ລ້ຽງເຜິ້ງສ້າງຄວາມຮັ່ງມີ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(vovworld) - ​ໄລຍະ​ມໍ່ໆ​ມາ​ນີ້, ອາຊີບ​ລ້ຽງ​ເຜິ້ງ​ເອົາ​ນຳ້​ຢູ່​ບັນດາ​ທ້ອງຖິ່ນ​ຂອງ ຫວຽດນາມ ນັບ​ມື້​ນັບ​ພັດທະນາ, ພິ​ເສດ​ແມ່ນ​ຢູ່​ບັນດາ​ແຂວງ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ. ​ແຕ່​ລະ​ປີ, ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ນຳ້​ເຜິ້ງຂອງ ຫວຽດນາມ ຂຶ້ນ​ເຖິງ​ສອງ​ສາມ​ຮ້ອຍ​ລ້ານ USD. ​ເຜິ້ງ ​ໄດ້​ຮັບ​​ການ​ເລືອກ​ເຟັ້ນ​ເປັນສັດລ້ຽງ ທີ່​ເໝາະ​ສົມທີ່​ສຸດ​ກັບ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ຫວຽດນາມ. ບົດ​ຂຽນ “​ລ້ຽງ​ເຜິ້ງສ້າງ​ຄວາມ​ຮັ່ງມີ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ” ຂອງ​ແທງ​ຕູ່​ງ, ນັກ​ຂ່າວ VOV.

ລ້ຽງເຜິ້ງສ້າງຄວາມຮັ່ງມີ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບ​ປະ​ກອບ

        ດ້ວຍ​ການ​ຮັບ​ຮອງ​ເຄື່ອງໝາຍ​ການ​ຄ້າ​ລວມໝູ່, ມີ​ອິດ​ທິພົນ​ຊື່​ສຽງ, ​ເຄື່ອງໝາຍ​ການ​ຄ້າ​ນຳ້​ເຜິ້ງ ອູ​ມີ​ງຫ້າ, ​ແຂວງ ກາ​ເມົາ ນັບ​ມື້​ນັບຂະຫຍາຍ​ຢູ່​ຕະຫຼາ​ດພາຍ​​ໃນ​ປະ​ເທດ ​ແລະ ​ສົ່ງ​ອອກ. ​ແຕ່ລະ​ປີ, ຢູ່​ປ່າ​ຄາມ ອູ​ມີ​ງຫ້າ ມີ​ຄອບຄົວທີ່​ເຮັດ​ອາຊີບ​ລ້ຽງ​ເຜິ້ງ​ເອົາ​ນໍ້ານັບ​ພັນ​ຄອບຄົວ. ​ແຕ່​ລະ​ຄອບຄົວ​ສາມາດ​ລ້ຽງ​ເຜິ້ງນັບ​ຮ້ອຍຮັງ​, ບັນດາ​ຜູ້​ເຮັດ​ອາຊີບນີ້​ມີ​ລາຍ​ຮັບ​ສູງ​ພໍ​ສົມຄວນ. ທ່ານ ​ເຈີ່ນ​ວັນ​ຍີ່, ​ເມືອງ ອູມ​ີງ, ​ແຂວງ ກາ​ເມົາ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຮັດ​ອາຊີບ​ລ້ຽງ​ເຜິ້ງມາ​ເປັນ​ເວລາ 39 ປີ​ແລ້ວ. ນີ້​ແມ່ນ​ອາຊີບ​ຕົ້ນຕໍ​ຂອງ​ຊາວ​ກະສິກອນຢູ່​ເຂດ​ອູ​ມີ​ງຫ້າ. ​ຮັງ​ເຜິ້ງ ​ໄດ້ປະມານ 15 ຫາ 20 ວັນ ​ກໍ່ ສາມາດ​ ​​ເອົານໍ້າ​ໄດ້​ແລ້ວ ​ແລະ ບາງ​ເທື່ອ​ໄວ​ທີ່ສຸດ​ກໍ່​ແມ່ນ 12 ວັນ. ”

