ຕາແສງຊານທ່າງ, ແຂວງລາຍເຈົາ, ຜ່ານຜ່າຄວາມຫຍຸ້ງຍາກ ກໍ່ສ້າງຊົນນະບົດໃໝ່


(vovworld) - ດ້ວຍ​ບັນດາ​ວິທີ​ການ​ທີ່​ມີ​ໄຫວ​ພິບ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ຄວາມ​ຕັດສິນ​ໃຈ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທ້ອງ​ຖີ່​ນ, ຕາ​ແສງ​ຊານ​ທ່າ​ງ, ນະຄອນ​ລາຍ​ເຈົາ, ​ແຂວງ​ລາຍ​ເຈົາ ​ໄດ້​ປະຕິບັດ​ສຳ​ເລັດ 19/19 ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຊານ​ທ່າ​ງ ກໍ່​ກາຍ​ເປັນ​ທ້ອງ​ຖີ່​ນທຳ​ອິດ​ຂອງ​ແຂວງ​ລາຍ​ເຈົາປະຕິບັດສຳ​ເລັດ​ການ​ກໍ່ສ້າງຊົນນະບົດ​ໃໝ່.

ຕາແສງຊານທ່າງ, ແຂວງລາຍເຈົາ, ຜ່ານຜ່າຄວາມຫຍຸ້ງຍາກ ກໍ່ສ້າງຊົນນະບົດໃໝ່ - ảnh 1

ພາບປະກອບ

        ນັບ​ແຕ່​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ກ້າວ​ເຂົ້າ​ສູ່​ຊີວິດ, ຕາ​ແສງ​ຊານ​ທ່າ​ງ, ດ້ວຍ 11 ບ້ານ, 5 ຊົນ​ເຜົ່າ, 1.500 ກວ່າ​ຄອບຄົວ ທີ່​ດຳລົງ​ຊີວິດ​ດ້ວຍ​ອາຊີບ​ກະ​ສີ​ກຳ​ເປັນ​ຕົ້ນ, ລາຍ​ຮັບ​ສະ​ເລ່ຍ​ໃນ​ປະຈຸ​ບັນ​ບັນລຸ 18 ລ້ານ​ດົ່ງ/ຄົນ/ປີ. ​ເຖິງ​ວ່າ​ລາຍ​ຮັບ​ບໍ່​ທັນ​ສູງ​ກໍ່ຕາມ, ​ແຕ່​ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຢ່າງ​​ໃຫຍ່ຫຼວງ​​ຂອງ​ປະຊາຊົນ​ໃນ​ຕາ​ແສງ.

        ຕາ​ແສງ​ຊານ​ທ່າ​ງ 2, ​ມີ​ຊາວ​ເຜົ່າ​ໄຢ໋ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ຊຸມປີ​ກ່ອນ, ຊີວິດ​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ​ຢູ່​ຍ້ອນ​ເນື້ອ​ທີ່​ຜະລິດ​ກະ​ສີ​ກຳ​ຖືກ​ຈຳກັດ. ​ແຕ່​ເມື່ອ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊນນະ​ບົດ​ໃໝ່, ດ້ວຍ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຂອງ​ລັດ, ປະຊາຊົນ​ບັນດາ​ເຜົ່າ​ຢູ່​ທີ່​ນີ້​ໄດ້​ຕັ້ງໜ້າ​ເປີດ​ກວ້າງ​ເນື້ອ​ທີ່​ຜະລິດ, ຫັນປ່ຽນ​ຜົນລະປູກ, ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ຍົກ​ສູງ​ສະມັດ​ຕະພາບ, ປະລິມານ​ຜົນລະປູກຂຶ້ນ. ມີ​ຫຼາຍ​ຄອບຄົວ​ຍັງ​ກູ້​ຢືມ​ທຶນ, ລົງທຶນ​ພັດທະນາ​ບັນດາ​ຮູບ​ແບບ​ເຮັດ​ເສດຖະກິດ​ໃໝ່, ນຳ​ມາ​ເຊິ່ງປະສິດ​ທິຜົນ​ທາງ​ດ້ານ​ເສດຖະກິດ​ສູງ. ຕົວຢ່າງ​ຄື​ຄອບຄົວ​ອ້າຍ ທ່າວ​ວັນ​ຮວານ, ຢູ່​ບ້ານ​ຊານ​ທ່າ​ງ 2, ​ໄດ້​ນຳ​ເອົາ​ສາລີ​ມາ​ປູກ​ໃນ​ເນື້ອ​ທີ່​ປູກ​ເຂົ້າ​ກ່ອນ​ນີ້. ​ແຕ່ລະ​ປີ​ອາຍ​ສາມາດ​ເກັບ​ກ່ຽວ​ສາລີ​ໄດ້ 3 ລະດູ​ການ ​ແລະ ພັດທະນາ​ການ​ລ້ຽງສັດ, ​ໃຊ້​ຕົ້ນ​ສາລີ​ແຫ້ງ​ເພື່ອ​ພັດທະນາ​ຮູບ​ແບບ​ປູກ​ເຫັດ. ມາ​ຮອດ​ປະຈຸ​ບັນ, ຄອບຄົວ​ອ້າຍ​ບໍ່​ພຽງ​ແຕ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ, ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປະຈຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ບ້ານ​ແຕ່ 3 – 5 ຄົນອີກ​ດ້ວຍ. ອ້າຍ​ ທ່າວ​ວັນ​ຮວານ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຄອບຄົວ​ຂ້າພະ​ເຈົ້າ​ເຮັດ​ນາ, ຕໍ່​ມາ​ກໍ່​ປູກ​ເຫັດ ​ແລະ ສາລີ. ​ແຕ່ລະ​ປີ​ສາມາດ​ເກັບ​ກ່ຽວ​ໄດ້​ນັບ​ສອງ​ສາມໂຕນ. ​ເມື່ອ​ທຽບ​ໃສ່​ການ​ປູກຝັງ​ອື່ນໆ, ປູກ​ເຫັດ​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ​ຫຼາຍ, ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ຄອບຄົວ ​ແລະ ​ໃຫ້​ທຸກ​ຄົນ​ໄດ້. “

