ປະຊາຊົນແຂວງເຊີນລາ ປົກປັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໝາກມ່ວງອຽນເຈົາ

(vovworld) - ກົມ​ຊັບ​ສິນ​ທາງ​ປັນຍາ - ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫາ​ກໍ່​ສະໜອງ​ໃບ​ຢັ້ງຢືນ​ຈົດ​ທະບຽນ ​ແນະນຳ​ດ້ານ​ພູມ​ສາດ​ສຳລັບ​ຜະລິດ​ຕະພັນ​ໝາກ​ມ່ວງ​ມົນ ອຽນ​ເຈົາ, ​ແຂ​ວງ ​ເຊີນ​ລາ, ຢູ່ 3 ຕາ​ແສງ ​ເຊັ່ນ: ຈ່ຽງປັ່ນ, ວຽງ​ລ່າ​ນ ​ແລະ ຊັບ​ວາດ. ​ໂດຍ​ແມ່ນ​ໝາກ​ມ່ວງ​ຊະນິດ​ທີ 2 ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ໜັງສື​ຢັ້ງຢືນ​ດັ່ງກ່າວ, ນີ້​ແມ່ນ​ຂ່າວ​ດີ​ເພື່ອ​ໃຫ້​ຊາວ​ກະສິກອນ​ຢູ່​ແຂວງ ​ເຊີນ​ລາ ມີ​ຄວາ​ມອຸ່ນ​ອ່ຽນ​ໃຈ​ພັດ​ທະ​ນາ​ຕົ້ນ​ໝາກມ່ວງ, ຍົກ​ສູງ​ລາຍ​ຮັບ, ກໍ່ສ້າງ​ຊົນນະບົດ​ໃໝ່. ບົດ​ຂຽນ “ປະຊາຊົນ​ແຂ​ວງ ​ເຊີ​ນລສ ປົກ​ປັກ​ຮັກສາ ​ແລະ ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ໝາກມ່ວງ​ອຽນ​ເຈົາ” ຂອງ​ຮ່ວາງ​ລອງ, ນັກ​ຂ່າວ VOV.

ປະຊາຊົນແຂວງເຊີນລາ ປົກປັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໝາກມ່ວງອຽນເຈົາ - ảnh 1

        ໝາກມ່ວງ ອຽນເຈົາ
(ພາບປະກອບ)
​ໃນ​ຊຸມ​ປີ​ກ່ອນ​ນີ້, ສວນ​ຂອງ​ຄອບຄົວ​ທ່ານ ລໍ່​ວັນ​ຕ໋ຽງ, ຢູ່​ບ້ານ​ບັດ, ຕາ​ແສງ ຊັບ​ວາດ, ​ເມືອງ ອຽນ​ເຈົາ ​ໄດ້​ປູກ​ສາລີ​, ມັນ​ຕົ້ນ​ເປັນ​ຕົ້ນ ​ແລະ ຕົ້ນ​ໄມ້​ກິນ​ໝາກ​ບາງ​ຊະນິດ, ​ໃນ​ນັ້ນ​ຕົ້ນ​ໝາກມ່ວງ​ກວມ​ອັດ​ຕາ​ສ່ວນ​ໜ້ອຍ​ເທົ່າ​ນັ້ນ. ​ແຕ່​ໃນ​ເວລາປະມານ 5 ປີ​ມໍ່ໆ​ມາ​ນີ້, ໝາກມ່ວງ​ຂາຍ​ໄດ້​ລາຄາ​ສູງ, ດັ່ງ​ນັ້ນ​ຄອບຄົວ​ຂອງ​ທ່ານ​ໄດ້​ລົງທຶນ​ປັບປຸງ​ສວນ​ເພື່ອ​ປູກ​ຕົ້ນ​ໝາກມ່ວງ. ທ່ານ ຕ໋ຽນ ​ໃຫ້​ຮູ້​ວ່າ: ​ໂດຍ​ໄດ້​ຮັບ​ການ​ແນະນຳ​ດ້ານ​​ເຕັກນິກ​ໃສ່​ຝຸ່ນ, ກໍ່ຄື​ການ​ບົວລະບັດ​ຕົ້ນ​ໝາກມ່ວງ​ຈາກ​ພະນັກງານ​ກະສິກຳ​ຂອງ​ເມືອງ, ປະຈຸ​ບັນ, ຄອບຄົວ​ຂອງ​ທ່ານ​ໄດ້​ມີ​ເນື້ອ​ທີ່​ປູກ​ໝາກມ່ວງ​ກ່ວາ 8.000 ຕາ​ແມັດ, ລາຍ​ຮັບ​ໃນ​ແຕ່ລະ​ປີ​ບັນ​ລຸ​ນັບ​ຮ້ອຍໆ​ລ້ານ​ດົ່ງ:

        “​ເມື່ອ​ທຽບ​ໃສ່​ກັບ​ການ​ປູກ​ສາລີ​ໃນ​ເມື່ອ​ກ່ອນ ​ແລະ ການ​ປູກ​ໝາກມ່ວງ​ໃນ​ປະຈຸ​ບັນ ​ເຫັນ​ວ່າ​ປູກ​ໝາກມ່ວງ​ດີ​ກ່ວາ​ຫຼາຍ ຍ້ອນ​ບໍ່​ຕ້ອງ​ເສຍ​ເວລາ​ບົວ​ລະ​ບັດ ​ແລະ​ ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ກ່ວາ. ປະຈຸ​ບັນ, ສາລີ​ໂລ​ໜຶ່ງ​ມີ​ລາຄາ 4.000 ດົ່ງ​ເທົ່າ​ນັ້ນ, ​ແຕ່​ໝາກມ່ວງ​ມີ​ລາຄາ​ແຕ່ 15.000 20.000 ດົ່ງ/​ໂລ”

        ໝາກມ່ວງ​ມົນ ອຽນ​ເຈົາ ມີ​ຂະໜາດ​ນ້ອຍ, ​ແຕ່​ແກ່ນ​ກໍ່​ນ້ອຍ ​ແລະ ມີ​ກິນ​ຫອມ​ພິ​ເສດສະ​ເພາະ. ໝາກມ່ວງ​ໄດ້​ຮັບ​ການ​ເກັບ​ກ່ຽວ​ເມື່ອ​ເລີ່​ມສຸກ ດັ່ງ​ນັ້ນ​ມີ​ຄຸນ​ນະພາ​ບດີ. ​ອ້າຍ ​ເຈີ່ນ​ດັງ​ນີງ, ​ແຂກ​ທ່ອງ​ທ່ຽວ​ແຂວງ ກວາງນີງ, ​ໃຫ້​ຮູ້​ວ່າ:

        “ໝາກມ່ວງ ອຽນ​ເຈົາ ມີ​ລົດ​ຫວານ​ພິ​ເສດ ຕ່າງ​ກັບ​ໝາກມ່ວງ​ຊະນິດ​ອື່ນໆ. ໝາກມ່ວງ​ອຽນ​ເຈົາ ​ໄດ້​ຮັບ​ການ​ເກັບ​ກ່ຽວ​​ເມື່ອ​ຍັງ​ເຫີ່ມ ດັ່ງ​ນັ້ນ​ເມື່ອ​ກິນ​ແມ່ນ​ພໍດີ​ສຸກ, ຫວານ, ບໍ່​ຕ້ອງ​ໃຊ້​ທາດ​ເຄມີ​ໃຫ້​ສຸກ.”

        ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໄດ້​ນຳ​ໝາກມ່ວງ​ຂອງ​ເມືອງ ອຽ​ນ​ເຈົາ ​ເຂົ້າ​ບັນຊີ​ລາຍ​ຊື່​ແນວ​ພັນ​ຫາ​ຍາກ​ຕ້ອງ​​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ. ໝາ​ກມ່ວງ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໝາກ​ມ່ວງ​ໜຶ່ງ​ດຽວ​ຂອງ​ພາກ​ເໜືອ ຫວຽດນາມ ​ໄດ້​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່​ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ໂລກ (FAO) ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ. ຫວ່າງ​ມໍ່​ໆ​ມາ​ນີ້, ກົມຊັບ​ສິນ​ທາງ​ປັນຍາ - ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫາ​ກໍ່​ສະໜອງ​ໃບ​ຢັ້ງຢືນ​ຈົດ​ທະບຽນ ​ແນະນຳ​ດ້ານ​ພູມ​ສາດ​ສຳລັບ​ຜະລິດ​ຕະພັນ​ໝາກ​ມ່ວງ​ມົນ ອຽນ​ເຈົາ, ພ້ອມ​ກັບ​ໝາ​ກມ່ວງ ຮ່ວາ​ໂລກ (​ແຂວງ​ຕ່ຽນຢາງ). ນີ້​ແມ່ນ​ບາດກ້າວ​ສຳຄັນ​ເພື່ອ​ໃຫ້​ບັນດາ​ຜູ້​ປູກ​ໝາກມ່ວງ​ຂອງ ​ເມືອງ ອຽນ​ເຈົາ ມີ​ຄວາມ​ອຸ່ນ​ອຽນ​ໃຈ​ຕິດ​ພັນ​ກັບ​ຕົ້ນ​ໄມ້​ຊະນິດ​ນີ້. ທ່ານ ຮ່ວາງ​ວັນ​ແກ໋ວ, ຮອງ​ປະທານ​ສະພາ​ປູກ ​ແລະ ຈຳໜ່າຍ​ໝາກມ່ວງ​ເມືອງ ອຽນ​ເຈົາ, ​ແຂວງ ​ເຊີນ​ລາ, ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຫຼາຍ​ຍ້ອນ​ວ່າ​ໝາກມ່ວງ​ປີ​ນີ້​ມີ​ລາຄາ​ສູງ, ​ເມື່ອ​ທຽບ​ໃສ່​ປີ​ກ່ອນ​​ໂລ​ໜຶ່ງ​ມີ​ລາຄາ​ພຽງ 5.000 ດົ່ງ​ເທົ່າ​ນັ້ນ. ​ແຕ່ລະ​ປີ, ​ໂລ​ໜຶ່ງ​ມີ​ລາຄາ 14.000 ດົ່ງ, ດັ່ງ​ນັ້ນ ສະມາຄົມ​ປູກ ​ແລະ ຈຳໜ່າຍ​ໝາກມ່ວງ​ຈຶ່ງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່, ປະຊາຊົນ​ສົມທົບ​ກັບ​ສະມາຄົມ​ປູກ​ໝາກມ່ວງ ຕັ້ງໜ້າ​ບົວລະບັດ​ເພື່ອ​ໃຫ້​ປີໜ້າ​ໝາກມ່ວງ​ຈະ​ບັນລຸ​ສະມັດ​ຕະພາບ​ສູງ​ກ່ວາ.”