        ການ​ສົ່ງ​ອອກ​ນໍ້າ​ເຜິ້ງ, ຂີ້​ເຜິ້ງຂອງ​ຫວຽດນາມ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ມີ​ແງ່​ຫວັງ​ຫຼາຍ​ພໍ​ສົມຄວນ​ ເມື່ອ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ໂລກ​ເພີ່ມ​ຂຶ້ນ​ສູງ ​ແລະ ຢູ່​ຕໍ່ໜ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພິ​ເສດ​ເມື່ອ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ ( TPP ) ​ໄດ້​ຮັບ​ການ​ລົງ​ນາມ​, ກາລະ​ໂອກາດ​ຂອງການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຕື່ມ, ​ໃນ​ນັ້ນ​ມີ​ປະ​ເພດ​ສິນຄ້າ​ນໍ້າ​ເຜິ້ງ. ທ່ານ ຟ້າ​ມວັນ​ດົງ ຫົວໜ້າ​ກົມ​ສັດຕະວະ​ແພດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ:      “ມີ​ບາງ​ປີ ຫວຽດນາມ​ໄດ້​ສົ່ງ​ອອກ​ນໍ້າ​ເຜິ້ງ​ເຖິງ 50 ພັນ​ໂຕນ​ຄື​ປີ 2014. ສ່ວນ​ປີ 2015 ຫວຽດນາມ​ສົ່ງ​ອອກ​ກວ່າ 40 ພັນ​ໂຕນ. ຕະຫຼາດ​ສົ່ງ​ອອກ​ແມ່ນ​ສະຫະພາບ​ເອີ​ລົບ, ທະວີບອາ​ເມ​ລິ​ກາ ​ແລະ ຫຼາຍ​ປະ​ເທດ​ອື່ນ​ອີກ

ລ້ຽງເຜິ້ງສ້າງຄວາມຮັ່ງມີ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2
ການ​ລ້​ຽງ​ເຜິ້ງ​ຂອງ​ປະ​ຊ​າ​ຊົນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ

        ບັນດາ​ຜະລິດ​ຕະພັນ​​ຈາກ​ເຜິ້ງຄື: ນໍ້າ​ເຜິ້ງ, ຂີ້​ເຜິ້ງມີ​ຄຸນຄ່າ​ເປັນ​ຢາ​ປົວ​ພະ​ບາດ ​ແລະ ມີມູນຄ່າ​ດ້ານ​ເສດຖະກິດ​ສູງ. ການ​ຂຸດ​ຄົ້ນ​ທ່າ​​ແຮງ​ຈາກ​ທຳ​ມະ​ຊາດ, ສົມທົບ​ກັບ​ປະສົບ​ການ​ຂອງປະຊາຊົນ ​ແລະ ກັບ​ວິທະຍາສາດ​ເຕັກນິກ​ທີ່​ທັນ​ສະ​ໄໝ, ຊາວ​ກະສິກອນ​ຫຼາຍ​ຄອບຄົວ​ໄດ້​ບືນຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຮູບ​ການ​ລ້ຽງ​ເຜິ້ງເອົາ​ນຳ້​ ສົມທົບ​ກັບ​ການ​ປູກ​ຕົ້ນ​ໄມ້​ປະດັບ. ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແລ້ວ, ປະຈຸ​ບັນ, ຄາດ​ວ່າ ຫວຽດນາມ ມີຮັງ​ເຜິ້ງກ່ວາ 1,5 ລ້ານ​ຮັງ. ​ໃນ​ນັ້ນ, ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ມີ​ຮັງ​ເຜິ້ງ​ເກືອບ 120 ພັນ​ຮັງ, ຜະລິດ​ຕະພັນ​ນຳ້​ເຜິ້ງບັນລຸ​ກ່ວາ 240 ​ໂຕນ/ປີ. ພາຍຫຼັງ​ເກີດ​ໄພ​ແຫ້ງ​ແລ້ງຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ, ທີ່ “ກອງ​ປະຊຸມ​ພັດທະນາ​ການ​ລ້ຽງສັດ​ໃນ​ເງື່ອນ​ໄຂ​ນຳ້​ທະ​ເລ​ຊຶມ​ເຂົ້າ, ​​ເກີດໄພ​ແຫ້ງ​ແລ້ງ”, ພ້ອມ​ກັບ​ພັນ​ສັດລ້ຽງ​ອື່ນ, ​​ເຜິ້ງ​ໄດ້​ຮັບ​ການ​​ເລືອກ​ເຝັ້ນ​ວ່າ ​ແມ່ນ​ສັດລ້ຽງ​ທີ່​ເໝາະ​ສົມ​ໃຫ້​ແກ່​ຊາວ​ກະສິກອນ, ​ຍ້ອນ​ວ່າມີ​ລັກສະນະ​ເໝາະ​ສົມ​ກັບ​ອາກາດ​​ແດດ​ຮ້ອນ, ​ແຫ້ງ​ແລ້ງ, ​ໃຊ້​ນຳ້​ຈືດ​ໜ້ອຍ. ຕາມ​ທ່ານ ຫງວຽນ​ວັນ​ແຈງ, ຮອງ​ຫົວໜ້າ​ພະ​ແນກກະສິກຳ ​ແລະ​ ພັດທະນາ​ຊົນນນະ​ບົດ​ແຂວງ ກາ​ເມົາ ​ແລ້ວ, ອາຊີ​ບລ້ຽງ​ເຜິ້ງ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ:

