ປັດ​ໄຈ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ

(VOVWORLD) -    ຂະບວນການຊາວກະສິກອນ ແຂ່ງຂັນກັນທຳການຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີກັນ ຊ່ວຍເຫຼືອເຊິ່ງກັນແລະກັນ ສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໂດຍສູນກາງສະມາຄົມຊາວກະສິກອນ ຫວຽດນາມ ປຸກລະດົມນັບແຕ່ປີ 1989. ມາຮອດປັດຈຸບັນ ພາຍຫຼັງການຜັນຂະຫຍາຍມາເປັນເວລາ 33 ປີ, ຂະບວນການໄດ້ພັດທະນາເປັນວົງກ້ວາງໃນທົ່ວປະເທດ, ກາຍເປັນຂະບວນການມະຫາຊົນຢ່າງເລິກເຊິ່ງກ້ວາງຂວາງຂອງຊົນຊັ້ນຊາວກະສິກອນ ຫວຽດນາມ ໃນຍຸກສະໄໝໃໝ່. ຂະບວນການມີກຳລັງແຜ່ຂະຫຍາຍຢ່າງແຮງ, ດຶງດູດການເຂົ້າຮ່ວມຂອງສະມາຊິກສະມາຄົມຊາວກະສິກອນນັບລ້ານຄົນ, ສ້າງຖັນແຖວບັນດາຊາວກະສິກອນມືອາຊີບ. ບັນດາຄອບຄົວຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງແມ່ນແກ່ນສານຫຼັກແຫຼ່ງ, ນຳໜ້າໃນການຊຸກຍູ້ພັດທະນາກະສິກຳ, ຊົນນະບົດໃນປັດຈຸບັນ.

ປັດ​ໄຈ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ - ảnh 1ພາບປະກອບ:  laodongthudo.vn

ໃນໄລຍະກວ່າ 30 ປີນັບແຕ່ເວລາເລີ່ມປຸກລະດົມ, ຂະບວນການຊາວກະສິກອນແຂ່ງຂັນກັນທຳການຜະລິດ,ດຳເນີນທຸລະກິດໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນພາລະກິດແຫ່ງການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຢູ່ຊົນນະບົດ, ແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ແກ່ຊາວກະສິກອນ. ຂະບວນການກໍ່ແມ່ນກຳລັງໜູນຊຸກຍູ້ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຂອງຊາວກະສິກອນ ໃນການສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະ ບ້ານເກີດເມືອງນອນປະເທດຊາດ. ຊາວກະສິກອນຜະທຳການຜະລິດ, ດຳເນີນທຸລະກິດເກັ່ງ ໄດ້ຕັ້ງໜ້າຫັນປ່ຽນຜົນລະປູກ ແລະ ສັດລ້ຽງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ກ້າລົງທຶນ, ໝູນໃຊ້ເຕັກໂນໂລຢີ, ພິເສດແມ່ນເຕັກໂນໂລຢີ 4.0 ເຂົ້າໃນການຜະລິດ, ສ້າງມູນຄ່າສິນຄ້າ, ມີຜົນກຳໄລສູງ, ປະກອບສ່ວນເຂົ້າໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ. ພ້ອມກັບຊາວກະສິກອນໃນທົ່ວປະເທດ, ແຕ່ລະ ຊາວກະສິກອນເກັ່ງ ໄດ້ປະກອບຈຳນວນເງິນກ່ວາ 10.000 ຕື້ດົ່ງ, ວັນອອກແຮງງານ 3 ລ້ານວັນ, ອຸທິດດິນນັບຮ້ອຍເຮັກຕາ ເພື່ອສ້າງຊົນນະບົດໃໝ່. ທ່ານນາງ ຫງວຽນທິກິມຮວາ, ຫົວໜ້າຄະນະເລຂາສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ:

