ບົດຮຽນໃນການກໍ່ສ້າງຊົນນະບົດໃໝ່ຢູ່ດັກລັກ


(vovworld) - ​ໂດຍ​ແມ່ນ​ຕາ​ແສງ​ຢູ່​ເຂດ​ພູດ​ອຍ, ລະດັບ​ການ​ພັດທະນາ​ຕຳ່​ສົມຄວນ, ​ແຕ່​ຍ້ອນ​ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ການ​ຊີ້​ນຳ​ນຳພາ​ຂອງ​ອຳນາດ​ການ​ປົກຄອງ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ບາງ​ຕາ​ແສງ​ຢູ່​ເມືອງ ກຣົງ​ແປກ, ​ແຂວງ​ດັກ​ລັກ​ ຈຶ່ງບັນລຸ​ໄດ້ 19 ມາດຖານ​ໃນ​ໂຄງການ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ຜົນ​ສຳ​​ເລັດ​ໃນ​ເບື້ອງ​ຕົ້ນພວມ​ເປັນ​ການ​ສົ່ງ​ເສີມ​ຫຼາຍ​ທ້ອງ​ຖີ່​ນ​ໃນ​ແຂວງດັກ​ລັກ ຍູ້​ແຮງ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ບົດຮຽນໃນການກໍ່ສ້າງຊົນນະບົດໃໝ່ຢູ່ດັກລັກ - ảnh 1

ການນຳຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງກວດກາວຽກງານກໍ່ສ້າງທາງຄົມມະນາຄົມ

(ພາບ: ອິນເຕີແນດ)

        ກ່ອນ​ນີ້ 3 ປີ, ​ເມື່ອ​ຫາ​ກໍ່​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ຮ່ວາ​ດົງ ພຽງ​ແຕ່​ບັນລຸ​ໄດ້ 7/19 ມາດຖານ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ເທົ່າ​ນັ້ນ. ​ໃນ​ນັ້ນ​ບາງ​ມາດຖານ​ສຳຄັນ​ຄື: ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ, ​ ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນຍັງ​ຕຳ່, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ການ​ສຶກສາ, ສາທາລະນະ​ສຸກ​ຍັງ​ອ່ອນ​ດ້ອຍ​ເມື່ອ​ທຽບ​ໃສ່​ມາດຖານທີ່​ໄດ້​ວາງ​ອອກ. ຮ່ວາ​ດົງ ຍັງ​ແມ່ນ​ຕາ​ແສງ “ຈຸດ​ຮ້ອນ“ ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຂວງ​ດັກ​ລັກ ​ຢູ່.

