ຫໍສະໝຸດປະຊາຄົມປະກອບສ່ວນກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊົນນະບົດ

ຫໍສະໝຸດປະຊາຄົມປະກອບສ່ວນກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊົນນະບົດ - ảnh 1
ຫໍ​ວັດ​ທະ​ນະ​ທຳ​ບ້ານ​ບິ່ງວ້ອງ
(ພາບ: laodong.com.vn)

(vovworld) - ໃນ 10 ປີ​ມານີ້, ຫໍ​ວັດ​ທະ​ນະ​ທຳ​ບ້ານ​ບິ່ງວ້ອງ, ບ່ອນ​ທີ່​ມີ​ຫໍ​ສະ​ໝຸດ​ຮັບ​ໃຊ້​ປະ​ຊາ​ຊົນ ໄດ້​ກາຍ​ເປັນ​ບ່ອນ​ທີ່​ມີ​ຄວາມຊິນ​ເຄີຍກັບປະ​ຊາ​ຊົນ​ບ້ານ​ບິ່ງວ້ອງ, ຕາ​ແສງວັນ​ບິ່ງ, ເມືອງ​ເທື່ອງ​ຕີ໋ນ, ຮ່າ​ໂນ້ຍ. ນັບ​ແຕ່​ສຳ​ພັດ​ກັບ​ແຫຼ່ງ​ຄວາມ​ຮູ້​ຈາກ​ປື້ມ, ໜັງ​ສື​ພິມ​ໃນ​ຫໍ​ສະ​ໝຸດ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ຕາມ​ທິດ​ທີ່​ຕັ້ງ​ໜ້າ.

        ແຕ່​ລະ​ມື້, ນັບ​ແຕ່​ເວ​ລາ 14 ໂມງ 30 ນາ​ທີ ເຖິງ 17 ໂມງ, ຫໍ​ສະ​ໝຸດ​ບ້ານ​ບິ່ງວ້ອງ ​ກໍ່​ເປີດ​ປະ​ຕູ​ໃຫ້​ປະ​ຊາ​ຊົນ​ເຂົ້າອ່ານ​ປື້ມ​, ໜັງ​ສື​ພິມ. ຫໍ​ສະ​ໝຸດໄດ້​ຮັບ​ການ​ພັດ​ທະ​ນາ​ຈາກ​ຮູບ​ແບບ​ຕູ້​ປື້ມ​ຂອງ​ບ້ານ ໂດຍ​ທ່ານ ເຢືອງວັນ​ຟີ, ພະ​ນັກ​ງານ​ພັກ​ກິນ​ເບ້ຍ​ບຳ​ນານ​ເປັນ​ຜູ້​ກໍ່​ຕັ້ງ​ແຕ່​ປີ 1999, ດ້ວຍ​ຄວາມ​ປາ​ຖະ​ໜາວ່າ “ນຳ​ວັດ​ທະ​ນະ​ທຳ​ອ່ານ​ມາ​ໃຫ້​ຕາ​ແສງ”, ຊ່ວຍ​ຍົກ​ສູງ​ຄວາມ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ. ໂດຍ​ເຫັນ​ໄດ້​ຜົນ​ປະ​ໂຫຍດ​ຂອງ​ຕູ້​ປື້ມ, ປະ​ຊາ​ຊົນ​ຢູ່​ທີ່ນີ້ ໄດ້​ປະ​ກອບ​ຊັບ​ສິນ, ເຫື່ອ​ແຮງ ເພື່ອ​ກໍ່​ສ້າງ​ຫໍ​ສະ​ໝຸດ​ໃຫ້​ໃຫ​ຍ່​ໂຕ​ໂອ​ໂຖງ ແລະ ສວຍ​ງາມ. ປື້ມ​ໃນ​ຫໍ​ສະ​ໝຸດ​ໄດ້​ແບ່ງ​ອອກ​ເປັນ 5 ປະ​ເພດ​ຄື: ການ​ເມືອງ​ສັງ​ຄົມ; ວິ​ທະ​ຍາ​ສາດ​ເຕັກ​ນິກ, ວັດ​ທະ​ນະ​ທຳ​; ກົດ​ໝາຍ; ເຍົາ​ວະ​ຊົນ. ນອກ​ນັ້ນ​ຕາມ​ຄວາມ​ຮຽກ​ຮ້ອງ​ຕົວ​ຈິງ​ຂອງ​ທ້ອງ​ຖີ່ນ, ຫໍ​ສະ​ໝຸດ​ຍັງ​ມີ​ຕູ້​ປື້ມ​ສະ​ເພາະ 2 ໜ່ວຍ, ນັ້ນ​ແມ່ນ​ຕູ້​ປື້ມ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ແລະ ປື້ມ​ໂດຍ​ປະ​ທານ​ໂຮ່​ຈີ​ມິນ​ຂຽນ ແລະ ຕູ້​ປື້ມ​ໂດຍ​ຊາວ​ບິ່ງວ້ອງ ​ຂຽນ​ເອງ. ປ້າ​ ເຈິ່ນ​ທິ​ງາ, ປະ​ຊາ​ຊົນ​ບ້ານ​ບິ່ງວ້ອງ, ໃຫ້​ຮູ້​ວ່າ, ນັບ​ແຕ່​ພັກ​ກິນ​ເບ້ຍ​ບຳ​ນານ. ຕອນ​ບ່າຍມື້​ໃດ​ປ້າ​ກໍ່​ມາ​ອ່ານ​ປື້ມ​ໃນ​ຫໍ​ສະ​ໝຸດ.

