ປູກ​ໝາກ​​ພິກ​ໄທ​ຕາມ​ທິດ​ຍື​ນ​ຍົງ​, ​ຊາວ​ກະ​ສິ​ກອນ ຢາ​ລາຍ ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ດີ

(VOVWORLD) - ຢາລາຍ ແມ່ນແຂວງມີເນື້ອທີ່ປູກໝາກພິກໄທຫຼາຍກ່ວາໝູ່ຢູ່ເຂດ ໄຕງວຽນ ດ້ວຍກ່ວາ 17.000 ເຮັກຕາ, ມີບາງເວລາແມ່ນຂຶ້ນເຖິງ 18.000 ເຮັກຕາ. ໃນຊຸມວັນນີ້, ຊາວກະສິກອນໃນແຂວງ ພວມຢູ່ໃນໄລຍະເກັບກ່ຽວໝາກພິກໄທ. ໝາກພິກໄທໄດ້ປູກຕາມທິດຍືນຍົງ, ຊື່ງໄດ້ຊ່ວຍສວນໝາກພິກໄທພັດທະນາຢ່າງເປັນປົກກະຕິ, ພ້ອມທັງຮັບປະກັນກຳໄລໃຫ້ແກ່ຜູ້ປູກ.
ປູກ​ໝາກ​​ພິກ​ໄທ​ຕາມ​ທິດ​ຍື​ນ​ຍົງ​, ​ຊາວ​ກະ​ສິ​ກອນ ຢາ​ລາຍ ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ດີ - ảnh 1

 ສະຫະກອນບໍລິການ ແລະ ກະສິກຳ ນາມຢາງ ປູກໝາກພິກໄທຕາມທິດຍືນຍົງ (ພາບ: VOV)

   ຄອບຄົວປ້າ ຫງວຽນທິເລະທູ, ຢູ່ບ້ານ 3,  ຕາແສງນາມຢາງ, ເມືອງດັກດວາ, ແຂວງຢາລາຍ ມີເນື້ອທີ່ປູກໝາກພິກໄທ 5.5 ເຮັກຕາພວມໃນໄລຍະເກັບກ່ຽວ. ປ້າທູ ໃຫ້ຮູ້ວ່າ, ຄອບຄົວປ້າໄດ້ປູກໝາກພິກໄທອົງຄະທາດ. ເມື່ອວິສາຫະກິດເກັບຊື້ມາເອົາຕົວຢ່າງໄປວິໄຈ, ຖ້າຮັບປະກັນຄວາມຮຽກຮ້ອງຕ້ອງການນັ້ນ, ໝາກພິກໄທຂອງຄອບຄົວປ້າຈຶ່ງຈະຂາຍໄດ້ລາຄາສູງກ່ວາລາຄາຂອງຕະຫຼາດເຖິງ 30%. ປ້າ ຫງວຽນທິເລະທູ ໃຫ້ຮູ້ວ່າ, ໃນປີນີ້, ສວນໝາກພິກໄທຂອງປ້າໃຫ້ສະມັດຕະພາບປະມານ 3.5 ໂຕນ/ເຮັກຕາ, ຕ່ຳກ່ວາເມື່ອກ່ອນແຕ່ວ່າລາຄາແມ່ນຂຶ້ນເຖິງ 110 ລ້ານດົ່ງ/ໂຕນ, ກຳໄລພັດສູງກ່ວາ:

 ຂ້າພະເຈົ້າເລືອກເອົາການປູກແບບອົງຄະທາດເພື່ອຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດ, ດິນຟ້າອາກາດ. ໂຊກດີທີ່ຂ້າພະເຈົ້າຮ່ວມສຳພັນກັບບໍລິສັດ Huong Gia Vi Son Ha ເພື່ອຊື້ໝາກພິກໄທອົງຄະທາດ ສົ່ງໄປຍັງເອີລົບ. ທັງດີຕໍ່ຕົນເອງ, ທັງດີຕໍ່ບໍລິສັດ, ດີຕໍ່ສຸຂະພາບຂອງຜູ້ເຮັດວຽກໃຫ້ແກ່ຕົນ ແລະ ສິ່ງແວດລ້ອມ.

