ຮູບແບບຜະລິດປຸງແຕ່ງໝາກອະງຸ່ນຂອງທ່ານ ບາມ້ອຍ ຢູ່ນິງທ້ວນ

(vovworld) - ພາຍຫຼັງ​ປູກ​ຕົ້ນອະ​ງຸ່ນ​ ​ແລະ ສ້າງ​ເຄື່ອງໝາຍ​ອະ​ງຸ່ນ ບາ​ມ້ອຍ ມາ​ເປັນ​ເວລາ​ຫຼາຍ​ປີ. ປະຈຸ​ບັນ, ມື້​ໃດ​ທົ່ງ​ອະ​ງຸ່ນຂອງ​ທ່ານ ບາ​ມ້ອຍ ຢູ່​ຕາ​ແສງ​ເຟືອ​ກທ້ວນ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ ກໍ່ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫຼາຍ​ຄົນ. ຈາກ​ທົ່ງ​ອະ​ງຸ່ນທີ່​ເປັນ​ຮູບ​ແບບ​ທອງ​ທ່ຽວ​ຊີວະ​ພາບ​ນີ້, ຄອບຄົວ​ທ່ານໄດ້​ປະກອບສ່ວນໜູນ​ຊ່ວຍ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ນິງທ້ວນ.

ຮູບແບບຜະລິດປຸງແຕ່ງໝາກອະງຸ່ນຂອງທ່ານ ບາມ້ອຍ ຢູ່ນິງທ້ວນ - ảnh 1

ທ່ານບາມ້ອຍກັບທ່ົງອະງຸ່ນຂອງຕົນ

(ພາບ: ອິນເຕີແນດ)

        ​ຢູ່​ນິງທ້ວນ ຜູ້​ໃດກໍ່​ຮູ້ຈັກ​ເຖິງ​ທ່ານ ບາ​ມ້ອຍ, ​ແຕ່​ລະ​ມື້​ມີ​ນັກ​ທ່ອງ​ທ່ຽວ​ນັບ​ຮ້ອຍ​ຄົນ​ໄດ້​ມາ​ຢ້ຽມຢາມ​ ​ແລະ ຖ່າຍຮູບທົ່ງອະ​ງຸ່ນຂອງ​ທ່ານ. ພິ​ເສດ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊິ​ມ​ໝາກ​ອະ​ງຸ່ນສົດ, ​ເຫຼົ້າ​ອະ​ງຸ່ນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ ​ແລະ ຊື້​ຜະລິດ​ຕະພັນ​ຈາກ​ໝາກ​ອະ​ງຸ່ນອີກ. ປະຈຸ​ບັນ, ໝາກ​ອະ​ງຸ່ນ ບາ​ມ້ອຍບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮູ້ຈັກ​ເຖິງ​ຄື​ດັ່ງ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ນິງທ້ວນ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ເຄື່ອງໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ຂອງ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

        ດ້ວຍ​ບົດຮຽນ​ໃນ​ການ​ປູກຕົ້ນອະ​ງຸ່ນມາ​ເປັນ​ເວລາ​ເກືອບ 30 ປີ, ທົ່ງ​ອະ​ງຸ່ນຂອງ​ທ່ານ ບາ​ມ້ອຍ ບໍ່​ພຽງ​ແຕ່​ໃຫ້​ສະມັດ​ຕະພາບ​ສູງ​ເທົ່າ​ນັ້ນ, ຫາກ​​ຍັງ​ຮັບປະກັນຜະລິດ​ຕະພັນໃຫ້​ແກ່​ຜູ້​ຊົມ​ໃຊ້​ອີກ​ດ້ວຍ. ພິ​ເສດ, ທ່ານ ບາ​ມ້ອຍ ຍັງ​​ປະຕິບັດ​ການ​ພັດທະນາ​ກະສິກຳ​ໄດ້​ດີ (VietGAP) ສຳ​ເລັດ​ຜົນ ​ແລະ ​ໄດ້​ຮັບ​ໃບ​ຢັ້ງຢືນ VietGAP ​ຈາກ​ສູນ​ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຂດ​ຮ້ອນ​ອີກ​ດ້ວຍ. ນີ້​ກໍ່​ແມ່ນ​ບາດ​ລ້ຽວ​ເພື່ອ​ໃຫ້​ເຄື່ອງໝາຍ​ໝາກ​ອະ​ງຸ່ນ ບາ​ມ້ອຍ ນັບ​ມື້​ນັບ​ມີ​ຊື່​ສຽງ. ​ເມື່ອ​ໂອ້​ລົມ​ກັບ​ນັກ​ທ່ອງ​ທ່ຽວ, ທ່ານ​ໃຫ້​ຮູ້​ວ່າ:

