ອາຊີບຜະລິດເສັ້ນລ້ອນຢູ່ໝູ່ບ້ານກຶດ່າ

(VOVWORLD) -

ໝູ່ບ້ານກຶດ່າ, ເມືອງແທງອວາຍ, ຮ່າໂນ້ຍ, ບໍ່ພຽງແຕ່ອະນຸລັກຮັກສາບັນດາເຮືອນທີ່ກໍ່ສ້າງຕາມສະຖາປັດຕະຍະກຳທີ່ເປັນມູນເຊື້ອ ແລະ ຕາມແບບ ຝລັ່ງໄວ້ໄດ້ເທົ່ານັ້ນ, ຫາກນີ້ຍັງແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີຊື່ສຽງດ້ວຍອາຊີບຜະລິດເສັ້ນລ້ອນທີ່ໃຫຍ່ກວ່າໝູ່ຢູ່ພາກເໜືອ ຫວຽດນາມອີກດ້ວຍ.

ອາຊີບຜະລິດເສັ້ນລ້ອນຢູ່ໝູ່ບ້ານກຶດ່າ - ảnh 1 ເສັ້ນລ້ອນແມ່ນເຍື່ອງອາຫານທີ່ມີຄວາມຊິນເຄີຍສຳລັບຊາວ ຫວຽດນາມ

(ພາບອີນເຕີແນັດ)

ເສັ້ນລ້ອນແມ່ນເຍື່ອງອາຫານທີ່ມີຄວາມຊິນເຄີຍສຳລັບຊາວ ຫວຽດນາມ, ພິເສດອາຫານເຍື່ອງນີ້ແມ່ນຂາດບໍ່ໄດ້ໃນພາເຂົ້າບູຊາໃນໂອກາດບຸນເຕັດ ແລະ ໃນຊຸມວັນສຳຄັນອື່ນໆຂອງບັນດາຄອບຄົວຊາວ ຫວຽດນາມ. ເສັ້ນລ້ອນໄດ້ສ້າງເປັນຄວາມງາມໃນວັດທະນະທຳອາຫານການກິນຂອງຊາວ ຫວຽດນາມ.

ອາຊີບຜະລິດເສັ້ນລ້ອນມີມາກ່ອນນີ້ນັບຮ້ອຍປີ. ເສັ້ນລ້ອນ ກຶດ່າ ມີຈຸດພິເສດສະເພາະສາມາດຈຳແນກໄດ້ງ່າຍ, ນັ້ນແມ່ນມີສີເຫຼືອງເຫຼື້ອມ, ຫຼືຂາວລຽບ. ເສັ້ນນ້ອຍ, ສະເໝີກັນ, ເມື່ອເຫັນຈະຮູ້ເລີຍວ່ານີ້ແມ່ນເສັ້ນລ້ອນທີ່ຜະລິດຢູ່ ກຶດ່າ, ຫາກບໍ່ແມ່ນຢູ່ບ່ອນອື່ນ. ທ່ານ ຫວູວັນເທິນ, ແມ່ນຜູ້ທີ່ເຮັດອາຊີບຜະລິດເສັ້ນລ້ອນຢູ່ ກຶດ່າ ມາເປັນເວລາຫຼາຍປີ, ໃຫ້ຮູ້ວ່າ:

 “ເສັ້ນລ້ອນຂອງໝູ່ບ້ານ ກຶດ່າ ຖືກຜະລິດດ້ວຍແປ້ງສະຄູ. ຢາກໃຫ້ເສັ້ນລ້ອນແຊບແມ່ນຕ້ອງເລືອກເອົາແປ້ງທີ່ດີ. ແປ້ງດີແມ່ນແປ້ງສະຄູ 100%, ແລະ ຖືກຕາກແຫ້ງແລ້ວ. ສະຄູຖືກຊື້ມາຈາກບັນດາເຂດຄື: ບັກກ້ານ, ລາຍເຈົາ, ເຊີນລາ, ໂມກເຈົາ… ຍ້ອນຢູ່ເຂດເຫຼົ່ານັ້ນມີໂນນພູຫຼາຍແຫ່ງສາມາດປູກສະຄູໄດ້. ສ່ວນສີຂອງເສັ້ນລ້ອນແມ່ນອີງໃສ່ຄວາມຕ້ອງການຂອງຕະຫຼາດ. ຖ້າລູກຄ້າບໍ່ມັກສີ ບໍ່ຕ້ອງໃສ່ສີ, ຫາກ ມັກສີ, ຈະເອົານຳ້ຕານໄໝ້ໃສ່ຕື່ມເພື່ອໃຫ້ເສັ້ນລ້ອນມີສີເຫຼືອງແກ່“.

