ວາງແຜນກຳນົດລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ ກໍ່ສ້າງຊົນນະບົດໃໝ່ຢູ່ຮ່າໂນ້ຍ

ພາຍຫຼັງ 3 ປີ ​ແຫ່ງ​ການ​ປະຕິບັດ (2009-2011) ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແລະ​ ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ໂດຍ​ພື້ນຖານ. ໜຶ່ງ​ໃນ​ບັນດາ​ຄາດໝາຍ​ທີ່​ສຳຄັນ​ໃນ​ແຜນ​ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນແມ່ນ​ການຂົນຂວາຍ​ຊາວ​ກະ​ສີກ​ອນດຳ​ເນີນ​ການລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ. ນີ້​ແມ່ນ​ຂອດ​ສຳຄັນເພື່ອ​ສ້າງ​ເຂດ​ຜະລິດ​ກະ​ສີ​ກຳ​ເປັນ​ສິນຄ້າ​ຢ່າງ​ໝັ້ນຄົງ ​ແລະ ຍາວ​ນານ, ​ທັງແມ່ນ​ປັດ​ໃຈ​ເພື່ອ​ຊຸກຍູ້ການ​ຜະລິດ​ກະ​ສີ​ກຳ. ​ໃນ​ລາຍການ​ຊົນນະບົດ​ໃໝ່​ພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ຂະ​ບວນການທ້ອນ​ໂຮມ​ດິນປູກ​ຝັງ, ຈັດ​ສັນ​ທົ່ງ​ນາຄືນ​ໃໝ່ຢູ່​ຮ່າ​ໂນ້ຍ.

ວາງແຜນກຳນົດລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ ກໍ່ສ້າງຊົນນະບົດໃໝ່ຢູ່ຮ່າໂນ້ຍ - ảnh 1

        ຕາ​ແສງ​ຊອງ​ເຟື້ອງ, ​ເມືອງ​ດານ​ເຟື້ອງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕາ​ແສງ​ນຳ​ໜ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຊານ​ນະຄອນ​ຮ່າ​ໂນ້ຍ. ຈຸດ​​ພົ້ນ​ເດັ່ນ​ທີ່​ສຸດຢູ່​ຊອງ​ເຟື້ອງ ນັ້ນ​ແມ່ນ​ເສັ້ນທາງ​ໃນ​ຕາ​ແສງ, ​ໃນ​ຮ່ອມ​ບ້ານ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ, ທັງ​ກວ້າງຂວາງ, ສະອາດ ​ແລະ​ ສວຍ​ງາມ. ​ແຕ່​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ກວ່າ​ນັ້ນ​ແມ່ນ​ພື້ນຖານ​ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ​ທີ່​ພວມ​​​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຢູ່​ທີ່​ນີ້. ທົ່ງ​​ດອກ​ໄມ້​ບ້ານ​ທາ​ບ ​ແລະ​ ບ້ານ​ທູ​ເກ​ວ໋ ​ແມ່ນ​ກວ້າງ​ໃຫຍ່​ທີ່ສຸດ. ປ້າ Ta Thi Hai, ຮອງ​ຫົວໜ້າ​ສະຫະກອນ​ກະ​ສີ​ກຳ​ຊອງ​ເຟື້ອງ ​ໃຫ້​ຮູ້​ວ່າ: ທາງ​ຕາ​ແສງ​ໄດ້​ປະຕິບັດ​ສຳ​ເລັດ​​ການລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກກ່ອນ​ນີ້​ຫຼາຍ​ປີ​ແລ້ວ. ປະຈຸ​ບັນ, ​ແຕ່​ລະ​ຄອບຄົວ​ມີ​ທົ່ງ​ດິນກວ້າງ​ນັບ​ພັນຕາ​ລາງ​ແມັດ​ພຽງ​ໜຶ່ງ, ສອງພັ້ນ​ເທົ່າ​ນັ້ນ. ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ກໍ່ສ້າງ​ຮູບ​ແບບ​ປູກ​ດອກ​ໄມ້​ບັນລຸ​ມາດຖານ​ສູງ. ​ແລະ ຮູບ​ແບບ​ປູກ​ດອກ​ໄມ້​ນີ້​ໄດ້​ສ້າງ​ມູນ​ຄ່າ​ຫຼາຍ​ທົບ​ຮ້ອຍ​ເທົ່າ​ ​ເມື່ອ​ທຽບ​ໃສ່​ການປູກ​ເຂົ້າ, ​ເມື່ອ​ຫັນ​ເນື້ອ​ທີ່​ປູກ​ເຂົ້າ​ທີ່​ໃຫ້​ສະມັດ​ຕະພາບ​ຕຳ່​ໄປ​ສູ່​ການ​ປູກ​ຜັກ​ສະອາດ​ກໍ່​ສາມາດ​ສ້າງ​ລາຍ​ຮັບ​ສູງ​ທົບ 7, 8 ​ເທົ່າ ​ເມື່ອ​ທຽບ​ໃສ່​ການ​ປູກ​ເຂົ້າ. ​ເພື່ອ​ໄດ້​ຮັບ​ໝາກຜົນ​ຄື​ດັ່ງກ່າວ, ​ແມ່ນ​ຕ້ອງ​ມີ​ຂະ​ບວນການ​ຂົນຂວາຍ, ​ເພາະວ່າ​ຊາວ​ກະ​ສີກ​ອນ​ໄດ້​ມີ​ຄວາມ​ຊິນ​​ເຄີຍ​ກັບ​ວິທີການ​ປູກ​ຝັງ​ເດີ​ມ.. ດັ່ງ​ນັ້ນ​ການ​ຂົນຂວາ​ຍບໍ່​ແມ່ນ​ເລື່ອງ​ງ່າຍ. ທ່ານ Chu Duc Tri ​ເລຂາ​ຄະນະ​ພັກ​ເມືອງ​ຮ່ວາຍ​ດຶກ, ​ໃຫ້​ຮູ້​ວ່າ:

