ສາລາບ້ານ, ກິດຈະກຳຕິດພັນກັບຕົ້ນກຳເນີດຂອງໝູ່ບ້ານ

(vovworld) - ສາລາ​ບ້ານ​ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ເປັນ​ສັນຍາ​ລັກ​ຂອງ​ທັງ​ໝູ່​ບ້ານ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ແຫ່ງລີ້​ຊ້ອນບັນດາ​ເລື່ອງ​ລາວ​ປະຫວັດສາດ, ​ກໍ່​ຄືສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ຜ່ານ​ແຕ່​ລະ​ລວດລາຍ​​ຮູບແກະສະຫຼັກ​​ໃນ​ສາລາ​ບ້ານ. ບົດ​ຂຽນ “ສາລາ​ບ້ານ, ກິດຈະກຳ​ຕິດ​ພັນ​ກັບ​ຕົ້ນກຳ​ເນີ​ດຂອງ​ໝູ່​ບ້ານ“ ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ ວິທະຍຸ​ກະຈາຍສຽງ ຫວຽດນາມ. ​ເຊີນ​ທ່ານ​ຮັບ​ຟັງ.

ສາລາບ້ານ, ກິດຈະກຳຕິດພັນກັບຕົ້ນກຳເນີດຂອງໝູ່ບ້ານ - ảnh 1
(ພາບປະກອບ)

        ສາລາ​ບ້ານ​ແມ່ນ​ກິດຈະກຳສະຖາປັດຕະຍະກຳສັງ​ລວມຂອງ​ໝູ່​ບ້ານ ຫວຽດນາມ. ສາລາ​ບ້ານ​ແມ່ນ​ແຫ່ງ​ບູຊາ ພະອໍລະຫັນ, ​ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ກໍ່ຕັ້ງ​ໝູ່​ບ້ານ ຫຼື​ມີ​ຄຸນງາມຄວາມດີ​ຕໍ່​ໝູ່​ບ້ານ. ປະຈຸ​ບັນ, ຢູ່​ເຂດ​ທົ່ງພຽງ​ທາງ​ພາກ​ເໜືອ​ຍັງ​ຄົງ​ຮັກ​ສາສາລາ​ບູຮານ​ຫຼາຍ​ແຫ່ງ​ຂອງ​ທົ່ວ​ປະ​ເທດ​​ໄວ້ຢູ່. ບັນດາ​ສາລາ​ບ້ານ​ທີ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ມາ​ເຖິງ​ປະຈຸ​ບັນ​ມີ: ສາລາ ​ຖູ້ຍຟຽວ (ບາ​ວີ່, ຮ່າ​ໂນ້ຍ) ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ 1531, ສາລາ​ ໂລ​ແຫ້ງ (ຮຽບຮ່ວາ, ບັກ​ຢາງ) ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ (1566-1577), ສາລາ ລ່າ (​ເທື່ອ​ງຕິ໋ນ, ຮ່າ​ໂນ້ຍ) ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ປີ 1581, ຫຼື​ສາລາ ​ໄຕ​ດັ່ງ (ບາ​ວີ່, ຮ່າ​ໂນ້ຍ) ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ສະຕະວັດ​ທີ 16. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ແລ້ວ, ບັນດາ​ສາລາ​ບ້ານ​ທີ່​ສວຍ​ງາມ ​ແລະ ມີ​ຂະໜາດ​ໃຫຍ່ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ໄລຍະ​​ປະຫວັດສາດ, ​ເມື່ອເສດຖະກິດ​ສັງຄົມ​​ພັດທະນາ, ນີ້​ເປັນ​ການ​ຢືນຢັນ​​ໃຫ້​ເຫັນທີ່​ຕັ້ງ​ຂອງ​ໝູ່​ບ້ານ. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ ​ເລກ​ວາງ​ງອກ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ໄປ​ຫຼາຍ​ແຫ່ງ ​ແລະ ​ເຫັນ​ວ່າ​ບັນດາ​ສາລາ​ບ້ານ​ທີ່​ມີ​ຂະໜາດ​ໃຫຍ່ ​ແລະ ມີ​ຊື່​ສຽງ​ເຄີຍ​ຕັ້ງ​ຢູ່​ໃຈກາງ​ໝູ່​ບ້ານ, ​ໃນ​ບໍລິ​ເວນ​ກວ້າງຂວາງ ​ແລະ ສວຍ​ງາມ. ບັນດາ​ເສັ້ນທາງ​ໃນ​ໝູ່​ບ້ານ​ບໍ່​ໃຫ້ກໍ່ສ້າງ​ຢູ່​ທີ່​ນີ້​ເພື່ອ​​​ເພີ່ມ​ຄວາມ​ເຄັ່ງ​ຂຶມໃຫ້​ສາລາ​ບ້ານ​​ຕື່ມອີກ. ຢູ່​ບັນດາ​ໝູ່​ບ້ານ​ທີ່​ມີ​ສາລາ​​ຂະ​ໜາດໃຫຍ່​ນັ້ນ, ​ແມ່ນເຄີຍ​ມີ​ບັນດາເສົາ​ໃຫຍ່ທີ່​ຕັ້ງ​ເປັນ​ແຖວ ​ແລະ ບັນດາ​ຫ້ອງ​ໃນ​ສາລາ​ກໍ່​ກວ້າງຂວາງ​ກວ່າ“.

