ຮູບແບບກະສີກຳ 3 ໃນ 1 ຊ່ວຍຊາວກະສີກອນເມືອງອຽນແຄ໋ງ, ແຂວງນິງບິ່ງຫຼຸດພົ້ນອອກຈາກຄວາມທຸກຍາກ

(vovworld) - ປະຈຸ​ບັນ, ​ໃນ​ຂະນະ​ທີ່​ຫຼາຍ​ທ້ອງ​ຖີ່​ນຢູ່​ເຂດ​ຊົນນະບົດ, ຊາວ​ກະ​ສີກ​ອນບໍ່​ສາມາດຫາເງິນລ້ຽງຊີບດ​້ວຍການ​ຜະລິດ​ກະ​ສີ​ກຳ​ເປັນຕົ້ນ​ໄດ້ ຍ້ອນ​ລາຍ​ຮັບບໍ່​ໝັ້ນ​ທ່ຽງ, ​ແຕ່ຢູ່​ເມືອງ​ອຽນ​ແຄ໋ງ, ​ແຂວງ​ນິງບິ່ງ, ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນບໍ່​ພຽງ​ແຕ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ຈາກ​ການ​ປູ​ກຕົ້ນ​ໄມ້​ກະ​ສີ​ກຳດ້ວຍ​ລາຍ​ຮັບນັບ​ລ້ານ​ດົ່ງ/​ເຮັກຕາ/ປີ​ໄດ້. ​ເພື່ອ​ຮັບ​ຜົນງານ​ຄື​ດັ່ງກ່າວ​ແມ່ນ​ຍ້ອນ​ມີວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຕາມ​ຮູບ​ແບບ​ຜັດປ່ຽນ​ກັນ​ປູກ​ເຂົ້າ, ລ້ຽງປາ​ ແລະ ປູກ​ພືດ.

ຮູບແບບກະສີກຳ 3 ໃນ 1 ຊ່ວຍຊາວກະສີກອນເມືອງອຽນແຄ໋ງ, ແຂວງນິງບິ່ງຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1

        ຕາ​ແສງ​ແຄ໋ງ​ແທ່ງ ​ແມ່ນ 1 ​ໃນ​ຈຳນວນ 3 ຕາ​ແສງ​ທຳ​ອິດ​ຂອງ​ເມືອງ​ອຽນ​ແຄ໋ງ, ​ແຂວງ​ນິງບິ່ງ, ​ໄດ້​ຮັບ​ການ​ເລືອກ​​​ເຟັ້ນເປັນຕາ​ແສງ​ແບບຢ່າງ​ໃນ​ການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຢູ່​ທີ່​ນີ້​​ພື້ນຖານ​ໂຄງ​ລ່າງ​ຄື: ​ເຄືອ​ຂ່າຍ​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ​ຂອງ​ຕາ​ແສງ​ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​​ໃຫຍ່​ໂຕ ​ແລະ ສວຍ​ງາມ. ພິ​ເສດ, ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​​ເມື່ອຮັບ​ຜົນງານ​ຄືດັ່ງກ່າວ​ແມ່ນ​ຍ້ອນ​ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ນຳ​ໃຊ້​ຮູບ​ແບບ​ຜະ​ລິດ​ກະ​ສີ​ກຳ 3 ​ໃນ 1 ຢ່າງ​ມີ​ປະສິດທິ​ຜົນ. ນີ້​ແມ່ນ​ຮູບ​ແບບ​ສົມທົບ​ການ​ປູກຕົ້ນ​ໄມ້ກະ​ສີກຳຊະນິດ​ຕ່າງ​ໃນ​ເນື້ອ​ທີ່​ດຽວ​ກັນ:​ ​ໃຕ້​ຮ່ອງ​ນຳ້​ແມ່ນ​ລ້ຽງ​ຫອຍ, ປາ. ​ໃນ​ພື້ນ​ດິນ​ປູກ​ເຂົ້າ, ຜັກ, ພືດ; ​​ເທິງ​ຮ້ານ​ປູກຕົ້ນໝາກ​ໂຕ່ນ ຕົ້ນໝາກບວບ, ໝາກ​ແຕງ... ​​ພາຍຫຼັງ 5 ປີ​ທີ່​ປະຕິບັດ​ຮູບ​ແບບ​ນີ້, ຊາວ​ກະ​ສີກ​ອນ ບ້ານ 13 ​ສາມາດ​ສ້າງ​ລາຍ​ຮັບ​ສະ​ເລ່ຍ​ໄດ້​ກວ່າ 100 ລ້ານ​ດົ່ງ/​ເຮັກຕາ/ປີ. ທ່ານ ຟ້າ​ມວັນ​ລ້າຍ, ຢູ່​ບ້ານ 13, ​ໃຫ້ຮູ້​ວ່າ, ສະ​ເພາະປີ 2013, ຄອບຄົວ​ທ່ານ​ສ້າງ​ລາຍ​ຮັບ​ໄດ້ 500 ລ້ານດົ່ງ/​ເຮັກຕາ/ປີ.

