ບ້ານແຕນ-ບ້ານທ່ອງທ່ຽວເຂັ້ມຂົ້ນໄປດ້ວຍສີສັນຊາວເຜົ່າມົ້ງ

(VOVWORLD) -ບ້ານແຕນ ຕາແສງ ວັນລັງ ເມືອງ ດົງຫີ້ ກ່ອນນີ້ ແມ່ນບ້ານຢູ່ເຂດພູສູງເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ. ເສັ້ນທາງໄປຫາບ້ານແມ່ນລະອິດລະອ້ຽວ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ແຕ່ປະຈຸບັນ ດ້ວຍຄວາມເອົາໃຈໃສ່ຂອງລັດ, ໂສມຫນ້າຊົນນະບົດຢູ່ບ້ານແຕນ ນັບມື້ນັບມີການປ່ຽນແປງຫລາຍຢ່າງ ແລະ ກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມ ຊື່ງແມ່ນບ່ອນນັກທ່ອງທ່ຽວໄດ້ຄົ້ນຫາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ.

ບ້ານແຕນ-ບ້ານທ່ອງທ່ຽວເຂັ້ມຂົ້ນໄປດ້ວຍສີສັນຊາວເຜົ່າມົ້ງ - ảnh 1ທົ່ງດອກບັກວິດທີ່ບ້ານແຕນ

(ພາບ: baotainguyenmoitruong.vn)

ບ້ານແຕນ ຕາແສງວັນລັງ ເມືອງ ດົງຫີ້ ແຂວງ ທາຍງວຽນ ຕັ້ງຢູ່ລະດັບຄວາມສູງ 1.200 ແມັດ ເມື່ອທຽບໃສ່ຫນ້ານ້ຳທະເລ ແລະ ແມ່ນສະຖານທີ່ໄດ້ຮັບການຂະຫນານນາມວ່າໄກກວ່າໝູ່, ຫຍຸ້ງຍາກກວ່າໝູ່ ຢູ່ ແຂວງ ທາຍງວຽນ. ເສັ້ນທາງໄປຫາບ້ານແມ່ນລະອິດລະອ້ຽວ, ຄ້ອຍຊັນສູງຢູ່ໂນນພູທີ່ສະຫລັບຊັບຊ້ອນ. ຢູ່ໃຈກາງບ້ານແຕນ, ມີທົ່ງດອກບັກວິດທີ່ກວ້າງໃຫຍ່ຄືດັ່ງໄດ້ຕ້ອນຮັບແຂກຢູ່ໃກ້ ແລະ ຢູ່ໄກມາຢ້ຽມຢາມ. ນີ້ແມ່ນຈຸດເດັ່ນຂອງບ້ານແຕນ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ທ່ານ ຫງວຽນວັນວີ້, ນັກທ່ອງທ່ຽວຢູ່ ຮ່າໂນ້ຍ ແບ່ງປັນວ່າ:

        “ບັນດາຈຸດວັດທະນະທຳຢູ່ ບ້ານແຕນ ເປັນເອກະລັກສະເພາະທີ່ສຸດ. ພວກຂ້າພະເຈົ້າຍັງບໍ່ທັນຮູ້ຫລາຍກ່ຽວກັບຮີດຄອງປະເພນີຂອງຊາວເຜົ່າມົ້ງເປັນຄືແນວໃດ ແຕ່ມານີ້ ພວກຂ້າພະເຈົ້າໄດ້ຄົ້ນຫາຫລາຍຢ່າງ ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດ.”

        ມາຢ້ຽມຢາມບ້ານແຕນ, ນັກທ່ອງທ່ຽວ ຍັງໄດ້ເຊື່ອມຕົວເຂົ້າກັບວັດທະນະທຳຂອງ ຊົນເຜົ່າຢູ່ທີ່ນີ້ ດ້ວຍສຽງແຄນພື້ນເມືອງ. ສຽງແຄນຂອງຊາວເຜົ່າມົ້ງ ແມ່ນການຝາກຝັງຄວາມຄິດໃນໃຈຂອງຕົນຕໍ່ຄົນຮັກ, ຕໍ່ວົງຄະນາຍາດ ແລະ ຕໍ່ກັບທຳມະຊາດທີ່ໃຫຍ່ໂຕມະໂຫຖານ. ພ້ອມກັບການພັດທະນາສັງຄົມ, ຊາວເຜົ່າມົ້ງບັນດາໝູ່ບ້ານຢູ່ ເມືອງ ດົງຫີ້ ເວົ້າສະເພາະ ແລະ ແຂວງ ທາຍງວຽນ ເວົ້າລວມ ຍັງຄົງຮັກສາໄດ້ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຈາກສຽງແຄນຂອງຊາວເຜົ່າມົ້ງ. ທ່ານ ຟ້າມກວາງລີງ, ຮອງປະທານ ຄະນະກຳມະການ ເມືອງ ດົງຫີ້ ແຂວງ ທາຍງວຽນ ໃຫ້ຮູ້ວ່າ:

        “ໃນຊຸມປີຈະມາເຖິງ ພິເສດ ບັນດາມໍລະດົກຂອງຊາວເຜົ່າມົ້ງ ພ້ອມກັບບັນດານັກສິລະປະການຂອງຊາວຊົນເຜົ່າ ຈະສືບຕໍ່ອະນຸລັກຮັກສາ. ນອກນັ້ນ ຈະເຊີນບັນດານັກສິລະປະການມາຖ່າຍທອດໃຫ້ລຸ້ນຫນຸ່ມເພື່ອ ອະນຸລັກຮັກສາບັນດາທຳນອງສຽງແຄນ.”

        ພ້ອມກັບທິວທັດທຳມະຊາດທີ່ສວຍງາມ, ມາຢ້ຽມຢາມບ້ານແຕນ ຕາແສງ ວັນລາງ ນັກທ່ອງທ່ຽວ ຢູ່ໄກກໍ່ຄືຢູ່ໃກ້ຈະໄດ້ຮັບປະທານບັນດາເຍື່ອງອາຫານພື້ນເມືອງ ເປັນເອກະລັກສະເພາະຂອງຊາວທ້ອງຖິ່ນ. ປີນີ້ ໃນງານບຸນຕ່າງໆ, ບັນດາໝູ່ບ້ານຂອງຊາວເຜົ່າມົ້ງ ຢູ່ ເມືອງ ດົງຫີ້ ໄດ້ຈັດຕັ້ງການແຂ່ງຂັນປຸງແຕ່ງເຍື່ອງອາຫານພື້ນເມືອງຂອງຊາວເຜົ່າມົ້ງ ເຮັດໃຫ້ນັກທ່ອງທ່ຽວ ເມື່ອໄດ້ຊີມແລ້ວ ຍາກທີ່ຈະຫລົງລືມລົດຊາດໄດ້. ທ່ານ ຫລີວັນມຸ່ງ ຊາວຕາແສງ ບ້ານແຕນ ໃຫ້ຮູ້ວ່າ:

        “ເຍື່ອງອາຫານທັງໝົດລ້ວນແຕ່ໄດ້ຮັບການປຸງແຕ່ງຢ່າງສະອາດ ຮັບປະກັນຖືກຫລັກສຸຂະອະນາໄມດ້ານສະບຽງອາຫານ. ນັກທ່ອງທ່ຽວມາຢ້ຽມຢາມບ້ານແຕນ ຜູ້ໃດກໍ່ຢາກຊີມບັນດາເຍື່ອງອາຫານຂອງຊາວຊົນເຜົ່າ ສະນັ້ນ ພວກຂ້າພະເຈົ້າໄດ້ກະກຽມຢ່າງລະອຽດ. ນັກທ່ອງທ່ຽວຜູ້ໃດເມື່ອໄດ້ຊີມແລ້ວ ລ້ວນແຕ່ເວົ້າຍ້ອງວ່າ ແຊບຫລາຍ.”