       ຢູ່ຕາແສງ ນາມຢາງ, ເມື່ອ 2 ປີກ່ອນນີ້, ກ່ວາ 50 ຄອບຄົວ ທີ່ປູກໝາກພິກໄທ ໄດ້ພ້ອມກັນສ້າງຕັ້ງໜ່ວຍຮ່ວມສຳພັນຜະລິດ ດຳເນີນທຸລະກິດ ປູກໝາກພິກໄທປອດສານຜິດແບບຍືນຍົງ. ຜູ້ນຳໜ້າຂະບວນການນີ້ແມ່ນອ້າຍ ໂງວັນຕຽນ, ຫົວໜ້າໜ່ວຍຮ່ວມສຳພັນດັ່ງກ່າວ. ອ້າຍຕຽນ ແບ່ງປັນວ່າ: ເມື່ອເຂົ້າຮ່ວມໜ່ວຍຮ່ວມສຳພັນ, ຊາວກະສິກອນໄດ້ພ້ອມກັນແບ່ງປັນບົດຮຽນປະສົບການແລະວີທີເຮັດທີ່ດີໃນການຜະລິດ.

   ເມື່ອເວົ້າເຖິງຮູບແບບ “ຊາວກະສິກອນຮ່ວມສຳພັນນຳກັນ” ໃນການ ປູກໝາກພິກໄທ, ອ້າຍຫງວຽນເຕິນກົງ, ປະທານສະພາບໍລິຫານສະຫະກອນການບໍລິການ ແລະ ກະສິກຳ ນາມຢາງ ໃຫ້ຮູ້ວ່າ: ປີ 2018, ສະຫະກອນມີສະມາຊິກ 15 ຄົນ, ເນື້ອທີ່ດິນປູກໝາກພິກໄທແມ່ນກ່ວາ 50 ເຮັກຕາ. ພາຍຫຼັງເຄື່ອນໄຫວມາໄດ້ໄລຍະໜຶ່ງ, ເຫັນວ່າ ໝາກພິກໄທຂອງສະຫະກອນຂາຍໄດ້ລາຄາສູງທົບ 1.5-2 ເທົ່າ ຂອງລາຄາຂາຍປົກກະຕິ, ຊາວກະສິກອນມີຄວາມກະຕືລືລົ້ນທີ່ສຸດ. ພິເສດ, ທາງສະຫະກອນກໍ່ໄດ້ຕິດຕໍ່ກັບ 2 ວິສາຫະກິດຢູ່ນະຄອນໂຮ່ຈີມິນ ເພື່ອຊື້ຜະລິດຕະພັນທັງໝົດ.

   ປະຈຸບັນ, ສະຫະກອນການບໍລິການ ແລະ ກະສິກຳ ນາມຢາງ ມີເນື້ອທີ່ປູກໝາກພິກໄທ ກ່ວາ 80 ເຮັກຕາ, ໃນນັ້ນມີ 40 ເຮັກຕາໄດ້ຜະລິດຕາມທິດອົງຄະທາດບັນລຸມາດຕະຖານສົ່ງອອກໄປຍັງບັນດາປະເທດທີ່ມີຄວາມຮຽກຮ້ອງຕ້ອງການຢ່າງເຄັ່ງຄັດດ້ານຄຸນນະພາບ. ສ່ວນເນື້ອທີ່ຍັງເຫຼືອແມ່ນໄດ້ຜະລິດແບບທົ່ວໄປ ແຕ່ກໍ່ຈຳກັດການໃຊ້ທາດເຄມີໃນລະດັບຕ່ຳສຸດ, ບໍ່ໃຊ້ຢາຂ້າຫຍ້າ. ອ້າຍຫງວຽນເຕິນກົງ, ປະທານສະພາບໍລິຫານ ໃຫ້ຮູ້ວ່າ:

   ຜ່ານໄລຍະເກີດໂລກລະບາດ ແລະ ລາຄາຕະຫຼາດເໜັງຕີງເມື່ອປີ 2017, 2018 ແລະ 2020, ຊາວກະສິກອນພວກຂ້າພະເຈົ້າ ກໍ່ຖອດຖອນບົດຮຽນໄດ້ຫຼາຍຢ່າງ. ປະຈຸບັນ, ຊາວກະສິກອນມີກຳໄລແລ້ວ, ໄດ້ປະຕິບັດການປູກສະຫຼັບກັນ, ບໍ່ປູກແຕ່ຕົ້ນໄມ້ຊະນິດດຽວຄືເມື່ອກ່ອນອີກແລ້ວ. ພວກຂ້າພະເຈົ້າ ແລະ ຊາວກະສິກອນໄດ້ກຳນົດທິດຜະລິດແບບຍືນຍົງ, ຊີວະພາບ, ອົງຄະທາດ ມຸ່ງໄປເຖິງການຮັກສາສິ່ງແວດລ້ອມແບບຍືນຍົງ, ຮັກສາລາຍຮັບຈາກສວນໝາກພິກໄທເປັນປົກກະຕິ.