​        “VietGAP ບໍ່​ແມ່ນ​ໄມ້​ຖູ່ເທວະ​ດາ​ເພື່ອຊ່ວຍຊາວ​ກະສິກອນ​​ແຕ່ພັດສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະສິກອນ​ສົ່ງ​ຜະລິດ​ຕະພັນ​ຂອງ​ຕົນ​ເຖິງ​ຜູ້​ຊົມ​ໃຊ້ ​ແລະ ຢືນຢັນ​ໄດ້​ວ່າ ​ນີ້​ແມ່ນຜະລິດ​ຕະພັນ​ທີ່​ມີຄຸນ​ນະພາ​ບ, ງາມ ​ແລະ ຮັບປະກັນ​ສຸຂະ​ອະນາ​ໄມ. ຍ້ອນ​ເຫດນັ້ນ, ຜູ້​ຊົມ​ໃຊ້​ຈຶ່ງ​ອູ່​ນອ່ຽນ​ໃຈ​​ເມື່ອນຳ​ໃຊ້​ຜະລິດ​ຕະພັນ​ຂອງ​ຕົນ”.

ຮູບແບບຜະລິດປຸງແຕ່ງໝາກອະງຸ່ນຂອງທ່ານ ບາມ້ອຍ ຢູ່ນິງທ້ວນ - ảnh 2

ໝາກອະງຸ່ນທີ່ປູກຕາມຮູບແບບ VietGAPຂອງທ່ານບາມ້ອຍ

(ພາບ: ອິນເຕີແນດ)

        ​ແຕ່ລະ​ປີ, ທົ່ງ​ອະ​ງຸ່ນຂອງ​ທ່ານ​ສາມາດ​ເກັບ​ກ່ຽວ​ໝາກ​ອະ​ງຸ່ນ​ໄດ້ 2 ລະດູ​ການ, ​ດ້ວຍ​ສະມັດ​ຕະພາບ​ແຕ່ 10-15 ​ໂຕນ/​ເຮັກຕາ/ລະດູ​ການ, ສາມາດ​ເກັບ​ລາຍ​ຮັບ​ໄດ້​ແຕ່ 150 – 200 ລ້ານ​ດົ່ງ/​ເຮັກຕາ. ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ, ທ່ານ ບາ​ມ້ອຍ ສາມາດ​ຍົກ​ສະມັດ​ຕະພາບ​ອະ​ງຸ່ນຂຶ້ນ​ສູງ​ກວ່າ, ​ແຕ່​ສິ່ງ​ທີ່​ທ່ານ​ເອົາ​ໃຈ​ໃສ່​ທີ່​ສຸດ​ນັ້ນ​ແມ່ນ​ຕ້ອງຍົກ​ສູງ​ຄຸນ​ນະພາ​ບໝາກ​ອະ​ງຸ່ນຂຶ້ນ​ຕື່ມ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ກະສິກຳ.ຈາກ​ນັ້ນ​ປ່ຽນ​ໃ​ໝ່​ໂສມ​ໜ້າ​ຊົນນະບົດ​ຂອງ​ແຂວງ​ນິງທ້ວນ. ທ່ານ ບາ​ມ້ອຍ, ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້​ຮ່ວມ​ສຳພັນ​ກັບ​ບັນດາ​ຄອບຄົວ​ຊາວ​ກະສິກອນ​ໃນ​ເຂດ. ຢູ່​ແຂວງ ນິງທ້ວນ, ມີ​ເນື້ອ​ທີ່​ປູກ​ຕົ້ນ​ອະ​ງຸ່ນຕາມມາດຕະຖານ VietGAP  200 ກວ່າ​ເຮັກຕາ​ເພື່ອ​ສະໜອງ​ໝາກ​ອະ​ງຸ່ນ​ໃຫ້​ຕະຫຼາດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ການ​ປູກ​ຕົ້ນ​ອະ​ງຸ່ນຕາມ ມາດຕະ​ຖານ VietGAP ນັ້ນ, ຊາວ​ກະສິກອນ​ບໍ່​ພຽງ​ແຕ່​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ເທົ່າ​ນັ້ນ, ຫາກ​ເຂົາ​ເຈົ້າ​ຍັງ​ສາມາດ​ເປີດ​ທິດ​ທຳ​ມາ​ຫາ​ກິນ​ໃໝ່​ໄດ້​ອີກ​ດ້ວຍ “.