        ສ່ວນ​ຄອບ​ຄົວ​ອ້າຍ ​ເລ​ວັນ​ຕິງ, ຢູ່​ບ້ານ​ຊານ​ທ່າ​ງ 2 ພັດ​ຫັນ​ເນື້ອ​ທີ່​ປູກ​ເຂົ້າ 3 ​ເຮັກຕາ​ມາ​ປູກ​ດອກ​ໄມ້. ພາຍຫຼັງ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ດອກ​ໄມ້​ພັດທະນາ​ໄດ້​ດີ ​ແລະ ຄອບຄົວ​ອ້າຍ​ໄດ້​ເປັນ​​ແຫຼ່ງສະໜອງ​ດອກ​ໄມ້​ຕົ້ນ​ຕໍ່​ໃຫ້​ຕະຫຼາດ​ນະຄອນ​ລາຍ​ເຈົາ, ຮ່າ​ໂນ້ຍ ​ແລະ ບັນດາ​ເຂດ​ອ້ອມ​ຂ້າງ. ປະຈຸ​ບັນ, ລາຍ​ຮັບ​ຂອງ​ຄອບຄົວ​ອ້າຍ ​ເລ​ວັນ​ຕິງ ບັນລຸ​ນັບ​ຮ້ອຍ​ລ້ານ​ດົ່ງ​ຕໍ່​ປີ, ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປະຈຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ທ້ອງ​ຖີ່​ນນັບ​ສິບ​ກວ່າ​ຄົນ. ອ້າຍ ​ເລ​ວັນ​ຕິງ, ​ໃຫ້​ຮູ້​ວ່າ:

        “​ໃນ​ເບື້ອງ​ຕົ້ນ​ຂ້າພະ​ເຈົ້າ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ພາຍຫຼັງ​ໄລຍະ​ໜຶ່ງ​ເຫັນ​ວ່າ​ດິນ​ຟ້າ​ອາກາດ​ຢູ່​ທີ່​ນີ້​ເໝາະ​ສົມ​​ເພື່ອ​ໃຫ້​ດອກ​ໄມ້ພັດທະນາ. ປະຈຸ​ບັນ​ຄອບຄົວ​ຂ້າພະ​ເຈົ້າ​ປູກ​ດອກ​ກຸຫຼາບ​ເປັນ​ຕົ້ນ, ຮອດ​ໂອກາດ​ບຸນປີ​ໃໝ່​ຈະ​ປູກ​ດອກ​ໄມ້​ຕື່ມ​ອີກ​ບາງ​ຊະນິດ​. ປູກ​ດອກ​ກຸຫຼາບ​ສາມາດ​ຫາ​ກຳ​ໄລ​ໄດ້ 100 ລ້ານ​ດົ່ງ/​ເຮັກຕາ/ປີ.

