ຕາແສງແອອາຕູ: ສາມັກຄີເພື່ອກໍ່ສ້າງຊົນນະບົດໃໝ່ ແລະ ອະນຸລັກຮັກສາວັດທະນະທຳຊົນເຜົ່າ


(vovworld) -  ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ກໍ່​ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ” ໄດ້​ຮັບ​ການ​ປຸກ​ລະ​ດົມ​ເປັນ​ເວ​ລາກວ່າ 10 ປີ ຜ່ານ​ມາ ແລະ ໃນ​ຊຸມ​ປີ​ມໍ່ໆ​ນີ້​ແມ່ນ​ຂະ​ບວນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ລ້ວນ​ແຕ່​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ​ຢູ່​ບ້ານ​ຕ່າງໆ​ໃນ​ແຂວງ​ດັກ​ລັກ. ມີຫຼາຍ​ບ້ານ​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ​ຍ້ອນ​ລະ​ດົມ​​ໄດ້ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ ແລະ ເສີມ​ຂະ​ຫ​ຍາຍ​ລັກ​ສະ​ນະ​ປະ​ຊາ​ຄົມ​ໃນ​ແຕ່​ລະ​ກິດ​ຈະ​ກຳ, ແຕ່​ລະ​ວຽກ​ງານ​ອັນ​ລະ​ອຽດ. ຕາ​ແສງ​ແອ​ອາ​ຕູ, ນະ​ຄອນບວນ​ມາ​ທວດ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແບບ​ຢ່າງ​ຄື​ດັ່ງ​ກ່າວ.

ຕາແສງແອອາຕູ: ສາມັກຄີເພື່ອກໍ່ສ້າງຊົນນະບົດໃໝ່ ແລະ ອະນຸລັກຮັກສາວັດທະນະທຳຊົນເຜົ່າ - ảnh 1

ປະຊາຊົນເຂົ້າຮ່ວມການກໍ່ສ້າງທາງຄົມມະນາຄົມ

(ພາບ: ອິນເຕີແນດ)

        ເສັ້ນ​ທາງ​ເບ​ຕົງ​ໃນ​ບ້ານ 1, ຕາ​ແສງ​ແອ​ອາ​ຕູ ດ້ວຍ​ຕົ້ນໝາກ​ສູງທຽມ​ຟ້າ​ທີ່​ປູກ​ເປັນ​ແຖວ​ຢູ່​ລຽບ​ຕາມ​ສອງພາກ​ທາງ ໄດ້​ກາຍ​ເປັນ​ເສັ້​ນ​ທາງ​ທີ່​ເປັນແບບ​ຢ່າງຂອງ​ບ້ານ 1. ເຖິງວ່າ​ຍາວ​ພຽງ 120 ແມດ, ກວ້າງ 2,5 ແມດ​, ດ້ວຍ​ມູນ​ຄ່າ 26 ລ້ານ​ດົ່ງເທົ່າ​ນັ້ນ, ແຕ່​ຄວາມ​ສະ​ອາດ ແລະ ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ເສັ້ນ​ທາງນີ້ ໄດ້​ເປີດ​ສາກ​ໃຫ້​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ບ້ານ 1, ນັບ​ແຕ່​ປີ 2006. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ເສັ້ນ​ທາງ​ໃນ​ບ້ານ​ລ້ວນ​ແຕ່ໄດ້​ຮັບ​ການ​ປູຢາງ ຫຼື ກໍ່​ສ້າງ​ດ້ວຍເບ​ຕົງ ດ້ວຍ​ຄວາມ​ຍາວ​ທັງ​ໝົດ 1,5 ກມ, ຍອດ​ມູນ​ຄ່າກວ່າ 360 ລ້ານ​ດົ່ງ, ໃນ​ນັ້ນ​ປະ​ຊາ​ຊົນ​ປະ​ກອບ 316 ລ້ານ​ດົ່ງ. ພາຍຫຼັງ​ກໍ່​ສ້າງ​ທາງ​ສຳ​ເລັດ​ແລ້ວ, ປະ​ຊາ​ຊົນ​ຍັງ​ບໍ​ລິ​ຈາກ​ເງິນ​ເພື່ອ​ກໍ່​ສ້າງ​ຫໍ​ປະ​ຊຸມ​ໃນ​ບ້ານ 1 ດ້ວຍ​ເນື້ອ​ທີ 150 ຕາ​ລາງ​ແມດ ແລະ ສະ​ໜາມກວ່າ 1000 ຕາ​ລາງ​ແມັດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ການ​ເຄື່ອນ​ໄຫວ​ກິ​ລາ​ອີກ​ດ້ວຍ.

