ສະຫະກອນແບບໃໝ່ສ້າງກຳລັງໜູນພັດທະນາກະສິກຳ

(vovworld) - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຮູບ​ແບບ​ເສດຖະກິດສະຫະກອນ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ, ການ​ລົບ​ລ້າງຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ວິວັດ​ແຫ່ງ​ການ​ຫັນ​ໄປ​ສູ່​ພື້ນຖານ​ການ​ຜະລິດ​ສິນຄ້າ​​ຂະໜາດ​ໃຫຍ່, ​ເໝາະ​ສົມ​ກັບ​ກົນ​ໄກ​ການ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນນັ້ນ, ຮູບ​ແບບ​ສະຫະກອນ​ກໍ່​ຕ້ອງ​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ.

ສະຫະກອນແບບໃໝ່ສ້າງກຳລັງໜູນພັດທະນາກະສິກຳ - ảnh 1

ເຈລະຈາກ່ຽວກັບການກໍ່ສ້າງສະຫະກອນແບບໃໝ່ໃນຂົງເຂດກະສິກຳ
(ພາບ: ອິນເຕີແນດ)

        ​ໄລ່​ຮອດ​ປີ 2014, ທົ່ວປະ​ເທດ​ມີ​ສະຫະກອນ 10.400 ກວ່າ​ແຫ່ງ​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະສິກຳ, ​ແຕ່​ມີ​ພຽງ 10% ຈຳນວນ​ສະຫະກອນ​ແມ່ນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​, ມີ​ການ​ປ່ຽນ​ໃໝ່​​ແບບ​ວິທີ​ເຄື່ອນ​ໄຫວ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ ​ແລະ ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ​ຕ່າງໆເທົ່າ​ນັ້ນ. ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ໃໝ່​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ປະກາດ​ໃຊ້​ເມື່ອ​ປີ 2012, ​ແຕ່​ໃນ 2 ປີຜ່ານມາ, ຈຳນວນ​ສະຫະກອນ​​ແບບໃໝ່​ເພີ່ມ​ຂຶ້ນ​ບໍ່​ຫຼາຍ; ​ໃນ​ຂະນະ​ນັ້ນ, ມີ​ສະຫະກອນ​ເກົ່າ​ຫຼາຍ​ແຫ່ງ​ຖືກ​ຍຸບ​ເລີກ​ຍ້ອນການ​ເຄື່ອນ​ໄຫວ​ບໍ່​​ໄດ້​ຮັບ​ຜົນ. ສາຍ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນ​ບັນດາ​ສະຫະກອນ​ບໍ່​ປ່ຽນ​ແປງ​ແບບ​ວິທີ​ເຄື່ອນ​ໄຫວ, ສ່ວນ​ຫຼາຍ​ແມ່ນ​ສຸມ​ໃສ່​ການ​​ສະໜອງ​​ບໍລິການ​ສົ້ນ​ເຂົ້າ​ໃຫ້​ແກ່​ການ​ຜະລິດ​ກະສິກຳ. ​ໃນ​ຂະນະ​ນັ້ນ, ຢາກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ການ​ສົ່ງ​ອອກ, ​ແມ່ນ​ຕ້ອງ​ຜ່ານ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່ ຫຼື​ສະຫະພັນ​ບັນດາ​ສະຫະກອນ ຈຶ່ງ​ສາມາດ​ຂາຍ​ສິນຄ້າ​ ສະໜອງ​ຜະລິດ​ຕະພັນ​ດ້ວຍ​ຂະໜາດ​ໃຫຍ່, ມີ​ເຄື່ອງໝາຍ​ການ​ຄ້າ, ​ແຫຼ່ງກຳ​ເນີ​ດ ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນ​ຮັບປະກັນ​ຄຸນ​ນະພາ​ບ. ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ສາກົນ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ.

