ບັນ​ດາ “​ປັດ​ໄຈ” ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ຢູ່​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ

(VOVWORLD) - ໃນຊຸມປີທີ່ຜ່ານມາ, ຊີວິດການເປັນຢູ່ຂອງ ບັນດາເຜົ່າຢູ່ເມືອງ ຈ້າມເຕົາ ແຂວງ ອຽນບາຍ ນັບມື້ນັບໄດ້ຮັບການພັດທະນາ. ໃນການປ່ຽນແປງເຫຼົ່ານັ້ນ, ມີການປະກອບສ່ວນຂອງບັນດານາຍບ້ານ, ເຈົ້າກົກເຈົ້າເຫຼົ່າຜູ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນວົງຄະນາຍາດ ຊື່ງແມ່ນບັນດາປັດໄຈສ້າງນ້ຳໃຈສາມັກຄີ, ຊ່ວຍສ້າງຊີວິດການປັນຢູ່ຂອງ ບັນດາເຜົ່າຢູ່ທີ່ນີ້ ພັດທະນາດີຂຶ້ນ, ຊີວິດມີຄວາມອີ່ມໜຳສຳລານ ແລະ ຜາສຸກ.
ບັນ​ດາ “​ປັດ​ໄຈ” ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ຢູ່​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ - ảnh 1

ທ່ານ ຊົວ ພັດທະນາເສດຖະກິດຄອບຄົວ (ພາບ:VOV)

   ເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານບ້ານລື່ວ 2, ຕາແສງ ຮາດລື່ວ ກັບບ້ານຕ່າຈື່ ຕາແສງ ບານກົງ, ເມືອງຈ້າມເຕົາ, ແຂວງອຽນບາຍ ຫາກໍ່ໄດ້ປູດ້ວຍເບຕົງໃນໄລຍະມໍ່ໆມານີ້ ດ້ວຍຄວາມຍາວ 2 ກມ, ກ້ວາງ 3.5 ມ. ໃນຫຼາຍປີກ່ອນ, ເສັ້ນທາງໄປມາຫຍຸ້ງຍາກທີ່ສຸດ. ອຳນາດການປົກຄອງ, ບັນດາໝູ່ຄະນະທ້ອງຖີ່ນ ແລະ ບັນດາຜູ້ມີອິດທິພົນຊື່ສຽງໃນຕາແສງ ໄດ້ສຸມໃສ່ໂຄສະນາ, ຂົນຂວາຍ ປຊຊ ພ້ອມກັນປະກອບເຫື່ອແຮງ, ເງິນຄຳ, ບໍລິຈາກທີ່ດິນ…..ເພື່ອເປີດທາງໃໝ່. ທ່ານ ລໍ່ວັນດິງ ຜູ້ມີອິດທິພົນຊື່ງສຽງຢູ່ບ້ານລື່ວ 2 ແບ່ງປັນວ່າ:

   ກ່ອນອື່ນົດ, ເຮົາຕ້ອງເປັນແບບຢ່າງ, ຂົນຂວາຍລູກຫຼານຂອງຕົນກ່ອນ, ແລ້ວຈຶ່ງຂົນຂວາຍ . ເຂົາເຈົ້າເຫັນໄດ້ຈຶ່ງຈະເຮັດຕາ. ໄດ້ຕອບສະໜອງເປັນຢ່າງດີທີ່ສຸດ.

ບັນ​ດາ “​ປັດ​ໄຈ” ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ​ຢູ່​ບ້ານ​ເຂດ​ພູ​ສູງ ອຽນ​ບາຍ - ảnh 2ຜູ້ມີອິດທິພົນຊື່ສຽງຢູ່ເຂດພູສູງ ຈ້າມເຕົາ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາທ້ອງຖິ່ນ  (ພາບ:VOV)

     ທ່ານ ວ່າງອາຊົວ, ຊາວເຜົ້າມົ້ງ ຢູ່ບ້ານ ຊາງປາວ, ຕາແສງຊ່າໂຮ່ ແມ່ນຜູ້ມີອາຍຸສູງກ່ວາໝູ່ຂອງເມືອງ ຈ້າມເຕົາ ໄດ້ຕັ້ງໜ້າແບ່ງປັນບົດຮຽນປະສົບການພັດທະນາເສດຖະກິດ ແລະ ຂົນຂວາຍ ປຊຊ ຍູ້ບັນດາຮີດຄອງປະເພນີຫຼ້າຫຼັງໃຫ້ຖອຍໄປ, ສ້າງແບບແຜນການດຳລົງຊີວິດວັດທະນະທຳໃໝ່, ລະອຽດຄື: ຂົນຂວາຍ ປຊຊ ປູກຝັງ, ລ້ຽງສັດຕາມເຕັກນິກໃໝ່, ພັດທະນາອາຊີບຫັດຖະກຳທີ່ເປັນມູນເຊື້ອ, ຂົນຂວາຍບັນດາຄອບຄົວທີ່ມີລູກໃນເກນອາຍຸໄປຮຽນຢູ່ໂຮງຮຽນ… ດັ່ງນັ້ນ, ຊີວິດການເປັນຢູ່ຂອງ ປຊຊ  ຢູ່ທີ່ນີ້ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ.     ທ່ານ ວ່າງອາຊົວ ແບ່ງປັນວ່າ:

   ເຮົາໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ກໍ່ຕ້ອງເຮັດແນວໃດໃຫ້ສົມກັບຄວາມຫວັງຂອງ . ຢາກເຮັດໄດ້ຄືແນວນັ້ນ ເຮົາກໍ່ຕ້ອງເປັນແບບຢ່າງ ຍາມໃດກໍ່ປະຕິບັດວຽກງານທຸກຢ່າງໃຫ້ເປັນຢ່າງດີ, ນັບແຕ່ການພັດທະນາເສດຖະກິດຄອບຄົວ ຕະຫຼອດຮອດການເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ.