        “ຂ້າ​ພະ​ເຈົ້າ​ຢູ່​ທີ່ນີ້​ມາ​ເປັນ​ເວ​ລາ 30 ປີ​ແລ້ວ, ປະ​ຈຸ​ບັນ​ທ້ອງ​ຖີ່ນ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ຢູ່​ບ້ານ 1 ໄດ້​ມີ​ຫໍ​ປະ​ຊຸມ​ທີ່​ໃຫ​ຍ່​ໂຕ​ ແລະ ສວຍ​ງາມ, ມີ​ສະ​ໜາມກິ​ລາອີກ, ສ່ວນ​ເສັ້ນ​ທາງ​ໄປ​ມາ​ໂດຍ ລັດ ແລະ ປະ​ຊາ​ຊົນ​ພ້ອມ​ກັນ​ເຮັດ​. ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ແລະ ລັດ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ກໍ່​ຄື​ຄອບ​ຄົວ​ອື່ນໆ​ໃນ​ບ້ານ​ໄດ້​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ ແລະ ບໍ​ລິ​ຈາກ​ເງິນ​ເພື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

        ສ່ວນ​ຢູ່​ບ້ານ ຢູ່, ​ເສັ້ນ​ທາງ​ເບ​ຕົງ​ໄປ​ຍັງ​ທ່າ​ນ້ຳ​ໄດ້ຮັບ​ການ​ກໍ່​ສ້າງ​ສຳ​ເລັດ​ກ່ອນນີ້​ສອງ​ສາມ​ເດືອນ​. ເພື່ອ​ກໍ່​ສ້າງ​ເສັ້ນ​ທາງນີ້, ນອກ​ຈາກ​ຂົນ​ຂວາຍ 580 ກວ່າ​ຄອບ​ຄົວ​ໃນ​ບ້ານ​ບໍ​ລິ​ຈາກ​ເງິນ​ແລ້ວ, ທາງ​ຕາ​ແສງ​ຍັງ​ຂົນ​ຂວາຍ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ຂົນ​ສົ່ງ​ອຸ​ປະ​ກອນ ແລະ ປະ​ກອບ​ທີ່​ດິນ​ອີກ. ເອີື້ອຍ ເຮີ​ເງີງ ເອ​ບານ, ໃນ​ບ້ານ​ຢູ່, ໃຫ້​ຮູ້​ວ່າ:

        “ແຕ່​ລະ​ຄອບ​ຄົວ​ປະ​ກອບ 200.000 ດົ່ງ ເພື່ອ​ກໍ່​ສ້າງ​ເສັ້ນ​ທາງ​ໄປ​ຍັງ​ທ່​ານ້ຳ. ເມື່ອ​ເສັ້ນ​ທາງ​ໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ​ແລ້ວ, ເອື້ອຍ​ນ້ອງ​ໄປ​ເອົາ​ນ້ຳ​ກໍ່​ສະ​ດວກສະ​ບາຍກວ່າ. ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈຫຼາຍ.

        ໂດຍ​ມີ​ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ບ້ານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ແຕ່​ລະ​ຄອບ​ຄົວ​ປະ​ຊາ​ຊົນ, ມາ​ຮອດ​ປະ​ຈຸ​ບັນ, ບ້ານ​ຢູ່ ບັນ​ລຸ​ໄດ້ 13/19 ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, 98% ຈຳ​ນວນ​ຄອບ​ຄົວ​ປະ​ຊາ​ຊົນ​ລ້ວນ​ແຕ່​​ໄດ້ຮັບ​ນາມ​ມະ​ຍົດ​ຄອບ​ຄົວ​ວັດ​ທະ​ນະ​ທຳ​. ບ້ານ​ຢູ່ ກໍ່​ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ບ້ານ​ວັດ​ທະ​ນະ​ທຳ​ໃນຫຼາຍ​ປີ​ຢ່າງ​ລຽນ​ຕິດ. ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າໄດ້​ຮັບ​ການ​ປະ​ຕິ​ບັດ​ດີ​ພໍ​ສົມ​ຄວນ. ຜູ້​ເຖົ້າ, ຜູ້​ແກ່​ຍັງ​ເມົາ​ມົວກັບ​ວຽກ​ງານ​ສອນ​ໃຫ້​ລຸ້ນ​ໜຸ່ມ​ວິ​ທີ​ຕີ​ຄ້ອງ, ອາ​ຊີບ​ຕ່ຳຫູກ, ປຸງ​ແຕ່ງ​ເຫຼົ້າ​ໄຫ. ນັກ​ສິ​ລະ​ປະ​ການ ອີບ​ລ​ວາ ອາ​ເດີ​ເຮິງ, ໃນ​ບ້ານ​ຢູ່, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າຂົນ​ຂວາຍ​ພວກ​ຫຼານມາ​ຮຽນ, ທຳ​ອິດ​ແມ່ນ​ໃຫ້​ພວກຫຼານ​ຮຽນ​ຕີ​ຄ້ອງ​ດ້ວຍ​ໄມ້​ໄຜ່​, ເມື່ອ​ຕີ​ໄດ້​ດີ​ແລ້ວ ຈຶ່ງ​ໃຫ້​ຕີຄ້ອງທອງ. ສອງ​ເດືອນ​ເທື່ອ​ໜຶ່ງ, ບັນ​ດາ​ນັກ​ສິ​ລະ​ປະ​ການ​ກໍ່​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ປະ​ຊຸມ​ຕີ​ຄ້ອງ​ເພື່ອ​ບໍ່​ໃຫ້​ລືມ, ທັງ​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ​ໃນ​ບ້ານ​ອີກ. ”

