ຮູບແບບດີເດັ່ນໃນລະບົບການຮ່ວມສຳພັນ-ເພີ່ມມູນຄ່າໃນຂະແໜງກະສິກຳ

(vovworld) - ສ້າງ​ຕັ້ງ​ລະບົບ​ຮ່ວມ​ສຳພັນ​ເພື່ອ​ແນ​ໃສ່​ເພີ່ມ​ລັກສະນະ​ແກ່ງ​ແຍ້​ງ ​ແລະ ​ເພີ່ມມູນ​ຄ່າ​ເພີ່ມ​ໃນ​ຂະ​ແໜງ​ກະສິກຳ, ​ແມ່ນ​ທ່າ​ອ່ຽງ​ໃນ​ການ​ພັດທະນາ​ກະສິກຳ​ຢູ່​ຫວຽດນາມ. ບໍ່​ພຽງ​ແຕ່​ມີ​ຊາວ​ກະສິກອນ​ຕ້ອງ​ຮ່ວມ​ສຳພັນ​ເທ່ົາ​ນັ້ນ ຫາກທັງບັນດາ​ວິ​ສາ​ຫະກິດ - ​ເຊິ່ງ​ແມ່ນປັດ​ໄຈ​ສົ່ງ​ຜົນ​ກະທົບ​ໃນ​ລະບົບການ​ຜະລິດ​ສິນຄ້າ​ກະສິກຳ​ກໍ່​ມີ​ຄວາມ​ຕ້ອງການລະບົບ​ນີ້​ອີກ​ດ້ວຍ. ຢູ່​ແຂວງ ຮ່າ​ຕິ້ງ, ມີ​ຫຼາຍ​ຮູບ​ແບບລະບົບ​ຮ່ວມ​ສຳພັນ​ຮ່ວມ​ມື​ທຳ​ມາ​ຫາ​ກິນ​ຢ່າງ​ມີປະສິດທິ​ຜົນ​ອັນໄດ້​ປະກອບສ່ວນຟື້ນ​ຟູ​ດິນ​ແດນ​ທີ່​ຖືກ​ຫຼົງ​ລື່ມ​ຢ່າງ​ແທ້ຈິງ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ລ້າຍ​ຮວາ.
ຮູບແບບດີເດັ່ນໃນລະບົບການຮ່ວມສຳພັນ-ເພີ່ມມູນຄ່າໃນຂະແໜງກະສິກຳ - ảnh 1
ຮູບແບບລ້ຽງແມ່ພັນໝູ

