ພັດທະນາອາຊີບລ້ຽງກຸ້ງໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ

(vovworld) - ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ແມ່ນ​ເຂດ​ລ້ຽງ​ກຸ້ງ​ໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ, ກວມ​ 94% ຍອດເນື້ອ​ທີ່​ລ້ຽງ ແລະ 81% ປະ​ລິ​ມານ​ການ​ຜະ​ລິດກຸ້ງ​ໃນ​ທົ່ວ​ປະ​ເທດ. ປະ​ຈຸ​ບັນ, ອາ​ຊີບ​ລ້ຽງ​ກ​ຸ້ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພວມ​ປະ​ສົບ​ກັບ​ຄວາມ​ຫ​ຍ​ຸ້ງ​ຍາກ​ຍ້ອນ​ຖືກ​ກະ​ທົບ​ຈາກ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ແລະ ​ນ້ຳ​ທະ​ເລ​ຊຶມ​ເຂົ້າ. ບົດ​ຂຽນ “ພັດ​ທະ​ນາ​ອ​າ​ຊີບ​ລ້ຽງກຸ້ງ​ໃນ​ເງື່ອນ​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ” ຂອງ​ນັກ​ຂ່າວ ງອກ​ແອງ.

ພັດທະນາອາຊີບລ້ຽງກຸ້ງໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບ​ປະ​ກອບ


        ກຸ້ງ​ແມ່ນ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ ຫວຽດ​ນາມ, ກວມ​ເຖິງ​ເຄິ່ງ​ໜຶ່ງ​​ຂອງອັດ​ຕາ​ສ່ວນ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ​ໃນເນື້​ອ​ທີ່​ລ້ຽງ​ກຸ້ງ​ປະ​ມານ 700.000 ເຮັກ​ຕາ. ປີ 2016, ຄາດ​ວ່າ​ວົງ​ເງິນ​ສົ່ງ​ອອກ​ກຸ້ງ​​ຈະບັນ​ລຸ 3,2 ຕື້ USD. ຄາ​ດ​ຄະ​ເນ​ວ່າ, ​ຮອດ​ປີ 2025 ວົງ​ເງິນ​​ສົ່ງ​ອອກກ​ຸ້ງ​ຂອງ ຫວຽດ​ນາມ ອາດ​ຈະ​ບັນ​ລຸ​ເຖິງ 8 ຕື້USD.

        ຫວຽດ​ນາມ ມີກຸ້ງ​ຕົ້ນ​ຕໍ 2 ປະ​ເພດ​. ເຂດ​ທົ່ງ​ພຽງ​ແມ່​ນຳ​້​ຂອງ​ໄດ້​ມີ​ຮູບ​ແບບ​​ລ້ຽງ​ກຸ້ງ​ແດງ (nenaeus monodon), ກຸ້ງ semisu catus, ລ​້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເພດ​ກຸ້ງທີ່ເໝາະ​ສົມ​ໃນ​ເງື່ອນ​ໄຂ​ນ້ຳ​ທະ​ເລ​ຊຶມ. ປອ ຫງວຽນ​ວັນ​ຊ໋າງ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ລ້ຽງ​ປູກ​ສິນ​ໃນ​ນຳ​້ 2, ໃຫ້​ຮູ້​ວ່າ:

        “ວຽກ​ງານ​ສຳ​ຄັນ​ທີ່​ສຸດ​ແມ່ນ​​ການ​ວາງ​ແຜນ​​ຜັງ, ​ຊົນ​ລະ​ປະ​ທານ ກໍ່​ຄື​ວິ​ທີ​ການ​ຈັດ​ຕັ້ງ​ການ​ຜະ​ລິດ​ໃຫ້​ແກ່​ເຂດ​ລ້ຽງ​ກ​ຸ້ງ. ດ້ວຍ​ເງື່ອນ​ໄຂ​ນ້ຳ​ທ​ະ​ເລ​ຊຶມ​ເຂົ້າ​ໃນ​ລະ​ດັບ​ສູງ​ຢູ່​ເຂດ​ລ້ຽງ​ກ​ຸ້ງ​, ປູກ​ເຂົ້າ ອາດ​ຈະ​ຫັນ​ປ່ຽນ​ຕາມ 2 ທິດ​ທີ່​ແຕກ​ຕ່າງ​ກັນ. ທີ່​ໜຶ່ງ​ແມ່ນ​ສືບ​ຕໍ່​ຮັກ​ສາ​ຮູບ​ແບບ​ລ້ຽງ​ກ​ຸ້ງ​​ສົມ​ທົບ​ກັນ​ປູກ​ເຂົ້າ, ທີ​ສອງ​ແມ່ນ​ອາດ​ສາ​ມາດລ້ຽງ​ກຸ້ງ​ແບບ​ທຳ​ມະ​ຊາດ, ທັງ​ປູກ​ແບບ​ທຳ​ມະ​ຊາດ ທັງ​ເພີ່ມ​ອາ​ຫານ ແລະ ແນວ​ພັນ​ຕື່ມ​ອີກ ຫຼື​ລ້​ຽງ​ກຸ້ງ​ແບບເຄິ່ງກະ​ເສດ​ສຸມ ແລະ ກະ​ເສດ​ສຸມ. ພ້ອມ​ທັງ​​ຕ້ອງ​ການມີ​ບັນ​ດາ​ມາດ​ຕະ​ການ​ຄື​ປັບ​ປຸງ​ເຕັກ​ໂນ​ໂລ​ຢີ​ການ​ລ້ຽງ, ສ້າງ​ແຫຼ່ງ​ອາ​ຫານ​ທຳ​ມະ​ຊາດ​ໃນ​ຮູບ​ແບບ​ລ້​ຽງ​ແລ້ວ ຄວບ​ຄຸມ​ສິ່ງ​ແວດ​ລ້ອມ, ໂລກ​ລະ​ບາດ.”

        ບັນ​ດາ​ທ້ອງ​ຖິ່ນກໍ່​ໄດ້​ຍູ້​ແຮງ​ການ​ໝູນ​ໃຊ້​​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ລ້ຽງ​ກ​ຸ​້ງ​ເພື່ອ​ບັນ​ລຸ​ປະ​ສິດ​ທິ​ຜົນ​ດ້ານ​ເສ​ດ​ຖະ​ກິດ​ສູງ. ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຈະ​ປະ​ກາດ​ໃຊ້​ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ສະ​ເພາະ​ໃຫ​້​ແກ່​ການ​ລ​້ຽງ​ກຸ້ງ​ໂດຍ​ໄວ. ລ້​ຽງ​ກຸ້ງ​ຕ້ອງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ​ເພື່ອຮັບ​ປະ​ກັນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​​ຜະ​ລິດອອກ​ມາ​​ປອດ​ສານ​ພິດ. ທ່ານ ດັ້ງ​ກວກ​ຕ໋ວນ, ຮອງ​ຜູ້​ອຳ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ ຫວຽດ​ນາມ - ອົດ​ສະ​ຕາ​ລີ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ລ້ຽງ​ກຸ້ງ​ພັນ​ໃຫຍ່​ສຸດ​ໃນ​ທົ່ວ​ປະ​ເທດ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ກຸ່ມ​ບໍ​ລິ​ສັດ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໄດ້​​ເປັນກຳ​ມະ​ສິດ​ບາງ​ເຕັກ​ໂນ​​ໃນ​ການ​ລ້ຽງ​ກຸ້ງ. ນັບແຕ່​ແນ​ວ​ພັນ​ກຸ້ງ, ຫົວ​ອາ​ຫານ, ການ​ລ້ຽງ​ປູກ, ​ການປຸງ​ແຕ່ງ​​ເພື່ອ​ມີ​ຜະ​ລິດ​ຕະ​ພັນ​ສຸດ​ທ້າຍ, ຮັບ​ປະ​ກັນ​ພັດ​ທະ​ນາ​​ຂະ​ແໜງ​ລ້ຽງກຸ້ງຍືນ​ຍົງ. ພວກ​ຂ້າ​ພະ​ເຈົ້າ​ພວມ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ລ້ຽງ​ກ​ຸ້ງ​ຂອງ ອິດ​ສະ​ຣາ​ແອນ.ເຕັກ​ໂນ​ໂລ​ຢີນີ້​ຮັບ​ປະ​ກັນ​ຄວບ​ຄຸມ​ໄດ້ສິ່ງ​ແວດ​ລ້ອມ​ກ່ຽວ​ກັບ​ອຸນ​ຫະ​ພູມ, ລະ​ດັບ​​ນ້ຳເຄັມ, ​ນ້ຳ​ຈືດ ແລະ ຄວາມ​ປອດ​ໄພ​ຊີ​ວະ​ພາບ”

