ຕາແສງພູດອຍຢຸງຟອງ ກໍ່ສ້າງຊົນນະບົດໃໝ່ຈາກຕົ້ນໝາກກ້ຽງ


(vovworld) - ຕາ​ແສງ​ພູດ​ອຍຢຸງຟອງ, ​ເມືອງ​ກາວ​ຟອງ, ​ແມ່ນ​ຕາ​ແສງ​ທຳ​ອິດ​ຂອງ​ແຂວງ​ຮ່ວາ​ບິ່ງ ໄດ້​ຮັບ​ການ​ຮັບຮອງ​ວ່າ​​ແມ່ນຕາ​ແສງຊົນນະບົດ​ໃໝ່. ການ​ພັດທະນາ​ເສດຖະກິດ​ຟາ​ມ ​ແລະ ການສ້າງ​ຮູບ​ແບບ​​ຜະລິດຢູ່​ທີ່​ນີ້, ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ ​ແລະ ​ຖືກຖື​ວ່າ​ແມ່ນ​ໄມ້​ງັດ​ທີ່ຊ່ວຍ​ໃຫ້​ຂະ​ບວນການ​ກໍ່ສ້າງຊົນນະບົດ​ໃໝ່​ສຳ​ເລັດ​ຜົນ​ໂດຍ​ໄວ, ພ້ອມ​ທັງ​ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ຕາ​ແສງ​ຢຸງຟອງ​ອີກ​ດ້ວຍ..

ຕາແສງພູດອຍຢຸງຟອງ ກໍ່ສ້າງຊົນນະບົດໃໝ່ຈາກຕົ້ນໝາກກ້ຽງ - ảnh 1

ພາບປະກອບ

        ຕາ​ແສງ​ພູດ​ອຍຢຸງຟອງ, ​ເມືອງ​ກາວ​ຟອງ, ມີ 90% ຈຳນວນ​ພົນລະ​ເມືອງ​ແມ່ນຊາວ​ເຜົ່າ​ເມື່ອ​ງ. ​ໂດຍ​ຕັ້ງ​ຢູ່​ເຂດ​ພູດ​ອຍ, ພູມ​ມີ​ປະ​ເທດ​ທຸລະກັນດານ, ດັ່ງ​ນັ້ນ​ການ​ກໍ່ສ້າງ, ພັດທະ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ​ໃນ​ຊຸມປີ​ກ່ອນ, ​ເຖິງ​ວ່າ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ​ແລ້ວ​ກໍ່ຕາມ, ​ແຕ່​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫຼາຍ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ. ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ຊີວິດ​ເປັນ​ປົກກະຕິ, ອຳນາດ​ການ​ປົກຄອງ​ຕາ​ແສງຢຸງຟອງ ​ໄດ້ລົງທຶນ​ພັດທະນາ​ຮູບ​ແບບ​ການ​ຜະລິດ​ກະ​ສີ​ກຳ, ດ້ວຍ​ວິທີ​ຂະຫຍາຍ​ເນື້ອ​ທີ່​ປູກ​ຕົ້ນ​ໝາກກ້ຽງ, ສົມທົບ​ກັບ​ການ​ຫັນປ່ຽນ​ຜົນລະປູກ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ ​ເພື່ອ​ເພີ່ມ​ສະມັດ​ຕະພາບ, ປະລິມານ​ການ​ຜະລິດ ​ແລະ ​ເພີ່ມລາຍ​ຮັບຕື່ມ​ອີກ. ມາ​ຮອດ​ປະຈຸ​ບັນ, ທາງ​ຕາ​ແສງ​ໄດ້​ຮັບ​​ເງິນ​ຊ່ວຍ​ເຫຼືອ​​ຈາກ​ເມືອງ​ເກືອບ 500 ລ້ານດົ່ງ ​ແລະ ​ໄດ້​ກໍ່​ສ້າງ​ເຂດ​ປູກ​ຕົ້ນ​ໝາກກ້ຽງ, ໝາກກ້ຽງ​ນ້ອຍ ​​ໃນ​ເນື້ອ​ທີ່​​ກວ່າ 60 ​ເຮັກຕາສຳ​ເລັດ​.