ຮູບແບບຜະລິດປຸງແຕ່ງໝາກອະງຸ່ນຂອງທ່ານ ບາມ້ອຍ ຢູ່ນິງທ້ວນ - ảnh 3

ໝາກອະງຸ່ນ​ແຂວງ​ນິງທ້ວນ

(ພາບ: ອິນເຕີແນດ)

        ດ້ວຍ​ເລື່ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສຳຄັນ 3 ຢ່າງ​ນັ້ນ​ແມ່ນ: “ຜະລິດ​ອະ​ງຸ່ນຮັບປະ​ກັບ​ຂຸ​ຂະ​ອະນາ​ໄມ“, “ຜະລິດ​ເຫຼົ້າ​ແວງ​ໃນ​ຄອບຄົວ“ ​ແລະ “ຜະລິດ​ນຳ້​ອະ​ງຸ່ນ, ​ເມຶ​ດອະ​ງຸ່ນ“, ຊາວ​ກະສິກອນ​ນັບ​ຮ້ອຍ​ຄອບຄົວ, ດ້ວຍ​ເນື້ອ​ທີ່ 1.100 ​ເຮັກຕາ ຢູ່​ແຂວງ​ນິງທ້ວນ, ສະໜອງ​ຜະລິດ​ຕະພັນ​ທີ່​ບັນລຸ​ມາດຕະຖານ​ໃຫ້​ບັນດາ​ຮາກ​ຖານ​ຜະລິດ, ປຸງ​ແຕ່ງ​ອະ​ງຸ່ນ ບາ​ມ້ອຍ. ບໍ່​ພຽງ​ແຕ່​ໄດ້ຮັບ​ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຄື​ດັ່ງກ່າວ​ເທົ່າ​ນັ້ນ, ທ່ານ ບາ​ມ້ອຍ ຍັງ​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ນຳ​ເຄື່ອງໝາຍ​ອະ​ງຸ່ນບາ​ມ້ອຍ ກໍ່​ຄື​ໝາກ​ອະ​ງຸ່ນ ນິງທ້ວນ ​​ເຖິງຕະຫຼາດສາກົນອີກ​ດ້ວຍ. ​ໃນ​ຕໍ່ໜ້າ, ທ່ານ​ຈະ​ສ້າງ​ຮູບ​ແບບ​​ຜະລິດ​ໝາກ​ອະ​ງຸ່ນທີ່ທັນ​ສະ​ໄໝ​ຕາມ​ມາດຕະຖານ EurepGap ຂອງ​ຊະ​ວິດ. ດ້ວຍ​ລະບົບ​ການ​ຜະລິດ​ຄົບ​ວົງ​ຈອນ ​ເພື່ອ​​ຮັບປະກັນ​ສົ້ນ​ອອກ​ໃຫ້​ໝາກ​ອະ​ງຸ່ນນິງທ້ວນ.    

        ​ການ​ສົມທົບລະຫວ່າງ​ການ​ປູກ​ອະ​ງຸ່ນກັບ​ການທ່ອງທ່ຽວ​ຊີວະ​ພາບ ​ແມ່ນ​ຮູບ​ແບບ​ເພື່ອ​ໃຫ້​ເຄື່ອງໝາຍ​ອະ​ງຸ່ນ ບາ​ມ້ອຍ ​ເວົ້າ​ສະ​ເພາະ, ​ແລະ ອະ​ງຸ່ນນິງທ້ວນ​ ນັບມື້ນຫບມີ​ຊື່​ສຽງ​ໃນ​​ປະຊາ​ຄົມ. ທ່ານ ບາ​ມ້ອຍ ຖື​ວ່າ, ນີ້​ກໍ່​ແມ່ນ​ເສັ້ນທາງ​ລວມ​ເພື່ອ​​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ປະ​ເພດ​ອື່ນ​ຢູ່​ເຂດ​ຊົນນະບົດ​ແຂວງ​ນິງທ້ວນ​ ປະສົບຜົນສຳ​ເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