ຕາແສງຊານທ່າງ, ແຂວງລາຍເຈົາ, ຜ່ານຜ່າຄວາມຫຍຸ້ງຍາກ ກໍ່ສ້າງຊົນນະບົດໃໝ່ - ảnh 2

ພາບປະກອບ

        ​ໂດຍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ບັນດາ​ແຜນ​ຮ່າງ​ພັດທະນາ​ເຂດ​ຜະລິດ, ປູກຝັງ​ລວມສຸນ, ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຕາ​ແສງ​ຊານ​ທ່າ​ງ ​ໄດ້​ລົງທຶນ​ກໍ່ສ້າງ​ບັນດາ​ເຂດ​ຜະລິດ​ເຂົ້າ​ຄຸນ​ນະພາ​ບສູງ, ປູກ​ຊາ, ລ້ຽງສັດ... ທັງ​ສະ​ແຫວ​ງຫາ​ທຸກ​ແຫຼ່ງກຳລັງ, ທັງສົມທົບ​ບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ, ຮັບ​ໃຊ້​ຊີວິດ​ຂອງ​ປະຊາຊົນ. ທ່ານ ​ເຈືອງ​ແທງ​ນາມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຊານ​ທ່າ​ງ, ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ​ໄດ້ 16 ກມ, ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ລົງ​ເຫຼືອ​ພຽງ 2%, ກໍ່ສ້າງ​ຫ້ອງ​ງຮຽນ​ໄດ້ 8 ຫ້ອງ, ຫໍ​ວັດທະນະ​ທຳ​ໄດ້ 1 ​ແຫ່ງ, ປະກອບສ່ວນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຮຳ່ຮຽນ​ຂອງ​ລູກ​ຫຼານ ​ແລະ ບ່ອນ​ເຄື່ອນ​ໄຫວ​ວັດທະນະທຳ, ປະຊຸມ​ຂອງ​ປະຊາຊົນ​ໃນ​ຕາ​ແສງ. ທ່ານ ​ເຈືອງ​ແທງ​ນາມ, ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ຊີວິດ​ຂອງ​ປະຊາຊົນ​ຕາ​ແສງ​ໄດ້​ຮັບ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ພິ​ເສດ​ແມ່ນ​ການ​ຜະລິດ, ​ໃນ​ເບື້ອງ​ຕົ້ນ​ເນືອ​ທີ່ຜະລິດເພີ່ມ​ຂຶ້ນພຽງ 75 ​ເຮັກຕາ​ໃນ​ປີ 2010 ​ເທົ່າ​ນັ້ນ, ​ແຕ່​ປະຈຸ​ບັນ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ກວ່າ 238 ​ເຮັກຕາ. ​ໃນ​ຕາ​ແສງ​ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ເນື້ອ​ທີ່​ປູກ​ຊາກ​ວ່າ 200 ​ເຮັກຕາ​ອີກ. ນີ້​ກໍ່​ແມ່ນ​ຕົ້ນ​ໄມ້​ຊະນິດ​ໜຶ່ງ​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ຕາ​ແສງ“.

        ​ໂສມ​ໜ້າ​ຊົນນະບົດ​ຢູ່​ຕາ​ແສງ​ຊານ​ທ່າ​ງ ນັບ​ມື້​ນັບ​ປ່ຽນ​ໃໝ່, ຊີວິດ​ຂອງ​ປະຊາຊົນ​ພັດທະນາ​ຢ່າງ​ໝັ້ນຄົງ ຍ້ອນ​ບັນດາ​ຜົນງານ​ຈາກ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍ້ອນ​ເຫດ​ນັ້ນ, ​ໃນ​ຊຸມ​ປີ​ຕໍ່ໜ້າ, ຕາ​ແສງ​ຊານ​ທ່າ​ງຕັດສິນ​ໃຈ​ຮັກສາບັນດາ​ມາດຖານ​ທີ່​ບັນລຸ​ໄດ້, ພ້ອມ​ທັງ​ວາງ​ອອກ​ບັນດາ​ທິດ​ທາງ​ພັດທະນາ​ໃໝ່, ຊ່ວຍ​ປະຊາຊົນ​ພັດທະນາ​ເສດຖະກິດ, ຍົກ​ສູງ​ຊີວິດ​ດ້ານ​ວັດທະນະທຳ, ປັບປຸງ​ພື້ນຖານໂຄງ​ລ່າງ​ໃຫ້​ແກ່​ການ​ສຶກສາ ​ແລະ ສາທາລະນະ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