ປະສິດທິຜົນຂອງຮູບແບບຮ່ວມສຳພັນຜະລິດ-ຈຳໜ່າຍຜະລິດຕະພັນຢູ່ກວາງອຽນ, ແຂວງກວາງນິງ

(vovworld) – ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ນິງ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນພັດທະນາ​ບັນດາ​ຮູບ​ແບບ​ຍົກ​ສູງ​ປະສິດ​ທິຜົນ​ການ​ຜະລິດ ດ້ວຍ​ການ​ຍູ້​ແຮງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ລັດ - ວິ​ສາ​ຫະກິດ, ນັກວິທະຍາສາດ ​ແລະ ຜູ້​ຜະລິດ​ໃນ​ການຈຳໜ່າຍ​ຜະລິດ​ຕະພັນ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ຢູ່​ເທດສະບານ​ກວາງ​ອຽນ, ​ໃນ​ເບື້ອງ​ຕົ້ນ​ຮູບ​ແບບ​ນີ້​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ກໍ່​ຄື​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ປະສິດທິຜົນຂອງຮູບແບບຮ່ວມສຳພັນຜະລິດ-ຈຳໜ່າຍຜະລິດຕະພັນຢູ່ກວາງອຽນ, ແຂວງກວາງນິງ - ảnh 1

(ພາບ ອິນເຕີແນດ)

​ໂຄງການ​ຜະລິດ​ຜັກ​ສະອາດ​ຢູ່​ເທດສະບານ​ກວາງ​ອຽນ, ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນ​ຫວຽດລອງ​ ຜັນ​ຂະຫຍາຍ ​ໄດ້​ໝູນ​ໃຊ້​ບັນດາ​ຜົນງານ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ກ່ຽວ​ກັບ​ແນວ​ພັນ, ຄຸນ​ນະພາ​ບ, ຫຼັກ​ອະນາ​ໄມ​ ​ແລະ ​ໄດ້​ຮັບ​ການ​ຜະລິດ​ຕາມ​ມາດຕະຖານ (VietGap) ໝາຍ​ເຖິງ​ຮູບ​ແບບ​ຜະລິດ​ກະ​ສີ​ກຳ​ທີ່​ດີ. ປີ 2012, ທາງ​ບໍລິສັດ​ໄດ້​ຜັນ​ຂະ​ຫຍາ​ຍ​ໂຄງການ​ນີ້​ໃນ​ເນື້ອ​ທີ່​ກວ່າ 10 ​ເຮັກຕາ, ຮອດ​ປີ 2013 , ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ເນື້ອ​ທີ່ 32 ​ເຮັກຕາ. ​ເພື່ອ​ຮັບ​ໃຊ້​ໃຫ້​ໂຄງການ​ດັ່ງກ່າວ, ທາງ​ບໍລິສັດ​ໄດ້​ລົງທຶນ​ກໍ່ສ້າງ​​ເສັ້ນທາງ​ໃນ​ເຂດ​ທົ່ງ​ນາ 1.500 ​ແມດ, ກໍ່​ຄື​ເປີດ​ຊຸດ​ເຝິກອົບຮົມ​ດ້ານເຕັກນິກ​ປູກ ​ແລະ ບົວລະບັດ​ຜັກ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ປ້າ ດັ້ງ​ທິຢຸງ, ຢູ່​ຕາ​ແສງ​ໂກ້​ງຮ່ວາ, ​ເທດສະບານ​ກວາງ​ອຽນ, ​ໃຫ້​ຮູ້​ວ່າ:

ນັບ​ແຕ່​ທາງ​ບໍລິສັດ​ຫວຽດລອງ ນຳ​ໃຊ້​ເຕັກນິກ​ເຂົ້າ​ໃນ​ການ​ປູກຝັງ​ໃນ​ຕາ​ແສງ, ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ນັບ​ແຕ່​ຜູ້​ອອກ​ແຮງ​ງານ, ​ແນວ​ພັນ, ຕະຫຼອດ​ຮອດການ​​ໃຊ້​ຢາຂ້າ​ສັດຕູ. ປູກ​ຜັກ​ຕາມ​ເຕັກ​ໂນ​ໂລ​ຢີນີ້​ຈະ​ຮັບປະກັນ​ຫຼັກ​ອະນາ​ໄມ, ບໍ່​ໃຊ້​ຢາຂ້າ​ສັດຕູ​ພືດ​ຫຼາຍ. ການຈຳໜ່າຍ​ຜະລິດ​ຕະພັນ​ກໍ່​ຮັບປະກັນ​ກວ່າ. ປູກ​ຜັກ​ໄດ້​ເທົ່າ​ໃດ ກໍ່​ຂາຍ​ໄດ້​ເທົ່າ​ນັ້ນ. ລາຍ​ຮັບ​ໃນ​ແຕ່ລະ​ເດືອນ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ຮັບປະກັນ​ກວ່າ“.