        ປະຈຸ​ບັນ, ຢູ່​ລຽບ​ຕາມສອງ​ພາກ​ທາງ​​ໄປ​ສູ່​ຕາ​ແສງ ​ແມ່ນ​ບັນດາ​ສວນຕົ້ນ​ໝາກກ້ຽງ, ໝາກກ້ຽງ​ນ້ອຍສຸກ​ເຫຼືອງ. ​ໃນ​ໂອກາດບຸນປີ​ໃໝ່​ປະຈຳ​ຊາດ​ຜ່ານ​ມາ, ມື້​ໃດ​ກໍ່​ມີ​ລົດ​ຂົນ​ສົ່ງ​ນັບ​ສິບ​ລົດ​ເຂົ້າ​ຕາ​ແສງ​ເພື່ອ​ເກັບ​ຊື້​ຜະລິດ​ຕະພັນ​ກະ​ເສດ​ຢູ່​ທີ່​ນີ້​ໄປ​ຂາຍ​ໃນ​ທົ່ວ​ປະ​ເທດ. ​ກ່ອນ​ນີ້​ສອງ​ສາມ​ປີ, ໃນ​ທົ່ງ​ນ່າບ໋າ​ຍ ຍັງ​ປູກ​ສາລີ, ​ມັນ​ດ້າງ, ​ແຕ່​ປະຈຸ​ບັນ​​ເນື້ອ​ທີ່​ດັ່ງກ່າວ​ໄດ້​ກາຍ​ເປັນ​ສ່ວນຕົ້ນ​ໝາກກ້ຽງ, ໝາກກ້ຽງ​ນ້ອຍ. ​ຄອບຄົວ​ອ້າຍ ​ເຈິ່ນວັນ​ເຫີບ ມີ​ຟາ​ມ ປູກຕົ້ນ​ໝາກກ້ຽງ 4.000 ຕາ​ແມັດ​. ດ້ວຍ​ເງິນ​ລົງທຶນ​​​ໃນເບື້ອງ​ຕົ້ນ​ແມ່ນ 70 ລ້ານ​ດົ່ງ, ​ແຕ່ຄາດ​ວ່າ​ຮອດ​ຍາມ​ເກັບ​ກ່ຽວ​ຄອບຄົວ​ອ້າຍ ​ເຫີບ​ ສາມາດ​ເກັບ​ເງິນ​ໄດ້​ປະມານ 4000 ລ້ານ​ດົ່ງ. ອ້າຍ ​ເຈິ່ຍວັນ​ເຫີບ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ທຽບ​ໃສ່​ການ​ຜະລິດ​ກະ​ສີ​ກຳ​ອື່ນໆ, ​ແຫຼ່ງລາຍ​ຮັບ​ຈາກ​ຕົ້ນ​ໝາກກ້ຽງ​ແມ່ນ​ຫຼາຍ​ສົມຄວນ. ສົ້ນ​ອອກ​ຂອງ​ຜະລິດ​ຕະພັນ​ໃນ​ປະຈຸ​ບັນ​ແມ່ນ​ຢູ່​ຕະຫຼາດ​ຕ່າງ​ໆ​ໃນ​ທົ່ວ​ປະ​ເທດ. ​ໄລຍະ​ຈະ​ມາ​ເຖິງ, ​ແນ່ນອນ​ວ່າ​ເນື້ອ​ທີ່​ປູກ​ຕົ້ນ​ໝາກກ້ຽງ​ຈະ​ໄດ້​ຮັບ​ການ​ຂະຫຍາຍຕື່ມ​ອີກ“.

ຕາແສງພູດອຍຢຸງຟອງ ກໍ່ສ້າງຊົນນະບົດໃໝ່ຈາກຕົ້ນໝາກກ້ຽງ - ảnh 2

ພາບປະກອບ

        ​ເພື່ອ​ພັດທະນາຕົ້ນ​ໝາກກ້ຽງພ້ອມ​ກັບ​ຕົ້ນ​ໄມ້​ອຸດສາຫະກຳ​ອື່ນໆ, ຕາ​ແສງ​ຢຸງຟອງ ​ໄດ້​ໜູນ​ຊ່ວຍ​ເງິນ​ນັບ​ສິບ​ລ້ານ​ດົ່ງ​​ໃຫ້​ບັນດາ​ຄອບຄົວ​ເຂົ້າ​ຮ່ວມ​ລາຍການ​ປູກ​ຕົ້ນ​ໝາກກ້ຽງ, ຊ່ວຍ​ກໍ່ສ້າງ​ຄອງ​ເໝືອງ​ໃນ​ເຂດ​ທົ່ງ​ນາ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ປູກຝັງ, ​ເບ້ຍ​ໄມ້. ນອກ​ນັ້ນ, ​ທາງ​ຕາ​ແສງ​ກໍ່​ໄດ້​ລົງທຶນ​ນັບ​ສິບ​ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຄື: ທາງ​ເບ​ຕົງ​​ໃນ​ບ້ານ, ລະບົບ​ໄຟຟ້າ; ສຸກສາລາ​ບັນລຸ​ມາດຖານ​ຂອງຊາດ, ກໍ່ສ້າງ​ຕະຫຼາດ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ​ໃນ​ການ​ຄ້າຂາຍ. ທ່ານ ຫງວຽນ​ກວາງ​ວິ​ງ ​ແມ່ນ​ໜຶ່ງ​ໃນ​ບັນດາຜູ້ທີ່​ໄດ້​ບໍລິຈາກ​ທີ່​ດິນ​​ໃຫ້​ແກ່​ການກໍ່ສ້າງ​ທາງ​ຄົມມະນາຄົມ, ​ແບ່ງປັນ​ວ່າ:

        “ຄອບ​ຄົວ​ຂ້າພະ​ເຈົ້າ​ເຫັນ​ວ່າ, ທຸກ​ຄົນ​ຕ້ອງ​ປະກອບ​ກຳລັງ​ເຫື່ອ​ແຮງ​​ເຂົ້າ​ໃນ​ການ​ກໍ່ສ້າງ​ທາງ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້ການ​ໄປມາ ​ແລະ ຂົນ​ສົ່ງ​ສິນຄ້າ. ນັບ​ແຕ່​ມີ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ຂ້າພະ​ເຈົ້ານັບ​ມື້​ນັບ​ໃຫຍ່​ໂຕ ​ແລະ ສວຍ​ງານ​ກວ່າ. ທຸກ​ຄອບຄົວ, ທຸກ​ຄົນ​ລ້ວນ​ແຕ່​ແຂ່ງຂັນ​ກັນ​ພັດທະນາ​ເສດຖະກິດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເສດຖະກິດ​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ພັດທະນາ​ຢ່າງກະ​ໂດດ​ຂັ້ນ“.

ຕາແສງພູດອຍຢຸງຟອງ ກໍ່ສ້າງຊົນນະບົດໃໝ່ຈາກຕົ້ນໝາກກ້ຽງ - ảnh 3

ພາບປະກອບ

        ປີ 2014, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ປະຊາຊົນ​ໃນ​ຕາ​ແສງ​ຢຸງຟອງ ບັນລຸ 24 ລ້ານ​ດົ່ງ/ຄົນ. ອັດຕາ​ຄອບຄົວ​ທຸກ​ຍາກ​ກໍ່​ຫຼຸດ​ລົງ​ໃນ​ແຕ່ລະ​ປີ. ທາງ​ຕາ​ແສງ​ລະດົມ​ເ​ເງິນ​ບໍລິຈາກ​ໄດ້ 44 ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ​ແມ່ນ​ຍ້ອນ​ຕາ​ແສງ​ຢຸງຟອງ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການໂຄສະນາ, ຖື​ພະນັກງານ, ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບໍລິ​ເວນ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ບຸກ​ເບີກ​ໜ້າ​ພຽງ, ບໍລິຈາກ​ທີ່​ດິນ ​ແລະ ​ເງິນ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ... ທ່ານ ບຸ່ຍ​ວັນ​ຊັ໋ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຢຸງຟອງ, ​ແບ່ງປັນ​ວ່າ:

        “​ເຖິງ​ວ່າ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນຕາ​ແສງປະຕິບັດ​ສຳ​ເລັດ​ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງຊົນນະບົດ​ໃໝ່​ກໍ່ຕາມ, ​ແຕ່​ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່ສູ້​ຊົນ​ປັບປຸງ​ທຸກ​ມາດຖານ​ໃຫ້​ດີ​ຂຶ້ນ. ທາງ​ຕາ​ແສງ​ກໍ່​ຈະ​ສືບ​ຕໍ່​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ຄອບຄົວ,​ ໝູ່​ບ້ານ​ຕາ​ແສງ​​ໃຫ້​ສວຍ​ງາມ​ກວ່າ​, ສູ້​ຊົນ​ເພື່ອ​ໃຫ້​ເສດຖະກິດ - ສັງຄົມ​ຂອງ​ຕາ​ແສງ​ນັບ​ມື້​ນັບ​ພັດທະນາ​ກວ່າ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

        ​ເມື່ອ​ເຫັນ​​​ສວນຕົ້ນ​ໝາກກ້ຽງສຸກ​​​ເຫຼືອງ​ລຽບ​ຕາມ​ເນີນ​ພູ, ປະຊາຊົນ​ໃນ​ຕາ​ແສງ​ຍິ່ງ​​ເບີກບານ​ມ່ວນ​ຊື່ນ​. ຕົ້ນ​ປີ​ນີ້, ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ໄດ້​ມອບ​ໃບ​ຢັ້ງຢືນ​ເ​ຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່ໝາກກ້ຽງ​ກາວ​ຟອງ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ໝາກກ້ຽງ​ກາວ​ຟອງ​ ຈະ​ມີ​ທີ່​ຕັ້ງ​ຢ່າງ​ຫມັ້ນຄົງ​ໃນ​ຕະຫຼາດ, ຊ່ວຍ​ປະຊາຊົນມີ​ຊີວິດ​ເປັນ​ປົກກະຕິ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ.

       

ຕອບກັບ

ຂ່າວ/ບົດ​ອື່ນ