ອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານຟູ໋ໂດ

(VOVWORLD) -ເມື່ອເວົ້າເຖິງບ່ອນຜະລິດເຂົ້າປຸ້ນ, ເຂົາເຈົ້າເຄີຍເຕື້ອງເຖິງໝູ່ບ້ານ ຟູ໋ໂດ, ຕາແສງ ເມ້ຈີ່, ເມືອງ ຕື່ລຽມໃຕ້, ຮ່າໂນ້ຍ.. ອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານ ຟູ໋ໂດ ແມ່ນມີມາກ່ອນນີ້ 400 ກວ່າປີແລ້ວ, ພົງສາວະດານຂອງໝູ່ບ້ານໄດ້ບັນທຶກໄວ້ວ່າຜູ້ປະດິດອາຊີບຂອງໝູ່ບ້ານ ຟູ໋ໂດ ແມ່ນພໍ່ຕູ້ ໂຮ່ງວຽນເທີ, ຄົນແທງຮ໋ວາທາງພາກກາງໄດ້ມາສອນອາຊີບໃຫ້ຊາວບ້ານ.

ນັບແຕ່ດົນນານມາແລ້ວ, ພ້ອມກັບເຝີ, ເຂົ້າປຸ້ນໄດ້ກາຍເປັນອາຫານທີ່ມີຄວາມຊິນເຄີຍຂອງຊາວ ຫວຽດນາມ ແລະ ໄດ້ຮັບຄວາມນິຍົມຈາກຊາວຕ່າງປະເທດຫຼາຍຄົນ. ຈາກເຂົ້າປຸ້ນ ເຂົາເຈົ້າສາມາດປຸງແຕ່ງເປັນອາຫານແຊບນົວຫຼາຍປະເພດຄື: ເຂົ້າປຸ້ນປີ້ງໝູ, ເຂົ້າປຸ້ນເຕົາຮູ້, ເຂົ້າປຸ້ນປູ, ເຂົ້າປຸ້ນປາ, ເຂົ້າປຸ້ນຫອຍ, ເຂົ້າປຸ້ນຊີ້ນງົວ, ເຂົ້າປຸ້ນໄກ່…ປະກອບສ່ວນເຮັດໃຫ້ອາຫານ ຫວຽດນາມມີຄວາມອຸດົມສົມບູນກວ່າ.

ອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານຟູ໋ໂດ - ảnh 1 ຜະລິດຕະພັນເຂົ້າປຸ້ນຂອງໝູ່ບ້ານ ຟູ໋ໂດ

ເຂົ້າປຸ້ນແຊບແມ່ນ ເຂົ້າປຸ້ນອ່ອນນຸ່ມ, ມີຄວາມໜຽວ, ບໍ່ແຫ້ງ. ເພື່ອຜະລິດເຂົ້າປຸ້ນແມ່ນຕ້ອງຜ່ານຫຼາຍຂັ້ນຕອນ. ນັກສິລະປະການ ງຽມວັນແທ່ງ ຢູ່ໝູ່ບ້ານ ຟູ໋ໂດ, ໃຫ້ຮູ້ວ່າ:

ສິ່ງສຳຄັນທີ່ສຸດແມ່ນການເລືອກເອົາເຂົ້າຈ້າວ. ເຂົ້າຈ້າວແຊບຈຶ່ງຜະລິດເປັນເຂົ້າປຸ້ນແຊບໄດ້. ຕ້ອງເອົາເຂົ້າຈ້າວ 4 ປະເພດມາປົນກັນເພື່ອຜະລິດເຂົ້າປຸ້ນຄື: ເຂົ້າຈ້າວ V ໄທບິ່ນ; ເຂົ້າຈ້າວພາກໃຕ້, ເຂົ້າຈ້າວ ດ່ານັ້ງ; ເຂົ້າຈ້າວ Q ຮ່ານາມ. ໝ່າເຂົ້າແຕ່ 4 5 ຊົ່ວໂມງ ແລ້ວບົດເປັນແປ້ງ. ຫຼັງຈາກນັ້ນຖອກໃສ່ຜ້າເພື່ອຕອງ ແລະ ຄັ້ນໃຫ້ແຂ້ນ, ຕຳແປ້ງ.  ຕົ້ມແປ້ງແລ້ວເອົາມາໃສ່ຄົກຕຳໃຫ້ແຫຼກແຫຼວຕິດກັນ. ນັ້ນແມ່ນຂັ້ນຕອນຍາກທີ່ສຸດ. ກ່ອນນີ້ເຂົາເຈົ້າຕຳເຂົ້າດ້ວຍມືຕ້ອງເສຍເວລາ ແລະ ເຫື່ອແຮງຫຼາຍ, ແຕ່ປັດຈຸບັນ, ເຂົ້າເຈົ້າໄດ້ນຳໃຊ້ເຄື່ອງຈັກເຂົ້າໃນທຸກຂັ້ນຕອນຂອງການຜະລິດຄື: ເຄື່ອງຈັກໝ່າເຂົ້າ, ເຄື່ອງຈັກບົດເຂົ້າ, ເຄື່ອງຈັກຕອງແປ້ງ, ເຄື່ອງຈັກຜະລິດເປັນເສັ້ນເຂົ້າປຸ້ນ, ສະນັ້ນການຜະລິດກໍ່ສະດວກສະບາຍພໍສົມຄວນ. ກ່ອນນີ້ໃນມື້ໜຶ່ງຜະລິດເຂົ້າປຸ້ນດ້ວຍເຂົ້າຈ້າວ 25 kg, ແຕ່ມາໃນປັດຈຸບັນແມ່ນ 1 ໂຕນ. ເຖິງຢ່າງໃດກໍ່ຕາມ, ການຜະລິດດ້ວຍເຄື່ອງຈັກພັດໄດ້ໜ້ອຍກວ່າຜະລິດດ້ວຍມື. ຖ້າຜະລິດດ້ວຍເຄື່ອງຈັກ ເຂົ້າຈ້າວ 1 kg ແມ່ນຜະລິດເຂົ້າປຸ້ນໄດ້ພຽງ 2,3 kg, ແຕ່ຜະລິດດ້ວຍມືເຂົ້າຈ້າວ 1 kg ແມ່ນຜະລິດເຂົ້າປຸ້ນໄດ້ 2,5 kg“.

 ອີງໃສ່ຈຸດປະສົງ ແລະ ຄວາມຕ້ອງການຂອງລູກຄ້າ, ເຂົາເຈົ້າຈະຜະລິດເຂົ້າປຸ້ນປະເພດທີ່ແຕກຕ່າງກັນ. ເຂົ້າປຸ້ນຢູ່ໝູ່ບ້ານ ຟູ໋ໂດ ແມ່ນມີຫຼາຍຮູບຫຼາຍແບບຄື: ເຂົ້າປຸ້ນແຜ່ນ, ເຂົ້າປຸ້ນກິນກັບນ້ຳປາ, ເຂົ້າປຸ້ນແຫ້ງ. ບັນດານາຍຊ່າງທີ່ມີຄວາມຊຳນານຢູ່ໝູ່ບ້ານ ຟູ໋ໂດ ຍັງຜະລິດເຂົ້າປຸ້ນໃສ່ຖົງຢາງດູດລົມອອກ ທີ່ສາມາດຮັກສາໄວ້ໄດ້ຮອດສັບປະດາ, ເຂົ້າປຸ້ນ ກິນກັບຫອຍຕົ້ມ, ເຂົ້າປຸ້ນຮູບດວງດາວທີ່ເຄີຍໃຊ້ໃນບັນດາພັດຕະຄານ, ງານບຸນ, ງານແຕ່ງດອງ…ອ້າຍ ຫງວຽນວັນຮ່ວາ, ຫົວໜ້າສະໂມສອນອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານ ຟູ໋ໂດ, ໃຫ້ຮູ້ວ່າ:

        “ໝູ່ບ້ານ ຟູ໋ໂດ ມີຜະລິດຕະພັນພິເສດ ແລະ ມີຊື່ສຽງຂອງນະຄອນ ຮ່າໂນ້ຍ. ຈຸດພິເສດສະເພາະຂອງເຂົ້າປຸ້ນ ຟູ໋ໂດ ແມ່ນມີສີຂາວ, ໃສ, ໜຽວ, ຫອມ, ມີລົດຫອມຫວານທຳມະຊາດຂອງເຂົ້າ. ນີ້ແມ່ນວັດທະນະທຳອາຫານທີ່ເປັນເອກະລັກສະເພາະຂອງ ຟູ໋ໂດ. ຂັ້ນຕອນທັງໝົດຈາກການໝ່າເຂົ້າ, ບົດແປ້ງ, ຕົ້ມແປ້ງ….ລ້ວນແຕ່ຕ້ອງເຮັດຢ່າງລະອຽດລະອໍ, ເສັ້ນເຂົ້າປຸ້ນຈິ່ງແຊບ“

ອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານຟູ໋ໂດ - ảnh 2 ເຄື່ອງຈັກຜະລິດເຂົ້າປຸ້ນ

