​ຜົນ​ດີ. ການ​ເກັບ​ກ່ຽວ​ກໍ່​ໄວ​ກວ່າ​ຍ້ອນ​ມີ​ເສັ້ນທາງ​ເບ​ຕົງລະຫວ່າງ​ບ້ານ, ຕາ​ແສງ ​ແລະ ພາຍ​ໃນ​ເຂດ​ທົ່ງ​ນາ ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ລົດ​ໂອ​ໂຕ​ເຂົ້າ​​ຂົນ​ສົ່ງ​ເຂົ້າ, ສາລີ​ຈາກ​ເຂດ​ທົ່ງ​ນາກັບ​ເມືອ​ບ້ານ​ຢ່າງ​ສະ​ດວກ​ສະບາ​ຍ.

        “ນັບ​ແຕ່​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ. ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້, ທາງ​ໄປ​ມາ​ກໍ່​ສະດວກ​ສະບາຍ, ປະຊາຊົນ​ມີ​ຫໍ​ວັດທະນະທຳ​ເພື່ອ​ປະຊຸມ. ​ເສດຖະກິດ​ຄອບຄົວ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ. ກ່ອນ​ນີ້​, ​ເມື່ອ​ບໍ່​ທັນ​ກໍ່ສ້າ​ງຊົນນະບົດ​ໃໝ່, ທັງ​ບ້ານມີ 30 ກວ່າ​ຄອບຄົວ​ທຸກ​ຍາກ, ປະຈຸ​ບັນ​ຍັງ​ເຫຼືອ​ພຽງ 6 ຄອບຄົວ​ເທົ່າ​ນັ້ນ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ​ກວ່າ 18 ລ້ານ​ດົ່ງ/ຄົນ/ປີ“.

        ຕາ​ແສງ ດົງ​ຮ່າ ມີ 4 ບ​້ານ ​ແລະ 10 ຊົນ​ເຜົ່າ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ. ຈາກ​ຕາ​ແສງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ຜ່ານ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດົງ​ຮ່າ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊີວິດ​ທາງ​ດ້ານ​ວັດຖຸ, ວັດທະນະທຳ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ທີ່​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ທ່ານ ຫງວຽນ​ຫື້​ວງຽບ, ປະທານ​ຄະນະ​ກຳມະການ​ຕາ​ແສງ ດົງ​ຮ່າ, ​ໃຫ້​ຮູ້​ວ່າ: ວັນ​ທີ 4/7 ຜ່ານ​ມາ, ຕາ​ແສງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

        “ນັບ​ແຕ່​ວາງ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ຈາກ​ຕາ​ແສງ​ລົງ​ແຕ່​ລະ​ບ້ານ, ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ, ລາຍການ​ເພື່ອ​ໃຫ້​ປະຊາຊົນ​​ເຂົ້າ​ໃຈ. ຈາກ​ນັ້ນ, ​ໄດ້​ຮັບ​ການ​ສະໜັບສະໜູນ​ ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ປະຊາຊົນ, ດັ່ງ​ນັ້ນ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ ດົງ​ຮ່າ ຈຶ່ງ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ“.

ດົງຮ່າ - ຕາແສງຊົນນະບົດໃໝ່ແຫ່ງທຳອິດຂອງແຂວງຮ່າຢາງ - ảnh 2

ສຳນັກງານບ້ານໃຫຍ່ກວ່າໝູ່ໃນຕາແສງດົງຮ່າ
(ພາບ:baohagiang.vn)

        ຜ່ານ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນອກຈາກ​ແຫຼ່ງລົງທຶນ​ກວ່າ 8 ຕຶ້ດົ່ງ​ຈາກ​ງົບປະມານ, ປະຊາຊົນ​ຕາ​ແສງ​ດົງ​ຮ່າ ຍັງ​ບໍລິ​ຈາກ​ທີ່​ດິນ​ເກືອບ 9.500 ຕາ​ແມັດ, ​ແຮງ​ງານ​ກວ່າ 9.000 ວັນ. ທາງ​ຕາ​ແສງ​ກໍ່​ໄດ້​ລະດົມ​ແຫຼ່ງທຶນ​ສັງຄົມ​ຈາກ​ບັນດາ​ຫົວໜ່ວຍ​, ວິ​ສາ​ຫະກິດ ​ແລະ ສ່ວນ​ບຸກຄົນ​ໄດ້​ກວ່າ 270 ລ້ານ​ດົ່ງ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່.