        ມີຫຼາຍ​ຮ​ູບ​ແບບ​ລ້ຽງ​ກ​ຸ້ງ​ທະ​ເລ, ກຸ້ງ​ນ້ຳ​ຈືດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ສະ​ພາບນ້ຳ​ທະ​ເລ​ຊຶມ​ເຂົ້າຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ໃນ​ເບື້ອງ​ຕົ້ນໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ບັນ​ດາ​ຮູບ​ແບບ​ການ​ລ້ຽງ​ກຸ້ງ​ທຳ​ມະ​ຊາດ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຍ້ອນ​ເຕັກ​ນິກ​ງ່າ​ຍ​ດາຍ, ລາຍ​ຈ່າຍ​ການ​ຜະ​ລິດ​ຕ່ຳ, ຄວາມ​ສ່ຽງ​ໜ້ອຍ, ຮັບ​ປະ​ກັນ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ຄ​ຸນ​ນະ​ພາບ​ຜ​ະ​ລິດ​ຕະ​ພັນ​ສູງ. ຮູບ​ແບບ​ການ​ລ້ຽງ​ກຸ​້ງ​ສົມ​ທົບ​ກັບ​ການ​ປູກ​ເຂົ້າ​ ພວມ​ແມ່ນ​ຮູບ​ແບບ​ຈຸດ​ສຸມ​ໃນ​ເງື່ອນ​ໄຂ​ສະ​ພາບ​ນ້ຳ​ທະ​ເລ​ຊຶມເຂົ້າ. ພິ​ເສດ, ຮູບ​ແບບ​ລ້ຽງ​ກຸ້ງ​ສົມ​ທົບ​ກັບ​ກ​ານ​ກະ​ເສດ​ສຸມ​ໃນ​ຮົ່ມໃນ​ບ່ອນ​ຖືກ​ປິດ​ອ້ອມ ພວມ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກ້​ວາງ​ຂວາງ, ໃຫ້​ສະ​ມັດ​ຕະ​ພາບ​ສູງ​ແຕ່ 20 – 40 ໂຕນ/ເຮັກ​ຕາ. ບາງ​ຮູບ​ແບບ​ການ​ລ້ຽງ​ກຸ້ງ​ສົມ​ທົບ​ກັບ​ການ​ປູກ​ຝັງກໍ່​ພວມ​ໄດ້​ຮັບ​ການ​ນຳ​ໃຊ້, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ. ໝາຍ​ຄວາມ​ວ່າ​ລ້ຽງ​ກ​ຸ້ງ​ໃນ​ສະ, ນາ, ປ່າ… ສົມ​ທົບ​ກັບ​ການ​ລ້ຽງ​ປາຫຼາຍ​ປະ​ເພດ​ສາ​ມາດ​ທົນ​ທານ​ກັບ​ນ້ຳ​ເຄັມ ຫຼື ພືດ​ນ້ຳ​ບາງ​ປະ​ເພດອື່ນ​ໆ​ອີກ. ປອ ຍ​ື​ວັນ​ເກີ໋ນ, ຫົວ​ໜ້າ​ກົມ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ກົມ​ໃຫຍ່​ສິນ​ໃນ​ນ້ຳ, ໃຫ້​ຮູ້​ວ່າ:

        “ບັນ​ດາ​ຮູບ​ແບບ​ເຕັກ​ໂນ​ໂລ​ຢີ​ເພື່ອ​ໃຫ້​ພວກ​ເຮົາ​​ລ້ຽງ​ກຸ້ງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດນັ້ນ​ແມ່ນ​ບັນ​ດາ​ມາດ​ຕະ​ການ​​ຮັບ​ປະ​ກັນ​ຮັກ​ສາ​ສິ່ງ​ແວດ​ລ​້ອມ. ກົມ​ໃຫຍ່​ສິນ​ໃນ​ນ້ຳ​ເອົາ​ໃຈ​ໃສ່​ເຖິງ 2 ມາດ​ຕະ​ການ. ກ່ຽວ​ກັບ​ແນວ​ພັນ, ໄປ​ຄຽງ​ຄູ່​ກັບ​ແນວ​ພັນ​ມີ​ການ​ເຕີບ​ໃຫຍ່ ແລະ ບໍ່​ຕິດ​ພະ​ຍາດ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​​ຈະມີ​ບັນ​ດາ​ແນວ​ພັນ​ກຸ້ງ​ສາ​ມາດ​ປ້ອງ​ກັນ​ກັບ​ພະ​ຍາດ​ໄດ້. ຂອດ​ທີ​ສອງ​ແມ່ນ​​ການລ້ຽງ​ກຸ້ງ​ເຊິ່ງ​ລວມ​ມີ​ເຕັກ​ໂນ​ໂລຢ​ີ, ຫົວ​ອາ​ການ​ມີ​ທາດ​ບຳ​ລຸງ.”