        ​ໃນ​ຊຸມ​ປີ​ກ່ອນ​ນີ້, ​ເບິ່ງ​ລວມ​ແລ້ວ, ຮູບ​ແບບ​ສະຫະກອນ​ແມ່ນ​ການ​ປະກອບ​ທຶນ, ກຳລັງ​ແຮງ​ຂອງ​ຊາວ​ກະສິກອນ, ສະຫະກອນ​ສ່ວນ​ຫຼາຍ​ແມ່ນ​ເຮັດ​ການ​ກໍ​ລິ​ການ​ໃຫ້​ແກ່​ຊາວ​ກະສິກອນ. ດ້ວຍ​ລັກສະນະ​ຄື​ແນວ​ນັ້ນ, ຂອບ​ເຂດການ​ເຄື່ອນ​ໄຫວຂອງ​ສະຫະກອນ​ຈຶ່ງ​ຖືກ​ຈຳກັດ, ​ສ່ວນ​ຫຼາຍ​ແມ່ນ​ສະໜອງ​ດ້ວຍ​ຕົນ​ເອງ, ບໍ່​ພົວພັນ​ຫຼາຍກັບ​ພາຍ​ນອກ​. ​ເມື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ຫັນ​ກະສິກອນ​ເປັນ​ທັນ​ສະ​ໄໝ, ຜະລິດ​ສິນຄ້າ​ດ້ວຍ​​ຂະໜາດ​ໃຫຍ່, ບັນດາ​ຮູບ​ແບບ​ສະຫະກອນ​ນັ້ນ​ໄດ້​​​ເກີດຫຼາຍ​ສິ່ງ​ທີ່ຍັງ​ຄົງ​ຄ້າງເຊັ່ນ: ກົງຈັກ​ບໍ່​ກະທັດ​ລັດ, ​ເຮັດ​ວຽກ​ແບບ​ກະ​ແຈກ​ກະຈາຍ, ບໍ່​ເໝາະ​ສົມ​ກັບ​ຕະຫຼາດ. ສິ່ງ​ຈຳກັດ​ຂອງ​ສະຫະກອນ​ແບບ​ເກົ່າ​ແມ່ນ​ຜະລິດ​ຕາມ “ຂະ​ບວນການ“, ບາງ​ເທື່ອ​ຫຼາຍ​ຄົນ​ຜະລິດສິນຄ້າ​ປະ​ເພດ​ດຽວ, ດັ່ງ​ນັ້ນ​ການ​ສະໜອງ​ຈຶ່ງ​​ເກີນ​ຄວາມ​ຕ້ອງການ. ຍ້ອນ​ເຫດ​ນັ້ນ​ການ​ສ້າງ​ຕັ້ງ​ສະຫະກອນ​ແບບ​ໃໝ່ ​ແລະ ການຮ່ວມ​ສຳພັນ​ບັນດາ​ສະຫະກອນນຳ​ກັນ ຈຶ່ງ​ສາມາດ​ເພີ່ມ​ລັກສະນະ​ແກ່ງ​ແຍ້​ງ​​​ຜະລິດ​ຕະພັນ, ​ທັງ​ມີ​ກົນ​ໄກຄວບ​ຄຸມ, ພະຍາກອນ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້. ການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​ແບບ​ໃໝ່​ທັງ​ເຮັດ​ການ​ບໍລິການ, ທັງ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ສ້າງຜົນ​ກຳ​ໄລ​ໃຫ້​ສະມາຊິກ​ສະຫະກອນ, ບັນດາ​ສະຫະກອນ​ຕ້ອງ​ມີ​ຄວາມ​ສາມາດ​ເປີດ​ກວ້າງ​ການ​ຜະລິດ ​ແລະ ​ເປັນ​ເຈົ້າ​ການ​ຮ່ວມ​ສຳພັນ​ກັບ​ຕະຫຼາດ, ວິ​ສາ​ຫະກິດ ​ແລະ ​ເອກະ​ຊົນ ຈາກ​ນັ້ນ​ເພີ່ມ​ລາຍ​ຮັບ, ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ກະສິກອນ. ດ້ວຍ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່, ກະສິກຳ​ຫວຽດນາມ ຈະມີ​ຄວາມ​ສາມາດ​ຫັນ​ໄປ​ສູ່​ໄລຍະ​ພັດທະນາ​ໃໝ່​, ມີ​ລັກສະນະ​ບຸກທະລຸ ​ແລະ ​ແກ້​ໄຂ​ສິ່ງ​ທີ່​ອ່ອນ​ດ້ອຍ, ກີດຂວາງ​ໄດ້. ​ໃນ​ວິວັດ​ແຫ່ງ​ການກໍ່ສ້າງ​ສະຫະກອນ​ແບບ​ໃໝ່​ໄລຍະ 2015-2020, ລັດຖະບານ​ຫວຽດນາມ ກໍ່​ໄດ້​ຊີ້​ແຈ້ງວ່າ: ​ຈຳ​ເປັນ​ຕ້ອງ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ ​ແລະ ຄວາມ​ສຳຄັນ​ຂອງ​ສະຫະກອນ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. ທ່ານ ​ເວື​ອງດິ່ງ​ເຫວ້, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ຊີ້​ແຈ້ງວ່າ:

        “ທຳ​ອິດ​ແມ່ນ​ຕ້ອງ​ແກ້​ໄຂ​ບັນຫາ​ຄວາມ​ຮັບ​ຮູ້, ປ່ຽນ​ໃໝ່​ຈີນ​ຕະນາ​ການ. ຕ້ອງ​ຮັບ​ຮູ້​ບົດບາດ, ຄວາມ​ສຳຄັນ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເສດຖະກິດ​ລວມໝູ່​ເວົ້າ​ລວມ, ຄວາມ​​ແຕກ​ຕ່າງ​ກັນ​ລະຫວ່າງ​ສະຫະກອນ​ແບບ​ເກົ່າ ​ແລະ ສະຫະກອນ​ແບບ​ໃໝ່, ຄວາມ​ຮັບ​ຮູ້​ຂອງອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ທີ່​ມີ​ຕໍ່​ການ​ເຜີຍ​ແຜ່, ຊາບ​ຊືມກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ ​ແລະ ຫັນ​ບັນດາ​ນະ​ໂຍບາຍ​ໃນ​ປະຈຸ​ບັນ​ສຳລັບ​ເສດຖະກິດ​ລວມໝູ່ ​ແລະ ສະຫະກອນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ“.

        ຄວາມ​ຈິງ​ແລ້ວ, ຮູບ​ແບບ​ສະຫະກອນ​ແບບ​ໃໝ່ ຈະ​ສ້າງ​ກຳລັງ​ໜູນ​ ຢ່າງ​ແຮງ, ​ສ້າງ​ບາດກ້າວ​ບຸກທະລຸ​ເພື່ອພັດທະນາ​ກະສິກຳ​ໃນ​ປະຈຸ​ບັນ, ​ເພາະວ່າ​ມັນ​ສົ່ງ​ເສີມ​ຄວາມ​ເປັນ​ເຈົ້າ​ການ, ຫົວຄິດ​ປະດິດ​ສ້າງ​ຂອງ​ແຕ່​ລະ​ຄອບຄົວ​ຊາວ​ກະສິກອນ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ປູກຝັງ, ລ້ຽງສັດ, ອາຊີບ​ປະມົງ…, ພ້ອມ​ກັນ​ນັ້ນ​ບັນດາ​ຄອບຄົວ​ກໍ່ໄດ້ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ລັດ, ສະຫະກອນ ​ເພື່ອຍົກ​ສູງ​ລັກສະນະ​ແກ່ງ​ແຍ້​ງ, ທັງ​ເສີມ​ຂະຫຍາຍ​ການ​ຮ່ວມ​ສຳພັນ​ຢ່າງ​ແຮງ​ກັບ​ວິ​ສາ​ຫະກິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຢ່າງ​ພຽງພໍຂອງ​ການ​ເຊື່ອມ​ໂຍງດ້ານ​ການ​ຄ້າ​ກັບສາກົນ​. ກ່ອນ​ອື່ນ​ໝົດ, ສະຫະກອນ​ແບບ​ໃໝ່​ຈະ​ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ​ຫວຽດນາມ ຍ້ອນ​ມັນສ້າງ​ການ​ກະທົບ​ເຖິງຜົນ​ປະ​ໂຫຍ​ດ 4 ຢ່າງ​ເຊັ່ນ: ຜົນ​ປະ​ໂຫຍ​ດຂອງ 10 ລ້ານ​ຄອບຄົວ​ຊາວ​ກະສິກອນ, ຜົນ​ປະ​ໂຫຍ​ດຂອງ​ລັດ, ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທ​ດທີ່​ມີ​ການ​ພົວພັນ​ກັບ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