        ​ເມື່ອ​ມາ​ຢ້ຽມຢາມຕາ​ແສງ ກີ່​ບັກ, ​ເຊິ່ງ​ແມ່ນ​ເຂດ​ພູ​ດ້ວຍຂອງ​ເມືອງ ກີ່​ແອ​ງ, ​ແຂວງ ຮ່າ​ຕິ້ງ ຕ້ອງ​ໄດ້​ຜ່ານ​ທາງ​ດິນ​​ເກືອບ 50 ກມດ້ວຍ​ສະພາບ​ພູມ​ສັນ​ງານ​ທີ່​ສັບສົນ ​ແລະ ຫຍຸ້ງ​ຍາກພໍ​ສົມຄວນ. ອາກາດ​ຢູ່​ທີ່​ນີ້​ຮ້າຍ​ແຮງ​ຕະຫຼອດ​ປີ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ນັບ​ແຕ່​ເມື່ອ​ສະຫະກອນ ຮ່ວາງ​ເຈົາ ​ເຂົ້າມາ​ເຄື່ອນ​ໄຫວ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ດິນ​ແດນ​ແຫ່ງ​ນີ້​ມີ​ການ​ພັດທະນາ. ທ່ານ​ນາງ ​ເຈີ່ນ​ທິ​ເຈົາ, ຜູ້ອຳນວຍການ​ສະຫະກອນ​ຕາ​ແສງ ຮ່ວາງ​ເຈົາ ​ໃຫ້​ຮູ້​ວ່າ: ​​ເມື່ອ​ເລີ່​ມ​ເຄື່ອນ​ໄຫວ, ສະຫະກອນ​ນີ້ລວມມີ​ສະມາຊິ​ກພຽງ 6 ຄົນ​ເທົ່າ​ນັ້ນ​ໄດ້​ຮ່ວມ​ສຳພັນ​ນຳ​ກັນ​ເພື່ອ​ເຮັດ​ບໍລິການ​ຂົນ​ສົ່ງສິນຄ້າ​ຮັບ​ໃຊ້​ປະຊາຊົນ​ໃນ​ຕາ​ແສງ ບັກ​ກີ່ ​ແລະ ບາງ​ເຂດ​ໃກ້​ຄຽງ. ໜ່ວຍ​ງານ​ນີ້​ເຄື່ອນ​ໄຫວ​ແບບ​ກະ​ແຈກ​ກະຈາຍ, ບໍ່​ມີ​ຈຸດໝາຍ​ລະອຽດ, ດັ່ງ​ນັ້ນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ພຽງຫົວ​ຄົນ​ບັນລຸ​ຢູ່​ໃນ​ລະດັບ​ 500.000 ດົ່ງ/ຄົນ/​ເດືອນ​ເທົ່າ​ນັ້ນ. ທ່ານ​ນາງ ​ເຈີ່ນ​ທິ​ເຈົາ, ​ໃຫ້​ຮູ້​ວ່າ: ປີ 2012, ສະຫະ​ກອນ​ໄດ້​ຮັບ​ການ​ແນະ​ນຳ​ຈາກ​ສະຫະພັນ​ສະຫະກ​ອນ ຮ່າ​ຕິ້ງ ສ້າງ​ຕັ້ງ​ສະຫະກອນ, ​ແນະນຳ​ວິທີທຳ​ການ​ຜະລິດ, ໜູນ​ຊ່ວຍ​ໃນ​ການ​ກູ້​ຢືມ​ທຶນ ​ແລະ ຊ່ວຍ​ເຫຼືອ​ໃນ​ການ​ເຊື່ອມ​ຕໍ່​ກັບ​ບໍລິສັດ​ໃຫຍ່​ແຮ່ທາດ ​ແລະ ການ​ຄ້າ Mitraco ຮ່າ​ຕິ້ງ ​ເພື່ອ​ຮ່ວມ​ສຳພັນ​​ໃນ​ການຮ່ວມ​ມືກັນ​ລ້ຽງແມ່​ພັນ​ໝູ. ນີ້​ແມ່​ນຮູບ​​ແບບ​ການລ້ຽງ​ໝູ​ພັນ​ແຫ່ງ​ທຳ​ອິດ​ຂອງ Mitraco ​ແລະ ກໍ່​ແມ່ນ​ຮູບ​ແບບ​ລ້ຽງ​ແມ່​ພັນ​ໝູ​​ທົດ​ລອງ​ຂອງ​ແຂວງ ຮ່າ​ຕິ້ງ. ​ເມື່ອ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສະຫະກອນ​ມີ​ສະມາຊິກ​ພຽງ 7 ຄົນ​ໄດ້​ປະກອບ​ທຶນ​ດ້ວຍ​ຈຳນວນ​ເງິນ 800 ລ້ານ​ດົ່ງ, ມາ​ຮອດ​ປະ​ຈຸ​ບັນ, ສະຫະກອນມີ​ສະມາ​ຊິກ 10 ຄົນ ​ແລະ ມີ​ຈຳນວນ​ທຶນ​ເພີ່​ມ​ຂຶ້ນ​ເຖິງ​ເກືອ​ບ 6 ຕື້​ດົ່ງ.