        ​ໂດຍ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ບ້ານ​ໃນ​ທ້ອງ​ຖີ່​ນ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ເພື່ອ​ໃຫ້​ປະຊາຊົນ​ເລືອກ​ຕັ້ງ​ຄະນະ​ພັດທະນາ​ຂັ້ນ​ບ້ານ ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ມະຕິ, ​ແຜນການຂອງ​ຂັ້ນ​ເທິງ ​ແລະ ຂອງ​ຕາ​ແສງ​ເຖິງ​ປະຊາຊົນ​ດ້ວຍ​ຫຼາຍ​ຮູບ​ການ. ພ້ອມ​ກັນ​ນັ້ນ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ຕ້ອງ​ແມ່ນ​ຜູ້ນຳ​ໜ້າ​ໃນ​ແຕ່​ລະ​ວຽກ​ງານ​ລະອຽດ ​ເພື່ອ​ໃຫ້​ປະຊາຊົນ​ເຫັນ, ສະໜັບສະໜູນ ​ແລະ ປະຕິບັດ​ຕາມ. ​ໃນ​ວິວັດ​ແຫ່ງ​ກາ​ນກໍ່ສ້າງ​ທາງ​ຄົມມະນາຄົມ​ໃນ​ບ້ານ, ພະນັກງານ​ອຳນາດ​ການ​ປົກຄອງ​ບາງ​ຄົນ​ໄດ້​ເປັນ​ແບບຢ່າງ​ນຳ​ໜ້າ, ຊຳ້​ບໍ່​ໜຳ​ໄດ້​ຄຳ້ປະກັນ​ຊັບ​ສິນ​ຂອງ​ຄອບຄົວ​ ​ກູ້​ຢືມ​ເງິນຈາກ​ທະນາຄານ​ເພື່ອ​ກໍ່ສ້າງ​ທາງ, ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໄປມາ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ທີ່​ສຸດ. ປ້າ ​ເລືອ​ງທິ​ເດີ້​ຍ, ຢູ່​ບ້ານ 17, ຕາ​ແສງ​ຮ່ວາ​ດົງ, ​ເມືອງ ກຣົງ​ແປກ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສະໜັບ​ສະ​ໜູນ​ໂຄງການ​​ແຫ່ງ​ຊາດ​ນີ້​ທີ່​ສຸດ. ​ເມື່ອ​ບໍ່​ທັນ​ມີ​ທາງ​ເບ​ຕົງ, ​ເວລາ​ຝົນຕົກ​, ການ​ໄປ​ມາຍາ​ກຫຼາຍ​ຍ້ອນຂີ້ຕົມ​ເຕັມ​ທາງ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ສູ້​ຊົນ​ກໍ່ສ້າງ​ທາງ​ເບ​ຕົງ​, ​ບໍ່​ພຽງ​ແຕ່ສ້າງ​ຄວາມ​ສະດວກ​​ໃຫ້​ພວກ​ຂ້າພະ​ເຈົ້າ​ໃນ​ການ​​ໄປມາ​​ເທົ່າ​ນັ້ນ​, ຫາກ​ໃຫ້​ລູກ​ຫຼານ​​ໄດ້​ໄປ​ຮຽນບົນ​ເສັ້ນທາງ​ສະອາດ​ສວຍ​ງາມ​ອີກ​ດ້ວຍ“.

        ມາ​ຮອດ​ປະຈຸ​ບັນ, ພາຍຫຼັງ​ເກືອບ 5 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຮອດ​ເດ​ືອນ 6/2015, ຕາ​ແສງ​ຮ່ວາ​ດົງ ບັນລຸ​ໄດ້ 19 ມາດຖານ, ​ໂສມ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ລະບົບທາງ​ຄົມມະນາຄົມ​ຕາ​ແສງ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ​ກວ່າ 90%, ​ໂຮງຮຽນ​ທຸກ​ຊັ້ນ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ຄົບ​ຖ້ວນ, ຈຳນວນ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ​ເຫຼືອ​ພຽງ 3,4%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 33 ລ້ານ​ດົ່ງ/ປີ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010. ທ່ານ ຫງວຽນ​ດິ່ງ​ເວື້ອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຮ່ວາ​ດົງ, ​ໃຫ້​ຮູ້​ວ່າ, ​ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ດັ່ງກ່າວ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ. ຕ້ອງ​ຖື​ປະຊາຊົນ​ເປັນ​ໃຈກາງ ​ແລະ ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ເຂົາ​ເຈົ້າ​ເຫັນ​, ​ເຂົ້າ​ໃຈ ​ແລະ ສະໜັບສະໜູນ, ວິວັດ​ການ​ປະຕິບັດ​ຈຶ່ງ​ປະສົບ​ຜົນສຳ​ເລັດ​ໄດ້.