ປະຊາຊົນແຂວງເຊີນລາ ປົກປັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໝາກມ່ວງອຽນເຈົາ - ảnh 2
ພາບປະກອບ

   ປະຈຸ​ບັນ, ​ໃນ​ທົ່ວ​ເມືອງ ອຽນ​ເຈົາ ມີ​ເນື້ອ​ທ່ີ​ປູກ​ໝາກມ່ວງ​ປະມານກ່ວາ 400 ​ເຮັກຕາ, ສ່ວນ​ຫຼາຍ​ແມ່ນ​ຕົ້ນ​ໝາກມ່ວງ​ຫຼາຍ​ປີ, ສຸມ​ໃສ່ 3 ຕາ​ແສງ ຈ່ຽງປັ່ນ, ວຽງ​ລ່າ​ນ ​ແລະ ຊັບ​ວາດ, ໝາກມ່ວງ​ກໍ່​ແມ່ນ​ຕົ້ນ​ໄມ້​ບໍ່​ເຄີຍ​ຖືກ​ສັດຕູ​ພືດ, ການ​ລົງທຶນ​ບົວລະບັດ​ກໍ່​ບໍ່​ຫຼາຍ​, ດັ່ງ​ນັ້ນ​ຄ່ອຍໆ​ກາຍ​ເປັນ​ຕົ້ນ​ໄມ້​ຕົ້ນຕໍ ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ ​ເລ່ື່ອງຈູງ​ຮ໋ຽວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ອຽ​ນ​ເຈົາ, ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ ຈະ​ສົ​ມທົບ​ກັບ​ອົງການ​ທີ່​ກ່ຽວຂ້ອງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຜັກ ​ແລະ ໝາກ​ໄມ້ ຮ່າ​​ໂນ້ຍ ​ເພື່ອ​ຄົ້ນ​ຄ້ວາ ​ແລະ ຂະຫຍາຍ​ໝາກມ່ວງ​ປະ​ເພດນີ້:

        “​ເພື່ອ​ສືບ​ຕໍ່​ອະນຸລັກ​ຮັກສາ ​ແລະ ພັດທະນາ​ເຄື່ອງ​ໝາຍ​ການ​ຄ້າ​ໝາກມ່ວງ ອຽນ​ເຈົາ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ຈະ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະມາຄົມ​ປູກ ​ແລະ​ ຈຳໜ່າຍ​ໝາກມ່ວງ. ພ້ອມ​ທັງ​ກຳນົດ​ສາຍ​ພົວພັນ​ລະຫວ່າງ​ຄອບຄົວ​ປູກ ​ແລະ ຈຳໜ່າຍ​ໝາກມ່ວງ​ກັບ​ບັນດາ​ຄອບຄົວ​ຊາວ​ກະສິກອນ, ສ້າງ​ຕັ້ງ​ບັນດາໜ່ວຍ​ຜະລິດ​ຢູ່​ບັນດາ​ຕາ​ແສງ​ໃນ​ເຂດ​ແນະນຳ​ພູມ​ສາດ.”

        ດ້ວຍ​ເຄື່ອງໝາຍ​ການ​ຄ້າ​ທີ່​ໄດ້​ຮັບ​ການ​ຮັບຮອງ​ນັ້ນ, ຊາວ​ກະສິກອນ​ເມືອງ ອຽນ​ເຈົາ ພວມ​ພ້ອມ​ກັນ​ຮັກສາ​ອິດ​ທິພົນ​ຊ່ື​ສຽງ, ຄຸນ​ນະພາ​ບຂອງ​ໝາກມ່ວງມົນ ອຽນ​ເຈົາ. ຈາກ​ນັ້ນ, ຊ່ວຍ​ໃຫ້​ປະຊາຊົນ​ມີ​ລາຍ​ຮັບ​ຕື່​ມອີກ, ຜະລິດ​ເປັນ​ປົກກະຕິ, ຍົກສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ເສດຖະກິດ, ສັງຄົມ, ກໍ່ສ້າງ​ບ້ານ​​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