        “ສຳລັບ​​ເຜິ​້ງຢູ່​ປ່າ ອູ​ມີ​ງ ​ເຊິ່ງ​ແມ່ນ​ປ່າ​ທຳ​ມະ​ຊາດ, ພຽງ​​​ແຕ່ເບິ່ງ​ແຍງ​ດູ​ແລ, ຮັກສາ​ຮັງ​​ຢ່າງ​ລະມັດລະວັງ​ແມ່ນ​​​ເອົາ​ນ​ຳ້​ເຜິ້ງ​ໄດ້ຢ່າງ​ແນ່​ນອນ. ນີ້​ແມ່ນ​ທ່າ​ແຮງ​ໃນ​ເງື່ອນ​ໄຂທີ່​​ເກີດໄພ​ແຫ້ງ​ແລ້ງ​ຢູ່ ກາ​ເມົາ.  ​ໃນ​ຊຸມ​ປີຜ່ານມາ, ຜ່າ​ນການ​ສະຫລຸບ ​ມີ​ຮັງ​ເຜິ້ງປະມານ 100.000 ຮັງ, ​ແຕ່ລະ​ຮັງ​ເກັບ​ນຳ້​ເຜິ້ງໄດ້​​ແຕ່ 4 6 ລິດ. ນີ້​ແມ່ນ​ແຫຼ່ງລາຍ​ຮັບ​​ໃຫຍ່ພໍ​ສົມຄວນ. ດ້ວຍ​​ລາຄາສະ​ເລ່ຍ​ແມ່ນ 300.000 ດົງ/ລິດ ສ້າງ​ແຫຼ່ງລາຍ​ຮັບ​ໃຫຍ່​ໃຫ້​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່​​ເຂດໃນ​ປ່າ​ອູ​ມິ​ງຫ້າ.”

        ປະຈຸ​ບັນ​ຫວຽດນາມ ນອນ​ໃນຈຳນວນ 10 ປະ​ເທດ​ສົ່ງ​ອອກ​ນໍ້າ​ເຜິ້ງ​ແຖວ​ໜ້າ​ຂອງ​ໂລກ. ພິ​ເສດ, ຫວຽດນາມຖືກ​ຈັດ​ອັນດັບ​ 1 ກ່ຽວ​ກັບ​ປະລິມານ​​ນໍ້າ​ເຜິ້ງສົ່ງ​ອອກ ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ.

        ​ເລື່ອງ​ເຜິ້ງ​ໄດ້​ຮັບ​ການ​ເລືອກ​ເຝັ້ນ​​ເປັນ​ໜຶ່ງ​ໃນ​ຈຳນວນ​ສັດລ້ຽງ​ທີ່​ເໝາະ​ສົມ​ໃນ​ເງື່ອນ​ໄຂ​​ອາກາດ​ແຫ້ງ​ແລ້ງ, ນໍ້າ​ເຄັມ​ຊຶມ​ເຂົ້າ ​ແມ່ນ​ທິດທາງ​​ທີ່​ຖືກຕ້ອງ​ຂອງ​ບາງ​ທ້ອງ​ຖິ່ນ​ໃນ​ເຂດ​ທົ່ງພຽງ​ແມ່​ນໍ້າຂອງທາງ​ພາກ​ໃຕ້​ຫວຽດນາມ. ​ເພາະວ່າ​ນີ້​ແມ່ນ​ອາຊີບ​ໜຶ່ງ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເຂດ​ພູດ​ອຍ, ຕ້ອງການ​ເນື້ອ​ທີ່​ຫຼາຍ, ​ເງິນ​ລົງທຶນ​​ໃນ​ເບື້ອງ​ຕົ້ນ​ກໍ່​ບໍ່​ຫຼາຍ ​ແລະ ຮັບປະກັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດຢູ່​ອ້ອມ​ຂ້າງ.

                                                     


ຂ່າວ/ບົດ​ອື່ນ