ເຂດບ້ານນາແຂວງເທື່ອທຽນເຫ້ວພັດທະນາການທ່ອງທ່ຽວ

(VOVWORLD) -ບັນດາໝູ່ບ້ານອາຊີບຢູ່ແຂວງ ເທື່ອທຽນເຫ້ວ ບໍ່ພຽງແຕ່ແມ່ນສະຖານທີ່ຜະລິດຂອງປະຊາຊົນເພື່ອຈຸດປະສົງເຮັດເສດຖະກິດເທົ່ານັ້ນ ຫາກຍັງແມ່ນຈຸດວັດທະນະທຳຂອງນະຄອນເຫ້ວອີກດ້ວຍ.

ເຂດບ້ານນາແຂວງເທື່ອທຽນເຫ້ວພັດທະນາການທ່ອງທ່ຽວ - ảnh 1 ສະແດງການເຮັດກຸບ

ຮາກຖານຜະລິດກຸບ ຫງວຽນທິກ້ຽມ ຢູ່ ຕາແສງ ຖູຍແທງ ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວ ໄດ້ຮັບການຄັດເລືອກແມ່ນຫົວຫນ່ວຍແນະນຳກ່ຽວກັບອາຊີບເຮັດກຸບ ຢູ່ Festival ເຫ້ວ ປີ 2018 . ກ່ອນນີ້ ຮາກຖານຜະລິດກຸບແຫ່ງນີ້ ກໍ່ໄດ້ເຂົ້າຮ່ວມ Festival ອາຊີບຫັດຖະກຳພື້ນເມືອງ ເຫ້ວປີ 2017. ຢູ່ບັນດາຮ້ານຄ້າຂອງຮາກຖານ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຫັນປະຈັກຕາຄວາມຄ່ອງແຄ້ວຂອງແມ່ຍິງເຫ້ວໃນອາຊີບເຮັດກຸບ ເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມໂດຍກົງບັນດາຂັ້ນຕອນຜະລິດກຸບ. ທ່ານນາງ ຫງວຽນທິກ້ຽມ, ຜູ້ນຳທ່ຽວຂອງປະຊາຄົມທ່ອງທ່ຽວ ຕາແສງ ຖູຍແທງ ກໍ່ແມ່ນຜູ້ແນະນຳກ່ຽວກັບອາຊີບຜະລິດກຸບຢູ່ ຕາແສງ ຖູຍແທງ ໃຫ້ຮູ້ວ່າ:

        “ ອາຊີບເຮັດກຸບຢູ່ບ້ານເຮົາ ມີມານັບຮ້ອຍປີແລ້ວ. ຜູ້ເຖົ້າຜູ້ແກ່ຖ່າຍທອດອາຊີບມາໃຫ້ລຸ້ນຫນຸ່ມສືບທອດ. ມີໄລຍະຫນຶ່ງ ອາຊີບເຮັດກຸບຖືກສູນຫາຍໄປ ແຕ່ປະຈບັນ ພວກຂ້າພະເຈົ້າໄດ້ຟື້ນຟູເພື່ອຮັບໃຊ້ນັກທ່ອງທ່ຽວ ແລະ ສະຫນອງກຸບໃຫ້ບັນດາຕະຫລາດ. ນອກນັ້ນ ນັກທ່ອງຢາກເຂົ້າຮ່ວມການຜະລິດກຸບໂດຍກົງ ພວກຂ້າພະເຈົ້າແນະນຳໃຫ້ເຂົາເຈົ້າຢ່າງລະອຽດ”

ເຂດບ້ານນາແຂວງເທື່ອທຽນເຫ້ວພັດທະນາການທ່ອງທ່ຽວ - ảnh 2 ກຸບໄດ້ນຳມາປະດັບປະດາໃນ Festival ເຫ້ວ

        ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ເທື່ອທຽນເຫ້ວ ເຄີຍມີຄວາມຕ້ອງການໄປຢ້ຽມຢາມ, ເຂົ້າຮ່ວມການດຳເນີນຊີວິດປະຈຳວັນ, ການຜະລິດຢູ່ບັນດາໝູ່ບ້ານອາຊີບ ແລະ ການທ່ອງທ່ຽວຊີວະພາບຢູ່ເຂດບ້ານນາ ຖູຍແທງ ທີ່ພວມນັບມື້ນັບດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ຕາແສງ ຖູຍແທງ ໄດ້ສ້າງຕັ້ງກອງທ່ອງທ່ຽວວົງຄະນາຍາດເພື່ອຮັບໃຊ້ນັກທ່ອງທ່ຽວ. ທ່ານນາງ ຫງວຽນທິກ້ຽມ ໃຫ້ຮູ້ຕື່ມອີກວ່າ:

        “ປະຊາຊົນທ້ອງຖິ່ນເຮັດບໍລິການທ່ອງທ່ຽວ ໄລຍະທຳອິດກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ ຍ້ອນນີ້ແມ່ນບັນຫາໃຫມ່ອ່ຽມ, ແລະ ຫາກໍ່ປະຕິບັດແຕ່ເດືອນ ພະຈິກ ປີ 2015 ມາຮອດປະຈຸບັນ. ເບື້ອງຕົ້ນ ປະຊາຊົນບໍ່ຮູ້ຫຍັງກ່ຽວກັບການເຮັດບໍລິການທ່ອງທ່ຽວ ແຕ່ພາຍຫລັງໄດ້ຮັບການອົບຮົມ, ພົວພັນແລກປ່ຽນ ສະນັ້ນ ເຂົາເຈົ້າໄດ້ເປີດບັນດາການເຄື່ອນໄຫວທ່ອງທ່ຽວຢູ່ທົ່ງນາ, ສວນ, ບັນດາຮາກຖານໝູ່ບ້ານອາຊີບເພື່ອໃຫ້ນັກທ່ອງທ່ຽວມາຢ້ຽມຊົມ. ນັກທ່ອງທ່ຽວຢາກຢ້ຽມຊົມໝູ່ບ້ານອາຊີບຫລືບັນດາສະຖານທີ່ຊີວະພາບ ຂ້າພະເຈົ້າກໍ່ພາເຂົາເຈົ້າໄປ. ຫລື ເຂົາເຈົ້າຢາກພັກຜ່ອນຢູ່ທີ່ນີ້ ຂ້າພະເຈົ້າກະກຽມໃຫ້ເຂົາເຈົ້າ.”

        ຄຽງຄູ່ກັບບັນດາຜົນປະໂຫຍດທາງດ້ານເສດຖະກິດ, ສັງຄົມ, ການທ່ອງທ່ຽວໝູ່ບ້ານອາຊີບເຮັດກະສິກຳ ພວມປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາໝູ່ບ້ານອາຊີບຫັດຖະກຳ ຍ້ອນວ່າ ນອກຈາກມີຮາກຖານຜະລິດເຄືື່ອງຫັດຖະກຳແລ້ວ, ບັນດາໝູ່ບ້ານອາຊີບ ຍັງອອກແບບເຂດວາງສະແດງສະເພາະ, ແລະ ມີບໍລິການເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າຮ່ວມບັນດາຂັ້ນຕອນຜະລິດໂດຍກົງ. ໃນນັ້ນມີຫລາຍໝູ່ບ້ານອາຊີບໃນຈຳນວນ 69 ໝູ່ບ້ານອາຊີບຂອງແຂວງ ເທື່ອທຽນເຫ້ວ ພວມໃນວິວັດການປ່ຽນໃຫມ່ ສົມທົບລະຫວ່າງການຜະລິດ ແລະ ຮັບໃຊ້ການທ່ອງທ່ຽວ ເພື່ອເສີມຂະຫຍາຍບັນດາຄຸນຄ່າຂອງໝູ່ບ້ານອາຊີບ. ການພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ ແມ່ນຕິດພັນກັບການຜະລິດກະສິກຳກໍ່ແມ່ນທິດກ້າວເດີນສຳຄັນຂອງບັນດາທ້ອງຖິ່ນ. ທ່ານ ຫງວຽນດັກເຕີບ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ເຮືອງຖູຍ ໃຫ້ຮູ້ກ່ຽວກັບການກຳນົດທິດພັດທະນາການທ່ອງທ່ຽວຕິດພັນກັບກະສິກຳ ແລະ ໝູ່ບ້ານອາຊີບຂອງທ້ອງຖິ່ນ:

        “ກ່ຽວກັບກະສິກຳ, ປະຈຸບັນ ພວກຂ້າພະເຈົ້າຍັງຄົງສຸມໃສ່ປູກເຂົ້າ ແຕ່ຕາມທັດສະນະຂອງພວກຂ້າພະເຈົ້າແລ້ວ ແມ່ນສຸມໃສ່ຍົກສູງຄຸນນະພາບເຂົ້າ ເພືີ່ອໃຫ້ກາຍເປັນສິນຄ້າ. ຢູ່ບໍລິເວນເມືອງ, ພວກຂ້າພະເຈົ້າ ມີບາງເຄື່ອງໝາຍເຂົ້າສານທີ່ຫອມແຊບ, ພິເສດແມ່ນເຄື່ອງໝາຍເຂົ້າສານ ຖູຍແທງ. ນອກນັ້ນ ຍັງມີຕົ້ນໄມ້ອື່ນຄື: ຕົ້ນ… ກໍ່ໄດ້ຮັບການສຸມໃສ່ສ້າງເປັນທົ່ງນາຂະຫນາດໃຫຍ່ ແລະ ກໍ່ແມ່ນຜະລິດຕະພັນຮັບໃຊ້ໃຫ້ການພັດທະນາການທ່ອງທ່ຽວຢູ່ບໍລິເວນ. ວຽກງານທີ່ຍັງເຫລືອຂອງພວກຂ້າພະເຈົ້າແມ່ນຈົດທະບຽນສ້າງເຄື່ອງໝາຍທ່ອງທ່ຽວຕະຫລາດພື້ນບ້ານຂົວດິນຂໍ ແທງຕວານ, ເປີດກວ້າງບໍລິເວນນີ້ເພື່ອຕອບສະຫນອງຄວາມຕ້ອງການຂອງນັກທ່ອງທ່ຽວ.”

        ເລື່ອງຟື້ນຟູ, ພັດທະນາໝູ່ບ້ານອາຊີບ ຮັບໃຊ້ການທ່ອງທ່ຽວ, ບໍ່ພຽງແຕ່ອີງໃສ່ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຂະແຫນງການກ່ຽວຂ້ອງເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບອັນໃຫຍ່ຫລວງຂອງວົງຄະນາຍາດ, ຂອງບັນດານາຍຊ່າງໝູ່ບ້ານອາຊີບພວມຮັກສາ, ເສີມຂະຫຍາຍອາຊີບພື້ນເມືອງອີກດ້ວຍ. ເພື່ອຂຸດຄົ້ນບັນດາໝູ່ບ້ານອາຊີບໃຫ້ຕິດພັນກັບການທ່ອງທ່ຽວຢ່າງມີປະສິດທິຜົນ, ບັນດາໝູ່ບ້ານອາຊີບກະສິກຳແຂວງ ເທື່ອທຽນເຫ້ວ ພວມມຸ່ງໄປເຖິງການຟື້ນຕົວ, ພັດທະນາ, ທັງຍູ້ແຮງການສົ່ງເສີມດ້ານການຄ້າ, ສ້າງເຄື່ອງໝາຍ, ຈົດທະບຽນລິຂະສິດໃຫ້ແກ່ຜະລິດຕະພັນໝູ່ບ້ານອາຊີບ. ສິ່ງນີ້ ໄດ້ຊ່ວຍອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາໝູ່ບ້ານອາຊີບທີ່ມີຄຸນນະພາບ, ພ້ອມທັງພັດທະນາການທ່ອງທ່ຽວໃຫ້ດີກວ່າ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນ./.

ຕອບກັບ

ຂ່າວ/ບົດ​ອື່ນ