ຜະລິດຕະພັນເຂົ້າປຸ້ນຂອງໝູ່ບ້ານ ຟູ໋ໂດ ນັບມື້ນັບໄດ້ຮັບຄວາມນິຍົມຢູ່ຕະຫຼາດ. ຄາດຄະເນວ່າ, ເຂົ້າປຸ້ນ ຟູ໋ໂດ ກວມ 50% ຈຳນວນເຂົ້າປຸ້ນທັງໝົດຂອງຕະຫຼາດ ຮ່າໂນ້ຍ. ແຕ່ລະວັນຟູ໋ໂດ ຈຳໜ່າຍເຂົ້າປຸ້ນແຕ່ 10 – 15 ໂຕນ. ເຂົ້າປຸ້ນຂອງໝູ່ບ້ານ ຟູ໋ໂດ ໄດ້ມີໜ້າຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດຫຼາຍແຫ່ງໃນນະຄອນ ຮ່າໂນ້ຍ ແລະ ບາງທ້ອງຖິ່ນ, ສະເພາະເຂົ້າປຸ້ນແຫ້ງແມ່ນໄດ້ສົ່ງອອກຕ່າງປະເທດ. ມີປະຊາຊົນໃນໝູ່ບ້ານຫຼາຍຄົນເມື່ອຍ້າຍໄປອາໄສຢູ່ທ້ອງຖິ່ນອື່ນກໍ່ຫາເງິນດ້ວຍອາຊີບຜະລິດເຂົ້າປຸ້ນ, ສິ່ງດັ່ງກ່າວໄດ້ປະກອບສ່ວນອະນຸລັກຮັກສາ, ພັດທະນາອາຊີບທີ່ເປັນມູນເຊື້ອ. ອ້າຍ ຫງວຽນວັນຮ່ວາ, ຫົວໜ້າສະໂມສອນອາຊີບຜະລິດເຂົ້າປຸ້ນຢູ່ໝູ່ບ້ານ ຟູ໋ໂດ, ໃຫ້ຮູ້ວ່າ:

        “ປັດຈຸບັນ, ໃນໝູ່ບ້ານມີປະມານ 200 ຄອບຄົວພວມເຮັດອາຊີບຜະລິດເຂົ້າປຸ້ນ, 300 ຄອບຄົວດຳເນີນທຸລະກິດ, ເຖິງວ່າເຂົາເຈົ້າບໍ່ຜະລິດໂດຍກົງກໍ່ຕາມ, ແຕ່ເຂົາເຈົ້າພັດແມ່ນຜູ້ຈຳໜ່າຍເຂົ້າປຸ້ນ. ມີຫຼາຍຄອບຄົວຜະລິດເຂົ້າປຸ້ນແຕ່ 300 500 kg/ວັນ, ສ້າງລາຍຮັບດີພໍສົມຄວນ, ສາມາດກຸ້ມຊີວິດຄອບຄົວໄດ້, ສ້າງວຽກເຮັດງານທຳເປັນປົກກະຕິ. ເພື່ອຮັກສາ ແລະ ພັດທະນາໝູ່ບ້ານອາຊີບ, ຍາມໃດພວກຂ້າພະເຈົ້າກໍ່ໂຄສະນາກ່ຽວກັບຄຸນຄ່າຂອງອາຊີບ. ແຕ່ລະປີ, ພວກຂ້າພະເຈົ້າຈັດຕັ້ງຊຸມວັນບຸນຂອງໝູ່ບ້ານອາຊີບ. ໃນໂອກາດພິທີງານບຸນ, ບັນດາຄອບຄົວໄດ້ຖະຫວາຍເຂົ້າປຸ້ນຕໍ່ບັນພະບຸລຸດຜູ້ປະດິດອາຊີບນີ້ຢູ່ສາລາບ້ານ“.

ບັນດາຄອບຄົວຜະລິດ, ດຳເນີນທຸລະກິດໃນໝູ່ບ້ານພ້ອມກັບບັນດາສະມາຊິກຂອງສະໂມສອນຜະລິດເຂົ້າປຸ້ນ ຟູ໋ໂດ ເຄີຍຈັດການພົບປະ, ແບ່ງປັນບົດຮຽນໃນການຜະລິດເຂົ້າປຸ້ນເປັນປະຈຳ, ຊ່ວຍເຫຼືອກັນດ້ານທຶນຮອນເພື່ອພັດທະນາການຜະລິດ ແລະ ຊອກຫາແຫຼ່ງຈຳໜ່າຍເຂົ້າປຸ້ນ. ດ້ວຍຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນໃນໝູ່ບ້ານ, ກໍ່ຄືຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນ, ເຂົ້າປຸ້ນຂອງໝູ່ບ້ານ ຟູ໋ໂດ ໄດ້ຮັບການຮັບຮອງຈາກກົມຊັບສິນທາງປັນຍາວ່າເປັນເຄື່ອງໝາຍການຄ້າລະດັບຊາດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