ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມຫັນປ່ຽນການຜະລິດກະສິກຳຕາມທິດ ພັດທະນາຂະແໜງລ້ຽງສັດ

(vovworld) - ໃນສະພາບໄພແຫ້ງແລ້ງປະຫວັດສາດຜ່ານມາຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ, ​ໃນ​ຂະນະ​ທີ່​ຂະ​ແໜງ​ປູກຝັງ ​ແລະ ສິນ​ໃນ​ນຳ້ຕ້ອງ​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງນັ້ນ, ຂະ​​ແໜງ​ລ້ຽງສັດ​ເກືອບ​ຄື​ວ່າ​ບໍ່​ຖືກ​ຜົນ​ເສຍ​ຫາຍ. ​ເພື່ອ​​ແກ້​ໄຂ​ຜ​ົນຮ້າຍຢ້ອນ​ຫຼັງ​ຂອງ​ໄຟ​ແຫ້ງ​ແລ້ງ ​ແລະ ຫລຸດຜ່ອນ​ຜົນ​ສະທ້ອນ​ບໍ່​ດີຂອງ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ມີ​ຫຼາຍ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ໄດ້​ຫັນ​ໄປສູ່​ການ​ລ້ຽງສັດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ. ບົດ​ຂຽນ​ຂ​ອງ​ແທງ​ຕູ່​ງ, ນັກ​ຂ່າວ VOV.

ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມຫັນປ່ຽນການຜະລິດກະສິກຳຕາມທິດ ພັດທະນາຂະແໜງລ້ຽງສັດ - ảnh 1
ການລ້ຽງກຸ້ງຂອງປະຊາຊົນເຂດທົ່ງພຽງແມ່ນນຳ້ຂອງທາງພາກໃຕ້ ຫວຽດນາມ

       ກະສິກຳ​ແມ່ນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ, ​ແຕ່​​ໃນ​ໄລຍະ​ຍາວ, ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ພຽງ​ສຸມ​ໃສ່​ຕົ້ນຕໍ​ເຂົ້າ​ໃນ​ການ​ພັດທະນາ​ຂົງ​ເຂດ​ປູກ​ຝັງ ​ແລະ​ ສິນ​ໃນ​ນຳ້ ​ໃນ​ຂະນະ​ທີ່​ການ​ລ້ຽງສັດ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​​ໃສ່​ຢ່າງ​ເຖິງ​ຖອງ. ຂົງ​ເຂດ​ລ້ຽງສັດ​ໄດ້​ສຸມ​ໃສ່​ຕົ້ນຕໍ​ຢູ່​ບັນດາ​ຄອບຄົວ, ຍັງ​ກະ​ແຈກ​ກະຈາຍ, ລາຄາ​ສົ້ນ​ອອກ​ບໍ່​ເປັນ​ປົກກະຕິ​ດັ່ງ​ນັ້ນ​ປະສິດທິ​ຜົນ​ບໍ່​ສູງ​ປານ​ໃດ. ຖ້າ​ຫາກ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ແຮງ​ຈາກ​ຂອດ​ແນວ​ພັນ​ລ້ຽງ, ຄອກ, ທຶນຮອນ… ​ແລະ ມີ​ມາດ​ຕະການ​ພິ​ເສດສະ​ເພາະ​ໃຫ້​ແກ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ປະສິດທິ​ຜົນ​ຂອງ​ເສດຖະກິດ​ລ້ຽງສັດ​ໃນ​​ເຂດ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ ຫງວຽນ​ວັນ​ແຈງ, ຮອງ​ຜູ້ອຳນວຍການ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ກາ​ເມົາ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ພັດທະນາ​ຂົງ​ເຂດ​ລ້ຽງສັດ, ​ແຂວງ ກາ​ເມົາ ​ໄດ້​ກຳນົດ​ທິດ​ບາງ​ປະ​ເພດສັດລ້ຽງ. ພິ​ເສດ​ແມ່ນ​ລ້ຽງ​ໂຕ​ເຜິ້ງ​ເອົາ​ນຳ້​ເຜິ້ງ, ນີ້​ແມ່ນ​ທ່າ​ແຮງ​ຂອງ​ແຂວງ. ທີ່​ສອງ​ແມ່ນ​ລ້ຽງ​ນົກ​ແອ່ນ, ຍ້ອນ​ບໍ່​ອີງ​ໃສ່​ໄພ​ແຫ້ງ​ແລ້ງ. ພ້ອມ​ກັນ​ນັ້ນ ​ໄດ້​ສຸມ​ໃສ່​ລ້ຽງ​ເປັດ​ທະ​ເລ”

