ເມືອງກາວຟອງ-ລະດົມກຳລັງແຮງທົ່ວປວງຊົນກໍ່ສ້າງຊົນນະບົດໃໝ່

(VOVWORLD) -ໂດຍແມ່ນເມືອງໃນເຂດພູດອຍຂອງແຂວງ ຮ່ວາບິ່ງ, ໃນຊຸມປີຜ່ານມາ, ໂສມໜ້າຂອງ ກາວຟອງ ໄດ້ມີການປ່ຽນແປງຫຼາຍຢ່າງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຜົນສຳເລັດດັ່ງກ່າວແມ່ນມາຈາກໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ດ້ວຍວິທີເຮັດທີ່ດີ “ນຳໃຊ້ກຳລັງແຮງຂອງປະຊາຊົນ ເພື່ອເບິ່ງແຍງການດຳລົງຊີວິດຂອງປະຊາຊົນ“, ກາວຟອງ ພວມແມ່ນເມືອງນຳໜ້າໃນຂະບວນການນີ້ຢູ່ ຮ່ວາບິ່ງ.
ເມືອງກາວຟອງ-ລະດົມກຳລັງແຮງທົ່ວປວງຊົນກໍ່ສ້າງຊົນນະບົດໃໝ່ - ảnh 1 ເມືອງກາວຟອງ-ລະດົມກຳລັງແຮງທົ່ວປວງຊົນກໍ່ສ້າງຊົນນະບົດໃໝ່

ເມື່ອລົງທຶນກໍ່ສ້າງຊົນນະບົດໃໝ່, ເມືອງ ກາວຟອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເພາະວ່າເຖິງປີ 2002 ເມືອງຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນ 3 ຊົນເຜົ່າໃນບໍລິເວນເມືອງຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຜັນຂະຫຍາຍການກໍ່ສ້າງຊົນນະບົດໃໝ່ມາເປັນໄລຍະໜຶ່ງ, ເມືອງ ກາວຟອງ ບັນລຸໄດ້ບັນດາໝາກຜົນທີ່ໜ້າເອກອ້າງທະນົງໃຈ. ໂສມໜ້າຊົນນະບົດມີການປ່ຽນແປງຫຼາຍຢ່າງ, ປະກອບສ່ວນບໍ່ໜ້ອຍເຖິງການພັດທະນາເສດຖະກິດ - ສັງຄົມ, ກໍ່ຄືຍົກສູງລາຍຮັບ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນຂຶ້ນຕື່ມ.

ຕາແສງ ຢຸງຟອງ, ເມືອງ ກາວຟອງ, ແມ່ນໜຶ່ງໃນບັນດາຕາແສງທຳອິດທີ່ໄດ້ຮັບການຮັບຮອງວ່າເປັນຕາແສງຊົນນະບົດໃໝ່ຂອງແຂວງ ຮ່ວາບິ່ງ ໃນປີ 2014. ປັດຈຸບັນ, ໃນບໍລິເວນຕາແສງ, ມີບັນດາຕຶກອາຄານຫຼາຍຊັ້ນຕັ້ງຕິດຕໍ່ກັນ, ມີເສັ້ນທາງເບຕົງໄປຍັງສວນອ້ອຍ, ສວນໝາກກ້ຽງ, ສົມໜ້າຊົນນະບົດໃນຕາແສງ ຢຸງຟອງ ໄດ້ມີການປ່ຽນແປງຢ່າງຈະແຈ້ງ ນັບແຕ່ປະຊາຊົນລົງມືກໍ່ສ້າງຊົນນະບົດໃໝ່. ທ່ານ ບູ່ຍວັນເຫືອງ, ຮອງເລຂາຄະນະພັກຕາແສງ ຢຸງຟອງ, ໃຫ້ຮູ້ວ່າ: ໄດ້ຮັບຜົນສຳເລັດຄືດັ່ງກ່າວແມ່ນຍ້ອນມີຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ຈາກນັ້ນລະດົມການສະໜັບສະໜູນສູງສຸດຈາກອຳນາດການປົກຄອງທຸກຂັ້ນ, ແລະ ປະຊາຊົນ. ປະຊາຊົນໄດ້ເຂົ້າຮ່ວມການປະຊຸມ, ປຶກສາຫາລືບັນດາແຜນນະໂຍບາຍ, ນະໂຍບາຍ, ແຜນຜັງຊົນນະບົດໃໝ່ຢ່າງເປີດເຜີຍ… ຢູ່ຕາແສງ ຢຸງຟອງ, ທຸກຄົນລ້ວນແຕ່ເຂົ້າຮ່ວມຢ່າງຫ້າວຫັນ, ດ້ວຍຄວາມປາຖະໜາຢາກປະກອບກຳລັງເຫື່ອແຮງເຂົ້າໃນການກໍ່ສ້າງຊົນນະບົດໃໝ່.

