ອາຊີບຜະລິດວີຈ່າງເຊີນ

(VOVWORLD) - ຈ່າງເຊີນ ເຊິ່ງພວກເຮົາໄດ້ແນະນຳແລ້ວວ່າແມ່ນໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະຢູ່ ຫວຽດນາມ, ດ້ວຍອາຊີບຊ່າງໄມ້ທີ່ເປັນມູນເຊື້ອ. ຈ່າງເຊີນ ຍັງໄດ້ຮັບຄວາມຮູ້ຈັກນຳກັນວ່າແມ່ນໜຶ່ງໃນບັນດາໝູ່ບ້ານຜະລິດວີທີ່ເປັນມູນເຊື້ອ, ດ້ວຍປະຫວັດຄວາມເປັນມານັບຮ້ອຍປີ.

ມາຢ້ຽມຢາມ ຈ່າງເຊີນ, ນັກທ່ອງທ່ຽວຈະເຫັນວີຫຼາຍຊະນິດທີ່ຕາກຢູ່ຕາມຮ່ອມບ້ານເປັນຈຳນວນຫຼວງຫຼາຍ. ເມື່ອກ້າວເຂົ້າເຮືອນຂອງບັນດາຊ່າງຜະລິດວີໃນໝູ່ບ້ານ, ນັກທ່ອງທ່ຽວມີຄວາມຮູ້ສຶກຄືວ່າຕົນເອງພວມຫຼົງທາງເຂົ້າຮ້ານວາງສະແດງສິລະປະທີ່ເຂັ້ມຄົ້ນໄປດ້ວຍສີສັນຫຼາກຫຼາຍ. ບັນດານັກຖ່າຍຮູບເຄີຍແວ່ຢາມໝູ່ບ້ານເພື່ອຖ່າຍເອົາພາບທີ່ປະເສີດເລີດລຳ້ຢູ່ ຈ່າງເຊີນ, ດ້ວຍວີທີ່ມີຫຼາຍຮູບຫຼາຍສີ.

ອາຊີບຜະລິດວີຈ່າງເຊີນ - ảnh 1ພາບປະກອບ 

ນັບແຕ່ສະຕະວັດທີ 19, ວີ ຈ່າງເຊີນ ໄດ້ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ. ຊາວ ຝລັ່ງ ເຄີຍນຳເອົາວີ ຈ່າງເຊີນ ໄປວາງສະແດງຢູ່ ປາຣີ. ຊື່ສຽງຂອງບັນດານັກສິລະປະການຄື: ເຢືອງວັນເມີ, ຫງວຽນດຶກເລິນ, ຫງວຽນເລິນຕວຽດ…ໃນໝູ່ບ້ານຜູ້ໃດກໍ່ຮູ້ຈັກເຖິງ. ປີ 2008, ນັກສິລະປະການ ເຢືອງວັນເມີ ພ້ອມກັບທ່ານ ຟີ໋ວັນໂບ້ ໄດ້ຜະລິດວີພັບຂະໜາດໃຫຍ່ລະດັບສະຖິຕິຂອງຫວຽດນາມ. ທ່ານ ຟີ໋ກວາງໂບ້ ເລົ່າສູ່ຟັງວ່າ:

ຂ້າພະເຈົ້າໂຊກດີທີ່ໄດ້ພ້ອມກັບນັກສິລະປະການ ເຢືອງວັນເມີ ຜະລິດວີພັບຂະໜາດໃຫຍ່ລະດັບສະຖິຕິຂອງຊາດທີ່ງານບຸນຖະໜົນດອກໄມ້ ຮ່າໂນ້ຍ. ປັດຈຸບັນ, ວີພັບດັ່ງກ່າວພວມຮັກສາໄວ້ຢູ່ສູນວາງສະແດງ ເວິນໂຮ່, ຮ່າໂນ້ຍ. ຍ້ອນວີພັບນີ້ມີຂະໜາດໃຫຍ່ສຸດ, ດັ່ງນັ້ນໂຄງວີພັບເຮັດດ້ວຍໄມ້ໄຜ່ບໍ່ໄດ້ຫາກຕ້ອງເຮັດດ້ວຍໄມ້. ວີພັບມີຄວາມສູງ 5 ແມັດ, ເມື່ອເປີດອອກແມ່ນກວ້າງ 10 ແມັດ, ຢູ່ໃຈກາງແຕ້ມພາບຕະຫຼາດຢູ່ເຂດບ້ານນາ ຮ່າໂນ້ຍ“

