ອາ​ຊີບ​ແຕ້ມ​ຮູບ​ເທິງ​ແຜ່ນ​ແກ້ວ​ຢູ່​ຕາ​ແສງ ຝູ​ເຕິນ, ແຂວງ​ ຊອກ​ຈັງ

(VOVWORLD) - ພາບແກ້ວແມ່ນປະເພດສິລະປະພື້ນເມືອງທີ່ີໄດ້ຮັບຄວາມນິຍົມຊົມຊອບຈາກຊາວພາກໃຕ້ ຫວຽດນາມ ທີ່ສຸດ. ຖ້າບັນດາທ້ອງຖິ່ນຄື ລາຍທຽວ (ແຂວງບິງເຢືອງ), ເຈີ້ເລິນ (ນະຄອນໂຮ່ຈີມິນ), ເຈີ້ເມີຍ (ແຂວງອານຢາງ) ໄດ້ພັດທະນາອາຊີບແຕ້ມຮູບເທິງແຜ່ນແກ້ວ ຕາມແບບວີທີຂອງຊາວ ຮົວ (ຈີນ) ນັ້ນ, ອາຊີບແຕ້ມຮູບເທິງແຜ່ນແກ້ວຂອງແຂວງຊອກຈັງ, ໂດຍສະເພາະແມ່ນຢູ່ບ້ານເຟືອກທ້ວນ, ຕາແສງຝູເຕິນ, ເມືອງເຈົາແທັງ ພັດມີສີສັນວັດທະນະທຳຂອງຊາວເຜົ່າຂະແມ.
ອາ​ຊີບ​ແຕ້ມ​ຮູບ​ເທິງ​ແຜ່ນ​ແກ້ວ​ຢູ່​ຕາ​ແສງ ຝູ​ເຕິນ, ແຂວງ​ ຊອກ​ຈັງ - ảnh 1

ພາບແຕ້ມເທິງແຜ່ນແກ້ວແຜ່ນໜຶ່ງ

 (ພາບ: ງອກແອັງ)

    ເມື່ອເວົ້າເຖິງອາຊີບແຕ້ມຮູບເທິງແຜ່ນແກ້ວ, ຕ້ອງເຕື້ອງເຖິງ ບ້ານເຟືອກທ້ວນ, ຕາແສງຝູເຕິນ, ເມືອງເຈົາແທັງ, ແຂວງຊອກຈັງ ຍ້ອນມີຊື່ສຽງມາແຕ່ດົນນານ. ອາຊີບແຕ້ມຮູບເທິງແຜ່ນແກ້ວ ຢູ່ຕາແສງ ຝູເຕິນ ມີມາແຕ່ກ່ອນນີ້ກ່ວາເຄິ່ງສັດຕະວັດແລ້ວ. ບັນດາພາບແຕ້ມເທິງແຜ່ນແກ້ວຂອງຊາວເຜົ່າຂະແມ ສ່ວນຫຼາຍແມ່ນຮູບພະພຸດທະເຈົ້າ, ທິວທັດທຳມະຊາດເຂດບ້ານນາ, ວັດວາອາຮາມ…ບັນດາຄອບຄົວໄດ້ຊື້ພາບແກ້ວມາເພື່ອບູຊາ ແລະ ປະດັບປະດາໃນບ້ານ. ທ່ານ ຫງວຽນວັນມີ້ ຮອງປະທານຄະນະກຳມະການ ປຊຊ ເມືອງເຈົາແທັງ ໃຫ້ຮູ້ວ່າ:

   ບັນດາພາບແຕ້ມເທິງແຜ່ນແກ້ວສວຍງາມທີ່ສຸດ, ນອກຈາກແຕ້ມກ່ຽວກັບທິວທັດທຳມະຊາດແລ້ວ ຍັງມີບັນດາເລື່ອງລາວທີ່ແທດຈິງ, ເລື່ອງພື້ນເມືອງ, ເທບນິຍາຍຕ່າງໆທີ່ມີລັກສະນະສຶກສາ. ຊາວເຜົ່າຂະແມ ເຊື່ອຖືສາສະໜາພຸດ, ສະນັ້ນ, ພາບແຕ້ມເທິງແຜ່ນແກ້ວສ່ວນຫຼາຍມີລັກສະນະມຸ່ງໄປເຖິງຄວາມເມຕາ ຫຼື ແຕ້ມຮູບວັດວາອາຮາມ. ອາຊີບແຕ້ມຮູບເທິງແຜ່ນແກ້ວ ແມ່ນອາຊີບມູນເຊື້ອທີ່ມີມາແຕ່ດົນນານຂອງ ປຊຊ ຊາວເຜົ່າ ຂະແມ.