                “ການກໍ່ສ້າງຊົນນະບົດໃໝ່ປະສົບຜົນສຳເລັດ, ພໍ່ແມ່ປະຊາຊົນມີຄວາມຫ້າວຫັນໃນການກໍ່ສ້າງ, ພັດທະນາການຜະລິດ. ພາຍຫຼັງສຸມໃສ່ເຂົ້າໃນການປູກຕົ້ນອ້ອຍ ແລະ ຕົ້ນໝາກກ້ຽງແລ້ວ, ພວກຂ້າພະເຈົ້າໄດ້ລົງທຶນກໍ່ສ້າງທາງຄົມມະນາຄົມ ແລະ ກໍ່ສ້າງທາງໃນເຂດທົ່ງນານັບສິບກິໂລແມັດ, ຈາກນັ້ນພໍ່ແມ່ປະຊາຊົນຈຶ່ງມີເງື່ອນໄຂປູກຝັງຢ່າງສະດວກສະບາຍ ແລະ ລາຍຮັບກໍ່ສູງກວ່າອີກ“.

ທ່ານ ໂຮ່ຊວນຢຸງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ກາວຟອງ, ໃຫ້ຮູ້ວ່າ: ປີ 2010 ເມື່ອເລີ່ມຕົ້ນກໍ່ສ້າງຊົນນະບົດໃໝ່, ບໍ່ມີຕາແສງໃດໃນເມືອງບັນລຸໄດ້ 7 ມາດຖານ, ພຽງແຕ່ມີສອງຕາແສງບັນລຸໄດ້ 5, 6 ມາດຖານເທົ່ານັ້ນ, ສ່ວນ 10 ຕາແສງທີ່ຍັງເຫຼືອບັນລຸໄດ້ 2, 3 ມາດຖານເທົ່ານັ້ນ. ຍ້ອນເຫດນັ້ນ, ການນຳເມືອງ ກາວຟອງ ຈຶ່ງສ້າງແຜນການ, ວິວັດການ ແລະ ແນະນຳ, ໜູນຊ່ວຍແຕ່ລະຕາແສງປະຕິບັດສຳເລັດແຕ່ລະມາດຖານຢ່າງເໝາະສົມ.

ຄວາມສະດວກທີ່ສຸດຂອງ ກາວຟອງ ໃນການກໍ່ສ້າງຊົນນະບົດໃໝ່ ນັ້ນແມ່ນການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ຄວາມມານະພະຍາຍາມຂອງປະຊາຊົນໃນວິວັດແຫ່ງການພັດທະນາ, ສ້າງຂະບວນການ. ພວກຂ້າພະເຈົ້າໄດ້ລະດົມຂົນຂວາຍເຈົ້າກົກເຈົ້າເຫຼົ່າ, ເຈົ້າບ້ານ, ຜູ້ທີ່ມີອິດທິພົນຊື່ສຽງເຂົ້າຮ່ວມ ແລະ ເຂົາເຈົ້າເອງກໍ່ແມ່ນບັນດາຜູ້ນຳໜ້າໃນຂະບວນການ, ຈາກນັ້ນປະຊາຊົນທຸກຄົນກໍ່ສະໜັບສະໜູນປະຕິບັດຕາມ.

