ວິ້ງລິງ - ເມືອງນຳຫນ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງຈີ້


(vovworld) - ພາຍຫຼັງ​ຜັນ​ຂະຫຍາຍ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ມາເປັນ​ເວລາ​ເກືອບ 4 ປີ, 3 ຕາ​ແສງ​ຄື: ວິ້ງ​ຖູ​ຍ, ວິ້ງ​ແທກ, ວິ້ງ​ກິມຢູ່​ເມືອງ​ວິ້ງ​ລິງ, ​ແຂວງ​ກວາງ​ຈີ້ ​ໄດ້​ປະຕິບັດ​ສຳ​ເລັດ​ການ​ກໍ່ສ້າງ​ຊົນນະບົ​ໃໝ່. ​ແຂວງ​ກວາງ​ຈີ້​ ພວມ​ສູ້​ຊົນ​ນຳ​ວິ້ງ​ລິງ ກາຍ​ເປັນ​ເມືອງ​ທຳ​ອິດ​ຂອງ​ແຂວງ​ທີ່ປະຕິບັດ​ສຳ​ເລັດ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2020.

ວິ້ງລິງ - ເມືອງນຳຫນ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງຈີ້ - ảnh 1

ຊາວວິ້ງລິງຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

(ພາບອິນເຕີແນດ)

        ມາ​ຢ້ຽມຢາມ​ຕາ​ແສງ​ວິ້ງ​ແທກ, ​ເມືອງ​ວິ້ງ​ລິງ, ​ແມ່ນ​ໜຶ່ງ​ໃນ 3 ຕາ​ແສງ​ທຳ​ອິດ​ຂອງ​ແຂວງ​ກວາງ​ຈີ້ ທີ່​ໄດ້​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່​ເຫັນ​ວ່າ​ທຸກ​ເສັ້ນທາງ​ຈາກ​ໃຈກາງ​ຕາ​ແສງ​ເຖິງ​ແຕ່​ລະ​ບ້ານ​ລ້ວນ​ແຕ່​ໄດ້​ຮັບ​ການ​ປູຢາງ ຫຼື​ກໍ່ສ້າງ​ດ້ວຍ​ເບ​ຕົງ. ທັງ​ສອງພາກ​ທາງ​ແມ່ນ​ບັນດາ​ປ່າ​ຢາງພາລາ​ທີ່​ຂຽວ​ອຸ່ມ​ທູ່​ມ ​ແລະ ສວນ​ໝາກ​ຜິ​ກ​ໄທທີ່​ນຳ​ມາ​ເຊິ່ງ​ຄວາມ​ອິ່ມໜຳສຳລານ​ໃຫ້​ຫຼາຍ​ຄອບຄົວ​ຢູ່​ທີ່​ນີ້. ​ເມື່ອ​ຍາມ​ຄຳ່​ຄືນ​ກໍ່​ມີ​ໄຟຟ້າ​ເຍືອງ​ທາງ​ໃນ​ທົ່ວ​ບ້ານ, ​ຕາ​ແສງ.

        ນັບ​ແຕ່​ອຳນາດ​ການ​ປົກຄອງ​ຕາ​ແສງ​ປຸກລະດົມ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນນະບົດ​ໃໝ່, ບັນດາ​ຄອບຄົວ​​ໃນ​ບ້ານ, ລ້ວນ​ແຕ່​ສະໜັບສະໜູນ​ຂະ​ບວນການ “ທຸກ​ຄອບຄົວ​ບໍລິຈາກ​ທີ່​ດິນ“ ​ເພື່ອ​ກໍ່ສ້າງ​ທາງ, ຫໍ​ປະຊຸມ​ບ້ານ, ​ໂຮງຮຽນ, ສຸກສາລາ... ທ່ານ ຫງວຽນ​ວັນ​ຫ່ຽນ, ຢູ່​ຕາ​ແສງ​ວິ້ງ​ແທກແບ່ງປັນວ່າ: ກ່ອນ​ນີ້ 4 ປີ, ຊາວ​ໜຸ່ມ, ​ແມ່ຍິງ, ນັບ​ທັງ​ຜູ້​ອາຍຸ​ສູງ​ກໍ່​ລ້ວນ​ແຕ່​ຖື​ຈົກ, ຫຼົ້ວ, ພ້ອມ​ກັນ​ເປີດ​ທາງ. ບັນຍາກາດ​ເຮັດ​ວຽກ​ໃນ​ບ້ານ​ຟົດ​ຟື້ນ​ມ່ວນ​ຊື່ນ​ຄື​ວັນ​ບຸນ

