ບໍລິສັດຂາເຂົ້າຂາອອກ ບໍລິການອາຊີຕາເວັນອອກສ່ຽງໃຕ້ພັດທະນາຮູບແບບຜະລິດກະສິກຳເຕັກໂນໂລຢີສູງ

(VOVWORLD) - ຮູບແບບພັດທະນາກະສິກຳດ້ວຍການໜູນໃຊ້ເຕັກໂນໂລຢີສູງ ພວມພັດທະນາຢ່າງແຮງຢູ່ນະຄອນ ຫາຍຝ່ອງ. ນອກຈາກບັນດາໂຄງການໃຫຍ່ຂອງກຸ່ມບໍລິສັດເສດຖະກິດຕ່າງໆແລ້ວ, ຮູບແບບສົມທົບກັບບັນດາຄອບຄົວຊາວກະສິກອນເພື່ອພັດທະນາກະສິກຳດ້ວຍການໝູນໃຊ້ເຕັກໂນໂລຢີສູງ ຂອງບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ, ໄດ້ ແລະ ພວມເສີມຂະຫຍາຍປະສິດທິຜົນ,ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ ແລະ ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກໃນທ້ອງຖີ່ນ.
ບໍລິສັດຂາເຂົ້າຂາອອກ ບໍລິການອາຊີຕາເວັນອອກສ່ຽງໃຕ້ພັດທະນາຮູບແບບຜະລິດກະສິກຳເຕັກໂນໂລຢີສູງ - ảnh 1(ພາບປະກອບ: Doanhnghiep.vn)

ຢູ່ເຂດເຮືອນປູກພືດ ເຫງັຍດວານ, ເມືອງ ກ໋ຽນຖູ້ຍ, ນະຄອນ ຫາຍຝ່ອງ, ຄອບຄົວ ອ້າຍ ກາວວັນແອງ ພວມກະກຽມເກັບກ່ຽວໝາກແຕງເຫຼືອງ ແລະ ບົວລະບັດຮັກສາບັນດາໜານໝາກແຕງ. ເຂດເຮືອນປູກພືດຂອງອ້າຍໄດ້ຮັບການໜູນຊ່ວຍດ້ານງ     ົບປະມານ, ກ້າເບ້ຍ ແລະ ຮັບຈຳໜ່າຍຈາກບໍລິສັດຂາເຂົ້າຂາອອກ ແລະ ບໍລິການ ອາຊີຕາເວັນອອກສ່ຽງໃຕ້, ນະຄອນ ຫາຍຝ່ອງ ໃນສອງປີຜ່ານມາ… ອ້າຍ ກາວວັນແອງ ໃຫ້ຮູ້ວ່າ: ການປູກພືດໃນເຮືອນຕາໜ່າງ ມີປະສິດທິຜົນດ້ານເສດຖະກິດສູງກວ່າເມື່ອທຽບໃສ່ການປູກພືດໃນທົ່ງແບບທຳມະດາ. ຍ້ອນວ່າປູກພືດໃນເຮືອນຕາໜ່າງແມ່ນສາມາດຫຼີກເວັ້ນຝົນຕົກ, ສັດຕູພືດ ແລະ ບໍ່ຖືກຮັບຜົນສະທ້ອນຈາກພູມອາກາດ; ຜະລິດຕະພັນຈະມີຄູນນະພາບສູງກວ່າ. ຂັ້ນຕອນການບົວລະບັດຮັກສາພືດ, ນັບແຕ່ເວລາຫົດນ້ຳ, ໃສ່ຝຸ່ນໃຫ້ຖືກກັບແຜນການທີ່ໄດ້ວາງອອກ ລ້ວນແຕ່ໄດ້ຮັບການຕິດຕາມຜ່ານຄອມພີວເຕີ ຫຼືໂທລະສັບສະຫຼາດ,