ມາຮອດປັດຈຸບັນ, ໃນເມືອງ ກາວຟອງ ມີ 4 ຕາແສງສຳເລັດການກໍ່ສ້າງຊົນນະບົດໃໝ່; ສະເລ່ຍບັນດາຕາແສງໃນເມືອງບັນລຸໄດ້ 13 ກວ່າມາດຖານຊົນນະບົດໃໝ່. ປີ 2017, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 46,1 ລ້ານດົ່ງ/ຄົນ. ທາງເມືອງໄດ້ລົງທຶນເກືອບ 276 ຕື້ດົ່ງເພື່ອພັດທະນາເສດຖະກິດ - ສັງຄົມ, ການສຶກສາ, ການແພດ… ຕາມມາດຖານກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນປ່ຽນແປງໃໝ່ໂສມໜ້າຊົນນະບົດຢ່າງວ່ອງໄວຕາມທິດທັນສະໄໝ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງທັງດ້ານວັດຖຸ ແລະ ຈິດໃຈຢ່າງບໍ່ຢຸດຢັ້ງ. ທ່ານ ຫວໍງອກກຽນ, ເລຂາຄະນະພັກເມືອງ ກາວຟອງ, ໃຫ້ຮູ້ວ່າ:

 “ຢາກໄດ້ຮັບຜົນສຳເລັດແມ່ນຕ້ອງເສີມຂະຫຍາຍນຳ້ໃຈສາມັກຄີໃນໝູ່ປະຊາຊົນ ແລະ ບັນດາຊົນເຜົ່າທີ່ພວມດຳລົງຊີວິດຢູ່ຮ່ວມກັນໃນບໍລິເວນ. ພວກຂ້າພະເຈົ້າກໍ່ໄດ້ເສີມຂະຫຍາຍບົດບາດການນຳຂອງຕົນ, ໃນການຊີ້ນຳນຳພາເມືອງ, ຂະແໜງ, ຕາແສງຈັດຕັ້ງການເຈລະຈາກັບປະຊາຊົນ; ແກ້ໄຂສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ຊອກຫາບັນດາເງື່ອນໄຂ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖີ່ນເພື່ອປຸກລຸກ ແລະ ເສີມຂະຫຍາຍ. ໃນຊຸມປີຜ່ານມາ, ປີໃດເມືອງກໍ່ມີຕາແສງສຳເລັດການກໍ່ສ້າງຊົນນະບົດໃໝ່ຢ່າງໜ້ອຍສຸດແມ່ນໜຶ່ງຕາແສງຂຶ້ນໄປ ແລະ ປີ 2018, ກາວຟອງ ສູ້ຊົນຍົກຈຳນວນມາດຖານທີ່ບັນລຸໄດ້ສະເລ່ຍແມ່ນ 14 ມາດຖານ “.

ພາຍຫຼັງ 15 ປີແຫ່ງການສ້າງຕັ້ງ, ຈາກເມືອງໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ, ກາວຟອງ ໄດ້ບື່ນຕົວຂຶ້ນກາຍເປັນໜຶ່ງໃນບັນດາເມືອງພັດທະນາທີ່ສຸດຂອງແຂວງ ຮ່ວາບິ່ງ. ໂດຍກຳແໜ້ນບັນດາຄວາມຫຍຸ້ງຍາກ, ຄວາມສະດວກ, ພ້ອມກັບຄວາມສາມັກຄີ, ມານະພະຍາຍາມສູ້ຊົນຂອງປະຊາຊົນ, ຂອງທັງລະບົບການເມືອງນັ້ນ, ເມືອງ ກາວຟອງ ບໍ່ພຽງແຕ່ກຳລັງປະຕິບັດສຳເລັດໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖີ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