        “ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ຕອບ​ສະໜອງ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພິ​ເສດ​ແມ່ນ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ການບໍລິຈາກ​ຕົ້ນ​ໄມ້, ທີ່​ດິນ. ປະຈຸ​ບັນ​ບັນດາ​ຮູບ​ແບບ​ເສດຖະກິດ​ທີ່​ມີ​ປະສິດທິ​ຜົນ​ນັບ​ມື້​ນັບ​ຫຼາຍ. ພວກ​ຂ້າພະ​ເຈົ້າ​ພວມ​ປູກ​ຕົ້ນ​ໄມ້​ກະ​ສີ​ກຳ​ທີ່​ໃຫ້​ສະມັດ​ຕະພາບ​ສູງ“.

ວິ້ງລິງ - ເມືອງນຳຫນ້າໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງຈີ້ - ảnh 2

ຊາວວິ້ງລິງຮ່ວມແຮງຮ່ວມໃຈກໍ່ສ້າງທາງເບຕົງ

(ພາບອິນເຕີແນດ)

        ມາ​ຮອດ​ປະຈຸ​ບັນ, ຕາ​ແສງ​ວິ້ງ​ແທກ ​ບັນລຸ​ໄດ້ 19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນັບ​ແຕ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕະຫຼອດ​ຮອດ​ບັນດາ​ມາດຖານ​ຍາກ​ທີ່​ຈະ​ບັນລຸ​ໄດ້​ຄື: ສິ່ງ​ແວດ​ລ້ອມ, ການ​ສຶກສາ, ການ​ຫຼຸດຜ່ອນ​ຈຳນວນຄອບຄົວທີ່​ທຸກ​ຍາກ. ​ເພື່ອບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ນອກຈາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ໄດ້​ການ​ໄດ້​ງານ​ຈາກ​ຫຼາຍ​ອົງການ, ວິ​ສາ​ຫະກິດ​ແລ້ວ, ອຳນາດ​ການ​ປົກຄອງ​ຕາ​ແສງ​ວິ້ງ​ແທກ​ ຍັງ​ລະດົມ​ກຳລັງ​ແຮງ​ຂອງປະຊາຊົນ​ໃນ​ຕາ​ແສງ​ອີກ. ວິ້ງ​ແທກ ​ມີ​ຄວາມ​ສະດວກ​ແມ່ນ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ; ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ​ໃນ​ຕາ​ແສງ​ກໍ່ໄດ້​ໜູນ​ຊ່ວຍ​ເງິນ​ນັບ​ຮ້ອຍ​ຕື້​ດົ່ງ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລົງທຶນ​ພັດທະນາ​ເສດຖະກິດ​ຄອບຄົວ. ປະຊາຊົນ​ໃນ​ຕາ​ແສງ​ຍັງ​ບໍລິຈາກ​ທີ່​ດິນ​ໄດ້​ເກືອບ 50.000 ຕາ​ແມັດ. ທ່ານ ຫງວຽນ​ຍື​ແທ່ງ, ຮອງ​ປະ​ທານຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ວິ້ງ​ແທກ, ​ໃຫ້​ຮູ້​ວ່າ, ຕົ້ນ​ຢາງພາລາ ​ແລະ ຕົ້ນ​ໝາກພິ​ກ​ໄທ​ແມ່ນ​ສອງ​ປະ​ເພດ​ຕົ້ນຕໍຂອງ​ທ້ອງ​ຖີ່​ນທີ່​ໄດ້​ຊ່ວຍ​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ບືນ​ຕົວ​ຂຶ້ນ​​ເພື່ອສ້າງຄວາມ​ຮັ່ງມີ.