        “ຂ້າ​ພະ​ເຈົ້າ​ມັກ​ອ່ານປື້​ມວິ​ທະ​ຍາ​ສາດ, ພິ​ເສດ​ແມ່ນ​​ເວົ້າ​ເຖິງວິ​ທີ​ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່ຜູ້​ອາ​ຍຸ​ສູງ, ​ອ່ານກ່ຽວ​ກັບ​ຂົງ​ເຂດກະ​ສີ​ກຳ, ວິ​ທີ​ສຶກ​ສາ​ເດັກ ກໍ່​ຄືອ່ານ​ກາບກອນ​ອີກ. ອ່ານ​ປື້ມຢູ່​ທີ່ນີ້ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າຫຼາຍ​ຢ່າງ, ຕົວ​ຢ່າງ​ຄື​​ຮູ້​ວິ​ທີກັນ​ພະ​ຍາດ, ປິ່ນ​ປົວ​ພະ​ຍາດໃຫ້​ແກ່​ຕົນ”.

        ຫໍສະໝຸດ​ບິ່ງ​ວ້ອງ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນການ​ພັດທະນາ​ຂອງ​ທ້ອງ​ຖີ່​ນ. ມາ​ແຫ່ງ​ນີ້, ​ເດັກນ້ອຍ​ຈະ​​ໄດ້​ອ່ານ​ປື້​ມມ່ວນຫຼາຍ​ຫົວ, ​ໄດ້​ແລກປ່ຽນ​ຄວາມ​ຮູ້, ສ່ວນລຸ້ນໜຸ່ມ​ອ່ານ​ປື້​ມ​ເພື່ອ​ຮຽນ​ວິທີ​ຄຸ້ມ​ຄອງ​ເສດຖະກິດ, ສ້າງ​ຄວາມ​ຮັ່ງມີ, ຊາວ​ກະ​ສີກ​ອນອ່ານ​ປື້​ມ​ເພື່ອ​ຮຽນ​ວິທີ​ລ້ຽງສັດ, ປູກຝັງ... ທ່ານ ຈິ່ນກິມຟຸ້ງ, ຊາວບ້ານ​ບິ່ງ​ວ້ອງ, ​ໃຫ້​ຮູ້​ວ່າ:

     “ຫໍສະໝຸດ​ມີ​ປື້​ມຄົ້ນ​ຄ້ວາ​ຫຼາຍ​ຫົວ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ກ່ຽວ​ກັບ​ກະ​ສີ​ກຳ. ຂ້າພະ​ເຈົ້າ​ເຄີຍ​ອ່ານ​ໜັງສືພິມ​ປະຊາຊົນ ​ແລະ ໜັງສືພິມກະ​ສີ​ກຳ​ເພື່ອ​ຮູ້​ສະພາບ​ການ​ເມືອງ, ຮູ້​ເຕັກນິກ​ປູກຝັງ, ລ້ຽງສັດ ​ກໍ່​ຄື​ວິທີກັນ​ໂລກລະບາດ​ໃຫ້​ແກ່​ສັດລ້ຽງ“.

        ໃນ​ເບື້ອງ​ຕົ້ນມີ​ປື້​ມພຽງ 200 ຫົວ, ​ແຕ່​ມາ​ຮອດ​ປະຈຸ​ບັນ​ຫໍສະໝຸດ​ບ້ານ​ບິ່ງ​ວ້ອງ​ ໄດ້​ມີ​ປື້​ມ​ເຖິງ 8000 ຫົວ, ​ໃນ​ນັ້ນ​ປື້​ມທີ່​ມີ​ຄຸນຄ່າ​ມີ​ຫຼາຍ​ຫົວ. ຫໍສະໝຸດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ຮູບ​ແບບ​ຫັນ​ເປັນ​ສັງຄົມ, ດັ່ງ​ນັ້ນ​ປະຊາຊົນ​ໃນ​ບ້ານ​ລ້ວນ​ແຕ່​ມີ​ສະຕິ​ນຳ​ເອົາ​ປື້​ມມາ​ປະກອບ​ໃຫ້​ຫໍສະໝຸດ​​​ເພື່ອໃຫ້​ທຸກ​ຄົນ​ອ່ານ​ນຳ​ກັນ. ທ່ານເລືອ​ງ ກິມທ້ຽວ, ຮອງ​ຫົວໜ້າ​ຫໍສະໝຸດ​ບ້ານ​ບິ່ງ​ວ້ອງ, ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ມີ​ທັດສະນະ​ວ່າ, ນອກຈາກ​ໄດ້​ຮັບ​ຂ່າວ​ທາງ​ວິທະຍຸ, ​ໂທລະພາບ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ວັດທະນະທຳ​ອ່ານ​ອີກ. ທຸກ​ຄົນ​ມັກ​ອ່ານ, ​ເພາະ​ຢູ່​ຫໍສະໝຸດ​ມີ​ປື້​ມ​ໃໝ່​ທີ່​ມີ​ຄຸນຄ່າຫຼາຍ​​ມ​ຫົວ. ດັ່ງ​ນັ້ນ​ວັດທະນະທຳ​ອ່ານ​ໄດ້​ກະທົບ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ຄົນ“.

        ຜ່ານ 15 ປີ ​ແຫ່ງ​ການ​ເຄື່ອນ​​ໄຫວ, ຫໍສະໝຸດ​ໄດ້​ຕ້ອນຮັບ​ຜູ້​ອ່ານ​ເກືອບ 115.000 ​ເທື່ອ​ຄົນ, ຄິດ​ສະ​ເລ່ຍ​ແຕ່ລະ​ເດືອນ​ມີ​ຜູ້​ມາ​ອ່ານ ​ແລະ ຢືມ​ປື້​ມ 1.000 ​ເທື່ອ​ຄົນ​, ​ໃນ​ນັ້ນ​ຜູ້​ອາຍຸ​ສູງ​ກວມ 50%, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ກວມ 40%. ຫໍສະໝຸດ​ບ້ານ​ບິ່ງ​ວ້ອງ ຍັງ​ສະໜອງ​ບັດ​ອ່ານ​ປື້​ມ 515 ບັດ​ໃຫ້​ແກ່​ເດັກນ້ອຍ​ອີກ. ​ເລື່ອງ​ຮັກສາ ​ແລະ ພັດທະນາ​ຫໍສະໝຸດ​ແມ່ນ​ໜ້າ​ທີ່​ລວມຂອງ​ປະຊາຊົນ​ໃນ​ບ້ານ. ພິ​ເສດ, ​ໃນ​ບ້ານມີ​ຜູ້​ອາຍຸ​ສູງ 114 ຄົນໄດ້​ສະໝັກ​ໃຈ​ເຂົ້າ​ຮ່ວມ​​ບໍລິຫານການ​ເຄື່ອນ​ໄຫວ​ຕ່າງໆຂອງ​ຫໍສະໝຸດ.