        “ບໍ່​ພຽງ​ແຕ່​ປູກ​ຕົ້ນ​ໝາກມະລະເທົ່ານັ້ນ, ຫາກຍັງ​ປູກ​ຕົ້ນ​ເຄືອຫຼາຍ​ຊະນິດ​ຄື: ຕົ້ນໝາກ​​ໂຕ່ນ, ໝາກ​ແຕງເພື່ອສົ່ງ​ອອກອີກ​ດ້ວຍ. ປະຈຸ​ບັນ, ​ຍັງປູກ​ຕົ້ນ​ໝາກ​ເຜັດ​ຕື່ມ​ອີກ. ​ເຮັດ​ແບບ​ນີ້​ແມ່ນ​ບໍ່ຖືກ​ຫຼຸບ​ທຶນຈັກ​ເທື່ອ, ຫາກ​ລາຍ​ຮັບ​ນັບ​ມື້​ນັບ​​ເພີ່ມຂຶ້ນ“.

ຮູບແບບກະສີກຳ 3 ໃນ 1 ຊ່ວຍຊາວກະສີກອນເມືອງອຽນແຄ໋ງ, ແຂວງນິງບິ່ງຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 2

        ​ ປີ 2013, ສະ​ເພາະ​ເນື້ອ​ທີ່​ປູກ​ຕົ້ນໝາກມະລະ, ​ຄອບຄົວ​ເອື້ອຍ ຟ້າ​ມ​ແທງ​ເຊີນ ຢູ່​ບ້ານ 13 ສາມາດ​ສ້າງ​ລາຍ​ຮັບ​ໄດ້ 8 ລ້ານ​ດົ່ງ/​ເຮັກຕາ, ພ້ອມ​ກັບ​ນັບ​ສິບ​ລ້ານ​ດົ່ງ​ຈາກຕົ້ນ​ໝາກ​​ໂຕ່ນ ​ແລະ ຕົ້ນ​ໝາກ​ເຜັດ. ດ້ວຍ​ການ​ປູກ​ຕົ້ນ​ໄມ້​ກະ​ສີ​ກຳ​ຫຼາຍ​ຊະນິດ ​ແລະ ລ້ຽງສັດ​ທີ່​ມີ​ມູນ​ຄ່າ​ສູງ​ນັ້ນ. ປະຈຸ​ບັນ, ຜະລິດ​ຕະພັນ​ກະ​ສີ​ກຳ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​​ດ້ານເສດຖະກິດ ​ແລະ ຍົກ​ສູງ​ຊີວິດການ​ເປັນ​ຢູ່​ຂອງ​ຄອບຄົວຂຶ້ນ​ຕື່ມ. ​ເອື້ອຍ ຟ້າ​ມ​ແທງ​ເຊີນ, ​ແບ່ງປັນ​ວ່າ:​

        “ນັບ​ແຕ່​ນຳ​ໃຊ້​ຮູບ​ແບບ​ນີ້, ​ເສດຖະກິດ​ຂອງ​ຄອບຄົວ​ຂ້າພະ​ເຈົ້າ​ກໍ່​​ເພີ່ມ​ຂຶ້ນທົບ 2-3 ​ເທົ່າ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ລາຍ​ຮັບ​ຈາກ​ການ​ປູກ​ຕົ້ນ​ໝາກ​ບວບ ​ແລະ ຕົ້ນ​ໝາກ​​ໂຕ່ນແມ່ນ 15 ລ້ານ​ດົ່ງ/ປີ. ​ຂ້າພະ​ເຈົ້າ​​​ໄດ້ປຸກສ້າງ​ເຮືອນຫຼັງ​ໜຶ່ງດ້ວຍ​ແຫຼ່ງລາຍຮັບຈາກ​ການ​ປູກ​ຕົ້ນ​ໄມ້​ກະ​ສີກ​​ຳ “.

        ຈາກ 5 ຄອບຄົວ​ທຳ​ອິດ​ທີ່​ປູກ​ຕົ້ນ​ໄມ້​ກະ​ສີ​ກຳ​ຕາມ​ຮູບ​ແບບ 3 ​ໃນ 1 ນັ້ນ, ມາ​ຮອດ​ປະຈຸ​ບັນ, ທົ່ວ​ຕາ​ແສງ​ແຄ໋ງ​ແທ່ງ ​ໄດ້​ມີ 67 ຄອບຄົວ​ເຂົ້າ​ຮ່ວມ. ຕາມ​ທ່ານ ຟ້າ​ມວັນ​ເຢິນ, ​ເລຂາ​ຄະນະ​ພັກ​ຕາ​ແສງ​ແຄ໋ງ​ແທ່ງ​ແລ້ວ, ປະສິດທິ​ຜົນ​ເສດຖະກິດ​ສູງ​ຈາກ​ຮູບ​ແບບ​ນີ້ ​ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ວຽກ​ງານ​ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ຕາ​ແສງ​ຈາກ 9,6% ​ໃນ 3 ປີ​ກ່ອນ, ລົງ​ເຫຼືອ​ພຽງ 3% ​ໃນ​ປະຈຸ​ບັນ.