        ​ໃນ​ສະພາບ​ການ​ປະຈຸ​ບັນ, ​ເພື່ອ​ຟື້ນ​ຟູ​ຂະ​ແໜງ​ລ້ຽງສັດ, ປະຊາຊົນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ໄດ້​ປ່ຽນ​ແປງ​ສະຕິ​ຄວາ​ມຮັບຮູ້, ຫັນປ່ຽນ​ໂຄງ​ປະກອບ​ສັດລ້ຽງ. ​ແທນ​ທີ ລ້ຽງ​ແຕ່​ສັດ​ທຳ​ມະ​ດາ​ (ຄື: ​ສັດ​ປີກ, ງົວ, ໝູ…), ບັນດາ​ແຂວງ, ນະຄອນ​ໃນ​​ເຂດ​ອາດ​ຈະ​​ເລືອກສັດລ້ຽງ​ບາ​ງປະ​ເພດ​ທີ່​ເໝາະ​ສົມ​ທີ່​ບໍ່​ຕ້ອງ​ຂຶ້ນ​ກັບ​ແຫຼ່ງນຳ້ຫຼາຍຄື: ​ເປັດ​ທະ​ເລ, ​ແບ້, ກະ​ຕ່າຍ, ນົກ​ແອ່ນ, ​ໂຕ​ເຜິ້ງ, ງູ​ເຫຼືອມ, ງູ… ຍ້ອນ​ສັດ​ປະ​ເພດ​ນີ້​ກິນ​ນຳ້​ໜ້ອຍ, ມີ​ກຳລັງ​ຄວາມ​ສາມາດ​ຮັບ​ມື​ກັບ​ເງື່ອນ​ໄຂ​ອາກາດ​ທີ່​ຮ້າຍ​ແຮງ, ອາດ​ສາມາດ​ໝູນ​ໃຊ້​ແຫຼ່ງອາຫານ​ທີ່​ມີ​ຢູ່​ແລ້ວ. ຊຸມ​ປີຜ່ານມາ, ​ເປັດ​ທະ​ເລ​ທີ່ໄດ້​ຮັບ​ການ​ລ້ຽງ​ທົດ​ລອງ​ຢູ່​ແຂວງ ຕ່ຽນຢາງ, ບາກ​ລຽວ, ກຽນ​ຢາງ ​ນັ້ນ​ສະ​ແດງ​ໃຫ້​ເຫັນວ່າ​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ​, ນຳ້​ທະ​ເລ​ຊຶມ​ເຂົ້າ​ໄດ້. ທ່ານ ຫງວຽນ​ວັນ​ຈ້ອງ, ຮອງ​ຫົວໜ້າ​ກົມ​ລ້ຽງສັດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຖື​ວ່າ:

        “​ເຂດທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ, ມີ​ທ່າ​ແຮງ​ໃນ​ການ​ລ້ຽງສັດ. ບັນດາ​ເປົ້າ​ໝາຍ​ຂອງ​ແນວ​ພັນ​ລ້ຽງ​ມີ​ຫຼາຍ​ປະ​ເພດ​ທີ່​ສຸດ. ບັນຫາ​ທີ່​ໄດ້​ວາງ​ອອກ​ນັ້ນ​ແມ່ນ​ບັນດາ​ມາດ​ຕະການ, ກ່ຽວ​ກັບ​ດ້ານ​ເຕັກນິກ, ການ​ຄຸ້ມ​ຄອງ​ລັດ, ການ​ສົ່ງ​ເສີມ​ກະສິກຳ… ບັນດາ​ມາດ​ຕະການ​ກ່ຽວ​ກັບ​ແນວ​ພັນ​ສັດລ້ຽງ​ເປັນ​ໜ້າ​ເອົາ​ໃຈ​ໃສ່​ທ່ີ​ສຸດ. ຕ້ອງ​ເລືອກ​ແນວ​ພັນ​ໃຫ້​ເໝາະ​ສົມ​ກັບ​ເຂດ​ທີ່​ມີ​ນຳ້​ທະ​ເລ​ຊຶມ​ເຂົ້າ. ຕ້ອງ​ເລືອກ​ສັດລ້ຽງ​ໃຫ້​ເໝາະ​ສົມ​ກັບ​ເຂດ​ລ້ຽງສັດ​ນີ້”