        “ບໍລິ​ສັດ​ໄດ້​ໜູນ​ຊ່ວຍ​ດ້ານ​ສົ້ນ​ເຂົ້າ - ສົ້ນ​ອອກ, ​ບຸກ​ເບີກໜ້າ​ດິນ, ​ເຮັດ​ຟາ​ມ​ລ້ຽງ​ໃຫ້​ແກ່ສະຫະກອນ. ສະຫະກອນ​ໄດ້​ຮ່ວມ​ສຳພັນ​ກັນ​ບັນດາ​ຄອບຄົວ​ຊາວ​ກະສິກອນ ​ແລະ ບໍລິສັດ​ເພື່ອ​ບໍລິ​ໂພ​ກຜະລິດ​ຕະພັນ. ​ເມື່ອຊາວ​ກະ​ສິກອນ​ລ້ຽງ​ໝູ​ໄດ້​ປະມານ 20 ວັນ​, ບໍລິສັດ​ໃຫຍ່​​ແຮ່ທາດ ​ແລະ ການ​ຄ້າ Mitraco ​ກໍ່ໄດ້​ສົ່ງ​​ໄປ​ລ້ຽງ​ຢູ່ຟາ​ມຕ່າງໆ​ເພື່ອ​ຮັບປະກັນ​ການຈຳໜ່າຍ​ທັງ​ໝົດ. ຮູບ​ການ​ຮ່ວມ​ສຳພັນ​ນີ້​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ, ຢຸກຢາ ​ແລະ ​ໂດຍ​ບໍລິສັດ​ຮັບປະກັນ​ໃຫ້, ບັນດາ​ສະມາ​ຊິກ​ສະຫະກອນ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ບໍ່​ຢ້ານ​ຖືກ​ໂລກລະບາດ.”

        ​​ຟານ​ແມ່ນ​ສັດ​ລ້ຽງ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ ​ແລະ ມີ​ມູນ​ຄ່າ​ດ້ານ​ເສດຖະກິດ​ສູງ ດັ່ງ​ນັ້ນ​ແຂວງ ຮ່າ​ຕິ້ງ ລຶ່ງກຳນົດ​ວ່າ, ​ນີ້​ແມ່ນ​ສິນຄ້າ​ຕົ້ນຕໍ, ​ໄດ້​ຮັບ​ບຸລິມະສິດ​​​ແຫ່ງ​ກຳລັງເພື່ອ​ລົງທຶນພັດທະນາ, ພິ​ເສດ​ແມ່ນ​ການ​ຜະລິດ​​ແນວ​ພັນ​ຟານ​ ​ແລະ ລ້ຽງ​​ຟານເພື່ອ​ເອົາ​ເຂົາ​. ຈາກ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ຂອງ​ແຂວງ, ຫຼາຍ​ຮູບ​ແບບການ​ລ້ຽງ​ຟານ​ຕາມ​ຄອບຄົວ ຕະຫຼອດ​ຮອດການ​ລ້ຽງ​ເປັນ​ຟາ​ມດ້ວຍ​ຂອບ​ຂະໜາດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອັນ​ໄດ້ນຳ​ມາ​ເຊິ່ງລາຍ​ຮັບ​ໃຫ້​ແກ່​ປະຊາຊົນ ​ແລະ ປະກອບສ່ວນ​ກໍ່ສ້າງ​ຊົນນະບົດ​ໃໝ່, ລົບ​ລ້າງ​ຄວາມ​ອຶດຫິວ, ລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ ຟານ​ວັນ​ລ້ວດ, ຫົວໜ້າ​ສະຫະກອນ ບໍລິການ​ແນວ​ພັນ ຟານ​, ​ເຂົາ​ຟານ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້, ​ເຂົາ​ຟານ​​ເຄີຍ​ຖືກ​ພໍ່ຄ້າ - ​ແມ່​ຄ້າ​ກົດລາຄາ​ຫຼາຍ. ​ນັບແຕ່​​ເມື່ອ​ໄດ້​ຮັບ​ການ​ເຊັນ​ສັນຍາ ພໍ່​ແມ່​ປະຊາຊົນ ​ແລະ ຊາວ​ກະສິກອນ​ຕາແສງ ​ເຊີ​ນ​ເລີມ ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ຍ້ອນ​ມີ​ສະຫະກອນ​ເກັບ​ຊື້​​ໃຫ້​ໝົດ. ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ທ່າ​ໄດ້​ປຽບ​ແມ່ນ​ມີ​ທົ່ງ​ຫຍ້າ​ໃຫຍ່, ດັ່ງ​ນັ້ນ ສະຫະ​ກອບສືບ​ຕໍ່​ພັດທະນາ ​ແຕ່​ຫຍັງ​ມີ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ. ຫວັງ​ວ່າ​ສະຫະກອນ​ຈະມີ​ບ່ອນ​ໃຫ້​ກູ້​ຢືມ​ທຶນ​ຢ່າງ​ສະ​ດວ​ກ​ເພື່ອ​ໃຫ້​ສະມາຊິກ​ສະຫະກອນ​ພັດທະນາ​ໃຫ້​ດີ​ກ່ວາ​ອີກ.”

