ບາດກ້າວພັດທະນາກະສິກຳເຕັກໂນໂລຢີສູງຢູ່ນະຄອນໂຮ່ຈີມິນ

(vovworld) – ເພື່ອ​ແນ​ໃສ່​ພັດທະນາ​ກະສິກຳຢູ່​ເຂດ​ຕົວ​ເມືອງ ​ແລະ ມຸ່ງ​ໄປ​ເຖິງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ກ່ອນ​ນີ້​ກ່ວາ 10 ປີ, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສ້າງ​ຕັ້ງ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ. ມາ​ຮອ​ດປະຈຸ​ບັນ, ນະຄອນ ​ໂຮ່ຈີ​ມິນ ຍັງ​ຄົງ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ພັດທະນາ​ກະສິກຳ​ເຕັກ​ໂນ​​ໂລ​ຢີສູງ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍູ້​ແຮງ​ວິວັດ​ທະ​ນາ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ຍົກ​ສູງ​ມູນ​ຄ່າການ​ຜະລິດ​ກະສິກຳ. ບົດ​ຂຽນ​ຂອງ ຈູງ​ແທ່ງ, ນັກ​ຂ່າວ VOV.

ບາດກ້າວພັດທະນາກະສິກຳເຕັກໂນໂລຢີສູງຢູ່ນະຄອນໂຮ່ຈີມິນ - ảnh 1
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ

        ນະຄອນ ​ໂຮ່ຈີ​ມິນ ​​ເປັນ​ເຂດ​ຕົວ​ເມືອງ ​ແລະ ​ເປັນສູນ​ເສດຖະກິດ​​ໃຫຍ່​ສຸດ​ຂອງ​ທົ່ວ​ປະ​ເທດ. ພ້ອມ​ກັບ​ວິວັດທະນາ​ການ​ຫັນ​ເປັນ​ຕົວ​ເມືອງນັ້ນ, ​ສະ​ເລ່ຍ​ໃນ​ແຕ່ລະ​ປີ, ​ເນື້ອ​ທີ່​ດິນ​ກະສິກຳ​ຂອງ​ນະຄອນ​ຖືກ​ຫລຸດ​ລົງ​ກ່ວາ 1.000 ​ເຮັກຕາ, ຍ້ອນ​ການ​ຫັນປ່ຽນ​ຈຸດປະສົງມາ​ເປັນ​ການພັດທະນາ​ພື້ນຖານ​ໂຄງ​ລ່າງ​ເຂດ​ຕົວ​ເມືອງ. ​ໃນ​ສະພາບ​ການ​ເນື້ອ​ທີ່​ດິນ​ກະສິກຳ​ນັບ​ມື້​ນັບຖື​ກຫລຸດ​ລົງນັ້ນ, ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ຜະລິດ​ໃນ​​​ເນື້ອ​ທີ​ດິນ​ກະສິກ​ຳ​ແຕ່ລະເຮັກຕາ, ຍາມ​ໃດ​ກໍ່​ແມ່​ນຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ນະຄອນ, ຍ້ອນ​ນະຄອນ​ຍັງ​ມີ​ຈຳນວນ​ປະຊາຊົນ​ທຳ​ການຜະລິດ​ກະສິກ​ຳ​ເຖິງ 1,3 