        “ປັດຈຸບັນຂ້າພະເຈົ້າພວມປູກໝາກແຕງໃນເຮືອນຕາໜ່າງ, ແຕ່ລະປີເກັບກ່ຽວໄດ້ສາມລະດູການ. ສ່ວນຂອງຄອບຄົວຂ້າພະເຈົ້າແຕ່ລະແຫ່ງມີເນື້ອທີ່ 500 ຕາແມັດ, ເກັບກ່ຽວໄດ້ປະມານ 1,5 ໂຕນ/ປີ. ລາຍຮັບເປັນປົກກະຕິກວ່າເມື່ອທຽບໃສ່ການປູກພືດທີ່ເປັນມູນເຊື້ອ ແລະ ບໍ່ຕິດເຄືອງກັບວຽກງານຫຼາຍ. ສວນແຕ່ລະແຫ່ງລົງທຶນປະມານເກືອບ 1 ຕື້ດົ່ງ ແລະ ພາຍຫຼັງ 1 ກວ່າປີຜ່ານມາ ພວກຂ້າພະເຈົ້າເລີ່ມເກັບກ່ຽວທຶນໄດ້ ພວກຂ້າພະເຈົ້າບໍ່ປູກດ້ວຍດິນ, ຫາກປູກດ້ວຍໃຍພ້າວ, ໃສ່ຝຸ່ນລະລາຍໃນນຳ້, ແລ້ວຫົດນ້ຳໂດຍກົງໃສ່ກະຖຸ້ງ“.

        ປັດຈຸບັນ, ບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ ໄດ້ຜັນຂະຫຍາຍຮູບແບບກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຢ່າງກວ້າງຂວາງໃນບັນດາເມືອງຂອງນະຄອນ. ພາຍຫຼັງ 4 ປີແຫ່ງການສ້າງຕັ້ງ, ທາງບໍລິສັດໄດ້ຄົ້ນຄ້ວາ, ລົງທຶນ ແລະ ຮັບຈຳໜ່າຍບັນດາຜະລິດຕະພັນຜັກ, ຫົວມັນ, ໝາກໄມ້ທີ່ໝູນໃຊ້ເຕັກໂນໂລຢີສູງໃຫ້ເຮືອນແກ້ວ, ເຮືອນຕາໜ່າງ 25 ຫຼັງ, ດ້ວຍເນື້ອທີ່ດິນປູກຝັງທັງໝົດແມ່ນ 20 ກວ່າເຮັກຕາ. ທ່ານນາງ ເຈິ່ນແທງຢຽບ, ຜູ້ອຳນວຍການບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ, ແບ່ງປັນວ່າ:

        “ໃນເບື້ອງຕົ້ນຂ້າພະເຈົ້າໄດ້ປູກຜັກເອງຕາມຮູບແບບໝູນໃຊ້ເຕັກໂນໂລຢີສູງໃນເນື້ອທີ່ເຄິງກວ່າເຮັກຕາ ເພື່ອຮັບໃຊ້ຄວາມຕ້ອງການໃຫ້ຄອບຄົວ, ແຕ່ເມື່ອເຫັນວ່າມີຫຼາຍຄົນມາຊື້ຜັກ ແລະ ໝາກໄມ້ໃນສວນນີ້. ຂ້າພະເຈົ້າກໍ່ຊອກຮູ້ ແລະ ເປີດກວ້າງຮູບແບບນີ້ເພື່ອດຳເນີນທຸລະກິດ. ປັດຈຸບັນ, ພວກຂ້າພະເຈົ້າມີເຮືອນແກ້ວ 25 ຫຼັງ, ເຮືອນແຕ່ລະຫຼັງມີເນື້ອທີ່ປະມານ 1.000 ຕາແມັດ, ລົງທຶນປະມານ 800 ລ້ານດົ່ງ. ໃນເຮືອນມີລະບົບຫົດນ້ຳແບບອັດຕະໂນມັດ, ການໃສ່ຝຸ່ນ, ບົວລະບັດຮັກສາບໍ່ຕ້ອງນຳໃຊ້ແຮງງານຫຼາຍ, ສະນັ້ນລາຍຈ່າຍໃຫ້ວຽກງານດັ່ງກ່າວກໍ່ຫຼຸດລົງ“.