        ນີ້​ພຽງ​ແຕ່ແມ່ນ 2 ​ໃນຈຳນວນ​ສະຫະກອນ​ກະສິກຳ​ນັບຮ້ອຍ​ແຫ່ງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ແຂວງ ຮ່າ​ຕິ້ງ. ມາ​ຮອດ​ປະຈຸ​ບັນ, ​ແຂວງນີ້​ໄດ້​ກໍ່ສ້າງ​ກ່ວາ 7.000 ຮູບ​ແບບ​ໃນ​ການ​ເຄື່ອນ​ໄຫວ​ກະສິກຳທີ່​ມີ​ລາຍ​ຮັບ​ສູງ​ຈາກ​ການ​ປູກ​ຜັກ ​ແລະ ລ້ຽງສັດ. ຈຸດ​ພົ້ນ​ເດັ່ນ​ໃນ​ການ​ຜະລິດ​ກະສິກຳ​ຢູ່​ແຂວງ ຮ່າ​ຕິ້ງ ​ແມ່ນ​ສ້າງ​ຕັ້ງລະບົບ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ, ຈຳໜ່າຍຜະລິດ​ຕະພັນ​ໃນ​ເບື້ອງ​ຕົ້ນ. ​ທາງແຂວງ​ໄດ້​ກຳ​ນົດບັນ​ດາ​ຜະລິດ​ຕະພັນ​ເຊິ່ງ​ມີ​ທ່າ​ໄດ້​ປຽບ​ຂອງ​ແຂວງ​ຄື: ໝູ, ງົວ, ກຸ້ງ, ຟານ, ຜັກ​​, ໄດ້​ຮັບ​ການ​ປູກ​ຝັງ​ດ້ວຍ​ເຕັກ​ໂນ​ໂລ​ຢີສູງ, ໝາກ​ກ້າ, ໝາກກ້ຽງ​ໃຫຍ່ ຟຸກ​ແຈກ. ທົ່ວ​ແຂ​ວງ​ມີ 54 ສະຫະກອນ ຜະລິດ​ຕາມລະບົບ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ສະຫະກອນ​ເຄື່ອນ​ໄຫວ​ໃນຂົງ​ເຂດ​ລ້ຽງ​ໝູ, ປູກ​ຜັກໝາກ​ໄມ້​ເຊິ່ງ​​ໄດ້​ຮັບ​ການ​ປູງ​​ຝັງ​ດ້ວ​ຍ​ເຕັກ​ໂນ​ໂລ​ຢີສູງ​ໃນ​ເຂດ​ດິນ​ຊາຍ​​ເປົ່າ​ຫວ່າງ, ລ້ຽງ​ກຸ້ງ​ດ້ວຍ​ເຕັກ​ໂນ​ໂລຢີສູງ, ການປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້. ທ່ານ ​ເລ​ດິ່ງ​ເຊີນ, ​ເລຂາ​ຄະນະ​ພັກ​ແຂວງ ຮ່າ​ຕິ້ງ, ຢັ້ງຢືນ​ວ່າ:

        “ປະຈຸ​ບັນ, ການ​ຜະ​ລິດຕ້ອງ​ໄດ້​ຮ່ວມ​ສຳພັນຄືນ, ຖ້າ​ຫາກປະກອບ​ໃຫ້​ຊາວ​ກະສິກອນ​ຜະລິດ​ເອງ​ເທົ່າ​ນັ້ນ, ຊາວ​ກະສິກອນ​ຈະ​ບໍ່​ສາມາດ​ນຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ຜະລິດ​ໄດ້, ຊາວ​ກະສິກອນ​ເອງ​​ເມື່ອສົ່ງ​ຜະລິດ​ຕະພັນ​ໄປ​ຈຳໜ່າຍ​ກໍ່ຈະ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ດັ່ງ​ນັ້ນ, ຕ້ອງ​ຮ່ວມ​ສຳພັນ​ນຳ​ກັນຄືນ​ໃໝ່, ຢາກ​ຮ່ວມ​ສຳພັນ​ຄືນ​ຕ້ອງລົງທຶນ​ຈາກ​ໜ່ວຍຮ່ວມ​ມື, ສະຫະກອນ ​ແລະ ໜ່ວຍ​ຮ່ວມ​ມື, ສະຫະກອນ​ຕ້ອງ​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ”