        “ຈຸດໝາຍ​ສຳຄັນ​ທີ່​ສຸດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຊຸກຍູ້​ການ​ພັດທະນາ​ການ​ຜະລິດ, ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ. ພິ​ເສດ​ແມ່ນ​ສຳລັບ​ຄອບຄົວ​ທີ່​ທຸກ​ຍາກ, ພວກ​ຂ້າພະ​ເຈົ້າ​ກໍ່ມີ​ມາດ​ຕະການ​ລະອຽດຄື​​ໃຫ້ເຂົາ​ເຈົ້າກູ້​ຢືມ​ທຶນ, ສ້າງ​ວຽກ​ເຮັດ​ງານ​ທຳ​ເພື່ອ​​ໃຫ້​ເຂົາ​ເຈົ້າສາມາດ​ສຳ​ພັດ​ກັບ​ຮູບ​ແບບ​ພັດທະນາ​​ເສດຖະກິດ, ຍົກສູງລາຍ​ຮັບຂຶ້ນຕື່ມ​“.

ຮູບແບບກະສີກຳ 3 ໃນ 1 ຊ່ວຍຊາວກະສີກອນເມືອງອຽນແຄ໋ງ, ແຂວງນິງບິ່ງຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 3

        ຈາກ​ຜົນງານ​ທີ່​ບັນລຸ​ໄດ້, ​ເມືອງ​ອຽນ​ແຄ໋ງ ກຳນົດ​ຈະ​ສືບ​ຕໍ່​ພັດທະນາ​ກະ​ສີ​ກຳ​ຕາມ​ທິດ​ນຳ​ໃຊ້​ບັນດາ​ຮູບ​ແບບ​ຜະລິດ​ທີ່​ນຳ​ມາ​ເຊິ່ງມູນ​ຄ່າ​ເສດຖະກິດ​ສູງ ​ແລະ ບັນລຸ​ຄາດໝາຍ​ສູ້​ຊົນ​ເພື່ອ​ກາຍ​ເປັນ​ເມືອງ​ນຳ​ໜ້າ​ຂອງ​ແຂວງ​ນິງບິ່ງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ປີ 2020. ທ່ານ ​ເລ​ຈູງ​ແທ່ງ, ຮອງ​ເລຂາ​ປະຈຳຄະນະ​ພັກ​ເມືອງ ອຽນ​ແຄ໋ງ, ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ຜະລິດ​​ກະ​ສີ​ກຳ​ເປັນຕົ້ນ, ດັ່ງ​ນັ້ນ​ພວກຂ້າພະ​ເຈົ້າ​ພວມ​ຊອກ​ຫາ​ຫຼາຍ​ຮູບ​ແບບ​ທີ່​ດີ​ເພື່ອ​ຜັນ​ຂະຫຍາຍ. ຖ້າ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ກວ້າງຂວາງ, ແລະ ມີ​ສົ້ນ​ອອກ, ນີ້​ຈະ​ແມ່ນ​ປັດ​ໃຈ​ຮັບປະກັນ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ຂອງເມືອງອຽນແຄ໋ງ, ພິເສດແມ່ນປະກອບສ່ວນຍົກສູງລາຍ​ຮັບ​ກໍ່​ຄືຄຸນນະ ພາບຊີວິດການເປັນຢູ່​ຂອງ​ປະຊາຊົນຂຶ້ນ“.

        ບັນດາ​ຜົນງານ​ເຊິ່ງຊາວ​ກະ​ສີກ​ອນ​ເມືອງ​ອຽນ​ແຄ໋ງ, ​ແຂວງ​ນິງບິ່ງ ບັນລຸ​​ໄດ້​ນັ້ນ ​ເປັນ​ການ​ພິສູດ​ໃຫ້​ເຫັນ​ວ່າ, ຊາວ​ກະ​ສີກ​ອນສາມາດ​ສ້າງ​ຄວາມ​ຮັ່ງມີ​ໃນ​ທົ່ງ​ນາ​ຂອງ​ຕົນ​ໄດ້ ຖ້າ​ຫາກ​ຮູ້​ປ່ຽນ​ແປງ​ແບບ​ວິທີ​ປູກຝັງ​ຢ່າງ​ເໝາະ​ສົມ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ຜະລິດ​ກະ​ສີ​ກຳ. ດ້ວຍ​ຮູບ​ແບບ​ຜະລິດ​ກະ​ສີ​ກຳ 3 ​ໃນ 1, ​ປະລິມານ​ການ​ຜະລິດ​ເຂົ້າ ​ແລະ ພືດ​ສູງ, ຈາກ​ນັ້ນ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສີກ​ອນໃນ​ເຂດ​ຊົນນະບົດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. 


ຕອບກັບ

ຂ່າວ/ບົດ​ອື່ນ