        ”ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ສຳ​ຫຼັບ​ພວກ​ຂ້າພະ​ເຈົ້າ​ນັ້ນ​ແມ່ນ​​ເລື່ອງ​ລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ​ໄດ້​​ກະທົບ​ໂດຍ​ກົງ​ເຖິງ​ສິດຜົນປະ​ໂຫຍ​ດ ຂອງ​ຊາວ​ກະ​ສີກ​ອນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຄອບຄົວ​ທີ່​ມີ​ທົ່ງ​ນາທັງ​ງາມ, ທັງຢູ່ໃກ້ໆ. ດັ່ງ​ນັ້ນ​ການ​ຂົນຂວາຍ​​ເຂົາ​ເຈົ້າ​ຈຶ່ງແມ່ນ​ຂະ​ບວນວິວັດ​ທີ່​ຫຍຸ້ງຍາກ”.


ວາງແຜນກຳນົດລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ ກໍ່ສ້າງຊົນນະບົດໃໝ່ຢູ່ຮ່າໂນ້ຍ - ảnh 2


        ​​ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ນັ້ນ, ​ແມ່ນ​ຕ້ອງ​ວາງ​ແຜນ​ກຳນົດ​ກ່ອນ ​ແລະ ​ນີ້​ແມ່ນ​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ນັ້ນ​ເລື່ອງ​ຂົນຂວາຍ​ປະຊາຊົນ​ພ້ອມ​ກັນປຶກສາ​ຫາລື​ກ່ຽວ​ກັບ​ການ​ລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກນິກ​ທີ່​ກ້າວໜ້າ, ກ້າວ​ໄປ​ເຖິງ​ພື້ນຖານ​ກະ​ສີ​ກຳ​ຜະລິດ​ເປັນ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ, ປະກອບ ສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນຫາ​ສຳຄັນ​ກວ່າ​ໝູ່​ໃນ​ການ​ລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ, ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ ຍັງ​ຄົງ​ແມ່ນ​ສະຕິຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ. ຊາວ​ກະ​ສີກ​ອນ​ເອງ​ແມ່ນ​ຜູ້​ທີ່​ຍົກ​ອອກ​ການ​ເລືອກ​ເຟັ້ນດີ​ທີ່​ສຸດ, ມີ​ປະສິດທິ​ຜົນ​ທີ່​ສຸດ​ຢູ່​ເຂດ​ດິນ​ຂອງ​ຕົນ. ​ແຕ່​ຢາກ​​ເຮັດ​ໄດ້​ຄື​ແນວ​ນັ້ນ, ລັດ​ຕ້ອງ​ກຳນົດ​ທິດ ​ແລະ ຊີ້​ນຳ​ນຳພາ​ຂັ້ນ​ເມືອງ, ຕາ​ແສງ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ຂົນຂວາຍ​. ທ່ານ  Le Thiet Cuong, ຫົວໜ້າ​ກົມພັດທະນາ​ຊົນນະບົດ​ຮ່າ​ໂນ້ຍ, ຖື​ວ່າ:

        ”​​ໃນການລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກນັ້ນ, ​ເມື່ອແບ່ງ​ດິນ​ປູກຝັງຄືນ​ໃໝ່​ອາດ​ຈະ​ມີບາງ​​ຄອບຄົວຕ້ອງ​ຮັບ​ດິນ​ປູກຝັງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເວລາ​ນັ້ນ​ຈະ​ເກີດ​ການ​ໂຕ້​ຖຽງ​ກັນ​ໃນ​ໝູ່​ປະຊາຊົນ. ຖ້າ​ຫາກ​ພະນັກງານ​ເປັນ​ແບບຢ່າງ​ບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ແມ່ນ​ຈະ​ປະຕິບັດ​ໄດ້”.