        ສະຫະກອນ​ສວມ​ບົດບາດ​ເຊື່ອມ​ຕໍ່​ລະຫວ່າງຊາວ​ກະສິກອນກັບ​ວິ​ສາ​ຫະກິດ ​ແລະ ​ໃນ​ດ້ານ​ໜຶ່ງຄວບ​ຄຸມ​ຂັ້ນ​ຕອນ​ຂອງການ​ຜະລິດ​ພາຍ​ໃນ, ໜູນ​ຊ່ວຍ​​ຊາວ​ກະສິກອນ​ລົງທຶນ​ເຂົ້າ​ບັນດາ​ການ​ເຄື່ອນ​ໄຫວ​ອື່ນໆ. ທ່ານ ​ເລ​ດຶກ​ທິ້ງ, ຮອງ​ຫົວໜ້າ​ກົມ​ເສດຖະກິດ​ຮ່ວມ​ມື​ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ເມ່ືອ​ສ້າງ​ເປັນ​ລະບົບ​ຮ່ວມ​ສຳພັນຢູ່​ພາຍ​​ໃນ​ກຸ່ມ​ຄູ່​ຮ່ວມ​ມື​ນີ້ ຕ້ອງ​ກວດກາ​ບັນດາ​ຄູ່​ຮ່ວມ​ມື​ອື່ນຜ່ານການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ​ເຊັນສັນຍາ.  ຄຽງ​ຄູ່​ກັນ​ນັ້ນ, ການ​ຜະລິດ​ບໍ່​ປະຕິບັດ​ການ​ຮ່ວມ​ສຳພັນ​ຈະ​ມີ​ສິ່ງ​ຈຳກັດ​ແມ່ນ​ບັນ​ຫາການ​ດຶງດູດ​ການ​ລົງທຶນ, ​ໄລຍະ​ປະຈຸ​ບັນ, ຕ້ອງ​ຮ່ວມ​ສຳພັນ​ເພື່ອ​ສາມາດ​ໜູນ​ຊ່ວຍ​ກັນ​ໄດ້. ນອກຈາກ​ນັ້ນ, ​ເມື່ອ​ມີ​ການ​ຮ່ວມ​ສຳພັນ​ຈະ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ດັ່ງ​ນັ້ນ​ບັນດາ​ອົງການ​ສິນ​ເຊື່ອ, ທະນາຄານ​ກໍ່​ອີ​ງ​ໃສ່​ນັ້ນ​​ເພື່ອໃຫ້​ກູ້​ຢືມ​ເງິນ​​ໄດ້​ດີ​ກ່ວາ, ຫລຸດຜ່ອນ​ລະບຽບ​ການ ​ແລະ ຊຸກຍູ້​ການ​ສຸມ​ໃສ່, ດຶງ​ດູດ​ທຶນ.”

        ຈາກ​ບັນດາ​ຮູບ​ແບບ​ດີ​ເດັ່ນ​ໃນ​ການ​ຮ່ວມ​ສຳພັນ​ລະບົບ​ການ​ຜະລິດ​ກະສິກຳ​ຢູ່​ແຂວງ ຮ່າ​ຕິ້ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສະຫະກອນ​ແມ່ນ​ບາດກ້າວ​ສຳຄັນ​ເພື່ອ​ໃຫ້ການ​ຮ່ວມ​ສຳພັນ​ລະຫວ່າ​ງ​ຊາວກະສິກອນ​ກັບ​ວິ​ສາ​ຫະກິດ. ບົດ​ຮຽນ​ໃນ​ເບື້ອງ​ຕົ້ນ​ຈາກ​ແຂວງ ຮ່າ​ຕິ້ງ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ສຳພັນ​ນີ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ຈະ​ເພີ່ມ​ມູນ​ຄ່າ​ໃນ​ການ​ຜະລິດ​ກະສິກຳ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ ​ແລະ ຮັບປະກັນ​ລາຍ​ຮັບ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ.

 


ຕອບກັບ

ຂ່າວ/ບົດ​ອື່ນ