ທ້ອນໂຮມທີ່ດິນເປັນທົ່ງນາຂະໜາດໃຫຍ່, ຍູ້ແຮງການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳຢູ່ແຂວງບັກນິງ

(vovworld) - ບັກ​ນິງ​ແມ່ນ​ແຂວງ​ໜຶ່ງ​ທີ່​ມີ​ລະດັບ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຢ່າງ​ວ່ອງ​ໄວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ຄົນ​ງານ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ໄດ້​ມີ​ທ່າ​ອ່ຽງຫຼຸດ​ລົງ​ຢ່າງ​ແຮງ. ສິ່ງ​ດັ່ງກ່າວ​ໄດ້​​ພາໃຫ້​ຂະ​ແໜງ​ກະ​ສີ​ກຳ​ແຂວງ​ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ຜະລິດ​ບັນລຸ​ປະສິດທິ​ຜົນ​ສູງ​ໃນ​ສະພາບ​ທີ່​ຈຳນວນ​ຜູ້​ອອກແຮງ​ງານ​ນັບ​ມື້​ນັບ​ຫຼຸດ​ລົງ. ​ເລື່ອງຍູ້​ແຮງ​ການ​ທ້ອນ​ໂຮມ​ທີ່​ດິນ​ເປັນ​ທົ່ງນາ​ຂະໜາດ​ໃຫຍ່, ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ ທີ່​ໄດ້​ປະກອບສ່ວນ​ນຳ​ມາ​ເຊິ່ງພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ການ​ຜະລິດ.

ທ້ອນໂຮມທີ່ດິນເປັນທົ່ງນາຂະໜາດໃຫຍ່, ຍູ້ແຮງການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳຢູ່ແຂວງບັກນິງ - ảnh 1

(ພາບປະກອບ)

        ບ້ານ​ໂມ້​ດ້າວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນທຳ​ອິດ​ທີ່​ປະຕິບັດ​ສຳ​ເລັດ​ວຽກ​ງາ​ນທ້ອນ​ໂຮມ​ທີ່​ດິນ​ເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່​ຢູ່​ເມືອງ ​ເກ​ວ໋ຫວໍ, ​ແຂວງ ບັກ​ນິງ. ​ເນື້ອ​ທີ່​ດິນ​ປູກ​ເຂົ້າຂອງ​ບ້ານ ​ແມ່ນ​ບັນດາ​ທົ່ງ​ນາ​ຂະໜາດ​ໃຫຍ່​ນັບ​ພັນຕາ​ແມັດ, ຢູ່​ອ້ອມ​ແມ່ນ​ເສັ້ນທາງ​ເບ​ຕົງ​ທີ່​ກວ້າງຂວາງ, ສະອາດ. ຈາກ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານທ້ອນ​ໂຮມ​ທີ່​ດິນ​ເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່, ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງໄດ້​ໜູນ​ຊ່ວຍ​ໃຫ້​ສະຫະກອນ​ການ​ບໍລິການ​ກະ​ສີ​ກຳ​ໂມ່ດ້າວ ນຳ​ເອົາ​ລົດ​ໄຖ​ເດີນ​ຕາມ, ລົດ​ດຳນາ, ລົດ​ກ່ຽວ​ເຂົ້ານັບ​ສິບ​ຄັນ​ເຂົ້າ​ໃນ​ການ​ຜະລິດ, ນຳ​ມາ​ເຊິ່ງພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ບັນດາ​ທົ່ງ​ນາ. ທ່ານ ຫງວຽນ​ດຶກ​ນາມ, ສະມາຊິກ ສະຫະກອນ​ບໍລິການ​ກະ​ສີ​ກຳ​ໂມ້​ດ້າວ, ຖື​ວ່າ, ນີ້​ແມ່ນ​ບັນດາ​ບາດກ້າວ​ທຳ​ອິດ​ບົນ​ເສັ້ນທາງ​​ເຮັດ​ໃຫ້ຄວາມ​ໄຝ່ຝັນ​ຂອງ​ຊາວ​ກະ​ສີກ​ອນ​​ປະກົດ​ຜົນ​ເປັນ​ຈິງ, ນັ້ນ​ແມ່ນນຳ​ໃຊ້​ກົນ​ຈັກ​​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ.