ຕາແສງແອອາຕູ: ສາມັກຄີເພື່ອກໍ່ສ້າງຊົນນະບົດໃໝ່ ແລະ ອະນຸລັກຮັກສາວັດທະນະທຳຊົນເຜົ່າ - ảnh 2

ເດັກນ້ອຍຮຽນຕີກອງດ້ວຍໄມ້ໄຜ່

(ພາບ: ອິນເຕີແນດ)

        ວຽກ​ງານ​ລະ​ດົ​ມ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ ເພື່ອ​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ບ້ານ​ໃນ​ຕາ​ແສງ​ແອ​ອາ​ຕູ. ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະ​ຊາ​ຊົນ ແມ່ນ​ລູກ​ກະ​ແຈ​ເພື່ອ​ຜັນ​ຂະ​ຫ​ຍາຍ​ລາຍ​ການ, ແຜນ​ການ​ຕ່າງໆ​ຂອງ​ທ້ອງ​ຖີ່ນ​ສຳ​ເລັດ​ຜົນ. ທ່ານ ຫງວຽນ​ຟຸກ​ເລີ້ຍ, ຫົວ​ໜ້າ​ຄະ​ນະ​ຮັບ​ຜິດ​ຊອບ​ວຽກ​ງານ​ແນວ​ໂຮມ​ບ້ານ 1, ແບ່ງ​ປັນ​ວ່າ:

        “ເບິ່ງ​ລວມ​ແລ້ວ, ປະ​ຊາ​ຊົນ​ເຂົ້າ​ໃຈ​ໄດ້​ວ່າ, ເງິນ​ຂອງ​ປະ​ຊາ​ຊົນ​ແມ່ນ​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງຕອບ​ສະ​ໜອງ​ແລະ ປະ​ຕິ​ບັດ​ດີ​ທີ່​ສຸດ. ອາດ​ເວົ້າ​ໄດ້​ວ່າ “ບັ້ນ​ຂົນ​ຂວາຍ​ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ກໍ່​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ” ໃນບ້ານ 1 ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ຈາກ​ປະ​ຊາ​ຊົນ, ອັນ​ໄດ້​ເຮັດ​ໃຫ້ຂະ​ບານ​ການ​ຕ່າງໆ​ລ້ວນ​ແຕ່​ສຳ​ເລັດ​ຜົນ​”.

        ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ເພື່ອ​ຮັບ​ໃຊ້​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ດີ​ພໍ​ສົມ​ຄວນ​ຢູ່​ຕາ​ແສງ ແອ​ອາ​ຕູ, ນະ​ຄອນ ບວນ​ມາ​ທວດ. ປີ 2013 ນີ້, 89% ຈຳ​ນວນ​ຄອບ​ຄົວ​ໃນ​ຕາ​ແສງ​ບັນ​ລຸ​ໄດ້​ນາມ​ມະ​ຍົດ​ຄອບ​ຄົວ​ວັດ​ທະ​ນະ​ທຳ, ຕາ​ແສງ ແອ​ອາ​ຕູ ​ກໍ່​ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນຕາ​ແສງວັດ​ທະ​ນະ​ທຳ​ລະ​ດັບ​ນະ​ຄອນ​ໃນ​ເວ​ລາ 3 ປີ​ຢ່າງ​ລຽນ​ຕິດ, ແລະ ປະ​ຈຸ​ບັນ​ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ເພື່ອ​ຮັບ​ຮອງວ່າ​ແມ່ນ​ຕາ​ແສງວັດ​ທະ​ນະ​ທຳ​ລະ​ດັບ​ແຂວງ. ປີນີ້, ຕາ​ແສງ​ແອ​ອາ​ຕູ ກໍ່​ສູ້​ຊົນ​ເພື່ອ​ບັນ​ລຸ​ໃຫ້ໄດ້ 11 ມາດ​ຖານ​ໃນ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