   ເມື່ອຕີລາຄາກ່ຽວກັບ ທ່ານ ວ່າງອາຊົວ ແລະ ບັນດາຜູ້ມີອິດທິພົນຊື່ງສຽງຂອງທ້ອງຖິ່ນ, ທ່ານ ຢ່າງອາໄຊ, ປະທານຄະນະກຳມະການ ປຊຊ ຕາແສງ ຊ່າໂຮ່, ເມືອງ ຈ້າມເຕົາ ໄດ້ແບ່ງປັນວ່າ:

 ບັນດາທ່ານລ້ວນແຕ່ແມ່ນແບບຢ່າງດີເດັ່ນ, ແຕ່ລະປີ, ເມື່ອທາງຕາແສງມີແຜນການກ່ຽວກັບການໂຄສະນາ, ຂົນຂວາຍ ທຳການຜະລິດ, ປະຕິບັດແບບແຜນການດຳລົງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ບັນດາເຈົ້າກົກເຈົ້າເຫຼົ່າໃນບ້ານ, ຜູ້ມີອິດທິພົນຊື່ງສຽງ ລ້ວນແຕ່ເປັນແບບຢ່າງນຳໜ້າ.

    ເມືອງ ຈ້າມເຕົາ ມີຜູ້ມີອິດທິພົນຊື່ງສຽງ 55 ທ່ານ, ໃນນັ້ນ ສ່ວນຫຼາຍແມ່ນນາຍບ້ານ, ເຈົ້າກົກເຈົ້າເຫຼົ່າ, ພະນັກງານບຳນານ, ຜູ້ທຳການຜະລິດ, ດຳເນີນທຸລະກິດເກັ່ງ… ບັນດາຜູ້ມີອິດທິພົນຊື່ງສຽງຢູ່ເມືອງພູສູງ ຈ້າມເຕົາ ຍາມໃດກໍ່ຮັກສາບົດບາດນຳໜ້າ ໃນການຮັກສາກຸ່ມກ້ອນມະຫາສາມັກຄີ, ສ້າງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຊຸກຍູ້ການພັດທະນາການຜະລິດ… ທ່ານ ຄາງອາຈົວ ຮອງປະທານຄະນະກຳມະການ ປຊຊ ເມືອງ ຈ້າມເຕົາ, ແຂວງອຽນບາຍ ໃຫ້ຮູ້ວ່າ:

    ໃນໄລຍະທີ່ຜ່ານມາ, ຖັນແຖວຜູ້ມີອິດທິພົນຊື່ງສຽງໃນເມືອງ ໄດ້ເສີມຂະຫຍາຍບົດບາດໃນເຂດຊຸມຊົມໄດ້ເປັນຢ່າງດີທີ່ສຸດ; ເປັນເຈົ້າການໃນການໂຄສະນາ, ຂົນຂວາຍ ຕັ້ງໜ້າອອກແຮງງານ ທຳການຜະລິດ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ກໍ່ຄືສ້າງຄວາມຮັ່ງມີ. ພ້ອມັງໄດ້ຂົນຂວາຍ ປ້ອກັນ ຕ້ານໄພສັງຄົມ, ລົບລ້າງຮີຄອງປະເພນີຫຼ້າຫຼັງ, ເປັນເຈົ້າການປະຕິບັດແບບແຜນການດຳລົງຊີວິດແບບໃໝ່ໃນການຈັດງານດອງ, ງານສົບ ແລະ ງານບຸນ.

    ໃນຊຸມປີມໍ່ໆມານີ້, ເມືອງເຂດພູສູງ ຈ້າມເຕົາ ໄດ້ມີການຫັນປ່ຽນຢ່າງໃຫ່ຍຫຼວງ ໃນການພັດທະນາເສດຖະກິດ ສັງຄົມ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງແຕ່ 7-8%/ປີ. ໝາກຜົນນີ້ແມ່ນຍ້ອນມີການປະກອບສ່ວນຂອງບັນດາຜູ້ມີອິດທິພົນຊື່ສຽງ, ເມື່ອໄດ້ຮ່ວມແຮງຮ່ວມໃຈ ເຫັນດີເຫັນພ້ອມກັບອຳນາດການປົກຄອງ ຂົນຂວາຍ ປຊຊ ສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ. ພ້ອມກັນນັ້ນ, ບັນດາຜູ້ມີອິດທິພົນຊື່ງສຽງ ກໍ່ກຳແໜ້ນຄວາມໃນໃຈ, ອາລົມຈິດ, ຄວາມມຸ່ງຫວັງຂອງ ປຊຊ ບັນດາເຜົ່າ ເພື່ອຝາກໄປຍັງອົງການມີໜ້າທີ່ຮັບຜິດຊອບ ເພື່ອສ້າງບັນດານະໂຍບາຍ, ມາດຕະການພັດທະນາທີ່ເໝາະສົມກັບຕົວຈິງ, ຊ່ວຍ ປຊຊ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