        ປະ​ຈຸ​ບັນ, ຫວຽດ​ນາມ ມີ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ໃນ​ການ​ຜະ​ລິດ​​ຫົວ​ອາ​ຫານ​ໃຫ້​ກຸ້ງ​. ເປັນ​ໜ້າ​ສົນ​ໃຈ​ແມ່ນ​ມີ​ເຕັກ​ໂນ​ໂລ​ຢີ​ນຳ​ໃຊ້ຈຸ​ລະ​ຊີບ​ທະ​ເລ​ເປັນ​ອາ​ຫານ​ເພື່ອ​ລ້ຽງ​ກຸ້ງ​ແທນ​ທີ​ແປ​້ງ​ປາ. ອາ​ຫານນີ້​ຊ່ວຍ​ໃຫ້​ກຸ້ງ​ຈະ​ເລີນ​​ໄດ້​ດີ​ກ່​ວາ, ປະ​ຢັດ, ຫລຸດ​ຜ່ອນ​​ຄ່າ​ອາ​ຫານ​ລ້ຽງ​ກຸ້ງ ແລະ ຫລຸດ​ຜ່ອນ​​ອາ​ການ​ກຸ້ງ​ຖືກ​ຕິດ​ພະ​ຍາດ. ປະ​ຈຸ​ບັນ, ​ຢູ່​ໃນໂລກ​ມີ​ພຽງ 3 ປະ​ເທດ​ມີ​ເຕັກ​ໂນ​ໂລ​ຢີນີ້ນັ້ນ​ແມ່ນ ຫວຽດ​ນາມ, ອົດ​ສະ​ຕາ​ລີ ແລະ ຈີນ.

        ໃນ​ເງື່ອນ​ໄຂ​ນ້ຳ​ທະ​ເລ​ຊຶມເຂົ້າ, ບັນ​ດາ​ທ້ອງ​ຖິ່ນ​ລ້​ຽງ​ກຸ້ງ​ພວມ​ຍູ້​ແຮງ​ການ​ຄົ້ນ​ຄ​້​ວາ​ຜະ​ລິດ​ແນວ​ພັນ, ຫັນ​ເປົ້າ​ໝາຍ​ລ້ຽງ​ກຸ້​ງ ແລະ ຮູບ​ແບບ​ການ​ລ້ຽງ​ກຸ້ງ​ເປັນຫຼາຍ​ຮູ​ບ​ແບບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທະ​ເລ​ຊຶມ​ເຂົ້າ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​ໂຄ​ສະ​ນາ, ຝຶ​ກ​ອົບ​ຮົມ​ໃຫ້​ຊາວ​ກະ​ສິ​ກອນ​ຜູ້​ລ້​ຽງ​ກຸ້ງກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພື່ອ​ໃຫ້​ຜູ​້​ລ້ຽງ​ກຸ້ງ​ເປັນ​ເຈົ້າ​ການ​ໃນ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໄດ້​ກໍ່​ສ້າງ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ກຸ້ງ​ຂອງ ຫວຽດ​ນາມ ມີ​ເຄື່ອງ​ໝາຍ​ການ​ຄ້າ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ບັນ​ດາ​ມາດ​ຕະ​ການລ້ຽງ​ກຸ້ງ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ເທື່ອ​ໃຫ້​​ຜູ​້​ລ້ຽງ​ກຸ້ງ​ຜ່ານ​ຜ່າ​ຄວາມ​ຫຍຸ​້ງ​ຍາກ, ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນ້ຳ​ທ​ະ​ເລ​ຊຶມ​ເຂົ້າ.


ຂ່າວ/ບົດ​ອື່ນ