ວີ ຈ່າງເຊີນ ອຸດົມສົມບູນດ້ວຍຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ຜະລິດບັນດາວີພັບດ້ວຍເຈ້ຍ, ວີໄມ້ໄຜ່ເທົ່ານັ້ນ, ຫາກຊາວ ຈ່າງເຊີນ ຍັງຜະລິດວີຫຼາຍຊະນິດອື່ນອີກຄື: ວີພັບແພໄໝ, ວີພັບພາບແຕ້ມເປັນເຄື່ອງປະດັບປະດາທີ່ຫ້ອຍເທິງຝາເຮືອນ, ວີພັບທີ່ໃຊ້ເປັນບັດເຊີນດອງ, ຕະຫຼອດຮອດວີພັດເປັນທີ່ລະນຶກທີ່ມີມາດຕະຖານສູງ. ວີ ຈ່າງເຊີນ, ເຖິງວ່າຈະແມ່ນຊະນິດໃດກໍ່ງາມແບບອ່ອນນວນ ແລະ ສ້າງຄວາມດູດດື່ມ ດ້ວຍລວດລາຍ, ຮູບພາບປະດັບເທິງວີ. ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະເທົ່ານັ້ນ, ວີ ແຕ່ລະໜ່ວຍຂອງ ຈ່າງເຊີນ ຍັງມີຄວາມໝາຍປະຫວັດສາດ, ວັດທະນະທຳ ອີກດ້ວຍ, ເພາະວ່າແຕ່ລະພາບແຕ້ມເທິງວີພັບນັ້ນລ້ວນແຕ່ວາດພາບເຖິງບັນດາທັດສະນີຍະພາບສວຍງາມ ແລະ ມີຊື່ສຽງໂດ່ງດັງຂອງປະເທດຊາດ, ບັນດາເລື່ອງລາວບູຮານ, ບົດກະວີ, ຄຳຜະຫຍາ ຫຼື ຈົດຈຳບຸນຄຸນພາລະກິດຂອງບັນດາວິລະຊົນແຫ່ງຊາດ. ທ່ານ ຟີ໋ກວາງໂບ້, ໃຫ້ຮູ້ວ່າ:

ວີພັບທີ່ມີມາດຕະຖານສູງແມ່ນວີພັບເພື່ອເປັນເຄື່ອງປະດັບປະດາ, ແລະ ເປັນຂອງທີ່ລະນຶກ. ດິ້ວເຫຼົາດ້ວຍຕິວໄມ້ໄຜ່ແລ້ວແປະສອງອັນໃສ່ກັນ, ດັ່ງນັ້ນເຂົາເຈົ້າຈຶ່ງເອີ້ນວ່າວີແປະ. ສ່ວນດິ້ວເປັນຫຼັກວີພັບເຂົາເຈົ້າເຮັດດ້ວຍກະດູກ, ເຂົາ.ສ່ວນເຈ້ຍ, ຜ້າໄໝ ຜະລິດວີພັບສ່ວນຫຼາຍມີລວດລາຍເປັນຮູບດອກໄມ້ໃບຫຍ້າ, ມັງກອນ, ຫົງຄຳ, ພາບເຂດບ້ານນາ, ຊຳ້ບໍ່ໜຳມີທັງຮູບປະທານ ໂຮ່ຈີມິນ. ເມື່ອທຽບໃສ່ໝູ່ບ້ານອື່ນໆ, ລວດລາຍໃນວີພັບຂອງໝູ່ບ້ານ ຈ່າງເຊີນ ມີຄວາມງາມພິເສດສະເພາະ. ປັດຈຸບັນ, ຢູ່ເວທີສະແດງລະຄອນແຈ່ວ, ຕ່ວງ, ຟ້ອນລ້ວນແຕ່ນຳໃຊ້ວີພັບ ຈ່າງເຊີນ“.