        ​ໄລຍະ​ຜ່ານ​ມາ, ສະ​ຖາ​ບັນ​ລ້ຽງສັດ​ແຫ່ງ​ຊາດ​ສາ​ຂາ​ພາກ​ໃຕ້ ​ໄດ້​ສະ​ເໜີ​ລັດຖະບານ​ໜູນ​ຊ່ວຍ, ສົ່ງ​ເສີມ​ປະຊາຊົນ, ສະຫະກອນ​, ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ລົງທຶນ, ສຳ​ພັດ​ກັບ​ເຕັກນິກ​ໃໝ່​ເພື່ອ​ປັບປຸງ​ສະມັດ​ຕະພາບ. ພ້ອມ​ກັນ​ນັ້ນ, ​ແມ່ນ​ຄົ້ນ​ຄ້ວາ​ສ້າງ​ບັນດາ​ປະ​ເພດ​ແນວ​ພັນ​ສັດລ້ຽງ​ຢູ່​ໃນ​ທ້ອງ​ຖິ່ນ​ດ້ວຍ​ຂອບ​ຂະໜາດ​ໃຫຍ່ ພຽງພໍ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ເລືອກ​ເຟັ້ນ ​ແລະ ປັບປຸງ​ສະມັດ​ຕະພາບ​ຢ່າງ​ຕໍ່​ເນື່ອງ. ນີ້​ແມ່ນ​ມາດ​ຕະການ​ທີ່​ຍືນ​ຍົງ ​ເພາະວ່າ​ໃນ​ໄລຍະ​ຍາວ​ໄພນຳ້​ທະ​ເລ​ຊຶມ​ເຂົ້າ ຍ້ອນ​ນຳ້​ທະ​ເລ​ຂຶ້ນ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ແມ່ນ​ສູງ​ທີ່​ສຸດ. ປະຊາຊົນ​ເຂດ​ແຄມ​ທະ​ເລ, ພິ​​ເສດ​ແມ່ນ​ຄົນ​ທຸກ​ຍາກ,ຈະ​ບໍ່​ມີ​ແຫຼ່ງກຳລັງ​ຢ່າງ​ພຽງພໍ​ເພື່ອ​ຫັນປ່ຽນ​ໂຄງປະກອບ​ການ​ຜະລິດ​ກະສິກຳ​ໄດ້, ຫາກຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ. ທ່ານ ຫວູວັນ​ຕ໋າມ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຢັ້ງຢືນ​ວ່າ: ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຈະ​ສະ​ເໜີ​ຕໍ່​ລັດຖ​ະບານ​ມີ​ການ​ດັດ​ປັບ​ງົບປະມານ​ຮັບ​ໃຊ້​ກໍ່​ຄື​ວາງ​ອອກ​ບັນດາ​ມາດ​ຕະການ​ດ້ານ​ເຕັກນິກ​ເພື່ອ​ໃຫ້​ຂະ​ແໜງ​ລ້ຽງສັດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາ​ງພາກ​ໃຕ້ ຫວຽດນາມ ​ໄດ້​ຮັບ​ກາ​ນພັດທະນາ​ໃນ​​ໄລຍະ​ຈະ​ມາ​ເຖິງ:

        “ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຖື​ວ່າ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮ​ງຫຼາຍ​ຢ່າງ ​ເພື່ອ​ຟື້ນ​ຟູ​ພັດທະນາ​ການ​ລ້ຽງສັດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ​ແນ​ໃສ່​ທົດ​​ແທນ​ບັນດາ​ຄວາມ​ເສຍ​ຫາຍ​ຍ້ອນ​ນຳ້​ທະ​ເລ​ຊຶມ​ເຂົ້າ ​ແລະ ​ໄພ​ແຫ້ງ​ແລ້ງ​ສືບ​ຕໍ່​ຜັນ​ແປ​ໄປ​ຄື​ໃນ​ປີ​ນີ້. ການ​ລ້ຽງສັດ​ອາດ​ຈະ​ແມ່ນ​ຂົງ​ເຂດ​ມີ​ແງ່​ຫວັງ, ຕ້ອງ​ຫັນ​ຄວາມ​ຫຍຸ້ງຍາກ​ເປັນ​ທ່າ​ໄດ້​ປຽບ ​ເພື່ອ​ທົດ​​ແທນ​ບັນດາ​ຄວາມ​ເສຍ​ຫາຍ​ໃນ​ບັນດາ​ຂົງ​ເຂດ​ອື່ນໆ.”

        ພັດທະນາ​ການ​ລ້ຽງສັດ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ ຄວນ​ໄດ້​ຮັບ​ຖື​ວ່າ​ແມ່​ນທ່​າ​ແຮງ. ບັນດ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ສິ້ນ​ເຊີ່ງ, ຖ​້າຫາກ​ຮູ້​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ປະຊາຊົນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ຕ້ອງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ລ້ຽງສັດ​ຄື​ນ​ໃໝ່, ຖື​ຂະ​ແໜງ​ລ້ຽງສັດ​ຄື​ຂະ​ແໜງ​ປູກ​ຝັງ, ລ້ຽງ, ປູກ​ສິນ​ໃນ​ນຳ້. ບັນດາ​ທ້ອງ​ຖິ່ນ​ສຸມ​ໃສ່​ກໍ່ສ້າງ​ບັນດາ​ຮູບ​ແບບ​ການ​ລ້ຽງສັດ​ຮ່ວມ​ສຳພັນ​ຄົບ​ວົງ​ຈອນ​ຈາກ​ການ​ຜະລິດ, ປຸງ​ແຕ່ງ​ຫົວອາຫານ​ເພື່ອ​ລ້ຽງສັດ​, ສ້າງ​ແນວ​ພັນ, ປຸງ​ແຕ່ງ, ຈຳໜ່າຍ​ຜະລິດ​ຕະພັນ. ຜ່ານນັ້ນ, ຫັນປ່ຽນ​ການ​ຜະລິດ​ກະສິກຳ​ຕາມ​ທິດ​ພັດທະນາ​ຂະ​ແໜງ​ລ້ຽງສັດ, ສ້າງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