ແຕ່ລະປີ, ມີ 3,6 ລ້ານຄອບຄົວຊາວກະສິກອນບັນລຸນາມມະຍົດຄອບຄົວທຳການຜະລິດ ແລະ ດຳເນີນທຸລະກິດເກັ່ງໃນຂັ້ນຕ່າງໆ ດ້ວຍຫຼາຍຮູບແບບຜະລິດທີ່ມີຂອບຂະໜາດໃຫຍ່, ສ້າງລາຍຮັບນັບຕື້ດົ່ງ, ຈຳນວນຊາວກະສິກອນທີ່ເປັນເສດຖີກໍ່ເພີ່ມຂຶ້ນ. ບັນດາຊາວກະສິກອນນີ້ໄດ້ກາຍເປັນຊາວກະສິກອນລຸ້ນໃໝ່, ຊາວກະສິກອນເສດຖະກິດດີຈີຕອນ, ຊາວກະສິກອນເຕັກໂນໂລຢີ, ເປັນຜູ້ນຳພາຊາວກະສິກອນອື່ນບືນຕົວຂຶ້ນສ້າງຄວາມເຮັ່ງມີ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ, ຍູ້ແຮງການກໍ່ສ້າງຊົນນະບົດໃໝ່, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຊົນນະບົດ, ຮັບປະກັນອະທິປະໄຕທະເລໝູ່ເກາະແຫ່ງຊາດ. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມຂອງຊາວກະສິກອນດ້ວຍຈິດໃຈຕັດສິນໃຈບໍ່ຍອມຕໍ່ຄວາມທຸກຍາກອຶດຫິວ, ກ້າຄິດກ້າທຳ, ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໃຝ່ຝັນ, ຄວາມມຸ່ງມາດປາດຖະໜາຢາກສ້າງຄວາມຮັ່ງມີຢ່າງຊອບທຳ.

ໃນຍຸກສະໄໝເສດຖະກິດພູມປັນຍາຄືໃນປັດຈຸບັນ, ຂະແໜງກະສິກຳພວມສຳຜັດກັບຈິນຕະນາການໃໝ່, ໝູນໃຊ້ບັນດາຜົນງານໃໝ່ໃນຍຸກສະໄໝການປະຕິວັດອຸດສາຫະກຳ ຄັ້ງທີ 4, ຊາວກະສິກອນໃນປັດຈຸບັນ ບໍ່ພຽງແຕ່ອີງໃສ່ປະສົບການເຮັດກະສິກຳແບບດັ້ງເດີມເທົ່ານັ້ນ ຫາກຍັງສາມາດນຳໃຊ້ບັນດາວັດຖຸອຸປະກອນທີ່ທັນສະໄໝ, ບັນດາໂປແກຼມວິທະຍາສາດເຕັກໂນໂລຢີເຕັກນິກ, ການຫັນເປັນດີຈີຕອນ. ທ່ານ ຫລີວັນບອນ, ເຈົ້າຂອງຮາກຖານປຸງແຕ່ງປາຕອງ ໄບບອນ, ຢູ່ເມືອງບິ່ງທຸ້ຍ, ນະຄອນເກິ່ນເທີ ໃຫ້ຮູ້ວ່າ:

ທຳອິດ, ຂ້າພະເຈົ້ພຽງແຕ່ໄດ້ລ້ຽງປາເທົ່ານັ້ນ, ແຕ່ຍ້ອນລາຄາເໜັງຕຶງ, ລະດູການບໍ່ເໝາະສົມ ຫຼັງຈາກນັ້ນຈຶ່ງຕ້ອງພັດທະນາແນວພັນຕື່ມອີກ, ສ້າງຮາກຖານປຸງແຕ່ງເອງ ເພື່ອສະໜອງດ້ວຍຕົນເອງ. ເມື່ອສົ້ນອອກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂ້າພະເຈົ້າກໍປະສົມປະສານກັບການທ່ອງທ່ຽວ.