ລ້ານ​ຄົນ. ຈາກ​ສະພາ​ບຕົວ​ຈິງ​ດັ່ງກ່າວ, ນະຄອນ​ໄດ້​ສ້າງ​ຕັ້ງ​​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ. ນີ້​ກໍ່​ແມ່ນ​ເຂດ​ກະສິກຳ ​ເຕັກ​ໂນ​ໂລ​ຢີສູງ​ແຫ່ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ. ຍ້ອນ​​ເປັນ​ນະຄອນ​ນຳ​ໜ້າ, ນະຄອນ​ຕ້ອງ​ເສຍ​ເວລາ​ກ່ວາ 6 ປີ​ເພື່​ອກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​, ພິ​ເສດ​ແມ່ນ​ດຶງ​ດູດ​ແຫຼ່ງຊັບພະຍາກອນ​ມະນຸດ. ມາ​ຮອດ​ປະຈຸ​ບັນ, ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ​ໄດ້​ມີ​ພະນັກງານ, ພາລະ​ກອນ, ກຳມະກອນ​ກ່ວາ 220 ຄົນ​ພວມ​ເຮັດ​ວຽກ​ໃນ​ນັ້ນ​ມີ​ນັກ​ຊ່ຽວຊານລະດັບປະລິ​ຍາ​ໂທ​, ປະ​ລິ​ຍາ​​ເອກ​ຫຼາຍ​ຄົນ. ທ່ານ ຕື່ມິ​ງທ້ຽນ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ກະ​ສິກຳ​ເຕັກ​ໂນ​​ໂລ​ຢີສູງ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        “ບັນຫາ​ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ເຂດ​ກະສິກຳ​ເຕັກ​ໂນ​​ໂລ​ຢີສູງ​ບໍ່​ແມ່ນ​ເລື່ອງ​​ເຮັດ​ໄດ້​ໃນໄວໆ​ນີ້, ຫາກ​​ຕ້ອງ​ຜ່ານ​ວິວັດ​ການ​ກໍ່​ສ້າງ, ສ້າງຄວາມ​ລື້ງ​ເຄີຍກັບ​ການ​ນຳ​​ໃຊ້ອຸປະກອນ​ເຕັກ​ໂນ​ໂລ​ຢີ​ໃໝ່. ບັນຫາ​ໜຶ່ງ​ອີກນັ້ນ​ແມ່ນ​ການ​ຊື້, ສ້າງ​ບັນດາ​ຫ້ອງ​ທົດ​ລອງ ​ເພື່ອ​ເຮັດ​ແນ​ວ​​ໃດ​ໃຫ້​ເໝາະ​ສົມ​ກັບການ​ເຄື່ອນ​ໄຫວ​ຂອງ​ເຂດ​ກະສິກຳ​ເຕັກ​ໂນ​​ໂລ​ຢີສູງ ​ແລະ ​ເໝາະສົມ​ກັບ​ລະດັບ​ແຫຼ່ງຊັບ​ພະຍາກອນ​ມະນຸດ. ນັ້ນ​ແມ​່ນບັນ​ດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພວກ​ຂ້າພະ​ເຈົ້າ​ເພື່ອ​ແນ​ໃສ່​ນຳ​ເຂດ​ກະ​ສິກຳ​​ເຕັກ​ໂນ​​ໂລ​ຢີສູງ​ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​​ໃຫ້ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ ​ແລະ ສ້າງ​ພື້ນຖານ​ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງທຶນ​ເຂົ້າ​ເຂດ​ກະສິກຳ​ເຕັກ​ໂນ​​ໂລ​ຢີສູງ.”

