ຫວຽດນາມມຸ່ງໄປເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ


(vovworld) - ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນ​ມະນຸດ​ຫວຽດນາມ​ໄລຍະ 2011 – 2020. ລັດຖະບານ​ຫວຽດນາມ ​ກຳນົດ​ວ່າ: ຊັບພະຍາກອນມະນຸດ​ແມ່ນ​ພື້ນຖານ ​ແລະ ທ່າ​​​​ສະດວກສຳຄັນ​ທີ່​ສຸດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ​ເຊື່ອມ​ໂຍງ​​ເຂົ້າກັບ​ສາກົນ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ທາງ​ສັງຄົມ. ລະບົບ​ບັນດາ​ໂຮງຮຽນ​ອາຊີວະ​ຫວຽດນາມ​ ມີ​ບົດບາດ​ສຳຄັນ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຊັບພະຍາກອນ​ຫວຽດນາມ ​ໃຫ້​ເທົ່າ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ຫວຽດນາມມຸ່ງໄປເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ - ảnh 1

(ພາບ: khucongnghiep)

        ປະຈຸ​ບັນ, ຫວຽດນາມ​ ມີ​ວິທະຍາ​ໄລ 167 ​ແຫ່ງ, ​ໂຮງຮຽນ​ຊັ້ນ​ກາງ 306 ​ແຫ່ງ ​ແລະ ສູນ​ກໍ່ສ້າງ​ວິຊາ​ຊີບ 875 ​ແຫ່ງ. ຄິດ​ສະ​ເລ່ຍ​ແຕ່ລະ​ປີ, ລະບົບ​ບັນດາ​ໂຮງຮຽນ​ກໍ່ສ້າງ​ວິຊາ​ຊີບ​ຮັບ​ນັກຮຽນ​ໄດ້​ປະມານ 200.000 ຄົນ. ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບ​ຖືກ​ຈັດ​ຕັ້ງ​ຢູ່​ບັນດາ​ແຂວງ, ນະຄອນ​ລົງ​ສູ່​ຕາ​ແສງ, ​ບັນດາ​ໝູ່​ບ້ານ​ອາຊີບ ​ແລະ ​ໃນ​ວິ​ສາ​ຫະກິດ​ຕ່າງໆ... ​ໄ​ດ້​ສ້າງ​​​ເງື່ອນ​ໄຂ​ສະດວກກວ່າ​ໃຫ້​ຜູ້​ອອກ​ແຮງ​ງານ​ສຳ​ພັດ​ກັບ​ການ​ບໍລິການ​ກໍ່ສ້າງ​ວິຊາ​ຊີບ. ​ໄລຍະ 2011-2015, ທົ່ວ​ປະ​ເທດ​ມີ 12 ລ້ານ​ຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ 34 ວິຊາ​ຊີບ, ​ເຂົາ​ເຈົ້າ​ມີ​ລະດັບ​ເທົ່າ​ກັບ​ຄົນ​ງານ​ຂອງ​ບັນດາປະ​ເທດ​ພັດທະນາ. ​ແຫຼ່ງທຶນ​ໃຫ້​ແກ່​ການ​ກໍ່ສ້າງ​ວິຊາ​ຊີບ​ແມ່ນ​ພັດທະນາ​ຕາມ​ທ່າ​ອ່ຽງຫັນ​ເປັນ​ສັງຄົມ, ຮາກຖານ​ກໍ່ສ້າງ​ວີ​ຊາ​ຊີບ​ເອກະ​ຊົນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ໃນ​ເບື້ອງ​ຕົ້ນ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ, ​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ. ທ່ານ ຫງວຽນ​ຮົ່ງມິ​ງ, ຮອງ​ຫົວໜ້າ​ກົມ​ໃຫຍ່ກໍ່ສ້າງວິຊາຊີບ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ​, ​ໃຫ້​ຮູ້​:

        “ປະຕິບັດ​ບັນດາ​ມາດ​ຕະການ​ນີ້, ຮາກ​ຖານ​ກໍ່ສ້າງ​ວິຊາ​ຊີບ​ຕ້ອງ​ມີ​ພາກສ່ວນ​ໜຶ່ງ​ຮັບ​ຜິດ​ຊອບ​ໜ້າ​ທີ່​ພົວພັນ​ກັບ​ບັນດາ​ວິ​ສາ​ຫະກິດ. ລັດ​ອາດ​ຈະ​ມີ​ກົນ​ໄກ​ໜູນ​ຊ່ວຍ​ທຶນ ຫຼື​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ກໍ່ສ້າງ​ວິຊາ​ຊີບ​ໃຫ້​ບັນດາ​ວິ​ສາ​ຫະກິດ, ​ເພາະວ່າ​ບັນດາ​ຮາກ​ຖານ​ກໍ່ສ້າງວິຊາ​ຊີບ, ກໍ່​ຄື​ວິ​ສາ​ຫະກິດ​ອາດ​ຈະ​ບໍ່​ກຳ​ໄດ້​ຄວາມ​ຕ້ອງການ​ກໍ່ສ້າງ​ວີ​ຊາ​ຊີບ​ໃດ​ໜຶ່ງ​ຫຼື​ຂົງ​ເຂດ​ໃດ​ໜຶ່ງ, ດັ່ງ​ນັ້ນ​ຕ້ອງ​ສະໜອງ​ຂໍ້​ມູນ​ໃຫ້​ບັນດາ​ອົງການ​ຂອງ​ລັດ“.