        ໄລຍະຜ່ານມາ ບ້ານແຕນ ເປັນເຈົ້າພາບຈັດຕັ້ງວັນບຸນວັດທະນະທຳກິລາຂອງຊາວເຜົ່າມົ້ງ ເມືອງ ດົງຫີ. ນີ້ແມ່ນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນໂອກາດເພື່ອໃຫ້ຊາວຊົນເຜົ່າແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງໝູ່ບ້ານເຂດພູສູງ, ສ້າງການພົວພັນແລກປ່ຽນດ້ານວັດທະນະທຳ, ຄວາມສະຫນິດຕິດພັນປະຊາຄົມ. ໃນຊຸມມື້ຂອງວັນບຸນ, ບັນດາການລະຫລິ້ນພື້ນເມືອງຂອງຊາວຊົນເຜົ່າໄດ້ຮັບການວາດພາບຄື:ສັບໝາກຂ່າງ, ນົກຕອດກັນ ອັນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ເຖິງວ່າ ແມ່ນວັນບຸນຂອງປະຊາຄົມຊາວຊົນເຜົ່າສ່ວນຫນ້ອຍກໍຕາມ ແຕ່ບັນດາຄວາມງາມແບບຮົກເຮື້ອເປົ່າຫວ່າງຂອງຊາວຊົນເຜົ່າແມ່ນສິ່ງທີ່ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວມາຈາກທຸກສາລະທິດເປັນຈຳນວນຫຼວງຫຼາຍ. ບໍ່ຫວາດຫວັ່ນຕໍ່ເສັ້ນທາງໄປມາທີ່ຍາວໄກ, ນັກທ່ອງທ່ຽວນັບພັນໆຄົນໄດ້ມາເຕົ້າໂຮມຢູ່ບ້ານແຕນ.

        ບັນດາການເຄື່ອນໄຫວຂອງວັນບຸນວັດທະນະທຳກິລາຊາວເຜົ່າມົ້ງ ເມືອງ ດົງຫີ້ ຢູ່ ບ້ານແຕນ ໄດ້ສ້າງເປັນຮູບພາບມີຊີວິດຊີວາ, ເປີດກາລະໂອກາດ ແລະ ທິດກ້າວເດີນໃຫມ່ ເພື່ອພັດທະນາ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ຊາວເຜົ່າມົ້ງຢູ່ບັນດາໝູ່ບ້ານເຂດພູສູງ. ທ່ານ ຟ້າມກວາງງີ້ ຮອງປະທານ ຄະນະກຳມະການປະຊາຊົນເມືອງ ດົງຫີ້ ແຂວງ ທາຍງວຽນ ໃຫ້ຮູ້ວ່າ: ເມືອງດົງຫີ້ ມີກວ່າ 500 ຄອບຄົວຊາວຊົນເຜົ່າມົ້ງ ດ້ວຍພົນລະເມືອງກວ່າ 27000 ຄົນ. ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງຢູ່ບໍລິເວນເມືອງ ດົງຫີ້ ແລະ ເມືອງວັນລາງ ຍາມໃດກໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ.

        “ໃນຊຸມປີຜ່ານມາ ພວກຂ້າພະເຈົ້າໄດ້ສ້າງໂສມຫນ້າຊົນນະບົດຢູ່ບໍລິເວນເມືອງ ກໍຄື ຕາແສງ ວັນລາງ. ປະຈຸບັນ ເສັ້ນທາງໄປມາໄດ້ຮັບການກໍ່ສ້າງເຂົ້າເຖິງຕາແສງແລ້ວ, ແລະ ທັງໝົດຄອບຄົວໃນຕາແສງໄດ້ຊົມໃຊ້ໄຟຟ້າແລ້ວ. ປີ 2016 ຢາກໄປເຖິງຕາແສງ ຕ້ອງຍ່າງ ແລະ ຂີ່ລົດຈັກໄປ, ພົບຄວາມຫຍຸ້ງຍາກຫລາຍ ແຕ່ປະຈຸບັນ ລົດໂອໂຕມາຮອດບ້ານແລ້ວ.”

        ບ້ານແຕນພວມປ່ຽນແປງໃນແຕ່ລະມື້ ແລະ ດ້ວຍຄວາມມານະພະຍາຍາມຂອງຊາວຊົນເຜົ່າຢູ່ທີ່ນີ້  ໂສມຫນ້າຊົນນະບົດແມ່ນພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ດ້ານວັດທະນະທຳ, ການເຫລື້ອມໃສໄດ້ຮັບການຮັກສາໄວ້, ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າມູນເຊື້ອຂອງຊາວເຜົ່າມົ້ງ. ດ້ວຍອາກາດປອດໂປ່ງ, ທິວທັດທຳມະຊາດທີ່ສວຍງາມແບບຮົກເຮື້ອເປົ່າຫວ່າງ, ຊາວຊົນເຜົ່າແມ່ນຜູ້ສະຫນິດສະຫນົມຮັກແພງແຂກຄົນ. ບ້ານແຕນ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວທັງຢູ່ໄກແລະຢູ່ໃກ້.

ຕອບກັບ

ຂ່າວ/ບົດ​ອື່ນ