        ໃນຊຸມປີຜ່ານມາ, ບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ ໄດ້ເປີດຫຼາຍຊຸດຮຽນ, ເຜີຍແຜ່ຄວາມຮູ້ໃນການປູກຝັງ, ໜູນຊ່ວຍການກໍ່ສ້າງເຮືອນຕາໜ່າງໃຫ້ຫຼາຍຄອບຄົວຊາວກະສິກອນໃນທ້ອງຖີ່ນ. ວິທີເຮັດນີ້ໄດ້ຮັບການສະໜັບສະໜູນ ແລະ ຮຳ່ຮຽນຈາກຫຼາຍຄອບຄົວຊາວກະສິກອນ. ຍ້ອນມີຮູບແບບການຜະລິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຂອງບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ ນັ້ນ ໄດ້ມີຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ການດຳລົງຊີວິດເປັນປົກກະຕິ, ມີຫຼາຍຄອບຄົວຍັງລົງທຶນກໍ່ສ້າງເຮືອນແກ້ວ, ເຮືອນຕາໜ່າງ, ເປີດກວ້າງເນື້ອທີ່ປູກຝັງກວ່າອີກ.

        ຈຸດພົ້ນເດັ່ນຂອງຮູບແບບປູກຜັກທີ່ໝູນໃຊ້ເຕັກໂນໂລຢີສູງແມ່ນຮັບປະກັນຄຸນນະພາບ, ຄວາມປອດໄພແລະສຸຂະອະນາໄມຂອງອາຫານ. ຍ້ອນເຫດນັ້ນ, ຈຳນວນລູກຄ້າຂອງບໍລິສັດນັບມື້ນັບຫຼາຍ. ປັດຈຸບັນຜະລິດຕະພັນຂອງບໍລິສັດພວມໄດ້ຮັບການຈຳໜ່າຍເປັນປະຈຳໃຫ້ 5.000 ກວ່າຄອບຄົວ, ໂຮງແຮມ, ພັດຕະຄານ, ຮ້ານຊັບພະສິນຄ້າ 50 ກວ່າແຫ່ງ ແລະ ບັນດາເຂດອຸດສາຫະກຳຢູ່ຫາຍຝ່ອງ, ຮ່າໂນ້ຍ, ບັກນິງ… ເອື້ອຍ ຫງວຽນທິກວີ່ງ ຢູ່ ຫາຍຝ່ອງ, ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ຜະລິດຕະພັນຂອງບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ ກ່ອນນີ້ 3 ປີແລ້ວ ແລະ ໄດ້ແນະນຳໃຫ້ຫຼາຍຄົນມາຊື້. ຂ້າພະເຈົ້າເຫັນວ່າຂັ້ນຕອນຂອງການຜະລິດແມ່ນຮັບປະກັນຄວາມປອດໄພດ້ານອາຫານ, ສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ຜູ້ຊົມໃຊ້. ທາງບໍລິສັດກໍ່ຈັດຕັ້ງໃຫ້ພວກຂ້າພະເຈົ້າໄປຢ້ຽມຢາມບ່ອນປູກ ແລະ ຜະລິດຢູ່ບັນດາຄອບຄົວຊາວກະສິກອນ ກໍ່ຄືຂອງບໍລິສັດ.ສະນັ້ນພວກຂ້າພະເຈົ້າຈຶ່ງມີຄວາມອຸ່ນອ່ຽນໃຈທີ່ສຸດ“.

        ປັດຈຸບັນມີຫຼາຍຄອບຄົວຊາວກະສິກອນຢູ່ ຫາຍຝ່ອງ ພວມຮຳ່ຮຽນຮູບແບບພັດທະນາກະສິກຳອຸດສາຫະກຳສູງຂອງ ບໍລິສັດຂາເຂົ້າຂາອອກ ແລະ ບໍລິການອາຊີຕາເວັນອອກສ່ຽງໃຕ້ ຫາຍຝ່ອງ. ທາງບໍລິສັດກໍ່ຜັນຂະຫຍາຍໂຄງການເປີດກວ້າງເນື້ອທີ່ ແລະ ກໍ່ສ້າງເຄື່ອງໝາຍການຄ້າກະສິກຳສະອາດຂອງນະຄອນ, ຈາກນັ້ນພ້ອມກັບບັນດາຄອບຄົວລົງທຶນ, ດັດແປງເຕັກໂນໂລຢີປູກຝັງ, ຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ ເພື່ອສົ່ງອອກຕະຫຼາດຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