        ​ໃນ 10 ປີ​ມາ​ນີ້, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໄດ້ສົມທົບກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ສະ​ຖາ​ບັນ ​ແລະ ວິ​ສາ​ຫະກິດ​ສ້າງ​ 164 ຫຼັກສູດ​ສອນ​ວິຊາ​ຊີບ​ລະດັບ​ວິທະຍາ​ໄລ, ຊັ້ນ​ກາງ ​ແລະ ນັບ​ຮ້ອຍ​ລາຍການ​ສອນ​ວິຊາ​ຊີບ​ໄລຍະ​ສັ້ນ. ມີ​ຫຼາຍ​ໂຮງຮຽນ​ຍັງ​​ເປ​ັນ​ເຈົ້າ​ການ​ໃນ​ການ​ທາ​ບທາມ​ບັນດາ​ຫຼັກສູດ​ສອນ​ວິຊາ​ຊີບຂອງ​ຕ່າງປະ​ເທດ, ​ເພື່ອຊ່ວຍ​ນັກຮຽນ​ຍົກ​ສູງ​ຄວາມ​ສາມາດ​ນຳ​ໃຊ້​ບັນດາ​ອຸປະກອນ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ​ຢ່າງ​ມີ​ປະສິດທິ​ຜົນ. ຕໍ່ໜ້າ​ຄວາມ​ຕ້ອງການ​ສູງ​ຂອງ​ຕະຫຼາດ​ແຮງ​ງານ​ຢູ່​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ, ບັນດາ​​ໂຮງຮຽນກໍ່ສ້າງ​ວິຊາ​ຊີບ​ຊັ້ນວິທະຍາ​ໄລ ​ແລະ ຊັ້ນ​ກາງ ​ແລະ ບັນດາ​ຮາກ​ຖານສອນ​ວິຊາ​ຊີບຢູ່​ແຂວງ ​ແລະ ນະຄອນ​ຕ່າງໆ​ໃນ​ເຂດ ​ໄດ້​ມີ​ການ​ພົວພັນກັບ​ວິ​ສາ​ຫະກິດ​ໃນ​ເຂດ​ກ່ຽວ​ກັບ​ຄວາມ​ສາມາດຕອບ​ສະໜອງ ​ແລະ ຄວາມ​ຕ້ອງການ​. ຍຸດ​ທະ​ສາດ​ຂອງ​ລະບົບ​ໂຮງຮຽນ​ອາຊີວະ​ໃນ​ທົ່​ວເຂດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເສີມ​ຂະ​ຫຍາ​ບົດບາດ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີລະດັບ​ເຕັກນິກ, ​ເຕັກ​ໂນ​ໂລ​ຢີຢູ່​ທ້ອງ​ຖີ່​ນຕ່າງໆ; ກໍ່​ສ້າງ​ຖັນ​ແຖວຄູ​ອາຈານສອນ​ວິຊາ​ຊີບ​ໃນ​ໂຮງຮຽນ​ຕ່າງໆ​​ໃຫ້ບັນລຸມາດຕະຖານ ​ແລະ ການ​ອັບ​ເດັດ​ຄວາມ​ຮູ້ຂອງ​ຄົນ​ງານ. ຮອງ​ສາ​ສະ​ດາ​ຈານ, ປະລິຍາ​ເອກ ​ໂດ​ວັນ​ຢຸງ, ອະທິການ​ບໍດີ​ມະຫາວິທະຍາ​ໄລ​ສ້າງ​ຄູ​ດ້ານ​ເຕັກນິກ​ນະຄອນ​ໂຮ່ຈິ​ມິນ, ​ໃຫ້​ຮູ້​ວ່າ:

        “​ມະຫາວິທະຍາ​ໄລ​ສ້າງ​ຄູ​ດ້ານ​ເຕັກນິກ​ນະຄອນ​ໂຮ່ຈີ​ມິນ ​ແມ່ນ​ໂຮງຮຽນ​ທຳ​ອິດ​ຢູ່​ພາກ​ໃຕ້​ມີີສູນ​ກໍ່ສ້າງວິຊາ​ຊີບ​​ໂດຍ​ກົງຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ລັດຖະບານ​ອາ​ເມ​ລິ​ກາ​ ໄດ້​ອຸປະຖຳ​ໃຫ້​ໂຮງຮຽນ 250.000 ​USD ​ເພື່ອ​ມີ​ຫ້ອງ camera 3D. ​ເມື່ອບັນດາ​ຄູ​ສອນ​ຈາກ​ມະຫາວິທະຍາ​ໄລ​ສ້າງ​ຄູ​ນະຄອນ​ໂຮ່ຈີ​ມິນ ສອນ​ກ່ຽວ​ກັບ​ຂົງ​ເຂດເຕັກນິກ​ໃໝ່, ຖ້າ​ຫາກ​ມີ ACCoun, ບັນດາ​ຄູ​ສອນ​ໃນ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ນີ້​ກໍ່​ສາມາດ​​ຊົມ​ໂດຍ​ກົງ​ໄດ້“.

ຫວຽດນາມມຸ່ງໄປເຖິງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ - ảnh 2

(ພາບ: khucongnghiep)

        ການ​ພັດທະນາ​ເຄືອ​ຂ່າຍ​ສອນວິຊາ​ຊີບ, ດ້ວຍ 1.500 ຮາກ​ຖານ, ສາມາດກໍ່ສ້າງ​ວິຊາ​ຊີບ​ໃຫ້​ນັກຮຽນ​ໄດ້ 2.300.000 ກວ່າຄົນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ ​ແລະ ຕະຫຼາດ​ແຮງ​ງານ, ນັ້ນ​ແມ່ນ​ຄາດໝາຍ​ທີ່​ກົມ​ໃຫຍ່​ກໍ່ສ້າງ​ວິຊາ​ຊີບ (ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ) ​ໄດ້​ວາງ​ອອກ​ໃນ​ປີ 2015. ທ່ານ ​ເຢືອງດຶກ​ເລິນ, ຫົວໜ້າ​ກົມ​ໃຫຍ່​ກໍ່ສ້າງ​ວິຊາ​ຊີບ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ​ໃຫ້​ຮູ້​ວ່າ, ປີ 2015, ການ​ກໍ່ສ້າງ​ວິຊາ​ຊີບ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ໃໝ່​ໂດຍ​ພື້ນຖານ, ຮອບດ້ານ​ຕາມ​ທິດ​ໂອນ​ໂຮງຮຽນວິຊາ​ການ​ຊັ້ນ​ກາງ​ ​ແລະ ​ຊັ້ນວິທະຍາ​ໄລ​ເຂົ້າ​ກັບ​ລະບົບກໍ່ສ້າງ​ວິຊາ​ຊີບ, ສ້າງ​ເປັນ​ລະບົບ​ອາຊີວະ​ສຶກສາ​ທີ່​ທັນ​ສະ​ໄໝ, ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ທ່ານ ​ເຢືອງດຶກ​ເລິນ, ​ໃຫ້​ຮູ້​ວ່າ:

         “ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ​ສຳຄັນ​ທີ່​ສຸດ​ໃນ​ສະພາບ​ການ​ທີ່​ພວກ​ເຮົາ​ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ. ຕາມ​ແຜນ​ງານ​ຂອງ​ລັດຖະບານ, ພວກ​ຂ້າພະ​ເຈົ້າ​ຈະ​ກໍ່ສ້າງ​ບັນດາ​ໂຮງຮຽນ​ອາຊີວະ​ທີ່​ມີ​ຄຸນ​ນະພາ​ບສູງ​ເຖິງ​ປີ 2020. ນີ້​ແມ່ນ​ບັນດາ​ປັດ​ໃຈ​ຮັບປະກັນ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ, ກໍ່ສ້າງ​ວິຊາ​ຊີບ​ທີ່​ມີ​ຄຸນ​ນະພາ​ບສູງ, ນຳ​ໃຊ້ທ່າ​ສະດວກ​ໃນ​ການ​ແກ່​ງແຍ້​ງ“.

        ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນ​ມະນຸດ​ຫວຽ​ດນາມ ​ໄລຍະ 2011 – 2020 ​ໄດ້​ວາງ​ຄາດໝາຍ​ເຖິງ​ປີ 2020 ຕ້ອງ​ກໍ່ສ້າງ​ໂຮງຮຽນ​ອາຊີວະ​ທີ່​ມີ​ລະດັບ​ເທົ່າ​ກັບ​ສາກົນ​ໃຫ້​ໄດ້​ຢ່າງ​ໜ້ອຍ​ສຸດ​ແມ່ນ 10 ​ແຫ່ງ, ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ແຮງ​ງານ​ຢູ່​ພາກ​ພື້ນ ​ແລະ ສາກົນ. ຫວຽດນາມ​ ໄດ້ ​ແລະ ພວມ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ປ່ຽນ​ໃໝ່​ການ​ກໍ່ສ້າງວິຊາ​ຊີບ ​ເພື່ອ​ຕອບ​ສະໜອງ​

ຕອບກັບ

ຂ່າວ/ບົດ​ອື່ນ