ບາດກ້າວພັດທະນາກະສິກຳເຕັກໂນໂລຢີສູງຢູ່ນະຄອນໂຮ່ຈີມິນ - ảnh 2

ພາບປະກອບ

        ມາ​ຮອ​ດ​ປະຈຸ​ບັນ, ​ໃນ​ເນື້ອ​ທີ​ດິນ 88.000 ​ເຮັກຕາ, ນະຄອນ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດກະສິກຳ​ເຕັກ​ໂນ​​ໂລ​ຢີສູງ 14 ​ແຫ່ງ​ເຄື່ອນ​ໄຫວ​ດ້ວຍ​ຍອດຈຳນວນທຶນ 340 ຕື້​ດົ່ງ. ບັນດາ​ວິ​ສາ​ຫະກິດ​​ໄດ້ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເຕັກ​ໂນ​ໂລ​ຢີຊີວະ​ສາດກະສິກຳ​ການ​ເຮັດ​ກະ​ເສດ​ສຸມ​ໂດຍ​ບໍ່​ນຳ​ໃຊ້​ທີ່​ດິນ, ຜະລິດ​ແນວ​ພັນປູກ, ການ​ຮັກສາ ​ແລະ ປຸງ​ແຕ່ງ, ດອກ​ໄມ້ ຕົ້ນ​ໄມ້​ປະດັບ, ປູກ​ເຫັດ​​ເພື່ອເປັນ​ອາຫານ ​ແລະ ປູກ​ເຫັດ​ເປັນ​ຢາ​ສະ​ໝຸນ​ໄພ. ​ປະຈຸ​ບັນ, ບັນ​ດາ​ວິ​ສາ​ຫະກິດນຳ​ໃຊ້​ເຕັກ​ໂນ​​ໂລ​ຢີທັນ​ສະ​ໄໝ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ​​​ເຊັນ: ປູກ​ຜັກຕົ້ນ​ໄມ້, ​ໃນ​ຮົ່ມ​ໃນ​ເຮືອນ​​ແກ້ວ, ​ຫົດ​ນຳ້ ​ແລະ ​ໃສ່​ຝຸ່ນ​ແບບ​ອັດຕະ​ໂນ​ມັດ, ​ດ້ວຍ​ລະບົບ​ຫົດ​ນຳ້​ເປັນ​ຢອດ​ນ້ອຍ, ​ເຕັກ​​ໂນ​ໂລ​ຢີຈຸ​ລະ​ຊີບ… ​ການ​ນ​ຳ​ເອົາ​ເຂດ​ກະສິກຳ​ເຕັກ​​ໂນ​​ໂລ​ຢີສູງ​​ເຂົ້າ​ເຄື່ອນ​ໄຫວ​ໄດ້​ປະກອບ​ສ່ວນ​ຊ່ວຍ​ຊາວ​ກະສິກອນ​ກຳນົດ​​ບັນດາ​ຮູບ​ແບບ​ການ​ຜະລິດ​ມີ​ຄວາມ​ເໝາະ​ສົມ​ກັບ​ທ້ອງ​ຖິ່ນ, ກຳນົດ​ໄດ້ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍຈາກ​ນັ້ນ​ສ້າງ​ເຄື່ອງໝາຍ​ການ​ຄ້າ, ຍົກ​ສູງ​ມູນ​ຄ່າ​ໃຫ້​ຜະລິດ​ຕະພັນ. ພ້ອມ​ກັບ​ວິວັດ​ການ​ນັ້ນ, ​ເຂດ​ກະສິກຳ​​ເຕັກ​ໂນ​​ໂລ​ຢີສູງ​ຍັງ​ໜູນ​ຊ່ວຍ​ຊາວ​ກະສິກອນ​ໃນ​ການ​ເກັບ​ຊື້​ຜະ​ລິດ​ຕະພັນ​ຈາກ​ເຂດ​ຜະລິດມາ​ຮອ​ດປະຈຸ​ບັນ​ມີ, ຫຼາຍ​ຮູບ​ແບບ​ການ​ຜະລິດ​ຕາມ​ທິດ​​ແມ່ນນີ້​ບັນລຸ​ໄດ້​ປະສິດທິ​ຜົນ​ຕັ້ງໜ້າ​ໃນ​ເບື້ອງ​ຕົ້ນ. ທ່ານ​ນາງ ​ເຈົາຈາງ, ຜູ້ອຳນວຍການ​ບໍລິສັດ​ເຫັດ ​ຄາງ​ຊີງ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບໍລິສັດສັງ​ກັດ​ເຂດ​ກະສິກຳ​ເຕັກ​​ໂນ​​ໂລ​ຢີສູງ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ຂະ​ແໜງ​ປູກ​ເຫັດ ຢູ່ ຫວຽດນາມ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ​ແຕ່​​ໃນ​ຊຸມ​ປີຜ່ານມາ, ປະລິມານ​ເຫັດ​ພາຍ​ໃນ​ປະ​ເທດ​ຍັງ​ບໍ່​ທັນ​ຕອບ​ສະໜອງຕາມ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທ​ດ​ໄດ້​ເທ​ື່ອ. ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ເຂດ​ກະສິກຳ​​ເຕັກ​​ໂນ​​ໂລ​ຢີສູງ, ອາຊີ​ບປູກ​ເຫັດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ບາງ​ແຂວງ​ທາງ​ພາກ​ໃຕ້ ຫວຽດນາມ ພວມ​ຢືນຕໍ່ໜ້າ​ກະລາ​ໂອກາດ​ພັດທະນາ:

        “ປະຈຸ​ບັນ, ປະຊາຊົນ ຫວຽດນາມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​​ໄດ້​ລື​ງ​ເຄີຍ​ຮັບ​ປະທານ​ອາຫານ​ເຫັດ ​ແລະ ຄວາມ​ຕ້ອງການ​ຂອງຕະຫຼາດ​ນັບ​ມື້​ນັບ​ສູງ. ​ແຕ່​ລະ​ມື້, ຢູ່​ນະຄອນ ​ໂຮ່ຈີ​ມິນ ສາມາດ​ຈຳໜ່າຍເຫັດ​​ໄດ້ 1,5 ​ໂຕນ, ປະຊາຊົນ​ຢູ່​ບັນດາ​ແຂວງ​ເຂດ ​ໄຕ​ນີງ, ບີ່​ງ​ເຢືອງ, ລອງ​ອານ​, ໝີ​ທໍ ປູກ​​ເຫັດ​ເພື່ອ​ຈຳໜ່າຍ​ຢູ່​ນະຄອນ​ໂຮ່ຈີ​ມິນ, ຊຳ້​ບໍ່​ໜຳ​ຍັງ​ສົ່ງ​ອອກ​ໄປ​ຍັງກຳປູ​ເຈຍ ອີກ​ດ້ວຍ. ບໍລິ​ສັດ​ຂອງ​ພວກ​ຂ້າພະ​ເຈົ້າ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ກ່ຽວກັບ​ແນວ​ພັນ​ປູກ, ​ແນະນຳ​ດ້ານ​ເຕັກນິກ ​ແລະ ​ແມ່ນ​ບ່ອນ​ເກັບ​ຊື້. ປະສິດທິ​ຜົນ​ຈາກການ​ປູກ​​ເຫັດມີ​ປະ​ໂຫຍ​ດ​ຫຼາຍ​ກ່ວາ​ການ​ປູກ​​ເຂົ້າ​ນັບ​ຫຼາ​ຍ​ເທື່ອ.”

        ​ເລື່ອງ​ນຳ​ໃຊ້​ການ​ພັດທະນາ​ກະສິກຳ​ເຕັກ​​ໂນ​​ໂລ​ຢີສູງ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສ້າງ​ປະສິດ​ທິຜົນຢ່າງ​ຈະ​ແຈ້ງ. ກ່ອນ​ປີ 2010, ​ເມືອງ ກູ​ຈີ ​ແມ່ນ​ເມືອງ​ທຸກ​ຍາກ​ຂອງ​ນະຄອນ ​ໂຮ່ຈີ​ມິນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ​ພຽງ 19 ລ້ານ​ດົ່ງ/ຄົນ/ປີ. ​ກ້າ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ​ນຳ​ໃຊ້​ວິທະຍາສາດ​ເຕັກ​ນິກເຂົ້າ​ໃນ​ການ​ຜະລິດ. ມາຮອດ​ປະຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ເມືອງ​ບັນລຸ​ໄດ້ 40 ລ້ານ​ດົ່ງ/ຄົນ/ປີ. ມູນ​ຄ່າ​ການ​ຜະລິດ​ໃນ​ເນື້ອ​ທີ່​ດິນ 1 ​ເຮັກຕາ​ຂອງ​​ປະຊາຊົນ​ຊາວ​ກະສິກ​ອນຢູ່​ເມືອງ ກູ​ຈີ ບັນລຸ​ໄດ້ 258 ລ້ານ​ດົ່ງ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ 5 ປີ.

        ດ້ວຍ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ທີ່​ແທ​​ດຈິງ​ຈາກ​ອຳນາດ​ການ​ປົກຄອງ​ໃນ​ການ​ພັດທະນາ​ພື້ນຖານ​ກະສິກຳ​ເຕັກ​ໂນ​​ໂລ​ຢີສູງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ກະສິກອນ​ໃນ​ການ​ນ​ຳ​ໃຊ້​ຄວາມ​ກ້າວໜ​້າດ້ານວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ໄດ້ ​ແລະ ພວມສ້າງ​ການ​ຫັນປ່ຽນ​ໃນ​ການພັດທະນາ​ກະສິກຳ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ຈາກ​ບັນດາໝາກ​ຜົນໃນ​ເບື້ອງ​ຕົ້ນ​ນີ້, ນະຄອນ ​ໄດ້​ວາງ​ອອກ​ຈຸດໝາຍ​ຍົກ​ສູງ​ມູນ​ຄ່າ​ການ​ນຳ​ໃຊ້​ທີ່​ດິນ​ຂຶ້ນ​ເຖິງ 300 ລ້ານ​ດົ່ງ/​ເຮັກຕາ/ປີ, ​ໃນ​ນັ້ນ​ຄົນ​ງານ​ບັນລຸ​ໄດ້​ແຕ່ 40 – 50% ກຳ​ໄລ​ຈາກ​ລາຍ​ຮັບ, ບັນລຸ​ກອນ​ກຳນົດ​ເວລາ​ຕາມ​ແຜນການ​ທີ່​ນະຄອນ​ໄດ້​ວາງ​ອອກ​ໃນ​ປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