        ນັບ​ແຕ່​ມີ​ຫໍສະໝຸດ, ປະຊາຊົນ​ກໍ່​ມີ​ຄວາມ​ຊິນ​ເຄີຍ​ອ່ານ​ປື້​ມ​ເທື່ອ​ລະ​ກ້າວ ​ແລະ ​ເດັກນ້ອຍ​ກໍ່​ເມົາ​ມົວ​ກັບ​ການ​ຮຳ່ຮຽນ​ກວ່າ, ອັດຕານັກຮຽນ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​​ໄດ້ກໍ່​ຫຼາຍ​ກວ່າ, ຊີວິດ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ບ້ານ​ກໍ່​​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ ​ເລືອ​ງຂັກຮວຽນ, ພະນັກງານ​ກິນ​ເບ້ຍ​ບຳນານ​ບ້ານ​ບິ່ງ​ວ້ອງ​ໃຫ້​ຮູ້​ວ່າ:

        “ຫໍສະໝຸດ​ນັບ​ມື້​ນັບ​ພັດທະນາ. ມາ​ອ່ານ​ຢູ່​ທີ່​ນີ້​ຈະ​ມີ​ຄວາມ​ຮູ້​ຫຼາຍ​ຢ່າງ​ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຫໍສະໝຸດ​ຊ່ວຍ​ໃຫ້​ທຸກ​ຄົນ​ມີ​ສະຕິ, ​ແບບ​​ແຜນ​ດຳລົງ​ຊີວິດ, ຈາກ​ນັ້ນ​ສຶກສາທຸກ​ຄົນ, ກໍ່ສ້າງບ້ານ​​ໃຫ້​ເປັນ​ບ້ານວັດທະນະທຳ ​ແລະ ຄອບຄົວ​ວັດທະນະທຳ“.

        ​ປີ​ໃດ, ຫໍສະໝຸດ​ບິ່ງ​ວ້ອງ ກໍ່​ຕ້ອນຮັບ​ແຂກ​ຈາກ​ທຸກ​ແຫ່ງ​ມາ​ຢ້ຽມຢາມ, ​ໃນ​ນັ້ນ​ມີ​ຜູ້ຕາງໜ້າຫໍສະໝຸດ​ລາດ​ຊະ​ວົງ​ຊູ​ແອດ​ໄດ້​ມາ​ທາ​ບທາມ​ຮູບ​ແບບ ​ແລະ ບົດຮຽນ​ໃນ​ການຈັດ​ຕັ້ງ​ຫໍສະໝຸດ​ປະຊາ​ຄົມ​ຂອງ​ບ້ານ. ຫໍສະໝຸດ​ຂອງ​ບ້ານ​ທັງ​ແມ່ນ​ບ່ອນ​ພົບ​ປະ​ແລກປ່ຽນ​ຂອງ​ປະຊາຊົນ, ທັງ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ປະຊາຊົນ​ຊອກ​ຮູ້​ຂໍ້ມູນ​ຂ່າວສານ, ບົດຮຽນ. ​ຫໍສະໝຸດ​ບ້ານ​ໄດ້​ຊຸກຍູ້​ຂະ​ບວນການ​ຮຳ່ຮຽນ​ປະຊາ​ຄົມ​ຢູ່​ທ້ອງ​ຖີ່​ນ, ປະກອບສ່ວນ​​ປ່ຽນ​ໃໝ່​ໂສມ​ໜ້າ​ເຂດ​ຊົນນະບົດ​ຢູ່ຊານ​ນະຄອນຫຼວງ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