ວາງແຜນກຳນົດລວມດິນປູກຝັງ, ປ່ຽນໃໝ່ຜົນລະປູກ ກໍ່ສ້າງຊົນນະບົດໃໝ່ຢູ່ຮ່າໂນ້ຍ - ảnh 3


ຄວາມຈິງ​ຢູ່​ຕາ​ແສງ​ເຮີ​ບ​ແທງ, ​ເມືອງ​ມີ້​ດຶກ ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ຖືກຕ້ອງ, ປະຊາຊົນ​ເຫັນ​ດີ​ເຫັນ​ພ້ອມ​ນັ້ນ, ບັນດາ​ວຽກ​ງານ​ທີ່​ຫຍຸ້ງຍາກ​ຄື​ການ​ແບ່ງ​ດິນ​ປູກຝັງ​ກໍ່​ກາຍ​ເປັນ​ວຽກ​ງານ​ທີ່​ງ່າຍ​ດາຍ.

​ໃນ 2 ກວ່າ​ປີ​ທີ່​ຜ່ານ​ມາ, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຮູບ​ແບບ​ຊົນນະບົດ​ໃໝ່​ຢູ່​ບັນດາ​ເມືອງ​ຊານ​ກຳ​ແພງ​ນະຄອນ. ພ້ອມ​ກັບ​ຕາ​ແສງຖູ້ຍ​ເຮືອງ (​ເມືອງ​ເຈືອງ​ມີ້) ​ເຊິ່ງ​ແມ່ນ​ຕາ​ແສງ​ທີ່ຄະນະ​ຊີ້​ນຳ​ການກໍ່ສ້າງ​ຊົນນະບົດ​ໃໝ່​ສູນ​ກາງ​ເລືອກ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງ​ນັ້ນ, ບັນດາ​ຕາ​ແສງ​ຄື: ດ້າຍ​ອ໋າງ (​ເມືອງ​ແທງ​ຈີ່), ຊອງ​ເຟື້ອງ (​ເມືອງ​ດ້າຍ​ເຟື້ອງ) ​ແລະ ມາຍ​ດິ່ງ (​ເມືອງ​ຊອກ​ເຊີນ) ກໍ່​ແມ່ນ​ບັນດາ​ຕາ​ແສງ​ປະຕິບັດ​ທົດ​ລອງ​ຂອງ​ນະຄອນ, ພ້ອມ​ກັນ​ນັ້ນ, ບັນດາ​ເມືອງ​ອື່ນໆ​ກໍ່​ລ້ວນ​ແຕ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມາ​ຮອດ​ປະຈຸ​ບັນ, ​ເມືອງ​ຖູ້ຍ​ເຮືອງ​ ໄດ້​ປະຕິບັດ​ສຳ​ເລັດ 18/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ, ​ໃນ​ນັ້ນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ບັນລຸ 23%, ລາຍ​ຮັບສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 21 ລ້ານ​ດົ່ງ/ຄົນ/ປີ (​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​​ເມື່ອ​ທຽບ​ໃສ່​ປີ 2009). ​ໂຄງປະກອບ​ເສດຖະກິດ​ຫັນປ່ຽນ​ຕາມ​ທິດ​ຕັ້ງໜ້າ, ​ເພີ່ມ​ທະວີ​ດ້ານການ​ຄ້າ, ການ​ບໍລິການ, ອຸດສາຫະກຳ, ການ​ກໍ່ສ້າງ, ຫຼຸດຜ່ອນ​ດ້ານ​ກະ​ສີ​ກຳ, ປ່າ​ໄມ້, ການ​ຫາ​ປາ. ດ້ວຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ເບື້ອງ​ຕົ້ນນັ້ນ, ຮ່າ​ໂນ້ຍ ສູ້​ຊົນ​ເຖິງ​ປີ 2012 ຈະ​ປະຕິບັດ​ສຳ​ເລັດການລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ, ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຍົກ​ສູງ​ຄຸນ​ຄ່າຂອງ​ເນື້ອ​ທີ່​ດິນ​ປູກຝັງ. ພ້ອມ​ກັບ​ບັນດາ​ທ້ອງ​ຖີ່​ນອື່ນໆ​ໃນ​ທົ່ວ​ປະ​ເທດ, ຂະ​ບວນການລວມ​ດິນປູກ​ຝັງ, ປ່ຽນ​ໃໝ່​ຜົນລະປູກ​ຢູ່​ຮ່າ​ໂນ້ຍ ພວມ​ແມ່ນ​ຂະ​ບວນການ​ທີ່​ສຳຄັນ, ​ແລະ​ ໝາກຜົນ​ໃນ​ເບື້ອງ​ຕົ້ນ​ຈະ​ແມ່ນ​ກຳລັງ​ໜູນ​ເພື່ອ​​ແຜ່ຂະຫຍາຍ​ໄປ​ຍັງ​ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