ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ

(VOVWORLD) -ດ້ວຍຫົວຂໍ້ “ຫວ້ານຟຸກ - ສີສັນແພໄຫມນັບພັນປີ”. ສັບປະດາວັດທະນະທຳ, ການທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ດຳເນີນແຕ່ວັນທີ 8-14 ພະຈິກ ປີ 2018 ຢູ່ ໝູ່ບ້ານ ຫວ້ານຟຸກ ຕາແສງ ຫວ້ານຟຸກ ເມືອງ ຮ່າດົງ ຮ່າໂນ້ຍ. ໂດຍໄດ້ຮັບການຈັດຕັ້ງ ເປັນຄັ້ງທີ 3, ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ປີນີ້ ມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາ.

ຫວ້ານຟຸກ ແມ່ນໝູ່ບ້ານຫັດຖະກຳຕ່ຳແຜ່ນແພທີ່ມີຊື່ສຽງຢູ່ຫວຽດນາມ ດ້ວຍອາຍຸນັບກວ່າ 1000 ປີ.  ແພໄຫມ ໂດຍໝູ່ບ້ານຫວ້ານຟຸກ ຜະລິດແມ່ນຈາກເສັ້ນໄຫມທຳມະຊາດ, ມີຄວາມອ່ອນນຸ້ມ. ລວດລາຍລະອຽດລະອໍ. ບັນດາຜະລິດຕະພັນແພໄຫມຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ ໄດ້ຮັບການພັນລະນາໃນບົດກາບກອນ, ບົດດົນຕີ, ຫລື ພາບແຕ້ມ ຄືດັ່ງຈຸດວັດທະນະທຳເອກະລັກສະເພະຂອງໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອຂອງຫວຽດນາມ.

ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ - ảnh 1 ການສະແດງລາຍການສິລະປະທີ່ຟົດຟື້ນໃນພິທີໄຂສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ  (ພາບ: hanoimoi.com.vn)

ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ມີຂອບຂະຫນາດໃຫຍ່ ປະກອບດ້ວຍຮ້ານຂາຍແພໄຫມ 120 ຮ້ານ, ໃນນັ້ນ 100 ຮ້ານແມ່ນຂາຍແພໄຫມ, 20 ຮ້ານແມ່ນຕາງຫນ້າໃຫ້ໝູ່ບ້ານຫັດຖະກຳ ຢູ່ ຮ່າໂນ້ຍ ແລະ ບາງແຂວງ, ນະຄອນທາງພາກເຫນືອ. ທ່ານຟ້າມຄັກຮ່າ ປະທານສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວ້ານຟຸກ ໃຫ້ຮູ້ວ່າ:

“ໃນຕະຫລອດອາທິດ, ມື້ໃດພວກຂ້າພະເຈົ້າກໍ່ມີລາຍການສະແດງສິລະປະ, ແນະນຳໂຄສະນາບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ. ພວກຂ້າພະເຈົ້າຈັດຕັ້ງການເຄື່ອນໄຫວຫລາຍຢ່າງຄື: ໄປຢ້ຽມຊົມຫໍອະນຸສອນສະຖານປະທານໂຮ່ຈິມີນ, ຢ້ຽມຢາມຫໍບູຊາ ຫວ້ານຟຸກ, ສາລາບ້ານ ຫວ້ານຟຸກ, ວັດ ຫວ້ານຟຸກ ແລະ ຫໍບູຊາຜູ້ກໍ່ຕັ້ງໝູ່ບ້ານຫັດຖະກຳ. ພວກຂ້າພະເຈົ້າໄດ້ກໍ່ສ້າງເຂດວາງສະແດງການຜະລິດ, ຂັ້ນຕອນຜະລິດແພໄຫມ. ສູນອະນຸລັກຮັກສາແພໄຫມ ຫວ້ານຟຸກ ໄດ້ວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງໝູ່ບ້ານຫວ້ານຟຸກ. ພວກຂ້າພະເຈົ້າໄດ້ສົມທົບສະຖານທີ່ຢ້ຽມຊົມຫລາຍແຫ່ງເຊື່ອມຕໍ່ໃສ່ເຂດອາຫານການກິນ, ຮ້ານຂາຍແພໄຫມ, ຖະຫນົນຍ່າງ, ເຂດວາງສະແດງຕົ້ນໄມ້ປະດັບ, ເຂດວາງສະແດງເຄື່ອງບູຮານ.”

