ຕືເວີນ- ໝູ່ບ້ານຫຍິບທຸງຊາດ

(VOVWORLD) -ໂດຍຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 30 ກິໂລແມັດ, ໝູ່ບ້ານ ຕືເວີນ ຕາແສງ ເລເລີ້ຍ ເມືອງ ເທື່ອງຕີນ ບໍ່ພຽງແຕ່ມີຊື່ສຽງດ້ວຍ ອາຊີບ ຫຍິບປັກຖັກແສ່ວທີ່ເປັນມູນເຊື້ອເທົ່ານັ້ນ ຫາກຢູ່ທີ່ນີ້ ຍັງໄດ້ຜະລິດທຸງຊາດອອກນັບລ້ານໆຜືນເພື່ອສົ່ງໄປທຸກແຖບຖິ່ນໃນທົ່ວປະເທດຮັບໃຊ້ຫລາຍໆເຫດການຍິ່ງໃຫຍ່ຂອງຊາດ. ວັນທີ 2 ກັນຍາ ປີ 1945, ທຸງຊາດໄດ້ປີວສະບັດທົ່ວ ສະຫນາມຫລວງ ບາດີງ ຊື່ງແມ່ນບອ່ນທີ່ທ່ານປະທານໂຮ່ຈິມີນ ອ່ານບົດຖະແຫລງປະກາດເອກະລາດ ນັ້ນ ມີຜືນທຸງແດງດາວເຫລືອງນັບໝື່ນໆຜືນໂດຍແມ່ນປະຊາຊົນໝູ່ບ້ານຕືເວີນຫຍິບເອງ.

ຕືເວີນ- ໝູ່ບ້ານຫຍິບທຸງຊາດ - ảnh 1 ໝູ່ບ້ານຕືເວີນມີຊື່ສຽງໂດ່ງດັງໃນການຜະລິດທຸງ

ຕາມບັນດາຜູ້ອາຍຸສູງໃນໝູ່ບ້ານແລ້ວ, ນັບແຕ່ສັດຕະວັດທີ 16, ໝູ່ບ້ານ ຕືເວີນ ໄດ້ມີຊື່ສຽງໂດ່ງດັງທັງຢູ່ພາຍໃນ  ແລະ ຕ່າງປະເທດ ດ້ວຍບັນດາຜະລິດຕະພັນຖັກແສ່ວ, ຕ່ຳແຜ່ນແພພື້ນເມືອງ. ໃນໄລຍະນັ້ນ ມີຊາວບ້ານ ຕືເວີນ ຫລາຍຄົນ ໄປເປີດຮ້ານຂາຍຜະລິດຕະພັນຖັກແສ່ວຢູ່ ຮ່າໂນ້ຍ. ສະນັ້ນ ເພື່ອກະກຽມໃຫ້ມື້ດຳເນີນການລຸກຮື້ຂຶ້ນຢຶດອຳນາດໃນທົ່ວປະເທດ ເມື່ອເດືອນ ສິງຫາປີ 1945, ຄະນະກຳມະການຕໍ່ຕ້ານ ໄດ້ເຊີນບັນດາຊ່າງຕັດຫຍິບ, ນັກສິລະປະການຂອງໝູ່ບ້ານ ຕືເວີນ ມາຖັກແສ່ວ ຫຍິບທຸງຊາດ ເພື່ອກະກຽມໃຫ້ການລຸກຮື້ຂຶ້ນຢຶດອຳນາດ. ບັນດາຊ່າງຕັດຫຍິບ, ນັກສິລະປະການໃນຄາວນັ້ນ ໄດ້ຮັບການຄັດເລືອກເຂົ້າສະຫະກອນທຸງແດງຢູ່ ຖະຫນົນ ຮ່າງບົງ, ຮ່າໂນ້ຍ ເພື່ອຫຍິບທຸງຊາດ. ນັ້ນແມ່ນຈຸດເວລາປະຫວັດສາດ ແລະ ກໍ່ແມ່ນຂີດໝາຍແຫ່ງອາຊີບຫຍິບທຸງຊາດຂອງໝູ່ບ້ານ ຕືເວີນ.

