ພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ

(VOVWORLD) -ບັນດາໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຢູ່ ຫວຽດນາມ ພວມນັບມື້ນັບດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ ຍ້ອນບັນດາຄຸນຄ່າວັດທະນະທຳມີມາແຕ່ດົນນານ ແລະ ການປະດິດຄິດສ້າງຂອງບັນດານາຍຊ່າງໃນໝູ່ບ້ານຫັດຖະກຳ ສະແດງໃຫ້ເຫັນຜ່ານບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ. ການພັດທະນາຮູບການທ່ອງທ່ຽວໝູ່ບ້ານຫັດຖະກຳໄດ້ນຳມາເຊິ່ງຜົນປະໂຫຍດຊ້ອນກ່ຽວກັບດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ປະຊາຊົນເຂດຊົນນະບົດ, ພ້ອມທັງອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳຂອງໝູ່ບ້ານຫັດຖະກຳໄວ້.

ພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ - ảnh 1 ຜະລິດແພໄຫມຢູ່ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ດຶງດູດລູກຄ້າມາຊື້ເປັນຈຳນວນຫລວງຫລາຍ

ໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຢູ່ຫວຽດນາມ ສ່ວນຫລາຍມີມານັບຮ້ອຍໆປີ. ຍິ່ງກວ່ານັ້ນ ຂະແຫນງທ່ອງທ່ຽວຫວຽດນາມ ມີທ່າແຮງ ດ້ວຍ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ມີກວ່າ 40.000 ມໍລະດົກວັດທະນະທຳລະດັບຊາດ, ປະມານ 10.000 ງານບຸນ, ໃນນັ້ນ ບັນດາມໍລະດົກ, ງານບຸນນີ້ ກໍ່ມີຢູ່ໃນບັນດາໝູ່ບ້ານຫັດຖະກຳ.

ເພື່ອພັດທະນາຜະລິດຕະພັນທ່ອງທ່ຽວຕິດພັນກັບໝູ່ບ້ານຫັດຖະກຳ, ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໄດ້ດຳເນີນການສຳຫລວດ ກ່ຽວກັບຄຳເຫັນຂອງນັກທ່ອງທ່ຽວສຳລັບການເຄື່ອນໄຫວທ່ອງທ່ຽວຂອງບັນດາໝູ່ບ້ານຫັດຖະກຳ ແລະ ທັດສະນະຂອງຜູ້ຜະລິດໂດຍກົງຢູ່ບັນດາໝູ່ບ້ານຫັດຖະກຳ ເພື່ອຮູ້ໄດ້ຄວາມຕ້ອງການແທ້ຈິງຂອງນັກທ່ອງທ່ຽວ ແລະ ຄວາມສາມາດຕອບສະຫນອງຂອງໝູ່ບ້ານຫັດຖະກຳຄືແນວໃດ. ທ່ານ ລືວຢູຍເຢີນ ປະທານ ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໃຫ້ຮູ້ວ່າ:

“ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ຖືທິດນຳການເຄື່ອນໄຫວແຕ່ນີ້ຮອດປີ 2030 ແມ່ນຂົວຕໍ່ປະຊາຄົມໝູ່ບ້ານຫັດຖະກຳ, ການອະນຸລັກຮັກສາວັດທະນະທຳ, ການພັດທະນາການທ່ອງທ່ຽວ, ການເຊື່ອມໂຍງເຂົ້າກັບສາກົນ. ໝູ່ບ້ານຫັດຖະກຳ່ຕ້ອງແມ່ນໝູ່ບ້ານມີວັດທະນະທຳຢູ່ໃນລະດັບສູງ, ມີກົດລະບຽບກ່ຽວກັບດ້ານວັດທະນະທຳຂອງໝູ່ບ້ານຫັດຖະກຳ.”

ຕາມການກຳນົດທິດພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ, ສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ໄດ້ເລືອກເຟັ້ນໝູ່ບ້ານຫັດຖະກຳພົ້ນເດັ່ນຄື: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈາງ, ໝູ່ບ້ານ ແພໄຫມ ຫວ້ານຟຸກ, ໝູ່ບ້ານຜະລິດເຄື່ອງຈັກສານ ຟູວີງ.. ລ້ວນແຕ່ຢູ່ຮ່າໂນ້ຍ, ໝູ່ບ້ານຜະລິດພາບພື້ນເມືອງດົງໂຮ່ ໄດ້ດຳເນີນການສົ່ງເສີມ, ໂຄສະນາ ເພື່ອໃຫ້ໝູ່ບ້ານຫັດຖະກຳກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມບັນດາ tour ທ່ອງທ່ຽວ. ສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ກໍ່ໄດ້ກໍ່ສ້າງບັນດາໂຄງການ, ສາຍທ່ອງທ່ຽວຢູ່ບັນດາທ້ອງຖິ່ນ, ເຊື່ອມຕໍ່ເຂດພາກ.

ພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວ - ảnh 2 ກຸບຢູ່ໝູ່ບ້ານ ຈວງ 

ປະຈຸບັນ ທ່າອ່ຽງໄປທ່ອງທ່ຽວເຖິງໝູ່ບ້ານຫັດຖະກຳ ບໍ່ພຽງແຕ່ມາທ່ອງທ່ຽວ, ຊື້ຜະລິດຕະພັນ, ເຄື່ອງທີ່ເປັນລະນຶກເທົ່ານັ້ນ ຫາກຍັງຢາກເຮັດຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານດ້ວຍຕົນເອງ. ສະນັ້ນ ຄວນສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ລະດົມປະຊາຄົມຊຸມຊົນຢູ່ໝູ່ບ້ານຫັດຖະກຳເຂົ້າຮ່ວມການເຮັດບໍລິການທ່ອງທ່ຽວ. ທ່ານ ເຈີນດຶກຫາຍ, ຫົວຫນ້າພະແນກທ່ອງທ່ຽວ ນະຄອນຮ່າໂນ້ຍ ຖືວ່າ:

“ຕ້ອງເອົາໃຈໃສ່ເປັນພິເສດເຖິງແຫ່ງຊັບພະຍາກອນມະນຸດ ນັ້ນແມ່ນຖັນແຖວນັກສິລະປະການບັນດາໝູ່ບ້ານຫັດຖະກຳ. ນີ້ແມ່ນຊັບພະຍາກອນອັນລ້ຳຄ່າ. ບັນດານັກສິລະປະການ ແມ່ນບັນດາທູດທ່ອງທ່ຽວເພື່ອພັດທະນາການທ່ອງທ່ຽວໝູ່ບ້ານຫັດຖະກຳ. ນັກທ່ອງທ່ຽວມານີ້ ພຽງແຕ່ຊື້ຜະລິດຕະພັນເພື່ອເປັນຂອງຂວັນ,  ເປັນລະນຶກ ນັ້ນ ມີຄວາມໝາຍ ບໍ່ຫລາຍ. ນັກທ່ອງທ່ຽວມາໝູ່ບ້ານຫັດຖະກຳເພື່ອຊອກຮູ້ຄຸນຄ່າອື່ນ ຄຸນຄ່າພົ້ນເດັ່ນແລະຈັບອົກຈັບໃຈ. ເຂົາເຈົ້າສົນໃຈເຖິງເລື່ອງທົດລອງປະຕິບັດຂັ້ນຕອນເຮັດຜະລິດຕະພັນ.”

ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານຫັດຖະກຳຕາມທິດຍືນຍົງ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານອະນຸລັກຮັກສາ, ບູລະນະບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳກໍຄືຟື້ນຟູ ແລະ ພັດທະນາບັນດາຮູບການທ່ອງທ່ຽວວັດທະນະທຳພື້ນເມືອງໃນໝູ່ບ້ານ, ສ້າງຄວາມດຶງດູດນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ ແມ່ນພັດທະນາຜະລິດຕະພັນເປັນຫລາຍຮູບຫລາຍແບບນັບທັງ ການຫຸ້ມຫໍ່ ຄຸນນະພາບຂອງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະນັ້ນ. ທ່ານ ຫງວຽນວັນເຈື່ອງ ຮອງເລຂາຜູ້ປະຈຳການຄະນະພັກເມືອງ ຮ່າດົງ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເມືອງ ຮ່າດົງ ມີໝູ່ບ້ານຫັດຖະກຳຫລາຍແຫ່ງ, ໃນນັ້ນ ໝູ່ບ້ານຫັດຖະກຳແພໄຫມ ຫວ້ານຟຸກ ແມ່ນໝູ່ບ້ານທີ່ມີຊື່ສຽງໂດ່ງດັງ ດ້ວຍບັນດາຜະລິດຕະພັນແພໄຫມມີມານັບພັນປີ. ສຳລັບໝູ່ບ້ານຫັດຖະກຳ ຫວ້ານຟຸກ, ພວກຂ້າພະເຈົ້າຈະວາງແຜນກໍ່ສ້າງໃຫ້ໝູ່ບ້ານແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວບໍ່ພຽງແຕ່ຢູ່ພາຍໃນປະເທດ ຫາກນັກທ່ອງທ່ຽວມາຈາກຕ່າງປະເທດ ກໍ່ມາຢ້ຽມຢາມນັບມື້ນັບຫລາຍອີກດ້ວຍ. ເມືອງ ຮ່າດົງ ໄດ້ດຶງດູດເງິນລົງທຶນຈາກສັງຄົມນັບຮ້ອຍຕື້ ດົງ ເພື່ອບູລະນະປະຕິສັງຂອນວັດວາອາຮາມ, ສາລາບ້ານ, ວິຫານທັງໝົດ, ກໍ່ສ້າງຄືນຫໍບູຊາຜູ້ກໍ່ຕັ້ງອາຊີບຫັດຖະກຳ. ພວກຂ້າພະເຈົ້າກໍ່ເປີດຖະຫນົນອາຫານການກິນ, ຖະຫນົນຍ່າງ, ຕະຫລາດເຄື່ອງບູຮານ,  ປັບປຸງຜະລິດຕະພັນແພໄຫມໃຫ້ມີຄຸນນະພາບສູງເພື່ອຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວ.”

ໝູ່ບ້ານຫັດຖະກຳ ບໍ່ພຽງແຕ່ແມ່ນບ່ອນຜະລິດອອກບັນດາຜະລິດຕະພັນເຮັດດ້ວຍມືທີ່ເປັນເອກະລັກສະເພາະ, ມີຄວາມລະອຽດລະອໍເທົ່ານັ້ນ ຫາກແມ່ນບ່ອນຮັກສາຮີດຄອງປະເພນີ, ວັດທະນະທຳວົງຄະນາຍາດຂອງ 54 ຊົນເຜົ່າຢູ່ຫວຽດນາມອີກດ້ວຍ. ການພັດທະນາໝູ່ບ້ານຫັດຖະກຳຕິດພັນກັບການທ່ອງທ່ຽວກໍ່ແມ່ນເຄື່ອງມືເພື່ອໂຄສະນາພາບພົດຂອງປະເທດຊາດ, ຊາວຫວຽດນາມ ມາໃຫ້ແຂກສາກົນຢ່າງມີປະສິດທິຜົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