        “ພະ​ແນກ​ກະ​ສີ​ກຳ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ໜູນ​ຊ່ວຍ​ກົນ​ຈັກຢ່າງ​ຄົບ​ຊຸດ, ສ່ວນ​ລັດ​ໜູນ​ຊ່ວຍ​ທຶນ​ເກືອບ 400 ລ້ານ​ດົ່ງ. ຜ່ານ​1 ປີ ​ແຫ່ງການ​ປະຕິບັດ​ສາມາດ​ບັນລຸ​ໄດ້​ຜົນງານ​​ໄດ້​ຫຼາຍພໍ​ສົມຄວນ. ຕົວຢ່າງ​ເມື່ອ​ນຳ​ໃຊ້​ລົດ​ດຳນາ, ສະມັດ​ຕະພາບ​ສະ​ເລ່ຍ​ແມ່ນ​ສູງ​ກວ່າ​ການ​ດຳນາ​ແບບ​ຫັດຖະກຳ​ແຕ່ 5-10%. “.

ທ້ອນໂຮມທີ່ດິນເປັນທົ່ງນາຂະໜາດໃຫຍ່, ຍູ້ແຮງການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳຢູ່ແຂວງບັກນິງ - ảnh 2

(ພາບປະກອບ)

        ນັບ​ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ, ທົ່ວ​ແຂວງ​ບັກ​ນິງ ​ໄດ້ປະຕິບັດ​ ນະ​ໂຍບາຍ ທ້ອນ​ໂຮມ​ທີ່​ດິນ​ເປັນ​ທົ່ງ​ນາ​ຂະໜາດ​ໃຫຍ່​ສຳ​ເລັດ, ນີ້​ກໍ່​ແມ່ນ​ເວລາ​ທີ່​ຊາວ​ກະ​ສີກ​ອນ​ແຂວງ​ບັກ​ນິງ ຕ້ອງ​ຄິດ​ເຖິງ​ເລື່ອງ​ນຳ​ເອົາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ແລະ ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​​ໃຫ້ມີ​ປະສິດທິ​ຜົນ. ທ່ານ​ຟານ​ດິ່ງ​ຕ໋ວນ, ຜູ້ອຳນວຍການ​ສູນ​ສົ່ງ​ເສີມ​ກະ​ສີ​ກຳ, ສົ່ງ​ເສີມ​ການ​ປະມົງ​ແຂວງ ບັກ​ນິງ, ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ທົ່ວ​ແຂວງ​ມີ​ລົດ​ໄຖ​ນາ 4900 ຄັນ, ລົດ​ປັ່ນ​ເຂົ້າ 3000 ຄັນ ​ແລະ ລົດ​ກ່ຽວ​ເຂົ້າ 60 ຄັນ. ລົດ​ຄັນ​ໜຶ່ງ​ສາມາດ​ແທນ​ໃຫ້​ຜູ້​ອອກ​ແຮງ​ງານ 40 ຄົນ​ໄດ້, ຜ່ານ​ນັ້ນ​ໄດ້​ຊ່ວຍ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ ​ແລະ ​ເພີ່ມ​ປະສິດທິ​ຜົນດ້ານ​ເສດຖະກິດ.

        “ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ແລະ ​ເຄື່ອງ​ກົນ​ຈັກ ​ໄດ້​ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານຂຶ້ນ, ຫຼຸດຜ່ອນ​ກຳລັງ​ແຮງ​ງານ​ໃຫ້​ຊາວ​ກະ​ສີກ​ອນ.