   ຕາມທ່ານ ດ່ວານງອກກໍ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຢາລາຍ ແລ້ວ, ປະຈຸບັນ, ເນື້ອທີ່ປູກໝາກພິກໄທທັງໝົດຢູ່ແຂວງ ຢາລາຍ ແມ່ນ 13.600 ເຮັກຕາ. ປີນີ້, ສະມັດຕະພາບສະເລ່ຍບັນລຸ 3.37 ໂຕນ/ເຮັກຕາ. ເນື້ອທີ່ປູກໝາກພິກໄທ ຢູ່ເຂດດິນແດນທີ່ເໝະສົມ ແລະ ໄດ້ປູກຕາມທິດຍືນຍົງໄດ້ຮັກສາເປັນປົກກະຕິນັບແຕ່ປີ 2017 ມາຮອດປະຈຸບັນ. ໜ້າພາກພູມໃຈ ນັ້ນແມ່ນ, ໃນ 2 ປີຜ່ານມາ, ລາຄາໝາກພິກໄທໄດ້ຂຶ້ນສູງ ແຕ່ 75.00 ດົ່ງ - ຫາສູງກ່ວາ 80.000 ດົົ່ງ/ໂລ ແຕ່ບໍ່ມີສະພາບປະລະຕົ້ນໄມ້ຊະນິດອື່ນໆ ເພື່ອຫັນມາປູກໝາກພິກໄທຫຼາຍ. ທ່ານ ດ່ວານງອກກໍ ຖືວ່າ, ຄວາມລະມັດລະວັງໃນການລົງທຶນ ແລະ ຫັນມາປູກໝາກພິກໄທອົງຄະທາດ ໄດ້ຊ່ວຍໃຫ້ຊາວກະສິກອນມີລາຍຮັບເປັນປົກກະຕິ:

   ເນື້ອທີ່ປູກໝາກພິກໄທໃນເມື່ອກ່ອນ ໄດ້ຫັນໄປປູກຕົ້ນໄມ້ຊະນິດອື່ນໆ ເພື່ອນຳມາເຊິ່ງປະສິດທິຜົນສູງກ່ວາອີກ. ສ່ວນເນື້ອທີ່ປູກໝາກພິກໄທທັງໝົດທີ່ຍັງເຫຼືອ ແມ່ນມີການພັດທະນາຢ່າງເປັນປົກກະຕິ, ຫັນໄປສູ່ການຜະລິດຕາມມາດຖານ, ຍືນຍົງ ແລະ ຕົ້ນໄມ້ທີ່ຖືກແມງກັດກໍ່ຫລຸດລົງຫຼາຍແລ້ວ. ຍ້ອນເຫດນັ້ນຈຶ່ງມີສະມັດຕະພາບ ແລະ ປະລິມານເປັນປົກກະຕິ.

   ການປູກໝາກພິກໄທຕາມທິດອົງຄະທາດແບບຍືນຍົງນັ້ນ ຈະບໍ່ຂາດທຶນ, ເຖິງວ່າຄ່າໃຊ້ຈ່າຍ ແລະ ເງື່ອນໄຂໃນເບື້ອງຕົ້ນອາດຈະສູງແດ່ ແຕ່ເມື່ອປະຕິບັດສຳເລັດ ຈຶ່ງໄດ້ຮັບປະສິດທິຜົນໃຫ່ຍທີ່ສຸດ. ດ້ວຍທິດເດີນດັ່ງກ່າວ, ຊາວກະສິກອນແຂວງ ຢາລາຍ ພວມມີລະດູເກັບກ່ຽວໄດ້ຮັບຜົນທີ່ດີງາມ./.

        

ຕອບກັບ

ຂ່າວ/ບົດ​ອື່ນ