ເພື່ອໃຫ້ເສັ້ນລ້ອນແຊບ, ໃນແຕ່ລະຂັ້ນຕອນຜູ້ຜະລິດເສັ້ນລ້ອນຕ້ອງເຮັດຢ່າງລະອຽດລະອໍທີ່ສຸດ. ແປ້ງສະຄູຖືກແຊ່ນຳ້ ແລະ ຕອງເອົາແຕ່ແປ້ງ. ແປ້ງສ່ວນໜຶ່ງແຊ່ກັບນຳ້ຟົດເອີ້ນວ່າແປ້ງສຸກ. ແລ້ວເອົາແປ້ງສຸກມາປົນກັບແປ້ງທີ່ໄດ້ຕອງແລ້ວ, ດ້ວຍອັດຕາ 1/10. ຕໍ່ຈາກນັ້ນຈະເຮັດເປັນແຜ່ນ, ໜຶ້ງໃຫ້ສຸກແລ້ວນຳໄປຕາກແດດ. ເມື່ອເກືອບແຫ້ງແລ້ວຈະໃຊ້ຈັກຊອຍເປັນເສັ້ນນ້ອຍໆ ແລະ ຍາວ ແລ້ວສືບຕໍ່ນຳໄປຕາກແດດຈົນແຫ້ງຈຶ່ງເປັນເສັ້ນລ້ອນສຳເລັດຮູບ. ການຕາກເສັ້ນລ້ອນແມ່ນຂຶ້ນກັບດິນຟ້າອາກາດ. ຖ້າມີແສງແດດພຽງແຕ່ຕາກໃນມື້ໜຶ່ງກໍ່ພໍດີແລ້ວ. ເອື້ອຍ ດິງແທງຕູ໋, ຊາວ ຮ່າໂນຍ ທີໄປຊື້ເສັ້ນລ້ອນຢູ່ຕະຫຼາດ ກຶດ່າ, ໃຫ້ຮູ້ວ່າ:

 “ເສັ້ນລ້ອນແມ່ນໜຶ່ງໃນບັນດາຜະລິດຕະພັນພິເສດຂອງໝູ່ບ້ານ ກຶດ່າ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຕ້ອງຜ່ານໄລຍະທາງໄກສົມຄວນຈາກ ຮ່າດົງໄປ ກຶດ່າ ເພື່ອຊື້ເສັ້ນລ້ອນ. ເສັ້ນລ້ອນ ກຶດ່າ ແຊບ, ກອບ,ໜຽວນຸ້ນ, ເມື່ອກິນແລ້ວແມ່ນລືມບໍ່ໄດ້. ແຕ່ລະປີຂ້າພະເຈົ້າໄປ ກຶດ່າ ສອງ, ສາມເທື່ອເພື່ອຊື້ເສັ້ນລ້ອນ ທັງໃຫ້ຄອບຄົວ, ທັງເປັນຂອງຂວັນເພື່ອມອບໃຫ້ຍາດຕິພີ່ນ້ອງ.

ຜະລິດເສັ້ນລ້ອນຕະຫຼອດປີ. ແຕ່ລະມື້, ໝູ່ບ້ານ ກຶດ່າ ຈຳໜ່າຍເສັ້ນລ້ອນໄດ້ປະມານ 15 ໂຕນ. ຈຳນວນລູກຄ້າສັ່ງຊື້ນັບມື້ນັບເພີ່ມຂຶ້ນ. ມີລູກຄ້າຫຼາຍຄົນຕ້ອງສັ່ງຊື້ກ່ອນຫຼາຍວັນຈຶ່ງສາມາດເອົາເສັ້ນລ້ອນໄດ້. ແຕ່ລະປີເມື່ອຮອດລະດູແຕ່ງງານ, ພິທີງານບຸນ ຫຼືບຸນປີໃໝ່ປະຈຳຊາດ. ທັງໝູ່ບ້ານ ກຶດ່າ ກໍ່ມີຄວາມຟົດຟື້ນຍິ່ງຂຶ້ນ, ເພາະວ່າທຸກໆຄອບຄົວລ້ວນແຕ່ຜະລິດເສັ້ນລ້ອນ,  ແລະ ຜູ້ໄປມາຊື້ຂາຍກໍ່ຄຶກໂຄມໜາແໜ້ນ. ໃນໂອກາດນີ້, ແຕ່ລະວັນໝູ່ບ້ານ ກຶດ່າ ຜະລິດເສັ້ນລ້ອນໄດ້ແຕ່ 20 – 25 ໂຕນ. ທ່ານ ຫວູວັນເທຶນ, ຄອບຄົວມີມູນເຊື້ອຜະລິດເສັ້ນລ້ອນ, ເລົ່າສູ່ຟັງວ່າ:

“ກ່ອນນີ້ເສັ້ນລ້ອນໄດ້ຮັບການຜະລິດແບບຫັດຖະກຳ, ເຮັດດ້ວຍມືໝໍ້ປາກກວ້າງ ຫຼື ໝໍ້ຂາງ, ແຕ່ລະວັນຜະລິດເສັ້ນລ້ອນໄດ້ກວ່າ 100 kg ເທົ່ານັ້ນ. ຕໍ່ມາເຮັດດ້ວຍເຄື່ອງຈັກ. ຄອບຄົວໃດກໍ່ຜະລິດດ້ວຍເຄື່ອງຈັກ. ສະເພາະຄອບຄົວຂ້າພະເຈົ້າສາມາດຜະລິດເສັ້ນລ້ອນໄດ້ແຕ່ 1,5 2ໂຕນ/ວັນ. ຕະຫຼາດຈຳໜ່າຍສ່ວນຫຼາຍແມ່ນຢູ່ ຮ່າໂນ້ຍ ແລະ ບັນດາແຂວງທັງຢູ່ພາກເໜືອ ແລະ ພາກໃຕ້, ເຂດພູດອຍ, ນັບທັງສົ່ງອອກຕ່າງປະເທດອີກ. ເສັ້ນລ້ອນ ກຶດ່າ ເມື່ອຜະລິດສຳເລັດແລ້ວ, ສ່ວນຫຼາຍແມ່ນຖືກສົ່ງໄປຂາຍຢູ່ບັນດາຕົວແທນຈຳໜ່າຍ, ຜະລິດໄດ້ເທົ່າໃດ ແມ່ນຂາຍໄດ້ໝົດເທົ່ານັ້ນງ“.

ມາ ກຶດ່າ ໃນຊຸມວັນມີແສງແດດ, ເມື່ອເຫັນບັນດາເສັ້ນລ້ອນເຫຼື້ອງເຫຼື້ອມ, ຂາວລຽບທີ່ພວມຕາກຢູ່ທຸກແຫ່ງໃນໝູ່ບ້ານ, ເຂົາເຈົ້າຮູ້ສຶກຄືວ່າພວມຢູ່ໃນໝູ່ບ້ານຜະລິດແພໄໝ. ບັນດາແຜ່ນແພດ້ວຍເສັ້ນລ້ອນທີ່ຕາກໃຕ້ແສງແດດຕາມແຕ່ລະຮ່ອມບ້ານ, ສ້າງເປັນຮູບພາບທີ່ສວຍງາມ, ອັນໄດ້ດຶງດູດ ນັກທ່ອງທ່ຽວ ແລະ ນັກຖ່າຍຮູບມາແຫ່ງນີ້ນັບມື້ນັບຫຼາຍ.

ໝູ່ບ້ານ ກຶດ່າ ມີມູນເຊື້ອຜະລິດເສັ້ນລ້ອນມາແຕ່ດົນນານແລ້ວ. ບັນດາລຸ້ນລູກລຸ້ນຫຼານພວມສືບທອດ ແລະ ເສີມຂະຫຍາຍທຸກສິ່ງທຸກຢ່າງທີ່ລຸ້ນກ່ອນໄດ້ປະໄວ້. ແລະ ມາຮອດປະຈຸບັນ, ເສັ້ນລ້ອນ ກຶດ່າ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ. ເສັ້ນລ້ອນນັບຮ້ອຍໂຕນທີ່ຈຳໜ່າຍໃນແຕ່ລະປີ ໄດ້ສ້າງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນໃນໝູ່ບ້ານ. ມີຫຼາຍຄອບຄົວໄດ້ກາຍເປັນຄອບຄົວຮັ່ງມີຍ້ອນອາຊີບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