ທ້ອນໂຮມທີ່ດິນເປັນທົ່ງນາຂະໜາດໃຫຍ່, ຍູ້ແຮງການນຳໃຊ້ກົນຈັກເຂົ້າໃນການຜະລິດກະສີກຳຢູ່ແຂວງບັກນິງ - ảnh 3

(ພາບປະກອບ)

        ​ເພື່ອ​ສືບ​ຕໍ່​ປະຕິບັດ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດກະ​ສີ​ກຳ, ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ບັກ​ນິງ ສືບ​ຕໍ່​ສົ່ງ​ເສີມ​ການ​ຜະລິດ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ​ເພື່ອ​ເພີ່ມ​ມູນ​ຄ່າ​ຜະລິດ​ກະ​ສີ​ກຳ, ພ້ອມ​ທັງ​ປົດ​ປ່ອຍ​ກຳລັງ​ແຮງ​ງານ​ໃນ​ທົ່ງ​ນາ, ຫັນ​ກຳລັງ​ແຮງ​ງານ​ສ່ວນ​ຫຼາຍ​ຢູ່​ເຂດ​ຊົນນະບົດ​ໄປ​ສູ່​ບັນດາ​ຂະ​ແໜງ​ອາຊີບ, ຂົງ​ເຂດ​ຜະລິດ​ອື່ນ. ທ່ານ ຫວໍ​ມິ​ງຫຽນ, ຮອງ​ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ບັກ​ນິງ,​ໃຫ້​ຮູ້​ວ່າ:

        “ການນຳ​ໃຊ້​ກົນ​ຈັກ​ເຂົ້າ​​​ເຂົ້າໃນ​ການຜະລິດ​ກະ​ສີ​ກຳ​ສ່ວນ​ຫຼາຍ​ແມ່ນ​​​ໃນ​ການໄຖ​ນາ, ຫົດ​ນ້ຳ, ປັ່ນເຂົ້າ, ສ່ວນ​ວຽກ​ງານ​ອື່ນ​ອື່ນ​ຍັງ​ບໍ່​ທັນ​ໃຊ້​ກົນ​ຈັກ, ຫຼື​ນຳ​ໃຊ້​ກົນ​ຈັກ​ບໍ່​ຫຼາຍ. ​ຕົວຢ່າງ​ຄື​ການ​ເກັບ​ກ່ຽວ, ການ​ຮັກສາ​ຜະລິດ​ຕະພັນ​ກະ​ເສດ​ພາຍຫຼັງ​ການ​ເກັບ​ກ່ຽວ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ຕົວ​ຈິງ, ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ສ້າງ​ແຜນ​ຮ່າງ​ເພີ່ມ​ທະວີ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ ​ແລະ ນຳ​ໃຊ້​ກົນ​ຈັກ​​ເຂົ້າໃນ​ການ​ປູກຝັງ​ໄລຍະ 2011-2015“.

        ຕໍ່ໜ້າ​ການ​ເຫັນ​ເປັນ​ຕົວ​ເມືອງ ​ແລະ ອຸດສາຫະກຳ​ຢ່າງ​ວ່ອງ​ໄວ, ​ເລະ ​ເນື້ອ​ທີ່​ດິນ​ກະສິກຳ ກໍ່​ຄື​ຜູ້​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ກະ​ສີ​ກຳ​ຫຼຸ​ກລົງ​ນັ້ນ, ​ເລື່ອງ​ຍູ້​ແຮງ​ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ຂອງ​ແຂວງ​ບັກ​ນິງ ​ແມ່ນ​ເໝາະ​ສົມ​ກັບຈຸດໝາຍຫັນ​ຂະ​ແໜງ​ກະ​ສີ​ກຳ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່, ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ໃຫ້​ແກ່​ຊາວ​ກະ​ສີກ​ອນບັກ​ນິງ.

ຕອບກັບ

ຂ່າວ/ບົດ​ອື່ນ