​        ເດືອນ 5/2015, ຕາ​ແສງ ​ແອ​ອາ​ກາວ, ນະຄອນ​ບວນມາ​ທວດ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ນີ້​ແມ່ນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ກ່ອນໝູ່​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ໂຄງການ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ດັກ​ລັກ ​ໄລຍະ 2010-2015. ທ່ານ ຫງວຽນ​ວັນ​ເຈື່ອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ແອ​ອາ​ກາວ, ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ເດືອນ 8/2012, ຕາ​ແສງ​ບັນລຸ​ພຽງ 9/19 ມາດຖານ​ກ່ຽວ​ກັບ​ຊົນນະບົດ​ໃໝ່​ເທົ່າ​ນັ້ນ. ​ເພື່ອ​ບັນລຸ​ໄດ້ 10 ມາດຖານ​ທີ່​ຍັງ​ເຫຼືອ, ອຳ​ນາດ​ການ​ປົກຄອງ​ຕາ​ແສງ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ລ້ວນ​ແຕ່​ເຂົ້າ​ຮ່ວມ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ. ​ແຕ່ລະ​ເນື້ອ​ໃນ​ມາດຖານ​ລ້ວນ​ແຕ່​ຖືກ​ຍົກອອກ​ປຶກສາ​ຫາລື, ຮັບ​ເອົາ​ຄວາມ​ເຫັນ​ໃນ​ກອງ​ປະຊຸມ​ປະຊາຊົນ​ແຕ່​ລະ​ບ້ານ. ​ແບ່ງ​ງານ​ໃຫ້​ສະມາຊິກ​ແຕ່ລະຄົນ​ໃນ​ອຳນາດ​ການ​ປົກຄອງ​ຕາ​ແສງ ຮັບຜິດຊອບ​ແຕ່​ລະ​ມາດຖານ, ​ແຕ່​ລະ​ບ້ານ ​ເພື່ອ​ເປັນ​ເສນາ​ທິການ​ບັນດາ​ບັນຫາ​ລະອຽດ​ໃນ​ແຕ່​ລະ​ມາດຖານ. ຍ້ອນ​ເຫດ​ນັ້ນ, ປະຊາຊົນ​ແຕ່ລະຄົນ​ລ້ວນ​ແຕ່​ກຳ​ໄດ້​ແຜນ​ນະ​ໂຍບາຍ, ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການ. ທ່ານ ຟານ​ວັນ​​ເຈື່ອງ, ​ເວົ້າ​ວ່າ:

        “ຢາກ​ເຮັດ​ວຽກ​ງານ​ດັ່ງກ່າວ​ໃຫ້​ໄດ້, ​ແມ່ນ​ຕ້ອງ​ມີ​ການ​ຊີ້​ນຳ​ນຳພາ​ຢ່າງ​ເປັນ​ເອກະ​ພາບ, ທັງ​ລະບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ. ຂ້າພະ​ເຈົ້າ​ເອງ​ກໍ່​ຮັບຜິດຊອບ 2 ມາດຖານຫຍຸ້ງ​ຍາກ​ທີ່​ສຸດ ນັ້ນ​ແມ່ນ​ທາງ​ຄົມມະນາຄົມ ​ແລະ ​ໂຮງຮຽນ. ຂ້າພະ​ເຈົ້າ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ມາດຖານ​ຍາກ​ທີ່​ຈະ​ບັນລຸ​ໄດ້​ເພື່ອ​ສຸມ​ໃສ່, ຊອກ​ຫາ​ວິທີ​ແກ້​ໄຂ, ​ພະຍາຍາມ​ເພື່ອ​ບັນລຸ​ມາດຖານ​ນັ້ນ​​ໃຫ້​ໄດ້ຕາມ​ກຳນົດ“.

        ຄວາມ​ຈິງ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ດັກ​ລັກ ສະ​ແດງ​ໃຫ້​ເຫັນ​ວ່າ, ​ເພື່ອ​ບັນລຸ​ໄດ້​ບັນດາ​ມາດຖານ​ທີ່​ໄດ້​ວາງ​ອອກ, ພ້ອມ​ກັບ​ການ​ຊີ້​ນຳ​ນຳພາ​ຢ່າງ​ຄ່ອງ​ແຄ້ວ, ​ໃກ້ຊິດ​ຂອງ​ອຳນາດ​ການ​ປົກຄອງ, ສິ່ງ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ. ນີ້​ແມ່ນ​ປັດ​ໃຈ​ສຳຄັນ​ຊ່ວຍ​ໃຫ້​ວິວັດ​ການ​ຜັນ​ຂະຫຍາຍ​ສະດວກ​ສະບາຍ ​ແລະ ບັນລຸ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