ປະສິດທິຜົນຂອງຮູບແບບຮ່ວມສຳພັນຜະລິດ-ຈຳໜ່າຍຜະລິດຕະພັນຢູ່ກວາງອຽນ, ແຂວງກວາງນິງ - ảnh 2

(ພາບ ອິນເຕີແນດ)

ປະຈຸ​ບັນ, ​ໂຄງການນີ້​ພວມ​​ປະຕິບັດ​ທົດ​ລອງ​ຢູ່​ຕາ​ແສງ​ໂກ້​ງຮ່ວາ ​ແລະ ຫຼັງ​ຈາກ​ນັ້ນ​ຈະ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ​ຢູ່​ຕາ​ແສງ​ກວາງ​ອຽນ ​ແລະ ບາງ​ເມືອງ​ອື່ນໆ. ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ທາງ​ບໍລິສັດ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ຕົ້ນ​ໄມ້​ທັນ​ຍາ​ຫານ ​ແລະ ສະບຽງ​ອາຫານ, ສະ​ຖາ​ບັນ​ວິທະຍາສາດ ກະ​ສີ​ກຳ ​ເພື່ອ​ຖ່າຍ​ທອດ​ເຕັກນິກ​ປູກ ​ແລະ ບົວລະບັດຜັກ, ​ການ​ໃສ່ຟຸ່ນ​ເຄມີ, ຢາຂ້າ​ສັດຕູ​ພືດ ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ຜັກ​ສະອາດ, ​ນັບ​​ແຕ່​ການ​ປູກ​ຝັງ, ບົວ​ລະ​ບັດ ຕະຫຼອດ​ຮອດ​ການຫຸ້ມ​ຫໍ່​ລ້ວນ​ແຕ່ໄດ້​ຮັບ​ການ​ກວດກາ​ຢ່າງ​ລະອຽດ ​ແລະ ​ເປັນ​ປະຈຳ. ທ່ານ ​ເລກ​ວາງ​ທັ໋ງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ຫວຽດລອງ, ​ໃຫ້​ຮູ້​ວ່າ, ​ໃນ​ຕາ​ແສງ​ໂກ້​ງຮ່ວາ ມີ​​ເກືອບ 50% ​ຈຳນວນ​ຄອບຄົວ​ເຂົ້າ​ຮ່ວມ​ໂຄງການ, ​ແລະ ຈຳນວນ​ນີ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​​ເມື່ອໂຄງການ​ໄດ້​ຮັບ​ຜົນສຳ​ເລັດ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຫຼາຍ​ຄົນ ​ແລະ ສ້າງ​ລາຍ​ຮັບ​ເປັນ​ປົກກະຕິ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ໃນ​ທ້ອງ​ຖີ່​ນ, ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເລກ​ວາງ​ທັ໋ງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ ຫວຽດລອງ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ຄິດວ່າ ​ເມື່ອ​ເຫັນ​ຜະລິດ​ຕະພັນຂອງວິ​ສາ​ຫະກິດ​ບັນລຸ​ໄດ້ມູນ​ຄ່າ​ເສດຖະກິດ​ສູງ​, ​ປະຊາຊົນກໍ່​ຈະ​ສະມັກ​ໃຈປະຕິບັດ​ຕາມ. ດັ່ງ​ນັ້ນ​ວິ​ສາ​ຫະກິດ​ຕ້ອງ​​ເປັນ​ແບບຢ່າງ​​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ “.

​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ກວາງ​ນິງ ກຳນົດ​ວ່າ ປະຊາຊົນ​ມີ​ບົດບາດເປັນ​ເຈົ້າ, ຄຽງ​ຂ້າງ​ນັ້ນ​ຍັງ​ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ໄດ້​​ສົບ​ທົບ​ກັບ​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ກໍ່ສ້າງ​ບັນດາ​ເຂດ​ຜະລິດ​ສະ​ເພາະ​ຕາມ​ທິດ​ຮ່ວມ​ສຳພັນແບບ​ຍືນ​ຍົງລະຫວ່າງ​ລັດ - ວິ​ສາ​ຫະກິດ - ນັກວິທະຍາສາດ ​ແລະ ຜູ້​ຜະລິດ​​. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ຮູບ​ແບບຜະລິດ​ຕາມ​ທິດ​ຮ່ວມ​ສຳພັນ​ນີ້, ທ່ານ ​ເຈືອງ​ກົງ​ງ່າ​ນ, ຫົວໜ້າ​ຄະນະ​ກໍ່ສ້າງ​ຊົນນະບົດ​ໃໝ່​ແຂວງ​ກວາງ​ນິງ, ຖື​ວ່າ:

“ມີ​ບັນດາ​ວິ​ສາ​ຫະກິດ​ ຈຶ່ງ​ສາມາດຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ​ເຊິ່ງຊາວ​ກະ​ສີກ​ອນຜະລິດ​ອອກ​ໄດ້. ພວກ​ຂ້າພະ​ເຈົ້າ​ຖື​ນັ້ນ​ແມ່ນ​ແກ່ນສານ​ເພື່ອ​ສືບ​ຕໍ່​ໂຄສະນາ, ຂະຫຍາຍ​ອອກ​ຢ່າງ​ກວ້າງ​ຂວາງ ​​ແນ​ໃສ່​ສ້າງ​ເປັນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ກວາງ​ນິງ ​ແລະ ນັ້ນ​ແມ່ນ​ກຳລັງ​ໜູນ ​ເພື່ອ​ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ບົດບາດ​ທົ່ວ​ສັງຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“.

ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ກວາງ​ນິງ ນັ້ນ​ແມ່ນ​ໄດ້​ສ້າງ​ເປັນ​ຂະ​ບວນການ​ແຂ່ງຂັນ​ອອກ​ແຮງ​ງານ ທຳ​ການ​ຜະລິດ, ບື່ນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ໃນ​ໝູ່​ປະຊາຊົນ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ, ອັນ​ໄດ້ປະກອບສ່ວນ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