ອາ​ຊີບ​ແຕ້ມ​ຮູບ​ເທິງ​ແຜ່ນ​ແກ້ວ​ຢູ່​ຕາ​ແສງ ຝູ​ເຕິນ, ແຂວງ​ ຊອກ​ຈັງ - ảnh 2ປ້າ ຈ້ຽວທິວຸຍ ກຳລັງແຕ້ມພາບເທິງແຜ່ນແກ້ວ  (ພາບ: ງອກແອັງ)

     ກ່ອນນີ້, ຢູ່ຕາແສງ ຝູເຕິນ, ຄອບຄົວໃດກໍ່ແຕ້ມຮູບເທິງແຜ່ນແກ້ວໄດ້ ແຕ່ຍ້ອນການພັດທະນາຂອງເຕັກໂນໂລຊີ, ການແກ່ງແຍ້ງຂອງພາບແຕ້ມປະເພດຕ່າງໆ, ປະຈຸບັນ, ຢູ່ ຕາແສງ ຝູເຕິນ ຍັງເຫຼືອແຕ່ຄອບຄົວດຽວທີ່ເຮັດອາຊີບນີ້ເທົ່ານັ້ນ, ນັ້ນແມ່ນປ້າ ຈ້ຽວທິວຸຍ ຢູ່ບ້ານ ເຟືອກທ້ວນ. ປ້າ ວຸຍ ແມ່ນນັກແຕ້ມຮູບເທິງແຜ່ນແກ້ວທີ່ມີຊື່ສຽງຢູ່ທ້ອງຖິ່ນ, ສະນັ້ນ ພາບແຕ້ມຂອງປ້າ ວຸຍ ໄດ້ຮັບຄວາມນິຍົມຈາກລູກຄ້າຫຼາຍຄົນ. ເຖິງວ່າອາຊີບນີ້ບໍ່ນຳມາເຊິ່ງລາຍຮັບສູງກໍ່ຕາມ, ແຕ່ຍ້ອນຄວາມເມົາມົວ ແລະ ຢາກຮັກສາຄຸນຄ່າວັດທະນະທຳຂອງຊາວເຜົ່າຂະແມ, ປ້າ ວຸຍ ຍັງໄດ້ຮັກສາ ແລະ ຕິດພັນກັບອາຊີບນີ້. ປ້າ ວຸຍ ແບ່ງປັນວ່າ:

   ຂ້າພະເຈົ້າມັກອາຊີບນີ້ທີ່ສຸດ ແລະ ມີຄວາມຫວັງຢາກຮັກສາອາຊີບທີ່ເປັນມູນເຊື້ອນີ້ ເພື່ອຖ່າຍທອດໃຫ້ລູກຫຼານໃນບ້ານ, ຮັກສາເລື່ອງລາວກ່ຽວກັບການແຕ້ມຮູບພະພຸດທະເຈົ້າ. ຂ້າພະເຈົ້າໄດ້ເປີດຫ້ອງຮຽນແຕ້ມຮູບທີ່ມີນ້ອງນ້ອຍ 12 ຄົນ.

    ເພື່ອແຕ້ມຮູບເທິງແຜ່ນແກ້ວສຳເລັດ, ຕ້ອງຜ່ານຫຼາຍຂັ້ນຕອນ ແລະ ຮຽກຮ້ອງໃຫ້ນັກແຕ້ມຕ້ອງມີສືມືຄ່ອງແຄ້ວ, ຮູ້ວີທີປະສົມສີ ແລະ ແຕ້ມງາມ. ພາບໄດ້ແຕ້ມຢູ່ເທິງແຜ່ນແກ້ວໃສ, ມີຂະໜາດບໍ່ຈຳກັດ, ສີສັນຫຼາກຫຼາຍ. ແຕ້ມຕາ ແລະ ປາກຂອງພະພຸດທະເຈົ້າແມ່ນຍາກທີ່ສຸດ, ຕາຕ້ອງແຕ້ມງາມ, ມີສີສັນ ແລະ ປາກຄືກຳລັງຍີ້ມ. ປາຈ້ຽວ ທິວຸຍ ໃຫ້ຮູ້ວ່າ:

       ຂັ້ນຕອນແຕ້ມຮູບເທິງແຜ່ນແກ້ວມີຄື: ຕ້ອງກະກຽມແຜ່ນແກ້ວ, ນ້ຳສີ, ຟອຍແຕ້ມ, ແບບແຕ້ມ. ແຕ້ມປີ້ນທາງຫຼັງ ແຕ່ແຂວນພາບມາທາງໜ້າ. ກ່ອນນີ້, ຊາວບ້ານທັງຜູ້ເຖົ້າແກ່ ຕະຫຼອດຮອດເດັກນ້ອຍກໍ່ສາມາດແຕ້ມໄດ້ໝົດ, ດັ່ງນັ້ນ ກໍ່ຮັກສາໝູ່ບ້ານອາຊີບແຕ້ມຮູບທີ່ເປັນມູນເຊື້ອນີ້ໄວ້ໄດ້, ໂດຍຮຽນຕາມປູ່ຍ່າຕາຍາຍ. ອາຊີບແຕ້ມພາບເທິງແຜ່ນແກ້ວຢູ່ບ້ານ ເຟືອກທ້ວນ, ຕາແສງ ຝູເຕິນ ໄດ້ແຕ້ມສະເພາະຮູບຂອງພະພຸດທະເຈົ້າເທົ່ານັ້ນ, ຍ້ອນວ່າ ຊາວເຜົ່າຂະແມ ໄດ້ເຄົາລົບພະພຸດທະເຈົ້າທີ່ສຸດ, ບໍ່ວ່າຄອບຄົວໃດກໍ່ມີພາບພະພຸດທະເຈົ້າຢູ່ເທິງຮ້ານບູຊາ.

   ເພື່ອຮັກສາ ແລະ ພັດທະນາອາຊີບແຕ້ມພາບເທິງແຜ່ນແກ້ວ, ອຳນາດການປົກຄອງຖິ່ນໄດ້ໜູນຊ່ວຍພໍ່ແມ່ ປຊຊ ໃນການຮຽນ ແລະ ຖ່າຍທອດອາຊີບ ພ້ອມທັງໂຄສະນາ, ແນະນຳຜະລິດຕະພັນພາບແຕ້ມເທິງແຜ່ນແກ້ວ ຢູ່ບັນດາງານຕະຫຼາດນັດ, ງານວາງສະແດງ. ອ້າຍ ຟ້າມວັນຕວຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຝູເຕິນ ໃຫ້ຮູ້ວ່າ:

   ທາງທ້ອງຖິ່ນໄດ້ຂໍຄຳເຫັນ, ແຜນນະໂຍບາຍຂອງເມືອງ ເພື່ອໜູນຊ່ວຍ ປ້າ ວຸຍ ໃນການຮັກສາອາຊີບແຕ້ມພາບເທິງແຜ່ນແກ້ວ, ທາງຕາແສງໄດ້ໜູນຊ່ວຍການກໍ່ສ້າງຫ້ອງຮຽນຫ້ອງໜຶ່ງເພື່ອສອນ, ຖ່ອຍທອດວິຊາຊີບໃຫ້ລຸ້ນໜຸ່ມ ເພື່ອສາມາດສືບທອດອາຊີບມູນເຊື້ອນີ້ໄດ້. ຕາແສງກໍ່ເປີດຊຸດຮຽນວິຊາຊີບນີ້ຊຸດໜຶ່ງແລ້ວ. ອາຊີບແຕ້ມພາບເທິງແຜ່ນແກ້ວຢູ່ເຮືອນຂອງປ້າ ວຸຍ ໂດຍປູ່ຍ່າຕາຍາຍປະໄວ້ໃຫ້. ຢູ່ແຂວງ ຊອກຈັງ ຍັງມີແຕ່ປ້າ ວຸຍ ເຮັດອາຊີບນີ້ເທົ່ານັ້ນ.

  ເຖິງວ່າ ໄດ້ຮັກສາອາຊີບມາເປັນເວລາຫຼາຍປີແລ້ວ, ແຕ່ອາຊີບແຕ້ມພາບເທິງແຜ່ນແກ້ວ ຍັງໄດ້ເຮັດແບບຫັດຖະກຳເທົ່ານັ້ນ, ບໍ່ມີຂັ້ນຕອນໃດໆທີ່ໃຊ້ເຄື່ອງຈັກເຮັດແທນ. ພາບແຕ້ມເທິງແຜ່ນແກ້ວຢູ່ຕາແສງ ເຕິນຝູ ມີຄວາມທົນທານ, ເມື່ອແຕ້ມພາບສຳເລັດແລ້ວຈະເຫັນວ່າ ນ້ຳສີຕິດກັບແຜ່ນແກ້ວດີ, ຍາກທີ່ຈະອອກ ຫຼື ຕາຍສີໄດ້. ສຳລັບຊາວເຜົ່າຂະແມ ຢູ່ຕາແສງ ຝູເຕິນ, ການແຕ້ມພາບເທິງແຜ່ນແກ້ວບໍ່ພຽງແຕ່ແມ່ນອາຊີບທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຊາວເຜົ່າ ຂະແມ ແຂວງ ຊອກຈັງ ອີກດ້ວຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