ປັດ​ໄຈ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ - ảnh 2ທ່ານຫງວຽນຢຸງຮຶງ, ຮອງຫົວໜ້າຄະນະເສດຖະກິດສູນກາງ (ພາບ:  vnexpress.net)

ທ່ານຫງວຽນຢຸງຮຶງ, ຮອງຫົວໜ້າຄະນະເສດຖະກິດສູນກາງ ຖືວ່າ:

ມີຫຼາຍຮູບແບບຊາວກະສິກອນທັງເປັນຜູ້ອອກແຮງງານໃນຂົງເຂດກະສິກຳ, ທັງເປັນນັກຄົ້ນຄ້ວາກ່ຽວກັບດ້ານວິທະຍາສາດ ກະສິກຳ ແລະ ພ້ອມທັງກໍ່ຮູ້ຈັກການໝູນໃຊ້ໂປແກຼມການຄ້າເອເລັກໂຕນິກ, ໂປແກຼມເຕັກໂນໂລຢີໃໝ່ ເພື່ອຂາຍຜະລິດຕະພັນຂອງຕົນ. ດັ່ງນັ້ນ, ຕ້ອງເຮັດແນວໃດເພືອຍົກສູງລະດັບຄວາມຮູ້ ແລະ ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົ ເພື່ອໃຫ້ຊາວກະສິກອນເປັນເຈົ້າການໃນຂັ້ນຕອນຜະລິດຂອງຕົນຢ່າງແທ້ຈິງ.

ບໍ່ພຽງແຕ່ທຳການຜະລິດ, ດຳເນີນທຸລະກິດເກັ່ງ ນຳມາເຊິ່ງລາຍຮັບທີ່ໝັ້ນຄົງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຄອບຄົວເທົ່ານັ້ນ, ມີຫຼາຍຄອບຄົວຊາວກະສິກອນທີ່ເປັນແບບຢ່າງດີເດັ່ນ ຍັງຕັ້ງໜ້າປະກອບສ່ວນໃຫ້ແກ່ສັງຄົມນຳອີກ. ຕາມສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ແຕ່ລະປີ, ບັນດາຄອບຄົວຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງໄດ້ສ້າງວຽກເຮັດງານທຳຢູ່ກັບທີ່ໃຫ້ແກ່ຜູ້ອອກແຮງງານກ່ວາ 5 ລ້ານຄົນ, ຊ່ວຍຄອບຄົວຊາວກະສິກອນກ່ວາ 200.000 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ມະຕິຂອງກອງປະຊຸມຄັ້ງທີ V, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ວ່າດ້ວຍກະສິກຳ, ຊາວກະສິກອນ, ຊົນນະບົດ ຮອດປີ 2030, ວິໄສທັດຮອດປີ 2045, ຢັ້ງຢືນວ່າ: ກະສິກຳແມ່ນທ່າໄດ້ປຽບແຫ່ງຊາດ, ເປັນເສົາຄ້ຳຂອງພື້ນຖານເສດຖະກິດ. ໃນນັ້ນກໍ່ຢັ້ງຢືນວ່າ ຊາວກະສິກອນແມ່ນເຈົ້າຂອງ, ໃຈກາງຂອງວິວັດການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່. ຢາກປະຕິບັດໄດ້ບົດບາດເປັນເຈົ້າການ ແລະ ສົມກັບທີ່ຕັ້ງເປັນໃຈກາງ, ຊາວກະສິກອນໃນປັດຈຸບັນ ພວມຍົກສູງກຳລັງຄວາມສາມາດຜ່ານການຫັນເປັນພູມປັນຍາ, ສຳຜັດກັບຈິນຕະນາການໃໝ່, ຄວາມຮູ້ໃໝ່, ເຕັກໂນໂລຢີໃໝ່, ທັກສະໃໝ່ ຢ່າງບໍ່ຢຸດຢັ້ງ, ຈາກນັ້ນ ກໍຢັ້ງຢືນ ແລະ ສະແດງໃຫ້ເຫັນຄຸນນະທາດຂອງຊາວກະສິກອນທີ່ເປັນມືອາຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