ແພເອົາມາຫຍິບທຸງ ແມ່ນແພ ຊື້ມາຈາກ ໝູ່ບ້ານ ລາເຄ ເມືອງ ຮ່າດົງ ຮ່າໂນ້ຍ. ສຳລັບຍ້ອຍແມ່ນພຽງແຕ່ຊື້ຢູ່ໝູ່ບ້ານ ຈຽວຄຸກ ເມືອງ ແທງຈີ ຮ່າໂນ້ຍ ເທົ່ານັ້ນ. ອ້າຍ ຫງວຽນວັນຟຸກ ເຈົ້າຂອງຮ້ານຕັດຫຍິບຢູ່ ໝູ່ບ້ານ ຕືເວີນ ໃຫ້ຮູ້ວ່າ:

        “ປະຈຸບັນ  ຢູ່ ໃນບ້ານ ມີປະມານ 10 ຄອບຄົວ ຜະລິດທຸງຊາດ ເປັນຫລາຍຮູບແບບ. ມີຜູ້ຖັກແສ່ວທຸງ, ມີຜູ້ຫຍິບທຸງ, ທຸງຮັບໃຊ້ພິທີໄຂສົກຮຽນໃຫມ່, ທຸງຊາດຮັບໃຊ້ວັນຊາດທີ 2 ກັນຍາ, ປ້າຍຄຳຂວັນ, ຮັບໃຊ້ໂອກາດບຸນເຕັດ, ລະດົມກຳລັງໃຈທີມບານເຕະຫວຽດນາມ. ພໍ່ຂອງຂ້າພະເຈົ້າເຮັດອາຊີບຫຍິບທຸງ, ຕໍ່ມາຂ້າພະເຈົ້າກໍ່ສືບຕາມອາຊີບຂອງພໍ່. ກ່ອນນີ້ ຫຍິບທຸງສ່ວນຫລາຍແມ່ນຫຍິບດ້ວຍມື ຕ້ອງໃຊ້ເວລາຫລາຍ ແລະ ຕ້ອງການຫລາຍຄົນເຮັດ ແຕ່ມາບັດນີ້ ພວກຂ້າພະເຈົ້າ ເຮັດດ້ວຍເຄື່ອງຕັດຫຍິບທັນສະໄຫມແບບອັດຕະໂນມັດ, ສ້າງຮູບແບບຂອງຜະລິດຕະພັນຜ່ານຄອມພິວເຕີ ສະນັ້ນ ຄວາມຊັດເຈນ, ສະມັດຕະພາບແມ່ນບັນລຸລະດັບສູງ.”

ຕືເວີນ- ໝູ່ບ້ານຫຍິບທຸງຊາດ - ảnh 2

ທຸງຊາດແມ່ນສັນຍາລັກຂອງຊາດ ສະນັ້ນ ການຫຍິບທຸງເຖິງວ່າບໍ່ຕ້ອງການມີເຕັກນິກສູງ ແຕ່ຕ້ອງມີຄວາມຄ່ອງແຄ້ວ, ລະອຽດລະອໍ. ອາຊີບຫຍິບທຸງຊາດ ມີຫລາຍສິ່ງທີ່ຍາກເມື່ອທຽບໃສ່ອາຊີບຕັດຫຍິບປັກຖັກແສ່ວອື່ນ ແລະ ການເລືອກເຟັ້ນແຜ່ນແພ, ຖັກແສ່ວ, ພິມ, ປົນສີ.. ກໍ່ຕ້ອງໃຊ້ເວລາ ແລະ ເຫື່ອແຮງຫລາຍ ເຮັດແນວໃດເພື່ອໃຫ້ທຸງເມື່ອຫຍິບສຳເລັດແລ້ວບໍ່ພຽງແຕ່ມີຄວາມຊັດເຈນກ່ຽວກັບມາດຖານເທົ່ານັ້ນ ຫາກມີຄວາມງາມແບບລະອຽດລະອໍ, ທົນທານອີກດ້ວຍ. ແຕ່ລະຂັ້ນຕອນລ້ວນແຕ່ຮຽກຮ້ອງໃຫ້ຜູ້ຫຍິບທຸງຕ້ອງປະຕິບັດຢ່າງຄ່ອງແຄ້ວ, ລະອຽດລະອໍ. ນ້ອງ ຫງວຽນທິຖາວ ຊ່າງຕັດຫຍິບທຸງໃນໝູ່ບ້ານແບ່ງປັນວ່າ:

“ເພື່ອຫຍິບໄດ້ທຸງນັ້ນ ເບື້ອງຕົ້ນຕ້ອງເລືອກເອົາແພງາມ, ຕັດເປັນຜືນທຸງ ແລ້ວຫຍິບ. ຫຍິບເປັນຫລາຍເທື່ອ, ຫຍິບຂອບ, ຫຍິບດ້ານຫນ້າ, ຕ້ອງວັດແທກຢ່າງຊັດເຈນ, ເອົາສໍມາໝາຍແລ້ວວາງດາວຢູ່ໃຈກາງ ແລະເອົາເຂັມມຸດປັກໄວ້. ຂັ້ນຕອນສຳຄັນແມ່ນຫຍິບດາວໃສ່ຜືນທຸງ ຕ້ອງຊັດເຈນ ຕ້ອງຢູ່ໃຈກາງ. ມື້ຫນຶ່ງນ້ອງຫຍິບທຸງໄດ້ 200- 300 ຜືນ.”

ເຖິງວ່າ ປະຈຸບັນ ຢູ່ ໝູ່ບ້ານ ຕືເວີນຍັງບໍ່ມີເທົ່າໃດຄອບຄົວທີ່ຮັກສາອາຊີບຫຍິບທຸງຊາດ ແຕ່ການຮັກສາ ແລະ ພັດທະນາອາຊີບນີ້ ບໍ່ພຽງແຕ່ນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ບັນດາຄອບຄົວເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດອີກດ້ວຍ. ບັນດາເຫດການຍິ່ງໃຫຍ່, ວັນບຸນສຳຄັນໃຫຍ່ຂອງຊາດ ລ້ວນແຕ່ມີທຸງຊາດເຮັດມາຈາກໝູ່ບ້ານ ຕືເວີນ. ອ້າຍ ຫງວຽນວັນຟຸກ ເຈົ້າຂອງຮາກຖານຕັດຫຍິບຢູ່ໝູ່ບ້ານ ຕືເວີນ ໃຫ້ຮູ້ວ່າ:

“ຄອບຄົວຂ້າພະເຈົ້າໄດ້ຮັບການສັ່ງຊື້ທຸງ ແລະ ຜະລິດຕະພັນອື່ນຈາກບັນດາອົງການລັດ. ຂ້າພະເຈົ້າກໍ່ໄດ້ຮັບການເຊີນເຂົ້າຮ່ວມເຮັດຜືນທຸງມີລວງກວ້າງ 54 ຕາແມັດ ປະດັບຢູ່ ເສົາທຸງ ຫລູງກູ ແຂວງ ຮ່າຢາງ. ທຸງຊາດ ຜືນນີ້ ແມ່ນຕາງຫນ້າໃຫ້ 54 ຊົນເຜົ່າອ້າຍນ້ອງຢູ່ຫວຽດນາມ, ຕ້ອງເຮັດງາມ, ແຂວນຢູ່ຄວາມສູງມີລົມແຮງທີ່ສຸດ ສະນັ້ນ ທຸງຕ້ອງມີຄວາມທົນທານ. ຂ້າພະເຈົ້າກໍ່ແມ່ນສະມາຊິກຂອງສະມາຄົມໝູ່ບ້ານອາຊີບຂອງບ້ານ.”

ຜະລິດຕະພັນທຸງ ຂອງໝູ່ບ້ານ ຕືເວີນ ບໍ່ພຽງແຕ່ສະຫນອງໃຫ້ຮ້ານຂາຍທຸງສ່ວນຫລາຍຢູ່ນະຄອນຫລວງຮ່າໂນ້ຍ ເທົ່ານັ້ນ ຫາກຍັງສົ່ງໄປຍັງຫລາຍທ້ອງຖິ່ນດ້ວຍຈຳນວນຫລວງຫລາຍໃນທົ່ວປະເທດອີກດ້ວຍ. ໃນຈຳນວນຜືນທຸງແດງດາວເຫລືອງພວມປິວສະບັດຢູ່ທຸກແຖບຖິ່ນໃນທົ່ວປະເທດນັ້ນເປັນການຢັ້ງຢືນພື້ນຖານເອກະລາດ, ອະທິປະໄຕຂອງຫວຽດນາມ, ມີທຸງຫລາຍຜືນແມ່ນມາຈາກໝູ່ບ້ານຕືເວີນ. ຜ່ານການຜັນແປຂອງປະຫວັດສາດ, ຄວາມຮັກຕໍ່ປະເທດຊາດ ຍັງຄົງໄດ້ສືບຕໍ່ຂະຫຍາຍໃນທຸກມື້ຜ່ານສີມືອັນຄ່ອງແຄ້ວຂອງຊາວບ້ານ ຕືເວີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