        ​ໄດ້​ຮັບ​ຜົນງານ​ຄື​ດັ່ງກ່າວ, ​ແມ່ນ​ມີ​ຄວາມ​ມານະ​ພະຍາຍາມຂອງ​ພະນັກງານ ​ແລະ ປະຊາຊົນ​ຕາ​ແສງ ດົງ​ຮ່າ, ພິ​ເສດ​ແມ່ນ​ຕາ​ແສງ​ໄດ້​ປະຕິບັດ​ວຽກ​ງານໂຄສະນາ, ຂົນຂວາຍ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ມີ​ຄວາມ​ຮັບ​ຮູ້​ສູງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ຫື້​ວງຽບ, ​ແບ່ງປັນ​ວ່າ, ພະນັກງານ​ຕາ​ແສງ ​ແລະ ບ້ານ​ລ້ວນ​ແຕ່​ເຂົ້າ​ໃຈ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ​ ຜັນ​ຂະຫຍາຍ​ຢູ່​ທຸກ​ບ້ານ​ຢ່າງ​ຄົບ​ຊຸດ. ​ເມື່ອ​ເຂົ້າ​ໃຈ​ໄດ້​ວ່າ, ຕົນ​ເອງ​ແມ່ນ​ເປົ້າ​ໝາຍ​ໄດ້​ຊົມ​ໃຊ້​ຜົນ​ທີ່​ໄດ້​ຮັບ​ຈາກ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຊາຊົນ​ກໍ່​ສະໝັກ​ໃຈ​ບໍລິຈາກ​ທີ່​ດິນ, ປະກອບ​ວັດ​ຖຸ, ​ແຮງ​ງານ​ໃຫ້​ປະຊາ​ຄົມ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ, ຫໍ​ວັດທະນະທຳ.

        “ຕ​້ອງຢືນຢັນ​ໄດ້​ວ່າ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາຊົນ ກໍ່​ຄື​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ພະນັກງານ​ຕາ​ແສງ, ບ້ານ… ​ໄດ້​ຊ່ວຍ​ໃຫ້​ ດົງ​ຮ່າ ປະຕິບັດ​ສຳ​ເລັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກໍ່ສ້າງ​ຊົນນະບົດ​ໃໝ່. ພາຍຫຼັງ​ພິທີ​ຮັບຮອງ​ເປັນ​ຕາ​ແສງ​ບັນລຸ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ພວກ​ຂ້າພະ​ເຈົ້າ​ໄດ້​ກໍ່ສ້າງ​ລາຍການ​ດຳ​ເນີນ​ງານ​ເພື່ອ​ຮັກສາ 19 ມາດຖານ​ທີ່​ໄດ້​ຮັບ​ການ​ຮັບຮອງ​ໄວ້​ຢ່າງ​ໝັ້ນຄົງ, ກໍ່​ຄື​ພັດທະນາ​ເສດຖະກິດ​ສັງຄົມ, ​ເພີ່ມ​ລາຍ​ຮັບ​ໃຫ້​ປະຊາຊົນ. ຕາ​ແສງ​ສືບ​ຕໍ່​ຂົນ​ຂວາ​ຍປະຊາຊົນ​ປະຕິບັດ​ບັນດາ​ຮູບ​ແບບ​ລ້ຽງສັດ, ຫັນປ່ຽນ​​ໂຄງ​ປະ​ກອບ​ຜົນລະປູກ“.

        ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ​ຈະ​ມາ​ເຖິງ, ຕາ​ແສງ ດົງ​ຮ່າ ມຸ່ງ​ໄປ​ສູ່​ການ​ພັດທະນາ​ການທ່ອງທ່ຽວ. ພ້ອມ​ກັບ​ການ​ພັດທະນາ​ຊົນນະບົດ, ການ​ລ້ຽງສັດ, ປູກຝັງ​ຕົ້ນ​ໄມ້​ຜະລິດ​ເປັນ​ຢາ… ຫວັງ​

ຕອບກັບ

ຂ່າວ/ບົດ​ອື່ນ