        ສະຖາປັດຕະຍະກຳ​ສາລາ​ບ້ານ ດົ່ງ​ກີ້ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາລາ​ບ້ານ​ທີ່​ເປັນ​ສັນຍາ​ລັກ​ໃຫ້​ສະຖາປັດຕະຍະກຳ​ສາລາ​ບ້ານ​ຢູ່​ພາກ​ເໜືອ. ສາລາ ດົ່ງ​ກີ້ ຖືກ​ປຸກ​ສ້າງ​ດ້ວຍ​ໄມ້​ຕາມ​ແບບ​ເຮືອນ​ຮ້ານ​ຂອງ​ຊາວ​ຫວຽດນາມ (ຊາວ​ເຜົ່າ​ເມື່ອ​ງບູຮານ). ​ຫ້ອງ​ຕົ້ນ​ຕໍ​ໃນສາລາ​​ມີ​ເນື້ອ​ທີ່ກວ້າງ​ທີ່​ສຸດ, ຫຼັງ​ຄາມຸງ​​ດິນຂໍ, ​ລວມ​ມີຫຼັງຄາ 4​ ​ເບື້ອງມຸງແບ​ອອກ, ທາງ​ຕີນຂອງ​ 4 ​ແຈຫຼັງ​ຄາຄົດ​ງໍ​ຂຶ້ນ. ຫຼັງຄາ​ແບບ​ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະຂອງ​ສະຖາປັດຕະຍະກຳ​ສາລາ​ບ້ານ ຫວຽດນາມ.

ສາລາບ້ານ, ກິດຈະກຳຕິດພັນກັບຕົ້ນກຳເນີດຂອງໝູ່ບ້ານ - ảnh 2
(ພາບປະກອບ)

        ຄຽງ​ຂ້າງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສັງ​ລວມກ່ຽວ​ກັບ​ສາ​ລາ​ບ້ານ​ແລ້ວ…ບັນ​ດາຮູບປັ້ນ​, ຄຳຜະ​ຫຍາ, ຮູບ​ແກະ​ສະຫຼັກ, ປະ​ຕູ​ປະ​ດັບ​ປະ​ດາ​ໃນສາ​ລາຫຼາຍ​ແຫ່ງຄື​ດັ່ງ​ເລົ່າ​ຄືນ​ເລື່ອງ​ລາວ​​ກ່ຽວ​ກັບໝູ່​ບ້ານ. ຕົວ​ຢ່າງ​ຄື​ສາ​ລາ​ບ້ານ ຢ່ຽມ ຢູ່​ແຂວງ ບັກ​ນິງ ໄດ້​ຮັບ​ການ​ກໍ່​ສ້າງ​ແຕ່​ທ້າຍ​ສະ​ຕະ​ວັດ​ທີ 17. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປະ​ດັບ​ປະ​ດາ​ຫ້ອງ​ໃຈ​ກາງ​ຂອງສາ​ລາ​ບ້ານແມ່ນ​ຮູບ​ແກະ​ສະຫຼັກ​ປະ​ຕູ​, ​ດ້ວຍ​ບັນ​ດາລວດ​ລາຍລະ​ອຽດ​ລະ​ອໍຄື: ຮູບ​ມັງ​ກອນ, ເມກ​ເຝື້ອ, ດອກ​ໄມ້ສີ່ກີບ… ໃນ​ສາ​ລາ​ບ້ານ​ຍັງ​ມີຫຼາຍ​ຮູບ​​ແກະ​ສະຫຼັກອື່ນ​ອີກ​ທີ່ສະ​ແດງ​ໃຫ້​ເຫັນຄວາມ​ໃກ້​ຊິດຕິດ​ແທດ​ກັບ​ຊີ​ວິດການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ຄື​: ຮູບ​ແກະ​ສະຫຼັກເທວະ​ດາ 8 ອົງ, ​ບັນ​ດາ​​ນາງສາວ​ບ້ານ​ນາ, ພໍ່​ເຖົ້າ​ນັ່ງຫຼິ້ນ​ໄພ້… ບັນ​ດາ​ຮູບ​ພາບ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສັນ​ຕິ​ສຸກ. ດ້ານ​ອື່ນ​ອີກ​ນັ້ນ​ແມ່ນ, ເນື້ອ​ໃນ​ບັນ​ດາ​ຮູບ​ແກະ​ສະຫຼັກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຈິດ​ວີນ​ຍານຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ໃນ​ໝູ່​ບ້ານ. ຈິດ​ຕະ​ກອນ ດິງ​ຕ໋ຽນ​ຫາຍ, ນັກ​ຄົ້ນ​ຄ້​ວາ​​ສະ​ຖາ​ປັດ​ຕະ​ຍະ​ກຳ​ໝູ່​ບ້ານ, ໃຫ້​ຮູ້​ວ່າ:

         “ຜູ້​ແກະ​ສະຫຼັກ​ບັນ​ດາ​ຮູບ​ດັ່ງ​ກ່າວ​ແມ່ນ​ຊາວ​ກະ​ສິ​ກອນ ແລະ ມີ​ຊີ​ວິດ​ຕິດ​ພັນ​ກັບ​ເຂດ​ບ້ານ​ນາ, ດັ່ງ​ນັ້ນ​ລວດ​ລາຍ​ແກະ​ສະຫຼັກ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ສ່ອງ​ແສງ​ໃຫ້​ເຫັນຈີນ​ຕະ​ນາ​ການ​ຂອງ​ຊາວ​ກະ​ສິ​ກອນສະ​ຫວາດ​ສະ​ເຫວີຍ, ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນ​ດາ​ນັກ​ສິ​ລະ​ປະ​ໃນ​ເມື່ອ​ກ່ອນ​ບໍ່​ຖືກ​ບັງ​ຄັບ​ໃນ​ການ​ປະ​ດິດ, ຫາກ​ຖືກນຳ​ເອົາ​ຮູບ​ພາບ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ເຂົ້າ​ໃນ​ຮູບ​ແກະ​ສະຫຼັກ​ທີ່​​ປະ​ດັບ​ປະ​ດາ​ໃນ​ສາ​ລາ​ບ້ານ”.

ສາລາບ້ານ, ກິດຈະກຳຕິດພັນກັບຕົ້ນກຳເນີດຂອງໝູ່ບ້ານ - ảnh 3
(ພາບປະກອບ)

        ອາດ​ເວົ້າ​ໄດ້​ວ່າ​ບັນ​ດາ​ຜູ້​ກໍ່​ສ້າງ​ສາ​ລາ​ບ້ານ​ໃນ​ເມື່ອ​ກ່ອນ​ໄດ້​ຝາກ​ຝັງ​ແນວ​ຄວາມ​ຄິດ​ຂອງ​ຕົນ​ເຂົ້າ​ບັນ​ດາ​ຮູບ​ແກະ​ສະຫຼັກໃນ​ສາ​ລາ​ບ້ານ. ສາ​ລາ​ບ້ານ​ບໍ່​ພຽງ​ແຕ່​ແມ່ນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ໝູ່​ບ້ານເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​​ແຫ່ງ​ເພື່ອ​ໃຫ້​​​ສິ​ລະ​ປະ​ພື້ນ​ເມືອງແຜ່​ຂະ​ຫຍາຍ​ອີກ​ດ້ວຍ. ບັນ​ດາ​ລວດ​ລາຍ​ສະ​ຖາ​ປັດ​ຕະ​ຍະ​ກຳ, ຮູບ​ແກະ​ສະຫຼັກ​ທີ່​ປະ​ດັບ​ປະ​ດາ​ໃນ​ສາ​ລາ​ບ້ານ​ເຊິ່ງຍັງ​ຄົງ​ຮັກ​ສາ​ໄວ້​ຈົນ​ເຖິງ​ປະ​ຈຸ​ບັນ​ ແມ່ນ​ບັນ​ດາ​ເລື່ອງ​ລາວ​ປະ​ຫວັດ​ສາດ, ສະ​ແດງ​ໃຫ້​ເຫັນ​ຄວາມຊຳ​ນານ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​.

ຕອບກັບ

ຂ່າວ/ບົດ​ອື່ນ