        “ຢູ່​ວິ້ງ​ແທກ ດິນ​ແດງ bazan ​ແມ່ນ​ເໝາະ​ສົມ​​ກັບຕົ້ນ​ຢາງພາລາ ​ແລະ ຕົ້ນ​ໝາກພິກ​ໄທ, ມູນ​ຄ່າ​ທີ່​ຫາ​ໄດ້​ຈາກ​ການ​ປູກຕົ້ນ​ຢາງພາລາ ​ແລະ ຕົ້ນ​ໝາກພິກ​ໄທ​ໃນ​ເນື້ອ​ທີ່​ດຽວ​​ແມ່ນ​ຫຼາຍ​ທົບ 3, 4 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ​ໄລຍະ​ສັ້ນ​ອື່ນໆ. ທາງ​ຕາ​ແສງ​ສຸມ​ໃສ່​ຮຽກຮ້ອງ​ບັນດາ​ໂຄງການ​ອຸປະຖຳ​ດ້ານ​ວິທະຍາສາດ, ​ເຕັກນິກ​ກະ​ສີ​ກຳໃຫ້​​ປະຊາຊົນ​​ໃນຕາ​ແສງ“.

        ພາຍຫຼັງ 4 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມືອງ​ວິ້ງ​ລິງ ລະດົມ​ເງິນ​ໄດ້​ກວ່າ 400 ຕື້​ດົ່ງ, ​ໃນ​ນັ້ນ​ແຫຼ່ງທຶນ​ໂດຍ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ບໍລິຈາກ​ແມ່ນ 100 ຕື້​ກວ່າ​ດົ່ງ. ບັນດາ​ທ້ອງ​ຖີ່​ນ​ໄດ້​ຜັນ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖີ່​ນຢ່າງ​ມີ​ປະສິດທິ​ຜົນ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້ຫຼຸດ​ລົງ​ຢ່າງ​ໄວ, ປະຈຸ​ບັນ​ຍັງ​ເຫຼືອ​ພຽງ 8,5% ​ເທົ່າ​ນັ້ນ, ຫຼາຍ​ຮູບ​ແບບ​ທີ່​ດີ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ວິ້ງ​ລິງ ​ໄດ້​ຮັບ​ການ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ. ທ່ານ ຟານ​ຕ໋ຽນຢຸງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເມືອງ​ວິ້ງ​ລິງ, ​ໃຫ້​ຮູ້​ວ່າ:

        “ສິ່ງ​ທີ່​ພວກ​ຂ້າພະເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ໃນ​ປະຈຸ​ບັນ​ ແມ່ນ​ເລື່ອງ​ວາງ​ແຜນ​ກຳນົດ​ພັດທະນາ​ເຂດ​ຜະລິດ. ພ້ອມ​ທັງ​ສືບ​ຕໍ່​ລະດົມ​ບັນດາ​ແຫຼ່ງທຶນ, ບັນດາ​ລາຍການ​ປະສົມ​ເພື່ອ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ລາຍ​ຮັບ​ໃຫ້​ປະຊາຊົນ​ໃນ​ບ້ານ​ຢ່າງ​ບໍ່​ຢຸ​ດຢັ້ງ“.​

        ວິ້ງ​ລິງ, ​ເຂດ​ດິນ​ວິລະ​ຊົນ​ໃນ​ສົງຄາມ, ປະຈຸ​ບັນ​ພວມ​ແມ່ນ​ຄັນ​ທຸງ​ນຳ​ໜ້າ​ຂອງ​ແຂວງ​ກວາງ​ຈີ້​ ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກຈາກ 3 ຕາ​ແສງ​ທີ່​​ໄດ້ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ, ບັນດາ​ຕາ​ແສງ​ໃນ​ເມືອງ​ສ່ວນ​ຫຼາຍ​ແມ່ນ​ບັນລຸ​ໄດ້​ແຕ່ 10 – 18 ມາດຖານ. ດ້ວຍ​ຄວາມ​ຄືບ​ໜ້າ​ຄື​ປະຈຸ​ບັນ, ພະນັກງານ ​ແລະ ປະຊາຊົນ​ເມືອງ​ວິ້ງ​ລິງ​ ສາມາດ​ເຊື່ອ​ໝັ້ນ​ຕໍ່​​ແຜນການ​ທີ່​ໄດ້​ວາງ​ອອກ​ແມ່ນ​ກາຍ​ເປັນ​ເມືອງ​ຊົນນະບົດ​ໃໝ່ທຳ​ອິດ​ຂອງ​ແຂວງ​ກວາງ​ຈີ້ ​ໃນ​ປີ 2020.

 

ຕອບກັບ

ຂ່າວ/ບົດ​ອື່ນ