ອາຊີບຜະລິດວີຈ່າງເຊີນ - ảnh 2 ທ່ານ ເຢືອງວັນດ່ວານ, ລູກຊາຍນັກສິລະປະການ ເຢືອງວັນເມີ


ອາຊີບຜະລິດວີຮຽກຮ້ອງຕ້ອງມີຄວາມລະອຽດລະອໍ, ເພື່ອຜະລິດວີໃຫ້ສວຍງາມ, ເຂົາເຈົ້າຕ້ອງເລືອກເຟັ້ນໄມ້ໄຜ່ແຕ່ລະລຳເພື່ອເຫຼົາເປັນດິ້ວ, ກໍ່ຄືຫວາຍແຕ່ລະເສັ້ນເພື່ອໃຊ້ເປັນຮີມວີພັບ ແລະ ເຈ້ຍເພື່ອເຮັດແຜ່ນວີພັບ. ໄມ້ໄຜ່ຕ້ອງໝັ້ນໜຽວ, ມີອາຍຸແຕ່ສາມປີຂຶ້ນໄປ ແລະ ຕ້ອງແຊ່ໃນນຳ້ເພື່ອຮັກສາບໍ່ໃຫ້ຕົກເປັນມອດ. ເສັ້ນຫວາຍຕ້ອງອ່ອນນຸ່ມ, ເຫຼື້ອມ ແລະ ຍາວ, ສ່ວນເຈ້ຍເຮັດແຜ່ນວີພັບຕ້ອງເປັນເຈ້ຍສາ, ເຈ້ຍດຽບ (ເຮັດດ້ວຍເປືອກຫອຍນາງພູ່) ທີ່ຊື້ມາຈາກໝູ່ບ້ານດົງໂຮ່ ( ແຂວງ ບັກນິງ). ເມື່ອຕິດເຈ້ຍໃສ່ດິ້ວຕ້ອງມີຄວາມຄ່ອງແຄ້ວບໍ່ໃຫ້ເຈ້ຍຖືກຫ່ຽວ, ຮອຍພັບຕ້ອງພຽງສະເໝີກັນ, ສ້າງຄວາມສະດວກໃຫ້ແກ່ການແຕ້ມພາບ. ເມື່ອບັນດາຂັ້ນຕອນຜະລິດວີພັບສຳເລັດແລ້ວ. ນັກແຕ້ມຈະທາສີເຫຼື້ອມໃສ່ວີພັບເພື່ອຮັກສາໃຫ້ວີພັບທັງແຈ້ງ, ສວຍງາມ ແລະ ໝັ້ນທົນ. ທ່ານ ເຢືອງວັນດ່ວານ, ລູກຊາຍນັກສິລະປະການ ເຢືອງວັນເມີ, ໃຫ້ຮູ້ວ່າ:

ເພື່ອຜະລິດວີພັບຕ້ອງຜ່ານຫຼາຍຂັ້ນຕອນ, ຂັ້ນຕອນໃດກໍ່ມີຄວາມສຳຄັນ ແລະ ສະໜິດແໜ້ນນຳກັນ, ຕ້ອງເຮັດແບບຫັດຖະກຳຢ່າງລະອຽດລະອໍ. ຢາກມີຜະລິດຕະພັນທີ່ສວຍງາມ, ຕ້ອງມີຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ແລະ ຕ້ອງນຳເອົາສິ່ງທີ່ໃໝ່ອ່ຽມເຂົ້າໃນຜະລິດຕະພັນຂອງຕົນ. ເຮັດໄດ້ຄືແນວນັ້ນຜະລິດຕະພັນຈຶ່ງໄດ້ຮັບຄວາມນິຍົມຊົມຊອບ“..

ວີ ຈ່າງເຊີນ ຖືກສົ່ງອອກໄປຂາຍຢູ່ຫຼາຍປະເທດໃນໂລກຄື: ອັງກິດ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ສ. ເກົາຫຼີ. ອາຊີບຜະລິດວີ ບໍ່ພຽງແຕ່ສ້າງລາຍຮັບຕື່ມອີກໃຫ້ແກ່ຊາວໝູ່ບ້ານເທົ່ານັ້ນ, ຫາກຍັງປະກອບສ່ວນ ອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອຂອງໝູ່ບ້ານອາຊີບໜຶ່ງທີ່ມີມູນເຊື້ອມາແຕ່ດົນນານອີກດ້ວຍ. ວີ ຈ່າງເຊີນ ບໍ່ພຽງແຕ່ໃຊ້ເພື່ອສ້າງຄວາມເຢັນໃນຊຸ່ມວັນຮ້ອນເອົ້າເທົ່ານັ້ນ, ຫາກຍັງຊ້ອນແຝງບັນດາສານແຫ່ງວັດທະນະທຳມະນຸດຢ່າງເລິກເຊິ່ງ, ປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