ປີນີ້ ໝູ່ບ້ານ ຫວ້ານຟຸກ ລະດົມປະຊາຊົນເກືອບ 1000 ຄົນເຂົ້າຮ່ວມພິທີງານບຸນໃນມື້ທຳອິດໄຂສັບປະດາ ດ້ວຍຫົວຂໍ້ “ຫວ້ານຟຸກໃນເມື່ອກອ່ນ”, ເຊີດຊູອາຊີບຕ່ຳແຜ່ນແພພື້ນເມືອງ ແລະ ເຊີດຊູບັນດາຄຸນຄ່າປະຫວັດສາດ, ມູນເຊື້ອວັດທະນະທຳຫວຽດນາມ. ນອກນັ້ນ ແມ່ນບັນດາການເຄື່ອນໄຫວຟົດຟື້ນ, ດຶງດູດນັກທ່ອງທ່ຽວ. ອ້າຍ ຫງວຽນວັນນາມ ເຈົ້າຂອງຮາກຖານຕ່ຳແຜ່ນແພ ຫງວຽດນາມ ໝູ່ບ້ານ ຫວ້ານຟຸກ ໃຫ້ຮູ້ວ່າ:

“ຕາແສງ ຫວ້ານຟຸກ ໄດ້ຈັດຕັ້ງເຂດຫນຶ່ງເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມທຸກຂັ້ນຕອນໃນການຜະລິດແພໄຫມ. ຂັ້ນຕອນການຜະລິດແພໄຫມນີ້ ແມ່ນຮູບແບບໃຫມ່ ເພື່ອໂຄສະນາໝູ່ບ້ານຫັດຖະກຳຫວ້ານຟຸກ. ຂັ້ນຕອນຜະລິດແພໄຫມ ລວມມີ ການລ້ຽງມ້ອນ, ການຕົ້ມ, ການຍ້ອມສີ, ສາວເປັນເສັ້ນ, ເຂັນເປັນຫລອດ….  .ແລ້ວເອົາເຂົ້າກີ່ຕ່ຳຫູກ. ປະຈຸບັນກີ່ຕ່ຳຫູກແມ່ນໄດ້ດັດປັບຫລາຍແລ້ວ ແຕ່ຍັງຄົງຕ້ອງຕ່ຳດ້ວຍມື, ມື້ຫນຶ່ງຕ່ຳແພໄດ້ 2- 4 ແມັດ.”

ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ - ảnh 2ກີ່ຕໍ່າຫູກໃນປັດຈຸບັນ  (ພາບ: anninhthudo.vn)

ກົງກັບເວລາດຳເນີນສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ແມ່ນການສະແດງຕຸກກະຕານ້ຳ, ສະແດງສິລະປະຂັບກວານຫໍ້, ຂັບເຈົາວັນ ໂດຍບັນດານັກສິລະປິນ, ນັກສະແດງທີ່ມີຊື່ສຽງສະແດງ. ຄຽງຄູ່ກັນນັ້ນ  ປະຊາຊົນ 12 ຫນ່ວຍໃນຕາແສງ ຫວ້ານຟຸກ ໄດ້ແບ່ງເປັນກອງສິລະປະກອນ 3 ກອງ ແຂ່ງຂັນກັນສະແດງສິລະປະ, ລາຍການໃດໄດ້ຮັບລາງວັນ ຈະໄດ້ນຳສະແດງໃນຄ່ຳຄືນອັດສັບປະດາ. ຈຸດເດັ່ນຫນຶ່ງອີກທີ່ເຫດການນີ້ ແມ່ນ ບັນດາການລະຫລິ້ນພື້ນເມືອງ, ງານບຸນເສື້ອຍາວ, ການວາງສະແດງຕົ້ນໄມ້ປະດັບ, ການແຂ່ງຂັນດອກກວ້ຍປ່າ, ວາງສະແດງເຄື່ອງບູຮານ. ອ້າຍຟ້າມໂດ໋ແທ່ງ ນັກທ່ອງທ່ຽວ ຢູ່ ຮ່າໂນ້ຍມາ ເຂົ້າຮ່ວມສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ໃຫ້ຮູ້ຄວາມຮູ້ສຶກຂອງຕົນວ່າ:

“ຂ້າພະເຈົ້າມານີ້ເພື່ອຢ້ຽມຊົມ ແລະ ຊື້ແພໄຫມ. ແພໄຫມຂອງໝູ່ບ້ານຫັດຖະກຳ ຫວ້ານຟຸກ ແມ່ນມີຫລາຍຮູບຫລາຍແບບ, ຄຸນນະພາບດີ. ຂ້າພະເຈົ້າຫວັງວ່າ ຄະນະຈັດຕັ້ງຈະຮັກສາການເຄື່ອນໄຫວຄືແນວນີ້ເປັນປະຈຳເພື່ອໃຫ້ປະຊາຊົນມີໂອກາດໄດ້ມາຢ້ຽມຢາມ, ຊື້ເຄື່ອງຂອງໃນຊຸມມື້ທ້າຍອາທິດ.”

ດ້ວຍລາຍການເຄື່ອນໄຫວມີຂອບຂະຫນາດ, ອຸດົມສົມບູນ, ໃຫມ່ອ່ຽມ, ສັບປະດາວັດທະນະທຳ, ທ່ອງທ່ຽວ, ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ເປີດທິດພັດທະນາໃຫມ່ໃຫ້ແກ່ໝູ່ບ້ານຫັດຖະກຳ ຫວ້ານຟຸກ, ປະກອບສ່ວນໂຄສະນາໝູ່ບ້ານຕ່ຳແຜ່ນແພພື້ນເມືອງ ຫວ້ານຟຸກ ອອກສູ່ນັກທ່ອງທ່ຽວຜູ້ຢູ່ໄກ ແລະ ຢູ່ໃກ້. ທ່ານ ລືວຢູຍເຢີນ, ປະທານສະຫະສະມາຄົມໝູ່ບ້ານຫັດຖະກຳ ຫວຽດນາມ ຖືວ່າ:

“ຈາກສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ອາດຈະກໍ່ສ້າງຕະຫລາດນັດວັດທະນະທຳ ທ່ອງທ່ຽວ ຢູ່ ຫວ້ານຟຸກ ເປັນປະຈຳ ແລະ ສອງສາມອາທິດ ຫລື ສອງສາມເດືອນຈັດຂຶ້ນເປັນເທື່ອຫນຶ່ງ. ລາຍການແມ່ນອຸດົມສົມບູນ, ນອກຈາກຜະລິດຕະພັນໝູ່ບ້ານຫັດຖະກຳແລ້ວ ຄວນມີອາຫານການກິນ, ການລະຫລິ້ນພື້ນເມືອງ, ການພົບປະແລກປ່ຽນກັບນັກທ່ອງທ່ຽວຕື່ມອີກ.”

ສັບປະດາວັດທະນະທຳ ທ່ອງທ່ຽວ ການຄ້າໝູ່ບ້ານຫັດຖະກຳ ຫວ້ານຟຸກ ເພື່ອແນໃສ່ໂຄສະນາວັດທະນະທຳຂະແຫນງອາຊີບທີ່ເປັນມູນເຊື້ອຂອງຫວ້ານຟຸກ ເວົ້າສະເພາະ, ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການທ່ອງທ່ຽວໝູ່ບ້ານຫັດຖະກຳຂອງຮ່າໂນ້ຍ ເວົ້າລວມ. ເນື່ອງໃນໂອກາດນີ້ ໝູ່ບ້ານຫັດຖະກຳ ຫວ້ານຟຸກ ໄດ້ຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມນັບເປັນໝື່ນໆເທື່ອຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